ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບພະຍົບທາງເຮືອ ມຸສລິ​ມ ໂຣຮິງ​ຢາ 500 ຄົນ ເດີນທາງ ໄປຮອດ ອິນໂດເນເຊຍ

ເຮືອບັນທຸກພວກແມ່ຍິງ ແລະເດັກນ້ອຍ ຊາວ​ມຸສລິ​ມໂຣຮິງຢາ ຖືກພັດຂຶ້ນຝັ່ງ ເກາະ Sumatra ເຊິ່ງພວກເຂົາເຈົ້າ ຖືກນຳໄປ ຍັງສະຖານທີ່ພັກຊົ່ວຄາວ ໃນລົດຂົນສົ່ງ ຂອງທະຫານ ຢູ່ໃນ ເມືອງ Seunuddon ແຂວງ Aceh ຂອງອິນໂດເນເຊຍ, ວັນທີ 10 ພຶດສະພາ 2015.

ເຮືອຫຼາຍລຳ​ທີ່​ບັນທຸກ ສະມາຊິກເກືອບ 500 ຄົນຂອງຊາວ​ມຸສລິ​ມ
ໂຣຮິງ​ຢາ ຊົນ​ເຜົ່ານ້ອຍຂອງ​ມຽນມາ ທີ່​ໄດ້​ຖືກ​ປະ​ຫັດ​ປະຫານ ​ມາ
ເປັນ​ເວລາ​ອັນ​ຍາວ​ນານນັ້ນ ​ໄດ້​ໄປ​ຮອດ​ຝັ່ງ ​ກ້ຳ​ຕາ​ເວັນ​ຕົກ ຂອງ
​ອິນ​ໂດ​ເນ​ເຊຍ​ແລ້ວ.

​ບັນດາເຈົ້າໜ້າ​ທີ່ກູ້​ໄພ ກ່າວວ່າ ພວກ​ຜູ້​ຊາຍ ​ຜູ້ຍິງ ​ແລະເດັກນ້ອຍ
​ເຫຼົ່ານັ້ນ ​ເດີນທາງ​ໄປ​ເຖິງ ​ແຂວງ Aceh ​ເໜືອ​ຂອງ​ອິນ​ໂດ​ເນ​ເຊຍ
ຢ່າງ​ປອດ​ໄພ.

ຊາວ​ມຸສລິ​ມ​ໂຣ​ຮິງ​ຢາ ​ໄດ້ທົນ​ທຸກ ມາ​ເປັນ​ເວລາ ຫຼາຍທົດ​ສະວັດ​
ຢູ່​ພາຍ​ໃຕ້​ການຈຳແນກກີດ​ກັນຕໍ່​ເຂົາ​ເຈົ້າ ທີ່​ໄດ້​ຮັບ​ການ​ອະນຸ​ໂລມຈາກ ລັດຖະບານ​ມຽນມານັ້ນ.

ການ​ໂຈມ​ຕີຫຼາຍໆ​ບັ້ນຕໍ່​ຊາວ​ໂຣຮິງ​ຢາ ​ໂດຍຝຸງ​ຊົນ​ຊາວ​ພຸດ ​ໃນໄລຍະ ​3 ປີຜ່ານມາ​ ​ໄດ້​ກໍ່​ໃຫ້​
ເກີດການ​ຫລັ່ງ​ໄຫລໜີ​ ອອກ​ມາ​ຢ່າງ​ຫຼວງຫຼາຍ​ທີ່​ສຸດບັ້ນ​ນຶ່ງ ຂອງພວກ​ອົບ​ພະຍົບທາງ​ເຮືອ
ນັບຕັ້ງ​ແຕ່​ສົງຄາມ​ຫວຽດນາມ ​ເປັນຕົ້ນມາ.

XS
SM
MD
LG