ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງ ໃນວັນສິດທິມະນຸດສາກົນ ຖືກຈັບ ຢູ່ຄິວບາ


ໜ່ວຍຮັກສາຄວາມປອດໄພຄິວບາ ຈັບສະມາຊິກ "ສະຕີໃນຊຸດ ຂາວ" ທີ່ຄັດຄ້ານລັດຖະບານ ລະຫວ່າງການປະທ້ວງ ໃນວັນສິດທິມະນຸດ ຢູ່ໃນນະຄອນຮາວານາ ປະເທດຄິວບາ.
ໜ່ວຍຮັກສາຄວາມປອດໄພຄິວບາ ຈັບສະມາຊິກ "ສະຕີໃນຊຸດ ຂາວ" ທີ່ຄັດຄ້ານລັດຖະບານ ລະຫວ່າງການປະທ້ວງ ໃນວັນສິດທິມະນຸດ ຢູ່ໃນນະຄອນຮາວານາ ປະເທດຄິວບາ.

ພວກ​ຄັດຄ້ານ​ລັດຖະບານ​ຄິວ​ບາ​ຫລາຍ​ຄົນ ​ໄດ້​ຖືກ​ຈັບ​ໃນນະ
ຄອນ​ຮາວ​ານາໃນ​ວັນ​ພະຫັດ​ວານ​ນີ້ ​ທີ່​ເຂົ້າ​ໄດ້​ຮ່ວມ​ການປະ​
ທ້ວງ ເນື່ອງ​ໃນວັນ​ສິດທິ​ມະນຸດ​ສາກົນ. ມີພຽງບໍ່​ເທົ່າ​ໃດ​ຄົນທີ່
ສາມ​າດ​ໄປ​ເຖິງ​ບ່ອນທີ່ໄດ້​ມີ​ການວາງ​ແຜນ​ໄວ້​ເພື່ອ​ທຳ​ການ​ ​
ປະ​ທ້ວງ​ໂດຍບໍ່​ໄດ້​ຮັບອະນຸຍາດ​. ພວກ​ເຂົາ​ເຈົ້າ ພາກັນຮ້ອງ
​ໂຮ​ຂຶ້ນວ່າ “​ເສ​ລີ​ພາບ” ​ແລະ “ສິດທິ​ມະນຸດ​ໝັ້ນຍືນ” ​ແລະ​ເຂົາ​
ເ​ຈົ້າ​ກໍໄດ້​ລົບ​ກວນ​ການ​ສັນ​ຈອນໄປມາໜ້ອຍ​ໜຶ່ງ ກ່ອນ​ທີ່​ຖືກ
​ເຈົ້າ​ໜ້າ​ທີ່​ຈັບ​ໂຕໄປ.

ສ່ວນຢູ່ແຫ່ງ​ອື່ນໆ​ໃນ​ວັນ​ພະຫັດ​ວານ​ນີ້ ຊາວ​ຟິລິບ​ປິນຫລາຍ
​ກວ່າ 1000 ຄົນ ​ໄດ້ໂຮມ​ຊຸມນຸມ​ກັນ​ຢູ່​ນະຄອນ​ຫຼວງມາ​ນິລາ
ຖື​ປ້າຍຊື່ບັນດາ​ວິລະ​ຊົນສິດທິ​ມະນຸດ ທີ່​ໄດ້​ຫາຍ​ສາບ​ສູນ​ໄປຖືກ​ຕິດ​ຄຸກ ຫລື​ເສຍ​ຊີວິດ.
ນາງ Christina Palaby ພ້ອມດ້ວຍ​ກຸ່ມປົກ​ປ້ອງສິດທິ​ມະນຸດ Karapatan ກ່າວ​ວ່າ ລັດ
ຖະບານ​ຂອງ ທ່ານ Benigno Aquino ​ບໍ່​ໄດ້​ແກ້​ໄຂ​ບັນຫາ​ສິດທິມະນຸ​ດ​ແຕ່​ຢ່າງ​ໃດ​ເລີຍ​.

ນາງ “Palaby ກ່າວ​ວ່າ ບໍ່​ມີ​ແມ່ນ​ແຕ່ເຈົ້າ​ໜ້າ​ທີ່​ຂັ້ນສູງຜູ້​ໜຶ່ງ ຫລື​ຜູ້​ໃດ​ຜູ້​ໜຶ່ງ​ຈາກກອງທັບ
ຟິລິບ​ປິນ​ ໄດ້ຖືກຕັດສິນ​ລົງ​ໂທດ. ນັ້ນ​ແມ່ນ​ບົ່ງ​ບອກ​ໃຫ້​ເຫັນເຖິງການ​ຕັດສິນໃຈ​ທາງການ
​ເມືອງ​ຂອງ​ລັດຖະບານ.

​ແລະ ກະສັດ​ຈໍ​ແດນ Abdullah ທີ​ 2 ​ໄດ້​ເຕືອນວ່າ ສິດທິ​ມະນຸດ​ ຂອງຊາວ​ປາ​ແລ​ສ​ໄຕ​ນ໌
ຕ້ອງ​ຢູ່​ໃນ​ພາກສ່ວນຍຸດທະສາດ ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍຂອງ​ໂລກ.

ຜູ້ສະໜັບສະໜູນຄົນໜຶ່ງຂອງ ກູຸ່ມທີ່ບໍ່ເຫັນດີ "ສະຕີນຸ່ງເຄຶ່ອງຂາວ" ໃນວັນສິດທິມະນຸດ ທີ່ນະຄອນຮາວານາ ຄິວບາ
ຜູ້ສະໜັບສະໜູນຄົນໜຶ່ງຂອງ ກູຸ່ມທີ່ບໍ່ເຫັນດີ "ສະຕີນຸ່ງເຄຶ່ອງຂາວ" ໃນວັນສິດທິມະນຸດ ທີ່ນະຄອນຮາວານາ ຄິວບາ

ເຈົ້າ​ໜ້າ​ທີ່​ສູງ​ສຸດ ດ້ານສິດທິ​ມະນຸດ ຂອງສະຫະ​ປະຊາ​ຊາດ ​ໄດ້​ເຕືອນ​ວ່າ “ຍັງ​ມີ​ການ​ທ້າ​ທາຍຫລາຍຢ່າງ​ຢູ່” ​ເພື່ອ​ຄໍ້າປະກັນສິດເສລີພາບ ຄວາມຍຸຕິ​ທຳ ​ແລະ​ສັນຕິພາບ​ຢູ່​ໃນ​ທົ່ວ​ໂລກ.

ຂ້າ​ຫລວງ​ ໃຫຍ່ດ້ານສິດທິ​ມະນຸດ ສະຫະ​ປະຊາ​ຊາດ ທ່ານ Zeid Ra’ad Al Hussein ກ່າວ​ວ່າ ຄຳ​ປະ​ກາດ​ວ່າ​ດ້ວຍສິດທິ​ມະນຸ​ດ ​ແລະ​ຂໍ້​ຕົກລົງ​ທີ່​ຕິດ​ຕາ​ມ ມາ “ໄດ້​ມີບົດບາດ​ສຳຄັນ ​ໃນ​ການ​ຄ້ຳປະກັນ​ໃຫ້​ມີ​ການ​ເຄົາລົບ​ແລະ​ຮັບ​ຮູ້​ເລື້ອງ ສິດທິ​ມະນຸດທີ່​ດີ​ຂື້ນ ​ໃນ​ລະຍະຫ້າ​ທົດ​ສະ​ວັດ​ທີ່ວຸ້ນວາຍ​ຜ່ານ​ມານີ້.

Human Rights Day
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG