ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າອົງການ IAEA ພົບປະກັບ ເຈົ້າໜ້າທີ່ອີຣ່ານ ເພື່ອ ຫາທາງແກ້ໄຂ ບັນຫານິວເຄລຍ


 ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ພົບປະກັບລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ Philip Hammond ຢູ່ໂຮງແຮມທີ່ຈັດກອງປະຊຸມ ເຈລະຈາບັນຫາ ນິວເຄລຍ ອິຣ່ານ ທີ່ນະຄອນວຽນນາ ປະເທດອອສເຕຣຍ. 2 ກໍລະກົດ 2015
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ພົບປະກັບລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ Philip Hammond ຢູ່ໂຮງແຮມທີ່ຈັດກອງປະຊຸມ ເຈລະຈາບັນຫາ ນິວເຄລຍ ອິຣ່ານ ທີ່ນະຄອນວຽນນາ ປະເທດອອສເຕຣຍ. 2 ກໍລະກົດ 2015

ຫົວໜ້າ​ໜ່ວຍ​ສິ້ງ​ຊອມ ນິວ​ເຄລຍ ຂອງ​ສະຫະ​ປະຊາ​ຊາດ​ໄດ້ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂອງ ອີ​ຣ່ານ​ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ນະຄອນຫຼວງ ​ເທຣ່ານ ​ໃນ​ຄວາມ​ພະຍາ​ຍາມ​ຄັ້ງ​ຫຼ້າ​ສຸດ​ເພື່ອແກ້​ໄຂ​ບັນຫາ​ຄຳ​ຖາມ​ທີ່​ຄ້າງ​ຄາ​ມາ​ດົນ​ນານ ກ່ຽວ​ກັບ​ໂຄງການ​ນິ​ເຄລຍຂອງ​ປະ​ເທດດັ່ງກ່າວ.

ຫົວໜ້າອົງການພະ​ລັງ​ງານ​ ປະລະມານູສາກົນ ຫຼື IAEA ທ່ານ Yukiya Amano ​ໄດ້​ພົບປະ​ເຈລະຈາ​ກັບເລຂາທິກາ​ນສະພາ​ຄວາມ​ປອດ​ໄພ​ສູ​ງສຸດຂອງ ອິຣ່ານ ທ່ານ Ali Shamkhani, ​ແລະ ຍັງ​ມີ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ​ ປະ​ທະ​ນາ​ທິບໍດີ Hassan Rouhani ນຳດ້ວຍ.

ອົງການ IAEA ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ແມ່ນມີກຳນົດທີ່ຈະ ປຶກສາຫາລື ວິທີເພື່ອຈະແກ້ໄຂ ບັນຫາທີ່ຍັງຄ້າງໃຫ້ໄວຂຶ້ນ, ລວມທັງ “ການຊີ້ແຈງກ່ຽວຄວາມເປັນໄປໄດ້ໃນທາງທະຫານ” ຂອງກິດຈະກຳ ນິວເຄລຍຂອງ ອີຣ່ານ.

ອີຣ່ານ ໄດ້ປະຕິເສດການເຮັດວຽກເພື່ອພັດທະນາອາວຸດ ນິວເຄລຍ ມາເປັນເວລາດົນນານແລ້ວ ແລະ ໄດ້ເວົ້າວ່າ ການກ່າວຫາແມ່ນກ່ຽວ ພັນກັບການສືບລັບທີ່ບໍ່ຖືກຕ້ອງຂອງ ສະຫະລັດ ແລະ ອິສຣາເອລ.

ອົງການ IAEA ໄດ້ພະຍາຍາມມາຫຼາຍປີ ເພື່ອຫາຄຳຕອບໃນການສືບສວນຂອງພວກເຂົາ, ລວມທັງການໃຫ້ບັນດາຜູ້ສັງເກດການຂອງ ສະຫະປະຊາຊາດ ໄປຢ້ຽມຢາມຄ້າຍທະຫານທີ່ Parchin, ​ແຕ່​ຊ້ຳພັດ​ຖືກ​ ​ຕໍ່ຕ້ານ​ຈາກ ອີຣ່ານ.

ກອງປະຊຸມ​ຫຼາຍ​ຄັ້ງ​ໃນນະຄອນຫຼວງ ​ເທຣ່ານ ມີ​ຂຶ້ນໃນຂະນະທີ່ບັນດາ​ນັກ​ເຈ​ລະ​ຈາ​ຈາກ ອີ​ຣ່ານ ​ແລະຂອງກຸ່ມພີ 5 ບວກນຶ່ງ ທີ່ປະກອບດ້ວຍ ອັງກິດ, ຈີນ, ຝຣັ່ງ, ຣັດ​ເຊຍ, ສະຫະລັດ ​ແລະ ​ເຢຍຣະ​ມັນ ​ເຮັດວຽກ ​ໃນ​ນະ​ຄອນ​ຫຼວງ Vienna ເພື່ອໃຫ້ບັນລຸຂໍ້ຕົກລົງ ໃນຂອບເຂດທີ່ກວ້າງ ຂວາງ ທີ່​ຈະ​ຈຳກັດ​ກິ​ດຈະ​ກຳ​ ນິວ​ເຄລຍຂອງ ອີຣ່ານ ເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບ​ການບັນ​ເທົາ​ການ​ລົງໂທດ.

ທັງ​ສອງ​ຝ່າຍ​ໄດ້ເຫັນ​ດີ​ກ່ຽວກັບ​ຂໍ້ຕົກລົງ​ຂອງ​ໂຄງ​ຮ່າງ​ໃນ​ເດືອນ ​ເມສາ ທີ່​ຜ່ານ​ມາ ​ແລະ ຄວນ​ທີ່​ຈະ​ບັນລຸການຕົກລົງຂັ້ນສຸດທ້າຍ ທັນກັບ​ເສັ້ນ​ຕາຍ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ​ນີ້​ ​ແຕ່​ວ່າຍັງມີ ອຸບປະສັກຫຼາຍ​ຢ່າງ​ຄ້າງຄາ ​ເຊິ່ງ​ພວກ​ເຂົາ​ໄດ້​ຕັດສິນ​ໃຈ ​ເລື່ອນເວລາອອກ​ໄປ ຕື່ມ​ອີກ. ຄວາມ​ແຕກ​ຕ່າງ ​ແມ່ນ​ເຊື່ອ​ວ່າ​ ຈະ​ເປັນ​ບັນຫາກ່ຽວ​ກັບ​ການ​ເຂົ້າ​ໄປກວດກາ ຂອງ​ບັນ​ດາ​ຜູ້​ສັງ​ເກດ​ການແລະຄວາມໄວທີ່ມາ​ດຕະການລົງໂທດຕ່າງໆ​ ຈະ​ໄດ້​ຖືກ​ຍົກ​ເລີກ.

Iran nuclear
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG