ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທີຈັດການເລືອກຕັ້ງ ໃນລະຫວ່າງ ສະຖານະການໂຣກລະບາດ, ຮູບແບບ ເກົາຫຼີໃຕ້


How to Hold an Election in a Pandemic, South Korean Style
please wait

No media source currently available

0:00 0:01:48 0:00

ປະເທດ ເກົາຫຼີໃຕ້ ໄດ້ຮັບການຍົກຍ້ອງຢ່າງກວ້າງຂວາງ ວ່າເປັນແບບຢ່າງ ຂອງໂລກສຳລັບວິທີ ການຍັບຢັ້ງໄວຣັສໂຄໂຣນາ. ໃນເວລານີ້, ເຂົາເຈົ້າກຳລັງ ພະຍາຍາມສະແດງໃຫ້ໂລກເຫັນ ວິທີ ການລົງຄະແນນສຽງໃນລະຫວ່າງວິກິດ ການ ໂຣກລະບາດ. ປະເທດດັ່ງກ່າວຈະດຳເນີນການເລືອກຕັ້ງສະພານິຕິ ບັນຍັດ ໃນວັນພຸດທີ່ຈະມາເຖິງນີ້, ນັກຂ່າວວີໂອເອ ບິລ ກາລໂລ ມີລາຍ ງານ ຈາກນະຄອນຫຼວງ ໂຊລ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີ ທ່ານໃນອັນດັບຕໍ່ໄປ.


ການໂຄສະນາຫາສຽງທາງການເມືອງໃນລະຫວ່າງ ວິກິດການໂຣກລະບາດ ແມ່ນບໍ່ມີການຈັບມື, ບໍ່ມີການຊຸມນຸມຂະໜາດໃຫຍ່. ແຕ່ໃນທາງກົງກັນຂ້າມ, ນັກການເມືອງໃນ ເກົາຫຼີໃຕ້ ຄົນນີ້ ແມ່ນກຳລັງທຳຄວາມສະອາດໃນໝູ່ບ້ານ ຂອງລາວ.

ທ່ານ ລີ ແຮ-ຊິກ ຜູ້ລົງແຂ່ງຂັນເອົາຕຳແໜ່ງໃນສະພານິຕິບັນຍັດ, ສັງກັດ ພັກເດໂມແຄຣັດ ກ່າວວ່າ “ພັກຂອງຂ້າພະເຈົ້າຢາກໃຫ້ພວກເຮົາໂຄສະນາ ຫາສຽງ ໂດຍປາສະຈາກການສຳພັດທາງຫ່າງກາຍ. ສະນັ້ນຂ້າພະເຈົ້າກໍຢູ່ທີ່ນີ້, ອະນາໄມຖະໜົນຫົນທາງ ແລະ ຂ້າເຊື້ອຢູ່ພື້ນທີ່ ສາທາລະນະ. ນີ້ແມ່ນກິດ ຈະກຳຫຼັກຂອງການໂຄສະນາຫາສຽງຂອງຂ້າພະເຈົ້າໃນເວລານີ້.”

ເກົາຫຼີໃຕ້ ຈະຈັດການເລືອກຕັ້ງສະພານິຕິບັນຍັດ, ແມ່ນກະທັ້ງໃສ່ຊ່ວງເວລາ ຂອງການແຍກຕົວຫ່າງຈາກສັງຄົມ.

ຢູ່ສະຖານທີ່ເລືອກຕັ້ງທີ່ນີ້, ຜູ້ລົງຄະແນນສຽງທຸກຄົນຈະຖືກຮຽກຮ້ອງໃຫ້ໃສ່ໜ້າ ກາກ ແລະ ຖົງມືຢາງ. ເຂົາເຈົ້າກໍຈະຖືກກວດອຸນຫະພູມຮ່າງກາຍ. ຖ້າເຂົາເຈົ້າ ສະແດງອາການ, ເຂົາເຈົ້າຈະໄດ້ລົງຄະແນນສຽງຢູ່ຕູ້ຕ່າງຫາກ. ຄົນໄຂ້ໄວຣັສ ໂຄໂຣນາຫຼາຍຄົນ ຈະລົງຄະແນນສຽງທາງໄປສະນີ.

ການເລືອກຕັ້ງດັ່ງກ່າວ ແມ່ນການທົດສອບກາງສະໄໝສຳລັບທ່ານ ມູນ ແຈ ອິນ. ການປະເມີນຄວາມນິຍົມຊົມຊອບຂອງທ່ານ ໄດ້ຂະຫຍາຍຕົວຂຶ້ນຍ້ອນ ການຮັບມືກັບໄວຣັສໂຄໂຣນາທີ່ມີ ປະສິດທິພາບ.

ແຕ່ສິ່ງຕ່າງໆແມ່ນຍັງໄກຈາກສະພາບປົກກະຕິ. ແລະ ນັ້ນອາດຫຼຸດການອອກ ມາເລືອກຕັ້ງຂອງປະຊາຊົນ.

ບັນຫາໃຫຍ່ອັນນຶ່ງແມ່ນຜູ້ລົງຄະແນນສຽງທີ່ຢູ່ຕ່າງປະເທດ. ຜູ້ມີສິດເລືອກຕັ້ງ ພຽງເຄິ່ງນຶ່ງທີ່ອາໄສຢູ່ໃນຕ່າງປະເທດແມ່ນສາມາດລົງຄະແນນສຽງໄດ້, ຍ້ອນ ການກັກບໍລິເວນໄວຣັສໂຄໂຣນາໃນຕ່າງປະເທດ.

ເຖິງແມ່ນຈະມີບັນຫານັ້ນກໍຕາມ, ມັນກໍບໍ່ໄດ້ມີການພິຈາລານາຢ່າງຈິງຈັງ ກ່ຽວ ກັບ ການເລື່ອນເວລາລົງຄະແນນສຽງນັ້ນ.

ທ່ານຊິນ ບຽມ-ຈູລ, ຜູ້ລົງແຂ່ງຂັນເອົາຕຳແໜ່ງໃນສະພານິຕິບັນຍັດ ເກົາຫຼີໃຕ້, ສັງກັດພັກ ອະນາ ຄົດສາມັກຄີ ໄດ້ກ່າວວ່າ “ຂ້າພະເຈົ້າຍອມຮັບວ່າ ການໂຄສະ ນາຫາສຽງເລືອກຕັ້ງອາດຈະບໍ່ແມ່ນສິ່ງທີ່ດີທີ່ສຸດ, ແຕ່ນີ້ແມ່ນສະພາບການດຽວ ກັນສຳລັບໝົດທຸກຄົນ. ສະນັ້ນພວກເຮົາຄວນດຳເນີນການລົງຄະແນນສຽງ ຕາມ ທີ່ໄດ້ວາງແຜນເອົາໄວ້.”

ປະຊາທິປະໄຕ ເກົາຫຼີໃຕ້ ແມ່ນກຳລັງຫາທາງທີ່ຈະດຳເນີນການໄປໜ້າ, ແມ່ນກະທັ້ງໃນລະ ຫວ່າງ ການລະບາດຂອງໄວຣັສໂຄໂຣນາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG