ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮັງ​ກາ​ຣີ ກ່າວ​ວ່າ ​ຄົນ​ເຂົ້າ​ເມືອງ ​ຜິດ​ກົດ​ໜາຍ ຂົ່ມ​ຂູ່ ​ຕໍ່ຄວາມສີ​ວິ​ໄລ ຂອງ​ຢູ​ໂຣບ


ພວກ​ຄົນ​ເຂົ້າ​ເມືອງ​ພາກັນ​ສ່ອງເບິ່ງຈາກລົດ​ໄຟ ຢູ່​ສະ​ຖາ​ນີ​ ທີ່​ເມືອງ Bicske ປະ​ເທດ​ຮັງ​ກາ​ຣີ ວັນ​ທີ 4 ກັນ​ຍາ 2015.
ພວກ​ຄົນ​ເຂົ້າ​ເມືອງ​ພາກັນ​ສ່ອງເບິ່ງຈາກລົດ​ໄຟ ຢູ່​ສະ​ຖາ​ນີ​ ທີ່​ເມືອງ Bicske ປະ​ເທດ​ຮັງ​ກາ​ຣີ ວັນ​ທີ 4 ກັນ​ຍາ 2015.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຮັງ​ກາ​ຣີ ບໍ່​ເຫັນ​ພ້ອມ​ກັບ​ການ​ປະ​ຕິ​ບັດ​ຕໍ່​ຊົນ​ເຜົ່າ​ຮັງ​ກາ​ຣີ ​ຢູ່ໃນ
​ຢູ​ເຄ​ຣນ ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ ​ໃນ​ຂະ​ນະ​ທີ່​ ທ່າ​ນກ່າວ​ປ້ອງ​ກັນ​ເປົ້າ​ໝາຍລັດ​ຖະ​
ບານ​ຂອງ​ທ່ານ ໃນການ​ຮັກ​ສາຄວາມ​ເປັນເອກ​ກະ​ລັກ ​ຂອງ​ຊົນ​ເຜົ່າ​ຮັງ​ກາ​ຣີ​ເອງ ໂດຍ
​ບໍ່​ຮັບ​ເອົາ​ພວກ​ຄົນ​ເຂົ້າ​ເມືອງ.

​ໃນ​ການນັ່ງ​ໂອ້​ລົມ​ກັບວີ​ໂອ​ເອ ພະ​ແນກ​ພາ​ສາ​ຣັດ​ເຊຍ ຢູ່ທີ່ນະ​ຄອນ​ນິວຢອກນັ້ນ ລັດ​
ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລ​ະ​ການ​ຄ້າຂອງ​ບູ​ດາ​ແປັສທ໌ ທ່ານ​ພີ​ເຕີ ຊິ​ຈາ​ຣ​ໂຕ ໄດ້​
ຕ້ອງ​ຕິ​ຢ່າງ​ແຮງ ​ໃນ​ການ​ປະ​ຕິ​ບັດ​ຕໍ່​ຊົນເຜົ່າ​ຮັງ​ກາ​ຣີປະ​ມານ 150,000 ຄົນ ທີ່​ຢູ່​ແຂວງ
ຊາຍ​ແດນແທ​ຣນ​ສ໌​ຄາ​ພາ​ເທຍ ຂອງປະ​ເທດຢູ​ເຄ​ຣນ ບ່ອນ​ທີ່​ບັນ​ດາ​ໂຮງ​ຮຽນ​ຫຼວງ​ ໄດ້
ຖືກ​ສັ່ງ​ໃຫ້ສອນ​ພາ​ສາ​ຢູ​ເຄ​ຣນໃນ​ທົ່ວ​ປະ​ເທດ.

ກົດ​ໝາຍ​ນຳ​ໃຊ້ພາ​ສາຢູ​ເຄ​ຣນ ສະ​ບັບ​ທີ່​ອອກ​ໃນ​ເດືອນ​ເມ​ສາ​ປີ 2019 ຊຶ່ງ​ເປັນ​ເຈົ້າ
​ການ​ໂດ​ຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ເປ​ໂຕ​ຣ ໂປ​ໂຣ​ເຊັນ​ໂກ ທີ່​ສັ່ງ​ໃຫ້​ປະ​ຊາ​ຊົນ​ທັງ​ໝົດ​ຕ້ອງ
​ຮຽນ​ຮູ້​ພາ​ສາ​ຢູ​ເຄ​ຣນ ແລະບັງ​ຄັບ​ໃຫ້​ ຂ້າ​ລັດຖະ​ການ​ ທະ​ຫານ ທ່ານ​ໝໍ ແລະ​ນາຍ​ຄູ
ຕ້ອງ​ໃຊ້​ພາ​ສາ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ໜ້​າທີ່​ທາງ​ການ.

ທັງປະ​ເທດ​ຮັງ​ກາ​ຣີ ແລະ​ຣັດ​ເຊຍ ໄດ້​ປະ​ນາມ​ກົດ​ໝາຍ​ນີ້ວ່າ​ ເປັນ​ເລື້ອງ​ແບ່ງ​ແຍກທາງ
​ການ​ເມືອງ ໂດຍ​ກ່າວ​ວ່າ​ ມັນ​ໄດ້ປະ​ຕິ​ເສດ​ບໍ່​ຮັບ​ຮູ້​ສິດ​ທິ​ພື້ນ​ຖານ​ຂອງບັນ​ດາຊົນກຸ່ມ​
ນ້ອຍທີ່​ຢູ່​ໃນ​ດິນ​ແດນ​ຢູ​ເຄ​ຣນ.

ຮັງ​ກາ​ຣີ ​ຊຶ່ງເປັນ​ສະ​ມາ​ຊິກ​ອົງ​ການ NATO ໄດ້​ຕອບ​ໂຕ້​ໂດຍບໍ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸ​ມ​
ຄະ​ນະ​ກຳ​ມາ​ການທີ່​ເປັນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືຄວາມ​ໝັ້ນ​ຄົງ​ປະ​ຈຳ​ຂົງ​ເຂດ​ຂອງ​ບັນ
​ດາ​ສະ​ຊິກ​ພັນ​ທະ​ມິດ ແລະ​ພວກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ.

ທ່ານ​ກ່າວ​ວ່າ “ຢູ່​ໃນ​ຢູ​ເຄ​ຣນ ບັນ​ດາກົດ​ໝາ​ຍ​ດັ່ງ​ກ່າວ​ນີ້ໄດ້​ຖືກ​ຮັບ​ຜ່ານ ຊຶ່ງເປັນ ການ
ລະ​ເມີດ​ຕໍ່​ສິດ​ທິ​ຂອງ​ຊາວ​ຮັງ​ກາ​ຮີ ແລະ​ນີ້​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ບໍ່​ສາ​ມາດຮັບ​ເອົາ​ໄດ້.
ເພາະ​ສະ​ນັ້ນ ພວກ​ເຮົາ​ໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ວ່າ ຈົນ​ກວ່າ​ວ່າ​ສະ​ພາບ​ການ​ຈະ​ມີ​ການ​
ປ່ຽນ​ແປງ ພວກ​ເຮົາ​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມາ​ທິ​ການຢູ​ເຄ​ຣນ​ຂອງ
ອົງ​ການ NATO.

ທ່ານ​ກ່າວ​ເພີ້ມ​ອີກວ່າ “ແຕ່​ວ່າ ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ ວ່າໃນ
​ທັນ​ໃດ​ຫຼັງ​ຈາກໄດ້​ມີ​ການມອບ​ສິດ​ທິ​ຄືນ​ໃຫ້ແກ່​ຊາວ​ຮັງ​ກາ​ຣີແລ້ວ ພວກ​ເຮົາ​ຈະ​ຍົກ​ເລີກ​
ການ​ຢັບ​ຢັ້ງນີ້.”


Hungary's foreign minister is objecting to the treatment of ethnic Hungarians in neighboring Ukraine, even as he defends his government's goal of preserving Hungary's own ethnic identity by shutting out migrants.

Hungary's foreign minister is objecting to the treatment of ethnic Hungarians in neighboring Ukraine, even as he defends his government's goal of preserving Hungary's own ethnic identity by shutting out migrants.


Sitting down with VOA's Russian service in New York, Budapest's top diplomat and trade minister, Péter Szijjártó, decried the treatment of an estimated 150,000 ethnic Hungarians living in Ukraine's Transcarpathia border province, where public schools recently came under a nationwide mandate to teach the Ukrainian language.

Ukraine's April 2019 language law, championed by former President Petro Poroshenko, obliges all citizens to know the language and mandates its use by civil servants, soldiers, doctors and teachers while performing their official duties.

Hungary, Russia object

Hungary and Russia have condemned the law as politically divisive, saying it denies basic rights to ethnic minorities on Ukrainian soil.

Hungary, a NATO member, has retaliated by blocking meetings of the NATO Ukraine Commission, a regional security consultation forum for alliance members and Ukrainian officials.

"In Ukraine, these laws were passed which violated the rights of Hungarians … and this is something that we cannot tolerate," he said. "That's why we made the decision that, until this situation changes, we [will] block the convention of the NATO Ukraine Commission.

"But," he added, "we've made it very clear that, immediately after rights are given back to the Hungarians, we [will] lift the veto."

XS
SM
MD
LG