ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍລັດປະກາດພາວະສຸກເສີນ ຍ້ອນເຮີຣິເຄນ Earl


ພວກນັກພະຍາກອນອາກາດ ຂອງສະຫະລັດກ່າວວ່າ ພາຍຸເຮີຣິເຄນ Earl ທີ່ອ່ອນກຳລັງລົງແລ້ວນັ້ນ ໄດ້ພັດ ຜ່ານ ເຂດແຄມຝັ່ງທະເລກໍ້ານອກ ຂອງລັດ North Carolina ດ້ວຍລົມແຮງ ຂະນະທີ່ມຸ່ງໜ້າຂຶ້ນສູ່ທິດເໜືອ ຕາມເຂດ ແຄມຝັ່ງທະເລ ທາງກໍ້າຕາເວັນອອກ ຂອງສະ ຫະລັດ.

ສູນກາງລົມພາຍຸເຮີຣິເຄນແຫ່ງຊາດ ຂອງສະຫະລັດ ກ່າວໃນຕອນເຊົ້າ ຂອງວັນສຸກມື້ນີ້ວ່າ ເຮີຣິເຄນ Earl ທີ່ຖືກຈັດ ເປັນລົມພາຍຸປະເພດ 2 ນັ້ນ ຍັງສືບຕໍ່ ຮັກ ສາຄວາມແຮງ 165 ກິໂລແມັດ ຕໍ່ຊົ່ວໂມງໄວ້ຢູ່ ຂະນະທີ່ພັດຜ່ານ ບໍລິເວນ ປະມານ 100 ຫຼັກກິໂລແມັດ ຫ່າງຈາກແຫຼມ Hatteras ຂອງລັດ North Carolina ໄປທາງກໍ້າ ຕາເວັນອອກ.

ໄດ້ມີການຍົກຍ້າຍປະຊາຊົນ ຫຼາຍສິບພັນຄົນ ອອກຈາກເກາະດອນຕ່າງໆ ທີ່ເປັນກັນຊົນ ໃນເຂດແຄມຝັ່ງທະເລ ກໍ້າຕາເວັນອອກ ຂອງລັດ North Carolina ແຕ່ມີປະຊາຊົນ ຈຳນວນນຶ່ງ ໄດ້ພາກັນປະຕິເສດ ບໍ່ຍອມຍ້າຍໜີ.

ໄດ້ມີການອອກຄຳເຕືອນ ກ່ຽວກັບລົມເຮີຣິເຄນ ແລະພາເຂດຮ້ອນ ຢູ່ຕາມບໍລິເວນ ແຄມຝັ່ງ ທະເລ ທາງກໍ້າຕາເວັນອອກ ຂອງສະຫະລັດ ຂຶ້ນໄປຈົນຮອດ ລັດເມນ. ຜູ້ປົກຄອງ ລັດ North Carolina, Virginia, Maryland ແລະລັດ Massachusetts ໄດ້ພາກັນ ປະກາດພາວະສຸກເສີນ ຢູ່ໃນລັດ ຂອງພວກທ່ານ.

XS
SM
MD
LG