ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກຜູ້ຄົນ ໂສກເສົ້າເສຍໃຈ ຕໍ່ການເປື່ອຍ ຂອງແມ່ນ້ຳນ້ຳກ້ອນ ໃນປະເທດ ສະວິດເຊີແລນ


ພວກຄົນຈຳນວນນຶ່ງພາກັນຍ່າງຂຶ້ນພູ ທີ່ໃນຄັ້ງນຶ່ງເຄີຍເປັນແມ່ນ້ຳນ້ຳກ້ອນ ຊື່ວ່າ ໂອກໂຈກູລ (Okjokull) ໃນປະເທດ ໄອຊ໌ແລນ, ວັນນທີ 18 ສິງຫາ 2019.
ພວກຄົນຈຳນວນນຶ່ງພາກັນຍ່າງຂຶ້ນພູ ທີ່ໃນຄັ້ງນຶ່ງເຄີຍເປັນແມ່ນ້ຳນ້ຳກ້ອນ ຊື່ວ່າ ໂອກໂຈກູລ (Okjokull) ໃນປະເທດ ໄອຊ໌ແລນ, ວັນນທີ 18 ສິງຫາ 2019.

ໃນວັນອາທິດວານນີ້ ບັນດາຜູ້ໂສກເສົ້າເສຍໃຈ ຫຼາຍຮ້ອຍຄົນ ໄດ້ໄປເຕົ້າໂຮມກັນ
ເພື່ອໄວ້ອາໄລ ແກ່ການສູນເສຍແຜ່ນແມ່ນ້ຳນ້ຳກ້ອນຂອງທະວີບຢູໂຣບ ອີກສ່ວນນຶ່ງ.

ດ້ວຍການແຕ່ງກາຍ ໃນຊຸດໄວ້ອາໄລ ພວກເຂົາເຈົ້າພາກັນຍ່າງຂຶ້ນພູ ກລາຣູສ ອາລປ໌ສ
(Glarus Alps) ຢູ່ກ້ຳຕາເວັນອອກຂອງປະເທດສະວິດເຊີແລນ ເປັນເວລາຫຼາຍຊົ່ວໂມງ
ເພື່ອຈະໄປຮອດແຫ່ງທີ່ຍັງຫຼົງເຫຼືອຂອງແມ່ນ້ຳນ້ຳກ້ອນປີໂຊລ (Pizol) ຢູ່ທີ່ຄວາມສູງ
2,600 ແມັດ ເໜືອລະດັບນ້ຳທະເລ.

ແມ່ນ້ຳນ້ຳກ້ອນດັ່ງກ່າວ ໄດ້ສູນເສຍເນື້ອທີ່ຫຼາຍກວ່າ 80 ເປີເຊັນ ຂອງຈຳນວນປະລິ
ມານໄປແລ້ວ ຕັ້ງແຕ່ ປີ 2006 ເປັນຕົ້ນມາ.

“ຂ້າພະເຈົ້າໄດ້ປີນຂຶ້ນໄປຢູ່ນະທີ່ນີ້ ຫຼາຍເທື່ອມາແລ້ວ” ທ່ານແມັດທີອັສ ຮູສ (Matthias
Huss) ນັກຊ່ຽວຊານດ້ານແມ່ນ້ຳນ້ຳກ້ອນ ຢູ່ທີ່ ມະຫາວິທະຍາໄລ ETH ແຫ່ງ ຊູຣິຈ
ໄດ້ກ່າວຕໍ່ພວກໄວ້ອາໄລດັ່ງກ່າວ. ທ່ານກ່າວຕໍ່ໄປວ່າ “ມັນເປັນຄືກັບການຕາຍຂອງ
ເພື່ອນທີ່ດີຄົນນຶ່ງ.”

ເມື່ອເດືອນແລ້ວນີ້ ປະມານ 100 ຄົນ ທີ່ປະກອບດ້ວຍ ນາຍົກລັດຖະມົນຕີຂອງ
ໄອສແລນ ທ່ານນາງ ເຄດຕຣີນ ຈາໂກສດອດຕີແອຣ (Katrin Jakobsdottir) ກໍໄດ້
ຈັດພິທີທີ່ຄ້າຍຄືກັນນີ້ ໃຫ້ແກ່ແມ່ນ້ຳນ້ຳກ້ອນ ຊື່ວ່າ ໂອກໂຈກູລ (Okjokull) ອາຍຸ 700
ປີ ຊຶ່ງເປັນ ແມ່ນ້ຳນ້ຳກ້ອນແຜ່ນທຳອິດ ທີ່ໄດ້ສູນເສຍໄປ ຍ້ອນການປ່ຽນແປງ ຂອງ
ດິນຟ້າອາກາດ.

ທ່ານຮູສ ໄດ້ກ່າວຕໍ່ພວກທີ່ມາເຕົ້າໂຮມກັນ ວ່າ “ພວກເຮົາບໍ່ສາມາດຊ່ອຍຮັກສາແຜ່ນ
ແມ່ນ້ຳນ້ຳກ້ອນ ປີໂຊລ ໄດ້ອີກຕໍ່ໄປແລ້ວ....ຕ້ອງໄດ້ເຮັດທຸກສິ່ງທຸກຢ່າງ ທີ່ພວກເຮົາ
ສາມາດ ເຮັດໄດ້ ເພື່ອທີ່ພວກສາມາດສະແດງໃຫ້ພວກລູກໆຂອງພວກເຮົາ ແລະ
ພວກຫຼານໆ ເຫັນວ່າ ແມ່ນ້ຳນ້ຳກ້ອນ ຢູ່ທີ່ແຫ່ງນີ້ໃນສະວິດເຊີແລນ ຈະຍັງຄົງຢູ່ອີກ
ຫຼາຍຮ້ອຍປີ ຈາກນີ້ໄປ.”

ການຮຽກຮ້ອງຂອງທ່ານ ໄດ້ມີຂຶ້ນ ພຽງສອງວັນ ຫຼັງຈາກຄົນຫຼາຍລ້ານໃນທົ່ວໂລກ ໄດ້
ພາກັນນັດຢຸດເຮັດວຽກ ເພື່ອຍົກໃຫ້ເຫັນການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ຮັບ
ແຮງດົນບັນດານໃຈ ຈາກນັກເຄື່ອນໄຫວໜຸ່ມນ້ອຍ ນາງ ເກຣຕາ ທຸນເບີີກ (Greta
Thunberg) ອາຍຸ 16 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG