ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຂດຮ້ອນ Nate ກາຍເປັນ ເຮີຣິເຄນ ແລະ ພວມມຸ້ງໜ້າ ສູ່ ສະຫະລັດ


ສະມາຊິກໜ່ວຍດັບໄຟ ນະຄອນ New Orleans ພວມຮ່າຍຖົງຊາຍ ກຽມຮັບມື ກັບເຮີຣິເຄນ Nate. (ວັນທີ 6 ຕຸລາ 2017)​
ສະມາຊິກໜ່ວຍດັບໄຟ ນະຄອນ New Orleans ພວມຮ່າຍຖົງຊາຍ ກຽມຮັບມື ກັບເຮີຣິເຄນ Nate. (ວັນທີ 6 ຕຸລາ 2017)​

ລົມພາຍຸເຂດຮ້ອນ Nate ເວລານີ້ ໄດ້ກາຍເປັນເຮີຣິເຄນ Nate ແລ້ວ ແລະສູນກາງ
ເຮີຣິເຄນແຫ່ງຊາດຂອງສະຫະລັດ ກ່າວວ່າ ລົມພາຍຸຫົວນີ້ ກຳລັງພັດມຸ້ງໜ້າສູ່ພາກ ກາງຂອງອ່າວເມັກຊິໂກ ດ້ວຍລົມ ທີ່ມີຄວາມແຮງສູງສຸດ 130 ກິໂລແມັດຕໍ່ຊົ່ວໂມງ. ເປັນທີ່ຄາດກັນວ່າ ລົມພາຍຸດັ່ງກ່າວຈະມີຄວາມແຮງຕື່ມຂຶ້ນອີກໃນວັນເສົາມື້ນີ້.

ການປະກາດເຕືອນກ່ຽວກັບເຮີຣິເຄນເລີ້ມມີຜົນບັງຄັບໃຊ້ແລ້ວທີ່ເກາະ Grand Isle
ໃນລັດ Louisiana ໄປຫາຊາຍແດນ ລັດ Alabama ຕິດກັບ Florida ຕະຫຼອດທັງ
ໃນເຂດນະຄອນ New Orleans ແລະ Lake Pontchartrain.

ສູນກາງເຮີຣິເຄນແຫ່ງຊາດ ຍັງກ່າວອີກວ່າ ການປະກາດເຕືອນ ກ່ຽວກັບເຮີຣິເຄນ
ແມ່ນໝາຍຄວາມວ່າການກະກຽມ “ເພື່ອປົກປ້ອງຊີວິດແລະຊັບສິນຄວນຈະມີການ
ເລັ່ງລັດໃຫ້ແລ້ວສຳເລັດໂດຍໄວ.”

ລົມພາຍຸເຂດຮ້ອນ Nate ເຮັດໃຫ້ມີຜູ້ເສຍຊີວິດບໍ່ຕ່ຳກວ່າ 20 ຄົນ ໃນຂະນະທີ່ລົມ
ພາຍຸຫົວນີ້ ພັດຖະຫຼົ່ມເຂດອາເມຣິກາກາງ.

ກະຊວງການຕ່າງປະເທດສະຫະລັດກ່າວໃນຖະແຫຼງການສະບັບນຶ່ງ ໃນຕອນແລງ
ວັນສຸກວານນີ້ວ່າ “ພວກເຮົາຂໍຢືນຢູ່ຄຽງຂ້າງກັບປະຊາຊົນນິກາຣາກວາ ຄອສຕາຣິ
ກາ ແລະ ຮອນດູຣາສ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸເຂດຮ້ອນ Nate ແລະຂໍສະ ແດງຄວາມເສົ້າສະຫລົດໃຈ ຕໍ່ພວກຍາດພີ່ນ້ອງຂອງຜູ້ເສຍຊີວິດຍ້ອນລົມພາຍຸຫົວ
ນີ້ ພວກເຮົາພ້ອມແລ້ວທີ່ຈະໃຫ້ການຊ່ອຍເຫລືອ ຖ້າຫາກມີຄວາມຈຳເປັນ.”

American Storm Nate
please wait
Embed

No media source currently available

0:00 0:01:30 0:00

ຢູ່ທີ່ສະຫະລັດ ປະຊາຊົນທີ່ຢູ່ໃນບາງເຂດ ຂອງເມືອງ St. Bernard Parish ລັດ
Louisiana ຊຶ່ງຕັ້ງຢູ່ທາງກ້ຳຕາເວັນອອກ ຂອງນະຄອນ New Orleans ໄດ້ຖືກ ສັ່ງໃຫ້ຍົກຍ້າຍ ໃນວັນສຸກວານນີ້ ຍ້ອນຄາດວ່າ ລົມພາຍຸ Nate ພວມຈະມາເຖິງ.

ມີການປະກາດພາວະສຸກເສີນແລ້ວຢູ່ໃນ 29 ເມືອງຂອງລັດ Florida 6 ເມືອງທີ່ຢູ່
ໃຕ້ສຸດຂອງລັດ Mississippi ແລະນະຄອນ New Orleans ບ່ອນທີ່ຄູກັ້ນນ້ຳໄດ້
ແຕກ ໃນລະຫວ່າງທີ່ລົມເຮີຣິເຄນ Katrina ພັດເຂົ້າຖະຫຼົ່ມປີ 2005.

ທ່ານ Mitch Landrieu ເຈົ້າຄອງນະຄອນ New Orleans ກ່າວວ່າ “ພວກເຮົາ
ໄດ້ຜ່ານຜ່າ ສະພາບການແບບນີ້ ມາຫລາຍເທື່ອແລ້ວ. ບໍ່ຈຳເປັນທີ່ຈະຕ້ອງແຕກ
ຕື່ນ.”

ເຖິງແມ່ນໃນຂະນະທີ່ລົມພາຍຸ Nate ພວມຍັບໃກ້ເຂົ້າມາຢູ່ນີ້ ບາງເຂດຂອງສະ
ຫະລັດ ແລະດິນແດນທີ່ຢູ່ພາຍໃຕ້ການປົກຄອງ ແມ່ນພວມດີ້ນຮົນຂົນຂວາຍໃນ
ການຟື້ນໂຕຄືນຈາກພາຍຸຫົວກ່ອນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG