ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິທີເພີ້ມຄວາມຖືກຕ້ອງ ໃນການກວດໂຄວິດ-19 ດ້ວຍຕົນເອງ


ນັກວິໄຈ ຈັດການຖ່າຍເທ ໂປຣເຕອີນ ຢູ່ໃນຫ້ອງປະຕິບັດການ ເຊິ່ງເປັນສ່ວນນຶ່ງຂອງໂຄງການ ເພື່ອພັດທະນາຢາວັກຊີນປ້ອງກັນໂຄວິດ-19 ແບບສີດດັງ ທີ່ມະຫາວິທະຍາໄລ ຕູວາ (Tour), ປະເທດຝຣັ່ງ, ວັນທີ 15 ກັນຍາ 2021.
ນັກວິໄຈ ຈັດການຖ່າຍເທ ໂປຣເຕອີນ ຢູ່ໃນຫ້ອງປະຕິບັດການ ເຊິ່ງເປັນສ່ວນນຶ່ງຂອງໂຄງການ ເພື່ອພັດທະນາຢາວັກຊີນປ້ອງກັນໂຄວິດ-19 ແບບສີດດັງ ທີ່ມະຫາວິທະຍາໄລ ຕູວາ (Tour), ປະເທດຝຣັ່ງ, ວັນທີ 15 ກັນຍາ 2021.

ການຕິດເຊື້ອໄວຣັສໂອໄມຄຣອນ ກໍາລັງຈະເຖິງຈຸດສູງສຸດຢູ່ໃນສະຫະລັດ, ຄວາມຕ້ອງການໃນການກວດໂຄວິດ-19 ໄດ້ເພີ້ມຂຶ້ນສູງທີ່ສຸດ. ແຕ່ວ່າ ພວກເຂົາເຈົ້າພົບໃນສິ່ງທີ່ພວກເຂົາເຈົ້າຄົ້ນ ຫາບໍ? ເວໂຣນິກາ ບາລເດີຣາສ ອິເກລຊີອາສ (Veronica Balderas Iglesias), ນັກຂ່າວສືບສວນຂອງ VOA ຈະ​ພາ​ທ່ານ​ໄປ​ສຳ​ຫຼວດ​ເບິ່ງເລື້ອງນີ້ ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານຈໍແດນ ເອີບີ (Jordan Erby), ແລະຄູ່ຮ່ວມງານຂອງລາວ ທ່ານນາງຈູເລຍ ວາຍລ໌ (Julia Weil), ໄດ້ພາກັນໄປຢ້ຽມຢາມສະຖານທີ່ກວດໂຄວິດ-19 ເປັນປະຈໍາ.

ທ່ານຈໍແດນ ເອີບີ, ນັກວິເຄາະໃນການຊ່ວຍເຫຼືອການເຂົ້າເຖິງຊອຟແວ ກ່າວວ່າ:

“ພວກເຮົາໄດ້ຮັບການກວດໂຄວິດ-19 ແລ້ວ, ດັ່ງນັ້ນ ພວກເຮົາຈຶ່ງສາມາດພົບກັບໝູ່ເພື່ອນຂອງພວກເຮົາໄດ້ ໂດຍບໍ່ຕ້ອງກັງວົນວ່າ ພວກເຮົາຈະມີການແຜ່ເຊື້ອໄວຣັສໂຄວິດ-19.

ພວກເຂົາເຈົ້າມີຄວາມຕ້ອງການຜູ້ໃດຜູ້ນຶ່ງ ທີ່ໄດ້ຮັບການຝຶກອົບຮົມແລ້ວ ເກັບເອົາໂຕຢ່າງສໍາລັບຫ້ອງປະຕິບັດການທົດລອງ, ແທນທີ່ຊິເພິ່ງພາແຕ່ເຄື່ອງກວດ ດ້ວຍຕົນເອງ ຢູ່ທີ່ເຮືອນ, ເຖິງແມ່ນວ່າ ທ່ານນາງ ວາຍລ໌ ຈະໃຊ້ເຄື່ອງກວດ ໂຄວິດ-19 ດ້ວຍຕົນເອງຢູ່ທີ່ເຮືອນ ກ່ອນຈະໄປຢ້ຽມຢາມຍາດພີ່ນ້ອງທີ່ມີອາຍຸສູງແລ້ວກໍຕາມ.

ທ່ານນາງຈູເລຍ ວາຍລ໌, ຜູ້ຊ່ວຍນັກປົກ​ປ້ອງສິ່ງແວດລ້ອມກ່າວວ່າ:

“ຂັ້ນຕອນການປະຕິບັດງານແບບນີ້ ແມ່ນມີຄວາມງ່າຍດາຍຫຼາຍ, ແຕ່ຂ້າພະ ເຈົ້າບໍ່ມີຄວາມໝັ້ນໃຈ ໃນຜົນທີ່ອອກມາເລີຍ.”

ສັນຊາດຕະຍານຂອງທ່ານນາງ ແມ່ນຖືກຕ້ອງ.

ໃນປີ 2020, ບັນດານັກວິໄຈຄົ້ນພົບວ່າ ໃນຈໍານວນຜູ້ທີ່ມີອາການໂຄວິດ ການ​ກວດ​ ໂດຍ​ໃຊ້ສານກະຕຸ້ນພູມຄຸ້ມກັນ ຫຼື “ແອນທິເຈນ” ສໍາລັບຕົນເອງຢູ່ເຮືອນນັ້ນ ມີຄວາມຖືກຕ້ອງໜ້ອຍກວ່າ ການກວດດ້ວຍ “PCR,” ເຊິ່ງສາມາດໃຊ້ເວລາໃນການດໍາເນີນການ ຢູ່ໃນຫ້ອງປະຕິບັດການນັ້ນ ເຖິງ 48 ຊົ່ວໂມງ.

ທ່ານນາງອາເລັກຊານດຣາ ໄບຣຊັນ, ຜູ້ຊ່ວຍຜູ້ອໍານວຍການຂອງຄລີນິກຈຸນລະຊີວະວິທະຍາ ແຫ່ງມະຫາວິທະຍາໄລທາງດ້ານສຸຂະພາບຄອມມອນເວລທ໌ ປະຈໍາລັດເວີຈີເນຍ ກ່າວ​ຜ່ານ​ທາງ​ສະ​ໄກ​ປ໌ວ່າ:

“ພວກເຮົາໄດ້ສົມທຽບໂດຍ​ກົງ​ໃນການກວດ​ແບບແອນທິເຈນ ລະຫວ່າງໄບໂອແນັກສ໌ນາວ (BionaxNOW) ກັບມາດຕະຖານຄໍາຂອງ​ການກວດ​ແບບ PCR. ການກວດ​ແບບແອນທິເຈນ ແມ່ນ​ພາດ 20 ເປີເຊັນ ຂອງກໍ​ລະ​ນີ ໂຄວິດ-19 ທັງ​ໝົດ.”

ຍັງບໍ່ມີຂໍ້ມູນສະຫລຸບ ກ່ຽວກັບການເຮັດວຽກຢ່າງໄວວາຂອງແອນທິເຈນໃນການກວດໄວຣັສສາຍພັນໂອໄມຄຣອນ.

ແຕ່ວ່າ ປະຊາຊົນສາມາດປະຕິບັດຕາມຂັ້ນຕອນ ເພື່ອໃຫ້ຜົນທີ່ອອກມານັ້ນ ມີຄວາມໝັ້ນໃຈຫຼາຍຂຶ້ນ.

ດັ່ງ​ທີ່​ເຫັນ, ພວກເຂົາເຈົ້າ​ໄດ້ກວດ​ພົບ 4 ໃນ 5 ຂອງກໍລະນີທີ່ເປັນບວກ.

ການກວດໃນກໍລະນີຜູ້ຕິດເຊື້ອໄວເກີນໄປນັ້ນ ແມ່ນໄດ້ຜົນສະຫຼຸບທີ່ບໍ່ແນ່ນອນ.

ດຣ. ໂຣເບີດ ໂບລລິງເຈີ (Dr. Robert Bollinger), ສາດສະດາຈານດ້ານພະບາດຕິດຕໍ່ ແຫ່ງມະຫາວິທະຍາໄລທາງການແພດ ຈອນສ໌ ຮັອປກິນສ໌ ກ່າວຜ່ານທາງ ສະໄກປ໌ວ່າ:

“ຖ້າພວກເຈົ້າດໍາເນີນການກວດໂຄວິດ-19 ໃນລະຫວ່າງທີ່ມີອາການ ຂອງພະ ຍາດດັ່ງກ່າວ ກັບມີອາການເປັນຫວັດຢ່າງຮຸນແຮງ ແລະພວກເຈົ້າກໍມີໄວຣັສຈໍານວນຫຼາຍ ຢູ່ໃນລະບົບຮ່າງກາຍຂອງພວກເຈົ້າ, ພວກເຈົ້າຊິໄດ້ຜົນຮັບທີ່ຂ້ອນຂ້າງຖືກຕ້ອງກວ່າ ຢູ່ໃນສະຖານະການດັ່ງກ່າວນັ້ນ. ພວກເຮົາມີການແນະນໍາເລື້ອຍໆໃຫ້ກວດຢ່າງໄວວາຫຼາຍໆຄັ້ງ. ດັ່ງນັ້ນ ມັນບໍ່ແມ່ນຈະກວດພຽງແຕ່ຄັ້ງດຽວໂດຍ​ໃຊ້ແອນທິເຈນຂອງພວກເຈົ້າໃນທັນທີ, ບາງທີ ກວດອີກເທື່ອ​ນຶ່ງພາຍໃນ 24 ຫາ 36 ຊົ່ວໂມງ.”

ດຣ. ປີເຕີ ຊິນ-ຮົງ (Dr. Peter Chin-Hong), ສາດສະດາຈານທາງດ້ານການຢາ ໃນລັດແຄລິຟໍເນຍກ່າວວ່າ ໃຫ້ເອົາໃຈໃສ່ຢ່າງໃກ້ຊິດໃນການຖູຢູ່ຮູດັງ ເມື່ອເຮັດການ​ກວດຢູ່ເຮືອນ.

ດຣ. ປີເຕີ ຊິນ-ຮົງ, ຜູ້ຊ່ຽວຊານທາງດ້ານໂຣກຕິດຕໍ່ ແຫ່ງ UCSF ກ່າວ​ຜ່ານ​ທາງ​ສະ​ໄກ​ປ໌ວ່າ:

“ມັນຂຶ້ນຢູ່ກັບຂັ້ນຕອນໃນການກວດ, ພວກເຈົ້າຖູຮູດັງ 5 ຫາ 10 ເທື່ອໃນແຕ່ລະເບື້ອງ ແລະຈາກນັ້ນ ພວກເຈົ້າກໍເອົາໃສ່ໃນນໍ້າຢາ ທີ່ໃຊ້ສໍາລັບການກວດ ໂດຍພວກເຈົ້າພຽງແຕ່ຕັ້ງເວລາ. ຢ່າຟ້າວກວດເບິ່ງຜົນສະຫຼຸບໄວຫຼາຍເກີນໄປ ເພາະວ່າມັນອາດຈະມີຜົນອອກມາເປັນລົບທີ່ຜິດ ແລະກໍບໍ່ຕ້ອງກວດເບິ່ງຜົນສະ ຫຼຸບຊ້າເກີນໄປ ເພາະວ່າມັນອາດຈະ​ເປັນ​ສານ​ເຄ​ມີ​ທີ່​ບໍ່​ທຸ່ນ​ທ່ຽງ​ພໍ.”

ລັດຖະບານຂອງທ່ານ ໄບເດັນ ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະໃຫ້ຊຸດການກວດ ໂຄວິດສໍາລັບຄອບຄົວຊາວອາເມຣິກັນຈໍານວນ 500 ລ້ານຊຸດໃນໄວໆນີ້ ແລະທາງລັດຖະບານທ້ອງຖິ່ນ ກໍກໍາລັງເລັ່ງລັດໃນການສ້າງສະຖານທີ່ເພື່ອກວດໂຄວິດ. ພວກເຂົາເຈົ້າຊຸກຍູ້ໃຫ້ຄົນປ່ວຍ ລາຍງານຜົນກວດທີ່ເປັນບວກໃຫ້ທ່ານໝໍຂອງຕົນເອງຮັບຮູ້ທັນທີ. ແຕ່ ພວກເຂົາເຈົ້າຍັງເນັ້ນຢໍ້າວ່າ ການກວດ ເປັນພຽງສ່ວນນຶ່ງຂອງຄໍາຕອບ ເພື່ອ​ຄວບ​ຄຸມເຊື້ອໄວຣັສເທົ່ານັ້ນ.

ທ່ານນາງຮັນນາ ວີນັນທ໌ (Hannah Winant), ໂຄສົກຍິງຂອງພະແນກການສື່ສານ ເພື່ອຄວາມປອດໄພສາທາລະນະ ແລະການຈັດການສຸກເສີນ ປະຈໍາຂົງເຂດເມືອງອາລິງຕັນ ກ່າວວ່າ:

“ພວກເຮົາຍັງຄົງເຕືອນປະຊາຊົນຂອງພວກເຮົາ ແລະປະຊາກອນຢູ່ໃນທົ່ວໂລກ ໃຫ້ປະຕິບັດຕາມຂັ້ນຕອນເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ບໍ່ວ່າພວກເຂົາເຈົ້າຈະມີຜົນກວດທີ່ອອກມາເປັນລົບຫຼືບໍ່ກໍຕາມ. ນັ້ນຍັງຄົງມີການຮັກສາໄລຍະຫ່າງທາງສັງຄົມ, ໃສ່ໜ້າກາກຢູ່ໃນສະຖານທີ່ທັນທີເມື່ອຢູ່ກັບບຸກຄົນ ທີ່ບໍ່ແມ່ນຄົນໃນຄອບຄົວ ແລະສິ່ງສໍາຄັນທີ່ສຸດແມ່ນຈົ່ງໄປຮັບການສັກຢາວັກຊີນ.”

With Omicron infections about to reach their peak in the U.S., demand for COVID-19 tests have hit the roof. But are they what they’re cracked up to be? VOA’s Veronica Balderas Iglesias investigates.

Jordan Erby, and his partner Julia Weil, visit COVID-19 testing sites often.

Jordan Erby/Sofware Accessibility Analyst

“We get tested so that we can see our friends without being concerned that we’re spreading COVID.”

They’d rather have someone who’s trained take samples for a lab, instead of relying on at-home tests – though Weil has used self-tests before visiting elderly relatives.

Julia Weil, Environmentalist Associate

“The process itself was pretty easy, but I wasn’t confident about what the results said.”

Her instinct was right.

In 2020, researchers found that in people with COVID symptoms, the at-home “antigen” tests were less accurate than “PCR” tests, which can take a lab 48 hours to process.

Alexandra Bryson is the Associated Director of Clinical Microbiology at the Virginia Commonwealth University Health Sy: Skype

“We directly compared the BionaxNOW antigen test with the gold standard PCR test. // The antigen test missed detecting 20% of all COVID-19 cases.”

There’s no conclusive data yet on how well rapid antigen tests work on the Omicron variant.

But people can take steps to be more confident in the results.

Mandatory cg: Hannah Winant

As is, they catch about 4 in 5 positive cases.

Testing too early in the infection is discouraged.

Dr. Robert Bollinger a professor of Infectious Diseases at Johns Hopkins University School of Medicine: Skype

“If you are testing while you are symptomatic and you have bad cold symptoms and you have a lot of virus in your system, you’re more likely to be accurate in that situation. // We do often recommend multiple rapid tests. So not just one test but do your antigen test today, maybe test it again in 24 to 36 hours.”

Dr. Peter Chin-Hong, a professor of medicine in California, says pay close attention to the swabbing technique when testing at home.

Dr. Peter Chin-Hong, Infectious Disease Specialist, UCSF

“Depending on the platform, you swab at least five to 10 times on each side, and then you put it in the reagent. And then you just basically have to time it. Not look too soon because it may be falsely negative and not look too late because there may be unstable chemicals.”

President Joe Biden’s administration has promised 500 million COVID-test kits for American households soon and local governments are rushing to open new testing sites. They encourage patients to report positives to their health care providers. But they also emphasize testing is only one part of the answer to containing the virus.

Hannah Winant is the spokeswoman of the Arlington County Department of Public Safety Communications and Emergency Management.

“We still caution our residents and people around the world to follow steps to prevent the spread of COVID-19, regardless of whether or not they have a negative test. That’s maintaining social distancing, wearing a mask when indoors with people outside of your immediate household and most importantly to get vaccinated.”

XS
SM
MD
LG