ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ຊ່ຽວ​ຊານ ດ້ານ​ສິ​ດ​ທິ​ມະ​ນຸດ ສ​ປ​ຊ ກ່າວ​ວ່າ ພວກ​ທະ​ຫານ​ມຽນ​ມາ ນຳ​ໃຊ້​ອາ​ວຸດ ຈາກ​ຣັດ​ເຊຍ ແລະ​ຈີນ ປາ​ບ​ປາມ ພົນ​ລະ​ເຮືອນ


ແຟ້ມ - ສະ​ມາ​ຊິກ​ຂອງ​ກຸ່ມ​ກຳ​ລັງ​ປ້ອງ​ກັນ​ປະ​ຊາ​ຊົນ ຫຼື PDF ທີ່​ໄດ້​ພາ​ກັນ​ຈັບ​ອາ​ວຸດ ລຸກ​ຂຶ້ນ​ຕໍ່​ຕ້ານ​ ທະ​ຫານ​ມຽນ​ມາ ທີ່​ປະ​ຈຳ​ການ​ ຢູ່​ໃນ​ເຂດ​ແນວ​ໜ້າ ທີ່​ເມືອງກໍ​ກາ​ຣິກ (Kawkareik) ​ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 31 ທັນ​ວາ 2021.
ແຟ້ມ - ສະ​ມາ​ຊິກ​ຂອງ​ກຸ່ມ​ກຳ​ລັງ​ປ້ອງ​ກັນ​ປະ​ຊາ​ຊົນ ຫຼື PDF ທີ່​ໄດ້​ພາ​ກັນ​ຈັບ​ອາ​ວຸດ ລຸກ​ຂຶ້ນ​ຕໍ່​ຕ້ານ​ ທະ​ຫານ​ມຽນ​ມາ ທີ່​ປະ​ຈຳ​ການ​ ຢູ່​ໃນ​ເຂດ​ແນວ​ໜ້າ ທີ່​ເມືອງກໍ​ກາ​ຣິກ (Kawkareik) ​ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 31 ທັນ​ວາ 2021.

​ນັກ​ຊ່ຽວ​ຊານ​ທີ່​ເປັນ​ອິດ​ສະ​ຫຼະ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ຣັດ​ເຊຍ​ແລະ​ຈີນໄດ້​ສະ​ໜອງ​ອາ​ວຸດ​ຍຸດ​ທະ​ພັນ​ໃຫ້​ແກ່​ພວກ​ທະ​ຫານ​ມຽນ​ມາ ທີ່​ໃຊ້ສຳ​ລັບ​ປາບ​ປາມ​ພົນ​ລະ​ເຮືອນ.

ທ່ານ​ທອມ ແອນດ​ຣູ (Tom Andrews) ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ກ່ຽວ​ກັບ​ການລະ​ເມີດ​ສິດ​ທິ​ມະ​ນຸດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ ​ໃນ​ມຽນ​ມາ ໄດ້​ອອກ​ລາຍງານ​ຢ່າງ​ລະ​ອຽດ​ໃນ​ວັນ​ອັງ​ຄານ​ວານນີ້ກ່ຽວກັບ​ອາ​ວຸດ​ຊະ​ນິດ​ຕ່າງໆ​ທີ່​ປະ​ເທດທັງ​ສອງ​ໄດ້​ຂາຍ​ໃຫ້​ແກ່​ພວກ​ທະ​ຫານ​ມຽນ​ມາ ​ແຕ່​ປີ 2018 ເປັນ​ຕົ້ນ​ມາ ຮວມທັງ​ເຮືອ​ບິນ​ລົບ​ອາຍ​ພົ່ນ ລົດ​ຫຸ້ມ​ເກາະ ລະ​ບົບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະ​ລະບົບ​ອາ​ວຸດ​ເຄື່ອນ​ທີ່. ລາຍ​ງານ​ກ່າວ​ວ່າ ນີ້​ແມ່ນມີ​ຂຶ້ນ “ໂດຍເປັນ​ທີ່​ຮູ້​ກັນ​ຢ່າງ​ຄັກ​ແນ່​ວ່າ ອາ​ວຸດ​ເຫຼົ່າ​ນີ້​ມີ​ທ່າ​ທາງວ່າ ຈະ​ຖືກ​ນຳ​ໃຊ້​ໃນ​ການ​ໂຈມ​ຕີ​ພົນ​ລະ​ເຮືອນ.”

ລາຍ​ງານ​ຍັງໄດ້​ລະ​ບຸ​ຢ່າງ​ຈະ​ແຈ້ງ​ວ່າ ເຊີ​ເບຍ​ໄດ້​ອະ​ນຸ​ມັດ​ການ​ໂອນ​ລູກ​ຈະ​ຫຼວດ ແລະ​ປືນ​ໃຫຍ່​ໃຫ້​ແກ່ກອງ​ທັບ​ຂອງ​ມຽນ​ມາ.

ໃນ​ເວ​ລານີ້ ຍັງ​ບໍ່​ມີ​ການ​ໃຫ້​ຄວາມ​ເຫັນ​ໃດໆ​ຈາກ​ຈີນ ມຽນ​ມາ ຣັດ​ເຊຍ ແລະ​ເຊີ​ເບຍ​ ໃນ​ທັນ​ທີ​ເທື່ອ.

ຈີນ​ແລະ​ຣັດ​ເຊຍ ແມ່ນ​ສະ​ມາ​ຊິກ​ຖາ​ວອນ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ນອກນັ້ນ ລາຍ​ງານ​ຂອງ​ທ່ານ​ແອນດ​ຣູ ຍັງ​ໄດ້​ລະ​ບຸ​ຊື່ ​ຂອງ​ອີກ​ຫຼາຍໆ​ປະ​ເທດ ຮວມ​ທັງເບ​ລາ​ຣຸ​ສ ຢູ​ເຄ​ຣນ ປາ​ກິ​ສ​ຖານ ເກົາ​ຫຼີ​ໃຕ້ ແລະ​ອິ​ສ​ຣາ​ແອ​ລ ທີ່​ໄດ້​ສະໜອງ​ອາ​ວຸດ ໃຫ້​ແກ່​ພວກ​ທະ​ຫານ​ມຽນ​ມາ ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ ເຖິງ​ແມ່ນໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ທີ່​ມຽນ​ມາ​ໄດ້​ທຳ​ການ​ປາບ​ປາມ​ພວກ​ຊົນ​ກຸ່ມ​ນ້ອຍ​ມຸ​ສ​ລິມໂຣ​ຮິງ​ຢາ ຢູ່​ໃນ​ລັດ​ຣາ​ໄຄ​ນ໌ ທາງ​ພາກ​ຕາ​ເວັນຕົກ​ຂອງ​ປະ​ເທດ​ດັ່ງ​ກ່າວ. ການປາບ​ປາມ​ນີ້ ໄດ້​ຂັບ​ໄລ່​ຊາວ​ໂຣ​ຮິງ​ຢາ ​ຫຼາຍກວ່າ 700,000 ຄົນ​ຕ້ອງ​ໄດ້​ຂ້າມ​ຊາຍ​ແດນ ເຂົ້າ​ໄປ​ໃນ​ບັງ​ກ​ລາ​ແດັ​ສ.

ກອງ​ທັບ​ມຽນ​ມາ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ເມື່ອ​ວັນ​ທີ 1 ກຸມ​ພາ​ປີ 2021 ໂດຍ​ໄດ້​ຄຸມ​ຂັງ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ຜູ້​ນຳ​ທີ່​ແທ້​ຈິງ​ຂອງ​ລັດ​ຖະ​ບານ​ພົນ​ລະ​ເຮືອນ ແລະເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ອື່ນໆ ໂດຍ​ກ່າວ​ອ້າງວ່າ ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ໃນ​ການປ່ອນ​ບັດ ​ໃນ​ເດືອນ​ພະ​ຈິກ. ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ​ ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ຂອງ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ໄດ້​ຊະ​ນະ ​ດ້ວຍ​ຄະ​ແນນ​ສຽງ​ອັນ​ຖ້ວມ​ລົ້ນ ຕໍ່​ພັກ​ ເອກ​ກະ​ພາບ​ກຳ​ມະ​ບານ ​ແລະ​ການ​ພັດ​ທະ​ນາ ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ ຈາກ​ພວກ​ທະ​ຫານ.

ຈີນ ໃນ​ໄລ​ຍະ​ຜ່ານ​ມາ ກ່າວ​ເຖິງ​ການ​ເຮັດ​ລັດ​ຖະ​ປະ​ຫານ​ວ່າ “ການ​ຊັບ​ຊ້ອນ​ຄະ​ນະ​ລັດ​ຖະ​ບານ” ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ເອີ້ນ​ວ່າ “ເປັນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ປະເທດ​ດັ່ງ​ກ່າວ.” ປະ​ເທດ​ທັງ​ສອງ​ໄດ້​ໃຊ້​ອິດ​ທິ​ພົນ​ຂອງ​ຕົນ ຢູ່​ໃນ​ສະ​ພາ​ຄວາມ​ໝັ້ນຄົງ ເພື່ອ​ເຮັດ​ໃຫ້​ການ​ຕອບ​ໂຕ້​ຂອງ​ສະ​ຫະ​ປະ​ຊາ​ຊາດຕໍ່​ການ​ເຮັດ​ລັດ​ຖະ​ປະ​ຫານ ອ່ອນ​ເບົາ​ລົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG