ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັນ​ຕະ​ລາຍ ​ຮ້າຍ​ແຮງ​ສຸດ ຂອງ​ເ​ຮີ​ຣິ​ເຄນ ​ໄມ​ເກີ​ລ ຈະ​ຖະ​ຫຼົ່ມ ພາກ​ຕາ​ເວັນ​ຕົກ ສຽງ​ເໜືອ​ ​ລັດ​ຟ​ລໍ​ຣິ​ດາ


​ຮູບ​ພາບ​ທຸ​ລະ​ກິດ​ແຫ່ງ​ນຶ່ງ ເອົາ​ແປ້ນ​ຕອກ​ປິດ ໃນ​ຂະ​ນະ​ທີ່​ເຮີ​ເຄນໄມ​ເກີ​ລ ມຸ່ງ​ໜ້າ​ສູ່ເມືອງຄາ​ຣາ​ແບ​ລ ​ໃນລັດ​ຟ​ລໍ​ຣິ​ດາ ວັນ​ທີ 9 ຕຸ​ລາ 2018.
​ຮູບ​ພາບ​ທຸ​ລະ​ກິດ​ແຫ່ງ​ນຶ່ງ ເອົາ​ແປ້ນ​ຕອກ​ປິດ ໃນ​ຂະ​ນະ​ທີ່​ເຮີ​ເຄນໄມ​ເກີ​ລ ມຸ່ງ​ໜ້າ​ສູ່ເມືອງຄາ​ຣາ​ແບ​ລ ​ໃນລັດ​ຟ​ລໍ​ຣິ​ດາ ວັນ​ທີ 9 ຕຸ​ລາ 2018.

ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາ​ດ ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ເຕືອນ​ວ່າ ປະ​ຊາ​ຊົນຢູ່ລັດ​ຟ​ລໍ​ຣິ​ດາ
ທາງ​ພາກ​ໃຕ້​ຂອງສະ​ຫະ​ລັດ ໃຫ້​ພາ​ກັນ​ຕຽມ​ພ້ອມເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຢ່າງ​ເຕັມ​ທີ່
ຂອງເຮີ​ຣິ​ເຄນ​ໄມ​ເກີ​ລ ທີ່​ເປັນ “ອັນ​ຕະ​ລາຍ​ຮ້າຍ​ແຮງ​.” ​

ຝົນ​ຕົກ​ໜັກຈ​າກວົງ​ແຫວນ​ຮອບ​ນອກຂອງ​ລົມພາ​ຍຸ​ ໄດ້​ເຮັດ​ໃ​ຫ້​ເຂດ​ພາກ​ຕາ​ເວັນຕົກ
​ສຽງ​ເໜືອ​ສຸດ ຂອງ​ລັດ​ຟ​ລໍ​ຣິ​ດາ ປຽກ​ຊຸ່ມ ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ໃນ​ຂະ​ນະ​ທີ່​ໃຈ​ກາງ
​ຂອງ​ລົມ​ພາ​ຍຸ ​ໄດ້​ເຄື່ອນ​ໃກ້​ເຂົ້າໄປ ຊຶ່ງຄາດ​ວ່າ​ ຈະ​ມາ​ພັດ​ຂຶ້ນ​ຝັ່ງ​ ໃນ​ຕອນ​ທ່ຽງ​ມື້​ນີ້.

ສູນ​ກາງ​ເຮີ​ຣິ​ເຄນ​ແຫ່ງ​ຊາດ​ກ່າວ​ວ່າ​ ລົມ​ພາ​ຍຸ​ດັ່ງ​ກ່າວ​ມີລົມ​ແຮງ​ເຖິງ 220 ກິ​ໂລ​ແມັດ​ຕໍ່​
ຊົ່ວ​ໂມງ ຈຶ່ງ​ເຮັດ​ໃຫ້ເຮີ​ຣິ​ເຄນ​ຫົວ​ນີ້ ມີ​ຄວາມ​ແຮງເປັນ​ລົມ​ພາ​ຍຸລະ​ດັບ 4.

ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ​ກ່າວ​ວ່າ ມັນ​ອາດ​ເພີ້ມ​ຄວາມ​ແຮງ​ຂຶ້ນອີກ​ຢູ່​ບ່ອນ​ ທີ່​ມີ​
ນ້ຳ​ອຸ່ນ ​ຂອງ​ອ່າວ​ເມັກ​ຊິ​ໂກ ກ່ອນ​ຈະ​ໄປ​ເຖິງ​ໜ້າ​ດິນ.

ນອກຈາກ​ຄວາມ​ແຮງ​ຂອງ​ລົມ​ແລ້ວ ​ເຮີ​ຣີ​ເຄນໄມ​ເກີ​ລ ຍັງນຳ​ເອົາ​ໄພຂົ່​ມ​ຂູ່ຈາກຟອງ​
ຂອງ​ລົມ​ຍຸ ​ທີ່​ເປັນ​ອັນ​ຕະ​ລາຍ ​ຊຶ່ງ​ໃນ​ບາງ​ເຂດ​ຟອງ​ດັ່ງ​ກ່າວອາດສູງເຖິງສີ່​ ແມັດ​.

ຄາດ​ວ່າ​ຈະ​ມີ​ຝົນ​ຕົກ​ ໃນ​ລະ​ຫວ່າງ 10 ຫາ 20 ຊັງ​ຕີ​ແມັດ ​ໃນ​ຫຼາຍໆ​ເຂດ​ຂອງ​ລັດ​ຟ​ລໍ​
ຣິ​ດາ ອາ​ລາ​ບາ​ມາ ແລະ​ຈໍເຈຍ ລະ​ຫວ່າງ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້.

ຜູ້​ປົກ​ຄອງ​ລັດ​ຟ​ລໍ​ຣິ​ດາ ທ່ານ​ຣິກ ສະ​ກັອດ​ ໄດ້​ອອກ​ຖະ​ແຫລງ​ການ ຜ່ານ​ທາງ​ທວິດ​ເຕີ
​ໃນ​ວັນ​ອັງ​ຄານ​ວານ​ນີ້​ ແລະ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້​ເພື່ອ​ຂໍ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຢູ່​ໃນ​ລັດ
​ຂອງ​ທ່ານ ​ພາ​ກັນ​ຍົກ​ຍ້າຍ​ອອກໜີ​ຈາກ​ເຂດ​ຊາຍ​ຝັ່ງ ແລະ​ໃຫ້​ພາມີ ​ຄວາມ​ປອດ​ໄພ
ໃນ​ລະ​ຫວ່າງ​ເກີດລົມ​ພາ​ຍຸ.

ທ່ານ​ສະ​ກັອ​ດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຮ້ອງ​ຂໍ​ໃຫ້​ຊາວ​ຟ​ລໍ​ຣິ​ດາ​ຈົ່ງ​ພາ​ກັນເປັນ​ຫູ​ເປັນ​ຕາ
​ຕະ​ຫລອດ​ຄ່ຳ​ຄືນ ແລະ​ມື້​ອື່ນ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກຽມ​ຮັບ​ມືກັບ​ເຮ​ຣິ​ເຄນ​ໄມ​ເກີ​ລ ທີ່
​ຈະ​ພັດ​ຂຶ້ນ​ຝັ່ງ​ນັ້ນ.”

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣ​ຳ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ
ຂອງ​ລັດ​ຖະ​ບານ​ກາງ ພາ​ກັນ​ກຽມ​ພ້ອມເພື່ອໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ຄວາມ​ພະ​ຍາ​ຍາມ​
ກູ້​ໄພ.

ແຜ​ນ​ທີ່​ທຳ​ນາຍ ຄື້ນ​ຟອງ​ທະ​ເລ ເຮ​ຣິ​ເຄນ​ໄມ​ເກີ​ລ ໃນ​ລັດ​ຟ​ລໍ​ຣິ​ດາ ວັນ​ທີ 9 ຕຸ​ລາ 2018ໃ
ແຜ​ນ​ທີ່​ທຳ​ນາຍ ຄື້ນ​ຟອງ​ທະ​ເລ ເຮ​ຣິ​ເຄນ​ໄມ​ເກີ​ລ ໃນ​ລັດ​ຟ​ລໍ​ຣິ​ດາ ວັນ​ທີ 9 ຕຸ​ລາ 2018ໃ

ສູນ​ກາງເຮີ​ຣິ​ເຄນ​ແຫ່ງ​ຊ​າດ​ກ່າວ​ວ່າ ເຮີ​ຣິ​ເຄນໄມ​ເກີ​ລ​ເປັນ​ລົມ​ພາ​ຍຸ​ທີ່​ຮ້າຍ​ແຮງຫົວ
ທຳ​ອິດ​ທີ່​ຈະ​ພັດ​ເຂົ້າ​ຖະ​ຫລົ່ມເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ສຸດລັດ​ຟ​ລໍ​ຣິ​ດາ ນັບ​
ແຕ່​ເຮີ​ຣິ​ເຄນ​ເດັນ​ນິ​ສ ໃນ​ປີ 2005 ເປັນ​ຕົ້ນ​ມາ.

ລົມ​ພາ​ຍຸ​ຫົວ​ນີ້ ຈະ​ພັດເຂົ້າ​ສູ່​ບັນ​ດາ​ລັດເຂດພາກ​ກາງ​ແອັດ​ລັນ​ຕິກ ແລະ​ອອກ​ໄປ​ສູ່​
ທະ​ເລ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

ເຮ​ຣິ​ເຄນໄມ​ເກີ​ລ ພັດ​ເຂົ້າ​ຖະ​ຫລົ່ມ​ສະ​ຫະ​ລັດ ຫຼັງ​ຈາກ​ທີ່​ໄດ້​ພັດ​ຜ່ານ​ຫຼາຍໆ​ເຂດ​ຂອງ
ອາ​ເມ​ຣິ​ກາ​ກາງ ແລະ​ເກາະ​ຄິວ​ບາ​ໂດຍ​ພາ​ໃຫ້​ເກີດຝົນ​ຕົກ​ໜັກ ​ໄພ​ນ້ຳ​ຖ້ວມ ແລະໄຟ​
ຟ້າ​ມອດ.

ມີ​ລາຍ​ງານຢ່າງ​ໜ້ອຍ 13 ຄົນ​ໄດ້​ເສຍ​ຊີ​ວິດ ​ຍ້ອນ​ລົມ​ພາ​ຍຸ​ດັ່ງ​ກ່າວ​ຢູ່​ໃນແອ​ລ ຊານ​
ວາ​ດໍ​ ຮອນ​ດູ​ຣາ​ສ ແລ​ະນິ​ກາ​ຣາ​ກົວ.

ອ່າ​ນ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG