ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີ​ຣິ​ເຄນ ອຽນ ພັດຜ່ານລັດຟລໍຣິດາ ລຸນຫຼັງທີ່ພັດຂຶ້ນບົກ ດ້ວຍລົມຂະໜາດແຮງ


ລົມພັດຕົ້ນປາມຢ່າງຮຸນແຮງ ກ່ອນພາຍຸເຮີຣີເຄນອຽນ ພັດເຂົ້າທ່າເຮືອຊາລັອດທ໌, ລັດຟລໍຣິດາ, ວັນທີ 28 ກັນຍາ 2022.
ລົມພັດຕົ້ນປາມຢ່າງຮຸນແຮງ ກ່ອນພາຍຸເຮີຣີເຄນອຽນ ພັດເຂົ້າທ່າເຮືອຊາລັອດທ໌, ລັດຟລໍຣິດາ, ວັນທີ 28 ກັນຍາ 2022.

ມີປະຊາຊົນເກືອບ 2 ລ້ານຄົນ ບໍ່ມີໄຟຟ້າໃຊ້ ແລະທີມຊ່ວຍເຫຼືອກໍາລັງພາກັນກະກຽມເພື່ອດໍາເນີນຄວາມພະຍາຍາມຊ່ວຍກູ້ໄພໃນຕອນເຊົ້າຂອງວັນພະຫັດນີ້ ໃນຂະນະທີ່ພາຍຸເຮີຣີອຽນ ໄດ້ພັດຜ່ານລັດຟລໍຣິດາຂອງສະຫະລັດ.

ນັກພະຍາກອນອາກາດ ໄດ້ເຕືອນກ່ຽວກັບໄພອັນຕະລາຍຕໍ່ຊີວິດ, ເນື່ອງຈາກສະພາບນໍ້າຖ້ວມ ທີ່ເປັນປະຫວັດການ ຢູ່ທາງພາກກາງຂອງລັດຟລໍຣິດາ ເຊິ່ງພາຍຸທີ່ໄດ້ຄາດວ່າກໍ່ໂຕຂຶ້ນຢູ່ນອກຊາຍຝັ່ງທາງທິດຕາເວັນອອກສຽງເໜືອຂອງລັດຟລໍຣິດາ ແລ້ວພັດກັບເຂົ້າສູ່ມະຫາສະໝຸດແອັດແລນຕິກໃນຊ່ວງເວລາໃດນຶ່ງຂອງວັນພະຫັດມື້ນີ້ ກ່ອນທີ່ພາຍຸດັ່ງກ່າວຈະພັດຂຶ້ນບົກອີກເປັນຄັ້ງທີສອງເຂົ້າສູ່ບໍລິເວນທາງທິດຕາເວັນອອກສຽງໃຕ້ຂອງສະຫະລັດ.

ສູນກາງພາຍຸເຮີຣີເຄນຂອງສະຫະລັດ ເປີດເຜີຍວ່າ ພວກເຂົາເຈົ້າຄາດຄະ​ເນວ່າພາຍຸອາດຈະຫຼຸດຄວາມແຮງລົງໃນວັນພະຫັດມື້ນີ້, ແຕ່ຄວາມແຮງອາດຈະຍັງໃກ້ລະດັບຂອງພາຍຸເຮີຣີເຄນຢູ່. ນັກພະຍາກອນກ່າວວ່າ ທາງພາກກາງ ແລະທາງ​ພາກຕາເວັນອອກຂອງລັດຟລໍຣິດາ ອາດຈະມີປະລິມານນໍ້າຝົນສູງເຖິງ 30 ຫາ 50 ຊັງຕີແມັດ, ເຊິ່ງບາງພື້ນທີ່ອາດຈະມີລະດັບນໍ້າຝົນທີ່ສູງກວ່ານັ້ນ.

ພາຍຸດັ່ງກ່າວມີຄວາມແຮງຂອງລົມສູງສຸດປະມານ 150 ກິໂລແມັດຕໍ່ຊົ່ວໂມງໃນຕອນແລງຂອງວັນພຸດວານນີ້.

ມັນໄດ້ພັດຂຶ້ນຝັ່ງໃນວັນຕອນເຊົ້າວັນພຸດ ໃກ້ກັບເມືອງ ຄາໂຢ ໂຄສຕ້າ (Cayo Costa) ດ້ວຍລະດັບຄວາມແຮງຂອງລົມປະມານ 250 ກິໂລແມັດຕໍ່ຊົ່ວໂມງ, ພ້ອມດ້ວຍຄື້ນພາຍຸທີ່ຮຸນແຮງ ແລະຝົນທີ່ຕົກຢ່າງໜັກ ສົ່ງຜົນເຮັດໃຫ້ນໍ້າຖ້ວມຢູ່ບໍລິເວນຊາຍຝັ່ງ.

ເຈົ້າໜ້າທີ່ສຸກເສີນຂອງລັດຖະບານ ກ່າວວ່າ ບັນດາທີມຊ່ວຍເຫຼືອ ລວມທັງບັນ ດາຜູ້ປະຕິບັດງານຢູ່ເທິງພາກພື້ນດິນ, ທາງທະເລ ແລະທາງອາກາດເຫຼົ່ານັ້ນ ມີຄວາມພ້ອມໃນການເລີ້ມຕົ້ນປະຕິບັດງານ ໃນວັນພະຫັດທີ່ໄດ້ຮັບຜົນກະທົບນີ້.

ເຈົ້າໜ້າທີ່ໂຮງ​ການ​ເມືອງ ຢູ່​ທີ່ເມືອງ ໂຄລລິເອີ (Collier) ກ່າວວ່າ ພວກເຂົາ ເຈົ້າໄດ້ຊ່ວຍເຫຼືອຢ່າງໜ້ອຍ 30 ຄົນ ໃນການປະຕິບັດພາລະກິດກູ້ໄພໃນມື້ວັນພຸດວານນີ້, ແລະໄດ້ມີການເຕືອນປະຊາຊົນຢູ່ໃນທ້ອງຖິ່ນວ່າ ວັນພະຫັດນີ້ອາດຈະເປັນວັນ “ທີ່ມີຄວາມສິ້ນຫວັງ ແລະເສົ້າໃຈທີ່ສຸດ ສໍາລັບຫຼາຍໆຄົນ” ໃນລະ ຫວ່າງທີ່ປະຊາຊົນພາກັນປະເມີນເບິ່ງຄວາມເສຍຫາຍ ທີ່ເກີດຈາກພາຍຸ, ເຊິ່ງຫ້ອງການເມືອງ ກໍເປັນນຶ່ງໃນຫຼາຍໆສະຖາບັນ ທີ່ໄດ້ປະກາດພາວະສຸກເສີນ.

ປະທານາທິບໍດີ ໂຈ ໄບເດັນ ກ່າວໃນວັນພຸດວານນີ້ວ່າ “ພວກເຮົາຈະຢູ່ທີ່ນັ້ນເພື່ອຊ່ວຍພວກທ່ານທໍາຄວາມສະອາດ ແລະກໍ່ສ້າງຂຶ້ນມາໃໝ່, ເພື່ອເຮັດໃຫ້ລັດຟລໍຣິດາກ້າວໄປອີກຄັ້ງ, ແລະພວກເຮົາຈະຢູ່ທີ່ນັ້ນໃນທຸກໆບາດກ້າວຂອງເສັ້ນທາງເດີນ. ນີ້ແມ່ນຄວາມມຸ້ງໝັ້ນທີ່ແນ່ນອນຂອງຂ້າພະເຈົ້າ ຕໍ່ປະຊາຊົນຂອງລັດຟລໍຣິດາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG