ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ປະຈຳປີ ຂອງ ອົງການສິ້ງຊອມ ສິດທິມະນຸດ HRW


Human Rights Watch Calls On Leaders To Fight Back Against ‘Authoritarian Populists’
please wait

No media source currently available

0:00 0:02:28 0:00

ອົງການສິ້ງຊອມສິດທິ​ມະນຸດ ​ໄດ້ເຜີຍ​ແຜ່​ລາຍ​ງານ​ປະຈຳ​ປີ 2018 ຂອງ​ຕົນ ທີ່​ເວົ້າເຖິງ
ສະພາບການດ້ານ​ສິດທິ​ມະນຸດ ​ໃນ​ຫຼາຍກວ່າ 90 ປະ​ເທດ. ອົງ​ການ​ດັ່ງກ່າວ ເວົ້າ​ວ່າ
ເຫດການ​ຕ່າງໆ ​ໃນ​ຮອບ 12 ເດືອນ ຜ່ານ​ມາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ຜູ້ນຳທັງ
ຫຼາຍ ​ຄວນ​ຈະ​ປະສົງທີ່ຈະແກ້ໄຂບັນຫາ ​ອັນ​ທີ່​ເອີ້ນ​ວ່າ “​ອຳນາດຜູກຂາດ ​ທີ່​ນິຍົມກັນ
ທົ່ວໄປ​ນັ້ນ.”
​ແຮນຣີ ຣິຈ​ແວ​ລ ມີລາຍງານ ຈາກນະຄອນຫຼວງ​ລອນດອນ ຊຶ່ງ​ວັນນະສອນ​
ຈະນຳ​ລາຍ​ອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລາຍ​ງານ​ດັ່ງກ່າວ​ ອ້າງ​ວ່າ ສິດທິ​ມະນຸດ​ໃນສະຫະລັດ ​ໄດ້​ຖືກ​ໂຈມຕີ ນັບ​ຕັ້ງ​ແຕ່
ການ​ເລືອກ​ຕັ້ງ​ປະທານາທິບໍດີດໍ​ໂນ​ລ ທຣຳເປັນຕົ້ນມາ.

ທ່ານ​ເດ​ວິດ ​ເມ​ຟາ​ມ (David Mepham) ຈາກ​ອົງການສິ້ງຊອມສິດທິ​ມະນຸດ​ ກ່າວ​ວ່າ
“ການ​ໂຈມ​ຕີ ລະບົບ​ຕຸລາການ ການ​ໂຈມ​ຕີ​ພວກ​ສື່​ຂ່າວ ການ​ເກືອດ​ຫ້າມຕໍ່ຕ້ານ
ພວກ
​ມຸສລິ​ມ, ການ​ໃສ່​ຮ້າຍ​ແລະໄພຂົ່ມຂູ່ຕໍ່ພວກຊົນ​ຊາດກຸ່ມ​ນ້ອຍ​ຕ່າງໆ.”

​ໃນສັບປະ​ດາ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນລ ທຣຳ ໄດ້​ເປັນ​ເຈົ້າພາບ ​ມອບ​
ລາງວັນ​ໃຫ້​ພວກ​ນັກ​ຂ່າວ ທີ່ທ່ານເອີ້ນວ່າ​ເຮັດ​ຂ່າວ​ປອມ ທີ່ເນັ້ນ​ເຖິງ ​ສິ່ງ​ທີ່​ທ່ານ​ອ້າງ​ວ່າ
ສື່ສານມວນ​ຊົນ ​ໃນ​ສະຫະລັດ ​ເຂົ້າ​ຂ້າ​ງອອກ​ຂາ ຕໍ່ຕ້ານ​ເພິ່ນ. ຄຳ​ຕອບ​ຂອງ​ເພິ່ນ
ສຳລັບ​ພວກ​ທີ່​ຕຳ​ໜິຕິຕຽນ​ເພິ່ນ​ ​ກໍຄື​ວ່າ ເພິ່ນ​ໄດ້​ຖືກ​ເລືອກ​ຕັ້ງ​ມາ​ແບບ​ປະຊາທິປະ​ໄຕ.

ທ່ານ ເອັ​ມມານູແອລ ມາ​ຄຣົງ (Emmanuel Macron) ປະທານາທິບໍດີຝຣັ່ງ ຕ້ອນຮັບຄະນະອະຄັນຕຸກະ ໃນພະລາດຊະວັງອີລີເຊ່ ທີ່ປາຣີ, 12 ມັງກອນ 2018.
ທ່ານ ເອັ​ມມານູແອລ ມາ​ຄຣົງ (Emmanuel Macron) ປະທານາທິບໍດີຝຣັ່ງ ຕ້ອນຮັບຄະນະອະຄັນຕຸກະ ໃນພະລາດຊະວັງອີລີເຊ່ ທີ່ປາຣີ, 12 ມັງກອນ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນລ ທຣຳ ກ່າວ​ວ່າ “ບໍ່ ບໍ່​ແມ່ນ ຂ້າພ​ະ​ເຈົ້າ​ບໍ່ເປັນ
​ຄົນ​ຈຳ​ແນ​ກສີ​ຜີ​ວ. ຂ້າພະ​ເຈົ້າ​ແມ່ນ​ຜູ້​ທີ່ຢຽດຫຍາມ​ສີ​ຜິວ​ໜ້ອຍ​ທີ່​ສຸດ ທີ່​ທ່ານ​ເຄີຍ​ໄດ້​
ສຳພາດ​ມາ ນັ້ນ ຄື​ສິ່ງ​ທີ່​ຂ້າພ​ະ​ເຈົ້າ​ສາມາດບອກ​ພວກ​ທ່ານ​ໄດ້.”

ອົງການ​ສິ້ງຊອມ​ສິດທິ​ມະນຸດ ກ່າວ​ວ່າ ກະ​ແສຟອງ​ທີ່​ນິຍົມກັນຫຼາຍ ​ທີ່​ໄດ້​ນຳອອກ
ເຜີຍແຜ່​ໄຊຊະນະ​ຂອງ​ທ່ານ​ທຣຳ ​ແລະ​ການ​ລົງ​ຄະ​ແນນ​ສຽງ​ຂອງອັງກິດ ອອກ​ຈາກ​
ສະຫະພາບ​ຢູ​ໂຣບ ທີ່​ສິ້ນ​ສຸດ​ລົງ​ໃນປະເທດ​ຝຣັ່ງ ພ້ອມດ້ວຍ​ໄຊຊະນະ​ ຂອງ​ທ່ານ
ເອັ​ມມານູແອລ ມາ​ຄຣົງ ທີ່​ຊະນະ​ໃນ​ການ​ເລືອກ​ຕັ້ງເປັນປະທານາທິບໍດີ.

ທ່ານ​ ​ເມ​ຟາ​ມ ກ່າວ​ຕື່ມ​ວ່າ “​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ບົດ​ຮຽນ​ທີ່​ພວກ​ເຮົາ ໄດ້ຖອດຖອນ
ມາ​ຈາກສິ່ງ​ຕ່າງໆ​ນັ້ນ ຄວາມ​ຈິງ​ກໍ​ຄື​ວ່າ ປະຊາທິປະ​ໄຕ ​ພັກການເມືອງຕ່າງໆ ທີ່ເຊື່ອ
ໃນເລື່ອງ​ສິດທິ​ມະນຸດ ​ແລະ​ພື້ນຖານ​ຂອງ​ເສ​ລິ​ພາບ ຄວນ​ຈະ​ເປັນທີ່ແຈ້ງຂາວໄປ​
ຫຼາຍ​ກວ່າ​ນັ້ນ ​ແລະ​ຄວນ​ເປັນ​ການ​ຄ້ຳປະກັນ​ຂອງ​ ​ຄຸນ​ຄ່າຂອງ​ມັນ.”

ອົງການ​ສິ້ງຊອມ​ສິດທິ​ມະນຸດ ​ໄດ້​ຍົກຍ້ອງ​ສະຫະພາບ​ຢູ​ໂຣບ ທີ່​ເນັ້ນຢໍ້າ​ຄຳ​ສັບ ທີ່​ວ່າ ລັດຖະບານທີ່ໃຊ້ອຳນາດຜູກຂາດ​ ​ໃນ​ຮັງ​ກາຣີ ​ແລະ​ໂປ​ແລນ. ​ແຕ່​ວ່າ ​ຕຳ​ໜິຕິຕຽນ
ກຸ່ມທີ່​ກີດ​ກັນໂດຍການຕອບໂຕ້ ໂດຍການທັບມ້າງສື່ມວນຊົນ ​ແລະ​ການ​ເມືອງ
ຝ່າຍຄ້ານໃນ​ເທີ​ກີ.

ທ່ານ​ ​ເມ​ຟາ​ມ ກ່າວ​ຕື່ມ​ວ່າ “ສະ​ນັ້ນ ມັນຈຶ່ງ​ແມ່ນ​ເກືອບ​ວ່າ ​ເປັນ ແບບ Faustian
ຊຶ່ງວ່າ ໃຫ້ຈັດເອົາ​ພວກ​ອົບ​ພະຍົບອອກ​ໄປ ​ແລ້ວ​ພວກ​ເຮົາ​ກໍ​ຈະ​ອັດ​ປາກອັດ​ສຽງແລະບໍ່ເອົາຫົວຊາກັບພວກຕຳ​ໜິຕ້ອງຕິພວກເຮົາກ່ຽວ​ກັບເລື່ອງ​ສິດທິ​ມະນຸດ​.”

ມຽນມາ​ແມ່ນ​ໄດ້​ຖືກ​ຕຳ​ໜິຕິຕຽນ​ຢ່າງ​ແຮງ ​ໃນ​ລາຍ​ງານ​ສະບັບ​ນີ້. ມີຊາວ​ໂຣຮິງ​ຢາ
ມຸສລິ​ມ ​ປະມານ 700 ພັນຄົນ ​ໄດ້​ໜີຄວາມ​ຮຸນ​ແຮງ ຂອງ​ລັດຖະບານ​ທີ່​ໄດ້​ທຳ​ການ
​ປະ​ຫັດ​ປະຫານ​ພວກ​ເຂົາ​ເຈົ້າ ​ໄປ​ຍັງ​ບັງ​ກລາ​ແດັຊ.

ທ່ານ​ ​ເມ​ຟາ​ມ ກ່າວ​ຕື່ມ​ວ່າ “​ນຶ່ງໃນ​ຫຼາຍສິ່ງ ທີ່​ພວກ​ເຮົາ ​ໄດ້​ຮຽກຮ້ອງ​ໃນ​ລາຍ​ງານ​ນັ້ນ
ກໍ​ແມ່ນຄວາມ​ກົດ​ດັນ ​ໃຫ້​ເຈົ້າໜ້າທີ່ ມຽນມານຳ​ໃຊ້. ​ ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ການ​ຮຽກຮ້ອງ
​ທີ່​ແຈ່ມ​ແຈ້ງ ຈາກ​ທາງ​ລັດຖະບານ ​ໃນ​ທົ່ວ​ໂລກ ໃຫ້ລົງໂທດ​ຜູ້ນຳທະຫານຂອງ​ມຽນມາ”

ອົງການ​ສິ້ງຊອມ​ສິດທິ​ມະນຸດ ກ່າວ​ວ່າ ການ​ປາບປາມ ​ສິດທິ​ມະນຸດ​ຂັ້ນພື້ນຖານ​ໃນ
ຣັດ​ເຊຍ ​ແມ່ນ​ຂີ້ຮ້າຍທີ່​ສຸດ ນັບ​ຕັ້ງ​ແຕ່​ເສັດ​ສິ້ນ​ສົງຄາມ​ເຢັນ​ເປັນ​ຕົ້ນ​ມາ.

ປະທານາທິບໍດີ ອັບ​ດູລ ຟາ​ຕາ ​ແອ​ລ-ຊິດ​ຊີ ​ແຫ່ງ​ອີ​ຈິບ ​ໄດ້​ຕົກ​ຢູ່ໃນ​ການຕຳ​ນິຕິ​ຕຽນ
​ຢ່າງແຮງ ສຳ​ຫຼັບ ການ​ກົດ​ຂີ່​ກຸ່ມ​ສັງຄົມ​ພົນລະ​ເຮືອນ ​ແລະ​ການ​ຄຸມ​ຂັງ​ແລະ​ການ​
ປະຫານຊີວິດ.

ປະທານາທິບໍດີ​ໄນ​ເຈີ​ເຣຍ ທ່ານ ມູຮາມ​ມູດາ ບູຮາຣີ ​ໄດ້ໃຫ້ຄຳ​ໝັ້ນ​ສັນຍາ ວ່າ​ຈະ​ປັບປຸງ
​ສິດທິ​ຂັ້ນ​ພື້ນຖານຕ່າງໆ, ​ແຕ່ວ່າ ລາຍ​ງານນີ້​ກັບ​ເວົ້າ​ວ່າ ​ບໍ່​ທັນ​ໄດ້ເຫັນອັນໃດດີຂຶ້ນມາເລີຍ​.

ອົງການ​ສິ້ງຊອມ​ສິດທິ​ມະນຸດ ​ແມ່ນ​ໄດ້​ຄືບ​ໜ້າ​ໃນ​ການ​ດຳ​ເນີນ​ການ ຕໍ່ສູ້ທາງ​ດ້ານ​ຄວາມ​
ເທົ່າ​ທຽມ​ທາງເພດ ດ້ວຍ​ການ​ເດີນ​ຂະ​ບວນປະ​ທ້ວງຂອງ​ພວກ​ແມ່ຍິງ​ໃນ​ເດືອນ​ມັງກອນ
ປີ 2017 ​ຢູ່ໃນ​ສະຫະລັດ ທີ່​ນຳ​ໄປ​ສູ່​ການ​ປະ​ທ້ວງ​ຢູ່ໃນ​ທົ່ວ​ໂລກນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG