ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົມພິດກໍາລັງຄຸກຄາມຢູໂຣບ


ຕົມພິດທີ່ໄຫຼອອກຈາກອ່າງເກັບທີ່ແຕກ ຊຶ່ງໄດ້ໄປເຖິງແມ່ນໍ້າ Danube ແລ້ວ
ຕົມພິດທີ່ໄຫຼອອກຈາກອ່າງເກັບທີ່ແຕກ ຊຶ່ງໄດ້ໄປເຖິງແມ່ນໍ້າ Danube ແລ້ວ

ເຈົ້າໜ້າທີ່ຮັງກາຣີກ່າວວ່າ ຕົມພິດທີ່ໄຫຼອອກຈາກອ່າງເກັບ
ທີ່ແຕກ ໄດ້ໄປເຖິງແມ່ນໍ້າ Danube ແລ້ວ ແລະພວມຂົ່ມ
ຂູ່ທີ່ກໍ່ໃຫ້ເກີດໄພພິບັດທາງດ້ານນິເວດ ໃນຂອບເຂດທີ່
ກວ້າງຂວາງ ຢູ່ເລາະລຽບແມ່ນໍ້າດັ່ງກ່າວ.

ຕົມພິດດັ່ງກ່າວອາດຈະສົ່ງຜົນກະທົບໄປຮອດໂຄຣເອເຊຍ
ເຊີເບຍ ໂຣມາເນຍ ບຸລກາ ເຣຍ ຢູເຄຣນ ແລະ ໂມລໂດ
ວາ ກ່ອນຈະໄຫຼຕົກໃສ່ທະເລດຳ.

ອ່າງເກັບຕົມພິດຂະໜາດໃຫຍ່ໄດ້ແຕກໃນມື້ວັນຈັນຜ່ານມານີ້
ທີ່ໂຮງງານໂລຫະ ແຫ່ງນຶ່ງຢູ່ເມືອງ Ajka ປະມານ 160
ຫຼັກກິໂລແມັດຫ່າງຈາກນະຄອນຫຼວງບູດາແປັສໄປທາງ ຕາເວັນຕົກສຽງໃຕ້.

ເຈົ້າໜ້າທີ່ກ່າວວ່າ ຕົມພິດຫຼາຍກວ່າ 1 ລ້ານແມັດກ້ອນ ໄດ້ໄຫຼຖ້ວມບ້ານ Kolontar ແລະເຂດອື່ນໆ ເຮັດໃຫ້ ມີຜູ້ເສຍຊີວິດ 4 ຄົນແລະໄດ້ຮັບບາດເຈັບອີກ 120 ຄົນ ສັດລ້ຽງຈຳນວນນຶ່ງຕາຍ ແລະ ຜົນລະປູກຂອງປະຊາຊົນຖືກທຳລາຍເສຍຫາຍ.

XS
SM
MD
LG