ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ປະຈຳປີ ກະຊວງ ຕ່າງປະເທດ ສຫລ ວ່າດ້ວຍ ການຄ້າມະນຸດ ຢູ່ ສປປ ລາວ ພາກ 3


ລາຍງານການຄ້າມະນຸດ ປະຈຳປີ 2018 ຕອນ 3.
ລາຍງານການຄ້າມະນຸດ ປະຈຳປີ 2018 ຕອນ 3.

ເມື່ອວັນທີ 28 ທິຖຸນາຜ່ານມານີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ອອກລາຍ ງານປະຈຳປີ 2018 ວ່າດ້ວຍການຄ້າມະນຸດ ຢູ່ທົ່ວໂລກ ກິ່ງສະຫວັນ ຈະນຳເອົາພາກ
ສ່ວນທີ່ກ່ຽວຂ້ອງກັບ ສປປ ລາວ ຕອນທີ 3 ຊຶ່ງເປັນຕອນສຸດທ້າຍ ມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ລາຍງານປະຈຳປີ 2018 ຂອງກະຊວງການຕ່າງປະເທດສະຫະລັດ ໄດ້ຈັດ ສປປ ລາວ ເຂົ້າໄວ້ໃນກຸ່ມທີ 3 ຫລື Tiers 3 ຂອງຈໍານວນທັງໝົດ 3 ກຸ່ມ ຊຶ່ງໝາຍເຖິງສະພາບການ ທີ່ຮ້າຍແຮງຂຶ້ນອີກຂັ້ນນຶ່ງ ເມື່ອທຽບໃສ່ປີທີ່ຜ່ານມາທີ່ລາວຖືກຈັດໃນກຸ່ມທີ 2 ທີ່ຍັງຢູ່ໃນ
ບັນຊີຈະຕ້ອງຖືກຕິດຕາມສິ້ງຊອມເບິ່ງຢູ່. ດັ່ງທີ່ໄດ້ລາຍງານມາເປັນເວລາຫ້າປີທີ່ຜ່ານ
ມາ ປະເທດລາວເປັນແຫລ່ງ ໃນສ່ວນໃດ ສ່ວນຶ່ງ ລາວກໍເປັນທາງຜ່ານ ແລະຈຸດໝາຍ
ປາຍທາງຂອງການຄ້າແມ່ຍິງ, ເດັກນ້ອຍ ແລະຜູ້ຊາຍ ເພື່ອບໍລິການທາງເພດ ແລະ
ອອກແຮງງານ ແບບຖືກບັງຄັບ. ບັນດາຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດລາວ ໂດຍສະເພາະຈາກເຂດພາກໃຕ້ຂອງປະເທດ ສ່ວນໃຫຍ່ມັກຈະເປັນຜູ້ຍົກຍ້າຍຖິ່ນຖານ ເພື່ອໄປຊອກຫາໂອກາດໃນການຫາເງິນຕ່າງໆ ຢູ່ຕ່າງປະເທດທີ່ໃນເວລາຕໍ່ມາໄດ້ປະ
ເຊີນກັບການຂຸດຮີດທາງດ້ານເພດ ແລະການອອກແຮງງານຢູ່ປະເທດ ທີ່ເປັນຈຸດໝາຍ
ປາຍທາງ ເຊິ່ງສ່ວນໃຫຍ່ແມ່ນປະເທດໄທ ແລະຫວຽດນາມ, ມາເລເຊຍ, ຈີນ, ໄຕ້ຫວັນ ແລະຍີ່ປຸ່ນ. ຈຳນວນນຶ່ງໄດ້ຍົກຍ້າຍຈາກຖິ່ນຖານຂອງຕົນດ້ວຍການຊ່ວຍເຫຼືອຂອງນາຍ
ໜ້າທີ່ເກັບຄ່າທຳນຽມໃນຂະນະທີ່ຈຳນວນນຶ່ງກໍຍົກຍ້າຍໄປຢ່າງອິດສະຫຼະການຂ້າມ
ຊາຍແດນທີ່ເປັນທາງການຂອງປະເທດລາວ 23 ແຫ່ງ ໂດຍໃຊ້ເອກະສານເດີນທາງທີ່
ຖືກຕ້ອງ. ພວກນັກຄ້າມະນຸດພາກັນສວຍໂອກາດຈາກການຍົກຍ້າຍຖິ່ນຖານດັ່ງກ່າວ ແລະການເຄື່ອນຍ້າຍຂອງພົນລະເມືອງລາວຜ່ານຊາຍແດນທີ່ບໍ່ແມ່ນທາງການ ແລະບໍ່
ມີການຕິດຕາມກວດການການຂ້າມຂາຍແດນຢ່າງເປັນປົກກະຕິ ຂອງປະເທດ 50ແຫ່ງ
ແບບສະໝໍ່າສະເໝີ ເພື່ອໃຫ້ຄວາມສະດວກໃນການຄ້າມະນຸດທີ່ເປັນຄົນລາວຢູ່ໃນບັນ
ດາປະເທດເພື່ອນບ້ານ. ພວກຄ້າມະນຸດຢູ່ໃນບັນດາເຂດຊົນນະບົດ ມັກລໍ້ເອົາຜູ້ທີ່ລື້ງ
ເຄີຍກັນ ແລະຍາດພີ່ນ້ອງຂອງຕົນດ້ວການໃຫ້ສັນຍາທີ່ບໍ່ເປັນຈິງວ່າຈະມີໂອກາດໄດ້
ເຮັດວຽກງານທີ່ຖືກ ຕ້ອງຕາມກົດໝາຍຢູ່ບັນດາປະເທດເພື່ອນບ້ານ ຊຶ່ງເຮັດໃຫ້ພວກ
ເຂົາຖືກຫລອກໄປຂາຍບໍລິການທາງເພດ ຫລືຂາຍແຮງງານ. ບັນດາຜູ້ໄດ້ຮັບເຄາະ
ຮ້າຍຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນພວກແມ່ຍິງ ແລະ ເດັກຍິງ ໄດ້ຖືກຂູດຮີດ
ຢູ່ໃນອຸດສາຫະກຳການຄ້າທາງເພດຢູ່ໃນປະເທດໄທ ແລະຖືກບັງຄັບອອກແຮງງານ
ເຮັດວຽກບໍລິການຢູ່ໃນເຮືອນຄົນ, ຢູ່ໃນໂຮງງານຕ່າງໆ ຫຼືໃນຂະແໜງກະສິກຳ. ພວກ
ຜູ້ຊາຍ ແລະເດັກຊາຍຕົກເປັນຜູ້ໄດ້ຮັບເຄາະຮ້າຍໃນການຖືກບັງຄັບອອກແຮງງານ
ຢູ່ໃນອຸດສາຫະກຳການປະມົງ, ການກໍ່ສ້າງ ແລະຂະແໜງກະສິກໍາຕ່າງໆຂອງໄທ. ຜູ້
ໄດ້ຮັບເຄາະຮ້າຍລາວທີ່ຖືກບັງຄັບອອກແຮງ ງານຢູ່ໃນອຸດສະຫະກຳປະມົງຂອງໄທ
ໄດ້ພົບເຫັນຢູ່ເຂດນ່ານນໍ້າປະເທດອິນໂດເນເຊຍ.

ລາຍງານອົງການທີ່ບໍ່ຂຶ້ນກັບດຖະບານຫຼື NGO ລານງານວ່າ ບຸກຄົນທີ່ສະເໜີບໍລິການ
ຂົນສົ່ງ ຢູ່ໃກ້ກັບຊາຍແດນໄທ ຊ່ວຍອໍານວຍໃຫ້ມີການຈັດວຽກງານໃຫ້ແກ່ ພວກຄົນ
ເຂົ້າເມືອງຍ້ອນເຫດຜົນທາງເສດຖະກິດ ໃຫ້ຕົກເຂົ້າໄປຢູ່ໃນການບັງຄັບໃຊ້ ແຮງງານ
ຫລື ການຄ້າປະເວນີຢູ່ໃນປະເທດໄທ. ພວກຄ້າມະນຸດຕ່າງປະເທດ ເພີ້ມການຮ່ວມມື
ກັບນາຍໜ້າຄົນລາວຢູ່ໃນທ້ອງຖິ່ນ ນັບມື້ ນັບຫລາຍຂຶ້ນ ເພື່ອໃຫ້ຊ່ວຍໃນການ ຄ້າມະ
ນຸດ. ບັນດາຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດຫຼາຍໆຄົນ ອາດຮວມຢູ່ໃນຄົນເຂົ້າ
ເມືອງ ຫຼາຍພັນຄົນຂອງທີ່ຖືກເນລະເທດ ຫຼື “ໄລ່ກັບ” ຈາກປະເທດໄທ ໃນແຕ່ລະປີ ໂດຍປາດສະຈາກການເຕືອນຢ່າງເປັນທາງການ ຊຶ່ງມັກຈະເປັນການ ກັບຄືນປະເທດ
ໂດຍທາງເຮືອຂ້າມແມ່ນໍ້າຂອງ. ມີລາຍງານວ່າ ການປ່ຽນແປງ ຢູ່ໃນ ນະໂຍບາຍຄົນ
ເຂົ້າເມືອງຂອງໄທຫວ່າງມໍ່ໆມານີ້ ໄດ້ຜັກດັນໃຫ້ຫຼາຍໆຄົນທີ່ຮວມຢູ່ໃນ ພວກອອກ
ແຮງງານລາວ 100,000 ຄົນ ທີ່ເປັນຄົນເຂົ້າເມືອງ ຢູ່ໃນປະເທດໄທ ຂ້າມກັບຄືນໄປ
ຢູ່ເຂດຫ່າງໄກສອກຫລີກຊຶ່ງເປັນເຂດພູຜາຂອງປະເທດທີ່ມີບ່ອນຜ່ານ ຫລືມີບ່ອນ
ຂ້າມຊາຍແດນທີ່ບໍ່ມີການຄວບຄຸມຢູ່ແຄມຊາຍແດນຂອງປະເທດກັບປະເທດເພື່ອນ
ບ້ານ. ພວກຂັບລົດບາງຄັ້ງກໍພົບພວກຄົນເຂົ້າເມືອງເຫຼົ່ານີ້ ເວລາເຂົາເຈົ້າກັບຄືນມາ
ປະເທດລາວ ແລະຊ່ວຍອໍານວຍຄວາມສະດວກໃນການນຳພວກເຂົາເຈົ້າ ກັບໄປຖືກ
ຂາຍອີກ. ພວກແມ່ຍິງ ແລະເດັກນ້ອຍຍິງຈາກລາວ ຈຳນວນນຶ່ງກໍຫຼອກໄປຂາຍໂດຍ
ຕົວະວ່າຈະໄປແຕ່ງງານຢູ່ໃນປະເທດຈີນ ແລະກັບຕົກໄປຖືກບັງຄັບໃຫ້ຂາຍບໍລິການ
ທາງເພດ ຫຼື ບັງຄັບໃຊ້ອອກແຮງງານເປັນຂ້າທາດຢູ່ເຮືອນຄົນ. ມີລາຍງານວ່າພວກ
ເຈົ້າໜ້າທີ່ ໃນທ້ອງຖິ່ນຈຳນວນນຶ່ງ ໄດ້ອໍານວຍໃຫ້ມີສະພາບການຄ້າມະນຸດໄດ້ງ່າຍ
ໂດຍໄດ້ ຮັບສິນບົນເພື່ອຊ່ວຍອໍານວຍຄວາມສະດວກໃຫ້ເອົາພວກແມ່ຍິງເຂົ້າໄປ
ປະເທດຈີນ ໄດ້ງ່າຍຂຶ້ນ.

ປະເທດລາວໄດ້ຖືກລາຍງານວ່າ ເປັນປະເທດທາງຜ່ານແກ່ພວກແມ່ຍິງ ແລະເດັກ
ນ້ອຍ ຍິງຫວຽດນາມ ແລະຈີນຈຳນວນນຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າປະເວນີ
ແລະ ບັງຄັບອອກແຮງງານ ຢູ່ໃນບັນດາປະເທດເພື່ອນບ້ານ ໂດຍສະເພາະແມ່ນ
ປະເທດໄທ. ພວກແມ່ຍິງ ແລະເດັກນ້ອຍແມ່ຍິງຈີນ ຍັງຖືກນໍາໄປຄ້າທາງເພດຢູ່ພາຍ
ໃນລາວ. ພວກຜູ້ຊາຍ ແລະແມ່ຍິງຫວຽດນາມຈຳນວນນຶ່ງທີ່ເຮັດວຽກຢູ່ໃນ ຫຼືໃກ້
(ມັກຜິດກົດ ໝາຍ) ກັບເຂດຕັດໄມ້ ແລະກໍ່ສ້າງຕາມຊາຍແດນລາວ ແລະຫວຽດ
ນາມອາດເປັນ ຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ. ພວກຄົນມຽນມາ ແມ່ນ
ອອກແຮງງານເປັນ ກໍາມະກອນ ຫຼື ພົວພັນກັບການຄ້າປະເວນີຢູ່ໃກ້ກັບພາກສ່ວນ
ຂອງລາວຢູ່ໃນເຂດ “ສາມຫຼ່ຽມຄຳ” ຊຶ່ງເປັນເຂດພູມີພາກທີ່ເປັນບ່ອນຄົບກັນຂອງ
ຊາຍແດນ ທີ່ຂັ້ນ ລະຫວ່າງລາວ, ມຽນມາ ແລະ ໄທ. ຈຳນວນປະມານ 20,000
ຄົນທີ່ເປັນຄົນຍົກຍ້າຍຖິ່ນຖານທີ່ລົງທະບຽນເຮັດວຽກຢູ່ໃນ ເຂດເສດຖະກິດພິເສດ
ຫຼືເຂດເສດຖະກິດສະເພາະຂອງລາວ ພ້ອມທັງ ພວກອອກແຮງ ງານທີ່ບໍ່ມີເອກກະ
ສານ ຈຳນວນຫລວງຫລາຍ ຢູ່ໃນເຂດເສດຖະກິດເຫຼົ່ານີ້ ຖືກລາຍງານ ວ່າຕົກເປັນ
ເຫຍື່ອຂອງການຄ້າມະນຸດ ຫຼືການຖືກເອົາປຽບທາງດ້ານອອກແຮງງານ ແບບອື່ນ
ໄດ້ງ່າຍ. ເຈົ້າຂອງບໍລິສັດຈີນ ແລະຫວຽດນາມໃນຈຳນວນນັບມື້ ນັບຫລາຍຂຶ້ນ ທີ່
ຖືກລາຍງານວ່າ ຊ່ວຍພວກອອກແຮງງານທີ່ບໍ່ລົງທະບຽນມາຈາກເຂົ້າເມືອງຜິດກົດ
ໝາຍຈາກປະເທດພວກເຂົາເຈົ້າ ເຂົ້າມາລາວ ຮວມທັງການອາດໄດ້ຮັບການຊ່ວຍ
ເຫຼືອຈາກພວກເຈົ້າໜ້າກວດຄົນເຂົ້າເມືອງລາວ ທີ່ສໍ້ລາດບັງຫຼວງ ແລະບັງຄັບໃຫ້
ເຮັດໃຫ້ພວກເຂົາເຈົ້າຖືກບັງຄັບເຮັດວຽກຢູ່ໃນການຂຸດບໍ່ແຮ່, ເຂື່ອນໄຟຟ້າຕ່າງໆ
ແລະໃນນິຄົມກະສິກຳ ຕ່າງໆ. ພວກຜູ້ໃຫຍ່ລາວຈຳນວນນຶ່ງແມ່ນພາກັນຖືກບັງຄັບ
ໃຫ້ອອກແຮງງານຢູ່ໃນຂະແໜງເຫຼົ່ານີ້ຢູ່ພາຍໃນປະເທດ; ພວກເດັກນ້ອຍ ໂດຍສະ
ເພາະແລ້ວແມ່ນມັກຈະພາກັນຖືກຄອບຄົວຂອງພວກເຂົາເຈົ້າເອງ ບັງຄັບໃຫ້ອອກ
ແຮງງານຢູ່ ຂະແໜງກະສິກຳ. ບັນດາປະຊາຄົມລາວກຸ່ມອື່ນໆ ອາດຕົກເປັນເຫຍື່ອ
ຂອງການຖືກ ບັງຄັບໃຫ້ອອກແຮງງານຢູ່ໃນໂຄງການກໍ່ສ້າງທາງລົດໄຟທີ່ສຳຄັນ
ເຊື່ອມຕໍ່ຈີນກັບ ລາວ ທີ່ກໍາລັງດໍາເນີນໄປຢູ່ ພ້ອມກັບພວກອອກແຮງງານຊາວຈີນ
ໃນຈຳນວນ ຫຼວງຫຼາຍທີ່ນຳເຂົ້າມາໃນລາວເພື່ອສ້າງໂຄງການຕ່າງໆເຫລົ່ານັ້ນ.
ແມ່ຍິງ ແລະ ເດັກນ້ອຍຫວຽດນາມ, ຈີນ ແລະລາວ ຈຳນວນນຶ່ງ ພາກັນຕົກເປັນ
ເຫຍື່ອ ຂອງການຄ້າ ທາງເພດຢູ່ໃນບັນດາຕົວເມືອງໃຫຍ່ໆ ແລະຢູ່ໃກ້ກັບເຂດຊາຍ
ແດນລະຫວ່າງລາວ ກັບປະເທດເພື່ອນບ້ານ, ໃນກາຊີໂນ ແລະ ຢູ່ໃນເຂດເສດຖະ
ກິດສະເພາະຕ່າງໆ ໂດຍສະເພາະແມ່ນ ເຂດທີ່ມີການລົງທຶນຢ່າງຫລວງຫລາຍ
ຂອງກັບຄົນຈີນ ຊຶ່ງມີລາຍ ງານວ່າ ເພື່ອຕອບສະໜອງຄວາມຕ້ອງການຂອງພວກ
ນັທ່ອງທ່ຽວຊາວເອເຊຍ ແລະ ຄວາມຕ້ອງການແຮງງານທີ່ເປັນຄົນເຂົ້າເມືອງ. ອົງ
ການ NGO ຄາດຄະເນວ່າ ມີຄົນທີ່ເປັນໂສເພນີຢູ່ໃນສະຖານທີ່ການຄ້າຕ່າງໆໃນ
ລາວ 13,000 ຄົນ ແລະມີຄົນຈໍາ ນວນຫຼາຍເຖິງສາມເທົ່າຂອງໂຕເລກດັ່ງກ່າວທີ່
ໃຫ້ການບໍລິການທາງເພດແບບອິດສະ ຫຼະ ຢູ່ທົ່ວປະເທດ. ບັນດາອົງການສາກົນ
ໄດ້ໃຫ້ຂໍ້ສັງເກດວ່າການບໍ່ມີການດຳເນີນການ ຈົດທະບຽນການເກີດຢ່າງພຽງພໍ ຫຼືຢ່າງເປັນທາງການ ໄດ້ເຮັດໃຫ້ 30 ເປີເຊັນ ຂອງປະຊາຊົນລາວ ບໍ່ມີເອກກະສານ
ທີ່ເປັນບັດປະຈໍາຕົວ ເຮັດໃຫ້ ພວກເຂົາເຈົ້າ ຕົກເປັນເຫຍື່ອຂອງການຂູດຮີດຢ່າງ
ຫລວງຫລາຍ. ບັນດາປະຊາຄົມທີ່ພາກັນ ໄປຕັ້ງຖິ່ນຖານໃໝ່ຍ້ອນການກໍ່ສ້າງເຂື່ອນ ແລະໂຄງການກໍ່ສ້າງພື້ນຖານໂຄງລ່າງ ໃຫຍ່ຕ່າງໆ ອາດຈະຕົກເປັນເຫຍື່ອຂອງ
ການຄ້າມະນຸດໄດ້ງ່າຍເປັນພິເສດ. ມີລາຍງານ ທີ່ເນັ້ນໃຫ້ເຫັນເຖິງພວກນັກທ່ອງ
ທ່ຽວເພື່ອສະແຫວງຫາການຮ່ວມເພດກັບເດັກນ້ອຍ ຈາກອັງກິດ, ອອສເຕຣເລຍ ແລະສະຫະລັດທີ່ໄດ້ເດີນທາງເຂົ້າໄປລາວ ເພື່ອຈຸດປະສົງ ຂອງການທຳການຂູດ
ຮີດເດັກນ້ອຍທີ່ເປັນຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ດ້ວຍການທໍາການຄ້າ
ປະເວນີເດັກ.

XS
SM
MD
LG