ການຮຽນພາສາທີສອງທີ່ບໍ່ແມ່ນພາສາແມ່ ມັນເຮັດໃຫ້ເຮົາມີຄວາມກັງວົນ ແລະບໍ່ໝັ້ນໃຈ, ໂດຍສະເພາະ ໃນເວລາທີ່ທ່ານຕ້ອງການລົມກັບໃຜຜູ້ນຶ່ງ ແຕ່ຢ້ານວ່າມັນຈະບໍ່ຖືກ ແລະຢ້ານຄົນຜູ້ນັ້ນຈະເບິ່ງໂຕເອງໄປໃນທາງບໍ່ດີ, ເຊິ່ງນັ້ນ ແມ່ນຄວາມຄິດດ້ານລົບທີ່ບໍ່ດີຕໍ່ໂຕເອງ. ມື້ນີ້ ພວກເຮົາມີລາຍງານກ່ຽວກັບປະສົບການການສອນພາສາອັງກິດຈາກຄູສອນພາສາ ທີ່ກໍາລັງສອນພາສາອັງກິດຢູ່ໃນນະຄອນ ໂຢໂກຮາມາ.
ບາງຄົນ, ເວລາຮຽນພາສາອັງກິດໃໝ່ ອາດຈະເຮັດໃຫ້ຕົນເອງບໍ່ໝັ້ນໃຈ ອາດຢ້ານທີ່ຈະເວົ້າ ຫຼື ສົນທະນາກັບຄົນອື່ນ, ໂດຍສະເພາະ ກັບເຈົ້າຂອງພາສາເອງ ຍ້ອນຢ້ານວ່າ ໂຕເອງຈະເວົ້າບໍ່ຖືກ ແລະຈະຮູ້ສຶກຂາຍໜ້າ. ແຕ່ທຸກຄົນຮູ້ບໍວ່າ ການຮຽນພາສາໃດກໍຕາມເປັນພາສາທີສອງແລ້ວ ມັນບໍ່ຍາກ, ສໍາຄັນທີ່ສຸດແມ່ນ ເວລາທີ່ພວກທ່ານຮຽນກັບຜູ້ທີ່ເປັນພາສາດັ່ງກ່າວໂດຍກໍາເນີດ.
ຄູ ທະວີໄຊ ຫຼື ບີລລີ, ອາຍຸ 27 ປີ, ເຄີຍສຶກສາວິຊາກ່ຽວກັບການກວດກາຫຼັກຖານສໍາລັບການສືບສວນສອບສວນຄະດີ ຫຼື ຮູ້ໃນອີກຊື່ນຶ່ງວ່າ Forensic, ເປັນຊາວອາເມຣິກັນເຊື້ອສາຍລາວລຸ້ນທີສອງ ຈາກພາກເໜືອຂອງລັດຄາລິຟໍເນຍ, ປັດຈຸບັນ ລາວເປັນອາຈານສອນໄດ້ປີປາຍແລ້ວຢູ່ທີ່ໂຮງຮຽນມັດທະຍົມຕົ້ນໃນຕົວເມືອງໂຢໂກຮາມາຂອງປະເທດ ຍີ່ປຸ່ນ, ເຊິ່ງຈຸປະສົງຂອງການສອນ ແມ່ນເພື່ອໃຫ້ນັກຮຽນຊາວຍີ່ປຸ່ນໄດ້ເຂົ້າໃຈພາສາອັງກິດຫຼາຍຂຶ້ນ ພ້ອມທັງເຂົ້າໃຈສັງຄົມ ແລະວັດທະນະທໍາການເປັນຢູ່ຂອງຊາວອາເມຣິກັນຢ່າງເລິກເຊິ່ງ ໂດຍຜ່ານການຮຽນພາສາອາເມຣິກັນ.
“ຂະນ້ອຍບໍ່ຕ້ອງການແຕ່ຈະເປັນຄູສອນສໍາລັບພວກເຂົາເທົ່ານັ້ນ, ຂະນ້ອຍຕ້ອງການທີ່ຈະເປັນໝູ່ ທີ່ພວກເຂົາສາມາດຝຶກທັກສະພາສາອັງກິດນໍາໄດ້, ດັ່ງນັ້ນ ຂະນ້ອຍຈຶ່ງເຮັດໃຫ້ພວກເຂົາມ່ວນຊື່ນກັບການຮຽນເກມຄໍາສັບ, ຂະນ້ອຍມ່ວນຊື່ນດ້ວຍການໃຫ້ພວກເຂົາມ່ວນໃນການນໍາສະເໜີບົດຮຽນຢູ່ໃນລະບົບພາວເວີພັອຍ, ແລະເບິ່ງວ່າ ເຂົາເຈົ້າມັກອັນໃດໃນສະຫະລັດ ແລະແມ່ນຫຍັງທີ່ເຂົາເຈົ້າມັກນັ້ນມັນຄັກ ຢູ່ໃນ ອາເມຣິກາ ຫຼື ຢູ່ນອກປະເທດຍີ່ປຸ່ນ. ເປົ້າໝາຍໃນການຮຽນພາສາອັງກິດໃນຫ້ອງຮຽນຂອງຂະນ້ອຍແມ່ນ ‘ຂະນ້ອຍຕ້ອງການໃຫ້ພວກເຂົາເຈົ້າຮຽນພາສາອັງກິດ, ແຕ່ຂະນ້ອຍຢາກໃຫ້ເຂົ້າເຈົ້າມີຄວາມສຸກໃນການຮຽນຮູ້ພາສາອັງກິດ. ຂະນ້ອຍຢາກໃຫ້ທຸກຄົນຝຶກຝົນ ແລະພະຍາຍາມ. ຂະນ້ອຍບໍ່ໄດ້ໃຫ້ຂະແນນແກ່ນັກຮຽນໃນຫ້ອງຂອງຂະນ້ອຍ, ຂະນ້ອຍບໍ່ໄດ້ໃຫ້ຂະແນນພວກເຂົາ, ແລະຂະນ້ອຍກໍ່ບໍ່ໃຫ້ຫຍັງແກ່ພວກເຂົາ, ແລ້ວກ່າວວ່າ ເຈົ້າຜ່ານ ຫຼີເຈົ້າຕົກ ຫຼື ເຈົ້າໄດ້ A, ເຈົ້າໄດ້ B ແລະກໍ C, ຂະນ້ອຍບໍ່ຕ້ອງການເວົ້າດັ່ງນັ້ນຕໍ່ນັກຮຽນຂອງຂະນ້ອຍ.”
ເນື່ອງຈາກ ພໍ່-ແມ່ ຂອງ ບີລລີ ເປັນຄົນເຊື້ອສາຍລາວທີ່ອົບພະຍົບມາຢູ່ສະຫະລັດ , ດັ່ງນັ້ນ ການນໍາໃຊ້ພາສາທ້ອງຖິ່ນເດີມ ຈຶ່ງຖືເປັນເລື້ອງທໍາມະດາພາຍໃນຄອບຄົວ. ການໃຫ້ລູກຫຼານຮຽນຮູ້ພາສາເຄົ້າ ຈຶ່ງເປັນວັດທະນະທໍາທີ່ປະຕິບັດກັນໃນທຸກໆຄອບຄົວ ທຸກໆເຊື້ອຊາດ ທີ່ພາກັນມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດແຫ່ງນີ້. ສະນັ້ນ, ການນໍາໃຊ້ພາສາດັ້ງເດີມຂອງເດັກນ້ອຍບາງຄົນ ອາດຈະລື້ງເຄີຍ ຍ້ອນສະພາບອ້ອມໂຕເປັນພາສາຕ່າງຖິ່ນ.
ແນວໃດກໍຕາມ, ເມື່ອຍາມຍັງນ້ອຍເວລາທີ່ ບີລລີ ເວົ້າພາສາລາວ ຈຶ່ງເປັນເລື້ອງຍາກສໍາລັບ ບີລລີ ແລະໄດ້ເຮັດໃຫ້ລາວຮູ້ສຶກຜິດຫວັງເມື່ອເວົ້າສໍານຽງອອກມາບໍ່ຖືກ, ແຕ່ແຮງຜັກດັນ ແລະກໍາລັງໃຈ ຄືສິ່ງທີ່ເຮັດໃຫ້ລາວກ້າທີ່ຈະເວົ້າພາສາລາວຫຼາຍຂຶ້ນເວລາທີ່ລາວເຂົ້າໄປຍັງຊຸມຊົນຄົນລາວ ຫຼືວັດວາອາຣາມຕ່າງໆ.
“ຖ້າຂະນ້ອຍເວົ້າຫຍັງຜິດ ຂະນ້ອຍຈະຮູ້ສຶກເສົ້າຫຼາຍ ແລະພວກເຂົາເຈົ້າກ່າວວ່າ ບໍ່! ເຈົ້າເຮັດດີຢູ່ ມີຄວາມສຸກກັບການຮຽນເວົ້າ ແລະພວກເຂົາເຈົ້າກໍໃຫ້ກໍາລັງຂະນ້ອຍເລື້ອຍໆ ແລະເລື້ອຍໆມາ. ຖ້າຂະນ້ອຍເຈົ້າໃຈເຈົ້າ, ຖ້າເຈົ້າບອກຂະນ້ອຍບາງຢ່າງ ແລະຂະນ້ອຍກໍສາມາດເຂົ້າໃຈເຈົ້າ, ບໍ່ວ່າເຈົ້າຊິເວົ້າຫຍັງກໍຕາມ, ຖ້າເຈົ້າເວົ້າຊ້າ, ເຈົ້າເວົ້າໄວ, ເຈົ້າເວົ້າຄໍາຕໍ່ຄໍາ ຕໍ່ຄໍາ.....ຖ້າຂະນ້ອຍຫາກເຈົ້າໃຈເຈົ້າແລ້ວ....ຖືວ່າເຈົ້າເຮັດອອກມາດີແລ້ວ.”
ຄູ ບີລລີ ທະວີໄຊ, ເຂົ້າມາເປັນຄູສອນພາສາ ໂດຍຜ່ານບໍລິສັດຈັດສັນຫາຄູໄປສອນພາສາ ອັງກິດ-ອາເມຣິກັນ ຢູ່ໃນ ຍີ່ປຸ່ນ, ໂດຍບໍລິສັດດັ່ງກ່າວຫາງານສໍາລັບເລືອກເຟັ້ນເອົາບຸກຄົນທີ່ເປັນພາສາອັງກິດ ແລະນໍາໃຊ້ພາສາອັງກິດເປັນຫຼັກ.
“ບໍລິສັດທີ່ຂະນ້ອຍເຮັດວຽກໃຫ້ມີຊື່ວ່າ Interact, ແລະພວກເຮົາກໍຈັກການສົ່ງຄູສອນພາສາອັງກິດໄປໃຫ້ແຕ່ລະໂຮງຮຽນທີ່ແຕ່ງຕ່າງກັນ, ເຊິ່ງມີຊື່ອີກຢ່າງທີ່ຮ້ອງວ່າ ADT ແລະ ALT ໃນ ຍີ່ປຸ່ນ ທີ່ຕ້ອງການໂດຍລັດຖະບານ ຍີ່ປຸ່ນ ທີ່ສອນພາສາອັງກິດໃຫ້ແກ່ນັກຮຽນ, ແລະມັນກໍມີຄູຜູ້ຊ່ວຍສອນພາສາອັງກິດ ແລະ ຊ່ວຍສອນພາສາ. ສໍາລັບ ຍີ່ປຸ່ນ, ໃນດ້ານການສຶກສາກ່ຽວກັບພາສາອັງກິດແລ້ວ ພວກເຂົາເຈົ້າຕ້ອງການຜູ້ທີ່ເວົ້າພາສາອັງກິດເປັນພາສາຫຼັກ. ແລະເປົ້າໝາຍຂອງ Interact ພວກເຮົາ ບໍພຽງແຕ່ຈະສອນພາສາອັງກິດເທົ່ານັ້ນ ພວກເຮົາຍັງຕ້ອງການໃຫ້ຄວາມຮູ້ແກ່ພວກເຂົາເຈົ້າກ່ຽວກັບໂລກພາຍນອກຈາກ ຍີ່ປຸ່ນ, ໂດຍສອນວັດທະນະທໍາຕ່າງໆດ້ວຍການເວົ້າພາສາອັງກິດ, ເຊິ່ງພວກເຮົາບໍ່ແມ່ນພຽງແຕ່ຄູພາສາອັງກິດເທົ່ານັ້ນ ພວກເຮົາຍັງເປັນທູດທາງດ້ານວັດທະນະທໍາ ນໍາອີກດ້ວຍ.”
ນອກຈາກນັ້ນແລ້ວ, ລັກສະນະຂອງການສອນ, ການຈັດສັນບົດສອນ ແມ່ນປັດໃຈອັນສໍາຄັນທີ່ຈະເຮັດໃຫ້ນັກຮຽນ ເຂົ້າໃຈເຖິງແກ່ນແທ້ຂອງການຮຽນພາສາອັງກິດ-ອາເມຣິກັນ. ແລະສິ່ງທີ່ສໍາຄັນແທ້ໆ ຄູ ບີລລີ ກ່າວວ່າ ຈົ່ງເຊື່ອໝັ້ນໃນການເວົ້າພາສາອັງກິດ, ເຊື່ອໝັ້ນທີ່ຈະຮໍ່າຮຽນເພື່ອໃຫ້ຕົນເອງເຂົ້າໃຈ.
“ຄືດັ່ງທີ່ຂະນ້ອຍເວົ້າຫັ້ນແລ ຖ້າຄົນອື່ນຫາກເຂົ້າໃຈພວກທ່ານ ໝາຍຄວາມວ່າພວກທ່ານເວົ້າອອກມາໄດ້ດີແລ້ວ.”
ເວົ້າລວມແລ້ວ ເນື່ອງຈາກພາສາອັງກິດເປັນພາສາທີ່ຄົນໃຊ້ຫຼາຍທີ່ສຸດໃນໂລກ, ໂດຍສະຖິຕິທີ່ສໍາຫຼວດໃນປີ 2023 ພົບວ່າ ມີປະຊາກອນໃນທົ່ວໂລກຈໍານວນ 1,456 ລ້ານຄົນ ນໍາໃຊ້ພາສາອັງກິດເປັນພາສາກາງ, ຮອງລົງມາແມ່ນພາສາຈີນກາງ ແລະຮິນດູ ຕາມລໍາດບ. ສະນັ້ນ, ລັດຖະບານຍີ່ປຸ່ນຈຶ່ງເຫັນຄວາມສໍາຄັນຂອງການຮຽນພາສາອັງກິດ ເພື່ອເຮັດໃຫ້ປະຊາຊົນຂອງຕົນ ໂດຍສະເພາະນັກຮຽນທີ່ຍັງໜຸ່ມນ້ອຍ ໄດ້ເຂົ້າໃຈເຖິງພາສາ ແລະວັດທະນາທໍາຂອງຕ່າງປະເທດ ໂດຍສະເພາະສະຫະລັດ ຫຼາຍຂຶ້ນ.
ຟໍຣັມສະແດງຄວາມຄິດເຫັນ