ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລີ້ມມີການສົ່ງອາຫານ ໄປຊ່ອຍ ພວກໄດ້ຮັບເຄາະ ຈາກພາຍຸໄອຣີນແລ້ວ


ປະຊາຊົນພາກັນເບິ່ງພະນັກງານສ້ອມແປງຖະໜົນສາຍນຶ່ງຄືນໃນເມືອງ Killington, ລັດ Vermont,
ວັນທີ 31 ສິງຫາ 2011.
ປະຊາຊົນພາກັນເບິ່ງພະນັກງານສ້ອມແປງຖະໜົນສາຍນຶ່ງຄືນໃນເມືອງ Killington, ລັດ Vermont, ວັນທີ 31 ສິງຫາ 2011.

ພວກ​ພະນັກງານຮັບມືກັບ​ພາວະ​ສຸກ​ເສິນ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ
​ໄດ້​ເລີ້ມ​ສົ່ງ​ເຂົ້າປາ​ອາ​ຫານ​ແລະ​ນໍ້າ​ດື່ມ​ນໍ້າ​ໃຊ້​ທາງ​ອາກາດ​ໄປ​ໃຫ້​ພວກ​ປະຊາຊົນ​ຫລາຍ​ພັນ
​ຄົນ ​ທີ່​ຕົກ​ຄ້າງ​ຍ້ອນ​ໄພ​ນໍ້າ​ຖ້ວມ​ຈາກ​ລົມພາຍຸເຮີຣີ​ເຄນໄອຣີນນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຢ່າງ​ໜ້ອຍ​ມີ​ປະຊາຄົມ 10 ກວ່າ​ແຫ່ງ​ໃນ​ລັດ Vermont ທີ່​ລົດບໍ່ສາມາດແລ່ນເຂົ້າໄປເຖິງ ​ຍ້ອນຖະໜົນໄດ້ຮັບຄວາມ​ເສຍ​ຫາຍແລະ​ຂົວ​ເປ່​ເພ ​ເກີດ​ຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ ໃນ​ປະວັດ​ສາດ​ຂອງ​ລັດ​ ໃນ​ຮອບ​ເກືອບ 1 ສັດຕະວັດ​ຜ່ານ​ມາ. ລັດ Vermont ​ແມ່ນ​ຮວມຢູ່​ໃນ​ຈໍາພວກ​ລັດ​ທີ່ ປະສົບ​ກັບ​ໄພ​ນໍ້າ​ຖ້ວມໜັກ​ທີ່​ສຸດ​ເນື່ອງ​ຈາກ​ດິນ​ປຽກຊຸ່ມ​ຢູ່​ແລ້ວ.

ໃນ​ພາກ​ໃຕ້​ລົງ​ມາ​ອີກ ຄື​ລັດ New Jersey ພວກ​ພະນັກງານຮັບມືກັບ​ພາວະ​ສຸກເສິນ​ໄດ້​ຊ່ອຍ​ຊີວິດ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 500 ຄົນ​ຈາກ​ນໍ້າ​ຖ້ວມ​ບ້ານ​ເຮືອນຂອງ​ເຂົາ​ເຈົ້າ ຊຶ່ງ​ບາງ​ຄົນ​ໄດ້ຖືກຊ່ອຍໂດຍ​ທາງ​ເຮືອ​ແລະ​ອີກ​ຈໍານວນນຶ່ງ​ໂດຍ​ທາງ​ລົດ​ບັນທຸກ.

ພວກ​ບໍລິສັດ​ສາທາລະ​ນູປະ​ໂພ​ກກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ພວກ​ປະຊາຊົນ​ຈໍານວນ 3 ລ້ານ​ຄົນ​ທີ່​ອາ​ໄສ​ຢູ່​ເລາະ​ຕາມ​ແຄມ​ຝັ່ງ​ທະ​ເລ​ທາງພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ຍັງ​ບໍ່​ມີ​ໄຟຟ້າ​ໃຊ້ 3 ມື້ ​ຫລັງ​ຈາກ​ລົມພາຍຸ​ໄອຣີນ​ໄດ້​ພັດ​ຜ່ານ​ພາກ​ພື້ນ​ທີ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ໜາ​ແໜ້ນ​ທີ່ສຸດ​ຂອງ ​ສະຫະລັດ​ນັ້ນ.

ມາ​ຮອດ​ປັດຈຸບັນ​ນີ້ ລົມພາຍຸ​ໄອຣີນ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ຢ່າງ​ໜ້ອຍ 43 ຄົນ​ໃນ​ແຜ່ນດິນ​ໃຫຍ່ສະຫະ​ລັດ ​ແລະ​ອີກ 5 ຄົນ​ໃນ​ເຂດ​ທະ​ເລ Caribbean.

ໃນ​ຂະນະ​ດຽວ​ກັນ​ນີ້ ສູນ​ກາງ​ລົມພາຍຸ​ເຮີຣີ​ເຄນ​ແຫ່ງ​ຊາດ​ສະຫະລັດ​ກ່າວ​ວ່າ ລົມພາຍຸ​ເຂດ​ຮ້ອນ Katia ​ໃນ​ເຂດ​ມະຫາ​ສະມຸດ​ອັດ​ລັງ​ຕິກຄາດ​ວ່າ​ຈະ​ເພີ່ມ​ຄວາມ​ແຮງ​ຂຶ້ນ​ເປັນ​ລົມພາຍຸ​ເຮີຣີ​ເຄນ​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງ​ມີ​ທາງ​ເປັນ​ໄປ​ໄດ້ວ່າ​ລົມ​ຫົວ​ນີ້​ ຈະ​ກາຍ​ເປັນ​ລົມພາຍຸ​ປະເພດ 3 ຕາມ​ເຄື່ອງວັດ​ແທກ​ຄວາມ​ແຮງ​ຂອງ​ລົມພາຍຸ ທີ່ມີທັງໝົດ 5 ລະດັບພາຍໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້. ພວກ​ພະຍາກອນ​ອາກາດ​ກ່າວ​ວ່າ ມັນ​ຍັງເປັນ​ການ​ໄວ​ໂພດທີ່​ຈະ​ບອກ​ໄດ້​ວ່າ ລົມພາຍຸ Katia ຈະ​ພັດຂຶ້ນຝັ່ງ ຫລື​ປະ​ທະ​ຢູ່​ເຂດ​ໃດນັ້ນ.

XS
SM
MD
LG