ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮີຣິເຄນ ລໍຣາ ພັດຂຶ້ນຝັ່ງ ຢູ່ເຂດຊາຍຝັ່ງອ່າວເມັກຊິໂກ ດ້ວຍຄວາມແຮງລະດັບ 4


ຄື້ນທະເລຈາກນໍ້າທະເລໜູນທີ່ມີສາເຫດມາຈາກ ເຮີຣິເຄນ ລໍຣາ ເລີ່ມທີ່ຈະພັດຂຶ້ນຝັ່ງຢູ່ສວນອຸດທະຍານແຄມຊາຍຝັ່ງ, ເມືອງ ຊາບີນ ພາສ, ລັດ ເທັກຊັສ. 26 ສິຫາ, 2020.
ຄື້ນທະເລຈາກນໍ້າທະເລໜູນທີ່ມີສາເຫດມາຈາກ ເຮີຣິເຄນ ລໍຣາ ເລີ່ມທີ່ຈະພັດຂຶ້ນຝັ່ງຢູ່ສວນອຸດທະຍານແຄມຊາຍຝັ່ງ, ເມືອງ ຊາບີນ ພາສ, ລັດ ເທັກຊັສ. 26 ສິຫາ, 2020.

ສູນກາງພາຍຸເຮີຣິເຄນ ສະຫະລັດ ເວົ້າວ່າ ເຮີີຣິເຄນ ລໍຣາ ໄດ້ພັດຂຶ້ນຝັ່ງຢ່າງເປັນທາງການໃນລັດ ຫຼຸຍເຊຍນາ ທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງປະເທດ ຫຼັງຈາກການເດີນທາງທີ່ໄກຜ່ານທະເລ ຄາຣິບຽນ ແລະ ອ່າວເມັກຊິໂກ.

ບັນດານັກພະຍາກອນອາກາດເວົ້າວ່າ ພາຍຸ ລໍຣາ ໄດ້ພັດຂຶ້ນຝັ່ງໃນຕອນເຊົ້າຂອງວັນພະຫັດມື້ນີ້ ໃນເມືອງແຄເມີຣອນ ທີ່ຕັ້ງຢູ່ແຄມຝັ່ງຂອງລັດ ຫຼຸຍເຊຍນາ, ເຊິ່ງຕັ້ງຢູ່ປະມານ 86 ກິໂລແມັດທາງພາກໃຕ້ຂອງເມືອງ ເລກ ຊາລສ໌ (Lake Charles). ສູນກາງເຮີຣິເຄນແຫ່ງຊາດກ່າວວ່າ ພາຍຸດັ່ງກ່າວ ໄດ້ນຳເອົາລົມທີ່ມີຄວາມແຮງເຖິງ 240 ກິໂລແມັດຕໍ່ຊົ່ວໂມງມາພ້ອມ, ເຮັດໃຫ້ມັນເປັນພາຍຸລະດັບ 4 ຈາກ 5 ລະດັບ ທີ່ວັດແທກຄວາມເປັນໄປໄດ້ໃນການທຳລາຍລ້າງຂອງພາຍຸເຮີຣິເຄນ.

ສູນກາງເຮີເຄນແຫ່ງຊາດເວົ້າວ່າ ຫຼາຍພາກສ່ວນຂອງລັດ ຫຼຸຍເຊຍນາ ແມ່ນໄດ້ປະສົບກັບລົມທີ່ຮຸນແຮງຢ່າງສູງ, ນໍ້າຂຶ້ນຈາກພາຍຸທີ່ເປັນໄພຫາຍະນະ ແລະ ນໍ້າຖ້ວມກະທັນຫັນ ໃນຂະນະທີ່ລົມພາຍຸເຮີຣິເຄນ ລໍຣາ ໄດ້ຫຍັບໃກ້ເຂົ້າໄປຫາເມືອງ ເລກ ຊາລສ໌ ຢ່າງວ່ອງໄວ ແລະ ເມືອງ ພອດ ອາເທີ ຂອງລັດ ເທັກຊັສ ທີ່ຕັ້ງຢູ່ໃກ້ຄຽງໃນຄວາມໄວ 24 ກິໂລແມັດຕໍ່ຊົ່ວໂມງ.

ຄຳເຕືອນກ່ຽວກັບພາຍຸເຮີຣິເຄນ ໄດ້ຖືກປະກາດຢູ່ພື້ນທີ່ຍາວ 446 ກິໂລແມັດ ລະຫວ່າງ ເມືອງ ແຊນ ຫຼຸຍ ພາສ (San Luis Pass) ຫາຊຸມຊົນ ອິນທຣາ- ໂຄສໂທ ຊີຕີ້ (Intracoastal City), ຂອງລັດ ຫຼຸຍເຊຍນາ.

ບັນດາເຈົ້າໜ້າທີ່ເວົ້າວ່າ ຝົນຕົກໜັກ ແລະ ລົມທີ່ຮຸນແຮງແມ່ນຄາດວ່າຈະເກີດຂຶ້ນ, ແຕ່ອັນຕະລາຍທີ່ໃຫຍ່ທີ່ສຸດແມ່ນຄາດວ່າ ຈະເປັນນໍ້າຂຶ້ນຈາກພາຍຸສູງເຖິງ 7 ແມັດ, ເຊິ່ງສູນກາງເຮີຣິເຄນແຫ່ງ ຊາດໄດ້ອະທິບາຍວ່າ “ບໍ່ສາມາດຢູ່ລອດໄດ້,” ເຮັດໃຫ້ເມືອງທັງໝົດຈົມຢູ່ໃຕ້ນໍ້າ ແລະ ເຮັດໃຫ້ເກີດນໍ້າຖ້ວມ ແລະ ໄຟ ຟ້າມອດເລິກເຂົ້າໄປຈາກເຂດແຄມຝັ່ງ, ດ້ວຍສະຖານະການທີ່ອາດແກ່ຍາວໄປຫຼາຍວັນ.

ພວກນັກພະຍາກອນອາກາດກ່າວວ່າ ເຮີຣິເຄນລໍຣາຈະພັດເລິກເຂົ້າໄປໃນແຜ່ນດິນໃຫຍ່ໃນທົ່ວ ເຂດພາກຕາເວັນຕົກສຽງໃຕ້ຂອງລັດ ຫຼຸຍເຊຍນາ ໃນຕອນເຊົ້າວັນພະຫັດມື້ນີ້ ຫລັງຈາກນັ້ນກໍຈະພັດຂຶ້ນໄປທາງເໜືອຂອງລັດດັ່ງກ່າວຕະຫຼອດມື້.

ນອກນັ້ນແລ້ວ ຍັງມີການທຳນາຍວ່າລົມພາຍຸ ລໍຣາ ຈະພາໃຫ້ມີຝົນຕົກໜັກຢູ່ໃນເຂດພາກໃຕ້ ໃນຂະນະທີ່ລົມພາຍຸດັ່ງກ່າວພັດຂຶ້ນຝັ່ງ ແລະ ອ່ອນກຳລັງລົງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG