ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫຼາຍ​ຮ້ອຍ​ຄົນ​ຖືກ​ຈັບ ໃນການ​ປາບ​ປາມ ພວກ​ປະ​ທວ້ງ​ຕໍ່​ຕ້ານ​ການ​ລະ​ດົມ​ພົນ​ ຢູ່​ໃນ​ຣັດ​ເຊຍ


​ແຟ້ມ - ເຈົ້າ​ໜ້າ​ທີ່​​ຣັດ​ເຊຍ ອ້ອມ​ແມ່​ຍິງ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ ຫຼັງ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ພັກ​ຝ່າຍ​ຄ້ານ ຮຽກ​ໃຫ້​ມ​ການ​ປະ​ທ້ວງ​ ເພື່ອ​ຕໍ່​ຕ້ານ​ການ​ເອີ້ນ​ທ​ະ​ຫານກອງ​ໜຸນ​ເຂົ້າ​ປະ​ຈຳ​ການ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ເມື່ອ​ວັນ​ທີ 24 ກັນ​ຍາ 2022.
​ແຟ້ມ - ເຈົ້າ​ໜ້າ​ທີ່​​ຣັດ​ເຊຍ ອ້ອມ​ແມ່​ຍິງ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ ຫຼັງ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ພັກ​ຝ່າຍ​ຄ້ານ ຮຽກ​ໃຫ້​ມ​ການ​ປະ​ທ້ວງ​ ເພື່ອ​ຕໍ່​ຕ້ານ​ການ​ເອີ້ນ​ທ​ະ​ຫານກອງ​ໜຸນ​ເຂົ້າ​ປະ​ຈຳ​ການ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ເມື່ອ​ວັນ​ທີ 24 ກັນ​ຍາ 2022.

ເກືອບ 800 ຄົນ​ຖືກ​ຈັບ​ຢູ່​ຣັດ​ເຊຍ ໃນ​ຂະ​ນະ​ທີ່ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ລະ​ດົມ​ພົນທາງ​ທະ​ຫານ​ເປັນ​ບາງ​ສ່ວນຍັງ​ດຳ​ເນີນ​ຕໍ່​ໄປຕາມ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ມາ​ຮອດ​ວັນ​ອາ​ທິດ​ວານນີ້ ມີ​ຜູ້​ຖືກ​ຈັບ​ແລ້ວ​ບໍ່​ຕ່ຳ​ກວ່າ 796 ຄົນ ຢູ່​ໃນ 33 ຫົວ​ເມືອງ ຊຶ່ງ​ເຄິ່ງ​ນຶ່ງ​ຂອງ​ຈຳ​ນວນ​ທີ່​ລາຍ​ງານ​ໄປ​ນັ້ນ ແມ່ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ ອີງ​ຕາມ​ອົງ​ການ​ຂ່າວສິດ​ທິ​ມະ​ນຸດ OVD-info ຂອງ​ຣັດ​ເຊຍ.

​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ດັ່ງ​ກ່າວ ເປັນ​ຜູ້​ຕິດ​ຕາມ​ການ​ຈັບ​ກຸມ​ຄຸມ​ຂອງ​ທາງ​ການ​ເມືອງ​ຢູ່​ໃນ​ປະ​ເທດ​ຣັດ​ເຊຍ ກ່າວ​ວ່າ ພວກ​ທີ່​ຖືກ​ຈັບ​ຈຳ​ນວນ​ນຶ່ງ ໃນ​ການ​ປາບ​ປາມ​ພວກ​ທີ່​ບໍ່​ເຫັນ​ພ້ອມ​ ໄດ້​ມີ​ຂຶ້ນ​ຫຼັງ​ຈາກມີ​ການ​ເອີ້ນ​ທະ​ຫານ​ເຂົ້າ​ປະ​ຈຳ​ການ​ໃນ​ອາ​ທິດນີ້ ແມ່ນ​ພວກ​ທີ່​ຍັງ​ໜຸ່ມ​ນ້ອຍ.

ການ​ປະ​ທ້ວງ​ໄດ້​ລະ​ເບີດ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດີ​ເມຍ ປູ​ຕິນ ໄດ້​ປະ​ກາດ​ການ​ລະ​ດົມ​ພົນ​ທາງ​ທະ​ຫານ​ເປັນ​ບາງ​ສ່ວນ ເມື່ອ​ວັນ​ທີ 21 ກັນ​ຍາ​ທີ່​ຜ່ານ​ມາ ຊຶ່ງ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ກອງ​ກຳ​ລັງ​ທະ​ຫານ​ຂອງ​ຣັດ​ເຊຍ ທີ່​ພວມ​ທຳ​ການ​ສູ້​ລົບ​ຢູ່​ໃນຢູ​ເຄ​ຣນ.

ແຟ້ມ - ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ຈັບ​ຊາຍ​ຄົນ​ນຶ່ງ ຫຼັງ​ຈາກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຮຽກ​ໃຫ້​ມີ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ປະ​ກາດ​ລະ​ດົມ​ພົນ​ຂອງ​ທ່ານ​ປູ​ຕິນ ເມື່ອ​ວັນ​ທີ 24 ກັນ​ຍາ 2022.
ແຟ້ມ - ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ຈັບ​ຊາຍ​ຄົນ​ນຶ່ງ ຫຼັງ​ຈາກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຮຽກ​ໃຫ້​ມີ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ປະ​ກາດ​ລະ​ດົມ​ພົນ​ຂອງ​ທ່ານ​ປູ​ຕິນ ເມື່ອ​ວັນ​ທີ 24 ກັນ​ຍາ 2022.

ຕຳ​ຫຼວດ​ຣັດ​ເຊຍ​ໄດ້​ລະ​ດົມ​ກຳ​ລັງ ​ຢູ່​ຕາມ​ຫົວ​ເມືອງ​ຕ່າງໆ​ ບ່ອນ​ທີ່​ໄດ້​ມີ​ການ​ປະ​ທ້ວງທີ່​ຈັດ​ຂຶ້ນ​ໂດຍ​ກຸ່ມ​ເວ​ສ​ນາ (Vesna) ຂອງ​ພັກ​ຝ່າຍ​ຄ້ານ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ນັກ​ການ​ເມືອງ​ຝ່າຍ​ຄ້ານ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ.

ຮູບ​ພາບ​ຕ່າງໆ​ຂອງ​ສື່ມວນຍ​ຊົນ​ຣັດ​ເຊຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຕຳ​ຫຼວດ​ໃຊ້​ກຳ​ລັງ​ຕໍ່​ພວກ​ເດີນ​ຂະ​ບວນ ແລະ​ຜູ້​ທີ່​ເຫັນ​ເຫດ​ການ​ກ່າວ​ວ່າ ຈຳ​ນວນ​ຜູ້​ປະ​ທ້ວງ​ໄດ້​ຫລຸດ​ລົງ ນັບ​ແຕ່​ໄດ້​ມີ​ການ​ໂຮມ​ຊຸມ​ນຸມ​ເທື່ອ​ທຳ​ອິດ​ເປັນ​ຕົ້ນ​ມາ. ພວກ​ຊາຍ​ໜຸ່ມ​ຫຼາຍ​ໆ​ຄົນ​ໄດ້​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຊຶ່ງ​ມີ​ລາຍ​ງານ​ວ່າ ໄດ້​ຖືກ​ສັ່ງ​ໃຫ້​ໄປ​ຈົດ​ທະ​ບຽນ​ເພື່ອ​ເຂົ້າ​ເປັນ​ທະ​ຫານ.

ການ​ຮຽກ​ໃຫ້​ໄປ​ສະ​ເໜີ​ຕົວ​ ໄດ້​ມີ​ຂຶນ​ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ພວມ​ປະ​ສົບ​ການ​ສູນ​ເສຍ​ທີ່​ສຳ​ຄັນ​ໃນ​ເຂດ​ຢຶດ​ຄອງ​ທາ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ຍ້ອນ​ການ​ເປີດ​ສາກ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ຂອງກອງ​ທັບ​ຢູ​ເຄ​ຣນ.

​ທ່ານປູ​ຕິນ​ໄດ້​ດຳ​ເນີນ​ການ​ເພີ້ມ​ຕື່ມ​ຫຼັງ​ຈາກ​ໄດ້​ມີ​ການ​ສັ່ງ​ລະ​ດົມ​ພົນ​ໃນ​ວັນ​ທີ 24 ກັນ​ຍາ ໂດຍ​ໃສ່​ໂທດ​ໜັກ​ຂຶ້ນ​ຕໍ່​ທະ​ຫານ​ຣັດ​ເຊຍ​ທີ່​ໄດ້​ເຕັມ​ໃຈ​ຈະ​ຍອມ​ຈຳ​ນົນ​ແບບ​ງ່າຍໆ​ຕໍ່​ກຳ​ລັງ​ຂອງ​ຢູ​ເຄ​ຣນ ຫຼື​ປະ​ຕິ​ເສດ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງໃຫ້​ໄປ​ສະ​ເໜີ​ຕົວ.

ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ກ່າວ​ວ່າ ຈະ​ມີ​ການ​ເອີ້ນ​ທະ​ຫານກອງ​ໜຸນ​ຫຼາຍ​ເຖິງ 3 ແສນ​ຄົນ​ເຂົ້າ​ປະ​ຈຳ​ການ ແລະ​ມີ​ພຽງ​ແຕ່​ພວກ​ທີ່​ມີ​ປະ​ສົບ​ພະ​ການ​ໃນ​ການ​ສູ້​ລົບ​ແລະ​ການ​ຮັບ​ໃຊ້​ຊາດ​ມາ​ກ່ອນ​ເທົ່າ​ນັ້ນ ຈະ​ຖືກສົ່ງ​ໄປ​ສູ້​ລົບ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG