ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາກ​ໄດ້​ຄະ​ແນນ​ດີ ໃນ​ການ​ຮຽນຢູ່​ໃນມະ​ຫາ​ວິ​ທະ​ຍ​າ​ໄລອາ​ເມ​ຣິ​ກັນ ແລະ​ຊິງເອົາ​ທຶນໄປ​ຮຽນອາ​ເມ​ຣິ​ກາ ຕ້ອງ​ເຮັດ​ແນວ​ໃດ? (ພາກ 1)

ຄຳ​ແພວ ແກ້ວ​ວົງ​ພະ​ຈັນ​ ຜູ້​ທີ່​ຮຽນ​ຈົບ​ປະ​ລິນ​ຍາ​ໂທ ໂດຍ​ໄດ້​ຄະ​ແນນ​ສູງ​ສຸດ ກໍ​ຄື 4.0 ເຕັມ ​ຈາກມະ​ຫາ​ວິ​ທະ​ຍາ​ໄລພາກໃຕ້​ຂອງ​ລັດ​ນີວແຮມ​ເຊີ (Southern New Hampshire University ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ສະ​ຫະ​ລັດ, ໃນ​ທ້າຍ​ເດືອນ​ມີ​ນາ 2023

ໃນລາຍ​ການການ​ສຶກ​ສາ​ຂອງວີ​ໂອ​ເອ​ສຳ​ລັບ​ແລງມື້ນີ້ ພວກ​ເຮົາ​ຈະ​ເວົ້າ​ເຖິງສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ຈະພາ​ໃຫ້​ນັກ​ຮຽນສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ສູງໃນ​ການ​ຮຽນ ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສະ​ຫະ​ລັດ ຊຶ່ງໃນ​ນີ້ ຈະ​ເວົ້າ​ເຖິງ​ການ​ມີ​ຄວາມ​ຄິດ​ເປັນຂອງ​ຕົນ​ເອງ ແລະຄວາມ​ສາ​ມາດ​ ໃນ​ການ​ສະ​ແດງຄຳ​ຄິດຄຳ​ເຫັນຂອງ​ຕົນ​ອອກ​ມາ​ໃຫ້​ທຸກ​ຄົນ​ຮູ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳເອົາ​ລາຍລະ​ອຽດ​ເລື້ອງນີ້ມາ​ຈາກ ການ​ສຳ​ພາດ​ນັກ​ສຶກ​ສາ​ລາວ​ຄົນ​ນຶ່ງ​ທີ່ຫາກໍ່​ຮຽນ​ຈົບ​ ແລະ​ເອົາ​ໃບ​ປະ​ກາດ​ສະ​ນີ​ຍະ​ບັດທີ່​ໄດ້​ຮັບ​ກຽດ​ນິ​ຍົມ ກັບ​ຄືນ​ບ້ານເມື່ອ​ບໍ່​ດົນ​ມານີ້ ມາ​ສະ​ເໜີ​ທ່ານ​ໃນອັນ​ດັບ​ຕໍ່​ໄປ:

ຫລາຍໆ ​ຄົນ​ຄົງຈະ​ບໍ່ປະ​ຕິ​ເສດ​ໄດ້​ເນາະ​ວ່າ ເມື່ອ​ເວົ້າ​ເຖິງ​ການ​ສຶກ​ສາແລ້ວ​ຈຸດ​ປະ​ສົງ​ອັນສູງທີ່​ສຸດກໍ​ຄືໃບ​ປະ​ກາດ​ສະ​ນີ​ຍະ​ບັດ ແຕ່ວ່າການ​ເຮັດ​ໄດ້​ຕາມ​ເງື່ອນ​ໄຂ​ທີ່​ວາງ​ອອກ​ມາກ່ອນ​ຈະ​ໄປ​ເຖິງ​ຈຸດນັ້ນ​ໄດ້ກໍ​ສຳ​ຄັນຫລາຍ. ເງື່ອນ​ໄຂ​ທີ່​ຈຳ​ເປັນ​ທີ່​ສຸດ​ກໍ​ຄືນັກ​ສຶກ​ສາແຕ່​ລະ​ຄົນ​ຕ້ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ຕົນ​ໄດ້​ໃຊ້ ຫລື ​ມີ​ຄວາມ​ຄິດ​ເປັນ​ຂອງ​ຕົນ​ເອງ ຊຶ່ງອັນ​ນີ້ເປັນຂໍ້​ຮຽກ​ຮ້ອງອັນ​ດັບ​ນຶ່ງແລະ​ເຫັນ​ໄດ້ຢ່າງເດັ່ນ​ຊັດ​ທີ່ສຸດ ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລຂອງ​ສະ​ຫະ​ລັດ, ອີງ​ຕາມປະ​ສົບ​ການ​ຂອງ​ນັກ​ສຶກ​ສາ​ລາວທີ່​ປະ​ສົບ​ຜົນ​ສຳ​ເລັດ​ສູງ ​ເຊັ່ນຄຳ​ແພວ ແກ້ວ​ວົງ​ພະ​ຈັນ​ ຜູ້​ທີ່​ຮຽນ​ຈົບ​ປະ​ລິນ​ຍາ​ໂທ ໂດຍ​ໄດ້​ຄະ​ແນນ​ສູງ​ສຸດ ກໍ​ຄື 4.0 ເຕັມ ​ຈາກມະ​ຫາ​ວິ​ທະ​ຍາ​ໄລພາກໃຕ້​ຂອງ​ລັດ​ນີວແຮມ​ເຊີ ຫລື Southern New Hampshire University ​ເມື່ອບໍ່​ພໍ​ເທົ່າ​ໃດ​ເດືອນ​ຜ່ານ​ມານີ້. ຜູ້​ກ່ຽວ​ເຫັນ​ວ່າ ສິ່ງນີ້​ຄື​ແຮງ​ຈູງ​ໃຈສູງສຸດ​ໃນ​ການ​ຮຽນ​ຂອງ​ລາວໃນ​ເວ​ລາ​ຮຽນ​ຢູ່​ສະ​ຫະ​ລັດ ແລະ​ໄດ້ເປີດ​ເຜີຍ​ສູ່ວີ​ໂອ​ເອ​ຟັງວ່າ:

ຄຳ​ແພວ, ນັກ​ຮຽນ​ລາວ​ທີ່​ໄດ້​ຮັບ​ທຶນ​ຟູ​ລ​ໄບ​ຣ​ມາ​ຮຽນ​ປະ​ລິນ​ຍາ​ໂທ​ດ້ານ​ບໍ​ລິ​ຫານ​ທຸ​ລະ​ກິດ ແລະ​ໄດ້​ຮັບ​ກຽດ​ນິ​ຍົມ​ໃນ​ນາມ​ເປັນ​ນັກ​ຮຽນ​ເກັ່ງ​ໄດ້​ຄະ​ແນນ​ເຕັມ 4.0 ຈາ​ກ​ມະ​ຫາ​ວິ​ທະ​ຍາ​ໄລ Southern New Hampshire University ໃນ​ທ້າຍ​ເດືອນ​ມີ​ນາ 2023

ຈຸດນີ້ ກໍ​ກົງ​ກັນ​ກັບ​ຄຳ​ເຫັນ​ຂອງ ດ​ຣ. ຄ​ຣິ​ສ ຄ​ລາຍນ໌ (Chris Kline), ຜູ້​ຈັດ​ການ​ຂຶ້ນ​ສູງ ຫລື Senior Manager ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ Western Governors University ​ທີ່ບອກວ່າການ​ໃຊ້​ຄວາມ​ຄິດ​ຂອງຕົນ​ເອງ ຫລືການ​ສະ​ແດງ​ໃຫ້​ເຫັນເຖິງຈັນ​ຍາ​ບັນສູງ​ສຸດ​ໃນ​ການ​ສຶກ​ສາແມ່ນ​ບົດ​ບາດ​ອັນ​ສຳ​ຄັນອັນ​ດັບ​ນຶ່ງ​ທີ່​ນັກ​ຮຽນ ນັກ​ສຶກ​ສາທຸກ​ຄົນຕ້ອງ​ສະ​ແດງອອກ​ມາ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຢູ່​ໃນການຮຽນ​ແຕ່​ລະ​ວິ​ຊາ. ​ຖ້ານັກ​ຮຽນນັກ​ສຶກ​ສາຄິດ​ວ່າ ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງເພື່ອ​ໃຫ້​ໄດ້ມາ​ພຽງ​ແຕ່ໃບ​ປະ​ກາດ​ສະ​ນີ​ຍະ​ບັດເທົ່າ​ນັ້ນ ໂດຍບໍ່​ສົນ​ໃຈ​ວ່າ ຕົນ​ຈະ​ລະ​ເມີດກົດ​ລະ​ບຽບໃນ​ການ​ຮຽນ ຫລືບໍ່ ແລ້ວໃບ​ປະ​ກາດ​ສະ​ນີ​ຍະ​ບັດທີ່​ໄດ້​ມາກໍ​ບໍ່​ມີ​ຄວາມ​ໝາຍ​.

ຄຳ​ແພວຜູ້​ທີ່​ຫາ​ກໍໄດ້​ຮັບໃບ​ປະ​ກາດ​ສະ​ນີ​ຍະ​ບັດປະ​ລິນ​ຍາ​ໂທດ້ານ​ການ​ບໍ​ລິ​ຫານ​ທຸ​ລະ​ກິດ ຫລື MBA ​ແລະ​ເປັນ​ນັກ​ຮຽນ​ທີ່ຈົບ​ໂດຍ​ໄດ້​ຮັບ​ກຽດ​ນິ​ຍົມ ຈ​າກ​ສະ​ຫະ​ລັດ ​ອະ​ທິ​ບາຍ​ສູ່ຟັງ​ວ່າ ກອບ​ຄວາມ​ຄິດ​ທີ່​ລາວ​ພົບ​ເຫັນ​ອັນ​ເດັ່ນ​ຊັດອັນ​ນີ້ ຢູ່ໃນມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນ ແມ່ນ​ແຕກ​ຕ່າງ​ໄປ​ຈາກ​ປະ​ສົບ​ການ​ທີ່ລາວ​ເຄີຍ​ມີ​ມາ​ໃນ​ເມື່​ອກ່ອນ ຊຶ່ງ​ລາວ​ຊີ້​ໃຫ້​ເຫັນ​ດັ່ງ​ນີ້:

ໃນ​ການ​ໃຫ້​ຄຳ​ແນະ​ນຳແກ່​ຜູ້​ສົນ​ໃຈຢາກ​ຊິງ​ເອົາ​ທຶນ​ຟູ​ລ​ໄບ​ຣນັ້ນ ຄຳ​ແພວ ​ເວົ້າ​ວ່າ ການເວົ້າແລະ​ສະ​ແດງຄຳ​ຄິດ​ເຫັນ​ອອກ​ມາ​ທີ່​ບົ່ງ​ບອກໄດ້ວ່າ​ເປັນຄວາມ​ຄິດ​ຂອງ​ຕົນ​ເອງນັ້ນ ​ຍັງ​ມີ​ຄວາມ​ສຳ​ຄັນ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ເພື່ອ​ຊິງ​ທຶນ​ຟູ​ລ​ໄບ​ຣ ​ເພື່ອ​ມາ​ຮຽນ​ຕໍ່​ໃນ​ຂັ້ນ​ປະ​ລິນ​ຍາ​ໂທ​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ອີກ​ດ້ວຍ ຊຶ່ງ​ຜູ້ກ່ຽວໃຫ້​ຄຳ​ເຫັນດັ່ງ​ນີ້:

ຄຳ​ແພວ, ນັກ​ຮຽນ​ລາວ​ທີ່​ໄດ້​ຮັບ​ທຶນ​ຟູ​ລ​ໄບ​ຣ​ມາ​ຮຽນ​ປະ​ລິນ​ຍາ​ໂທ​ດ້ານ​ບໍ​ລິ​ຫານ​ທຸ​ລະ​ກິດ ແລະ​ໄດ້​ຮັບ​ກຽດ​ນິ​ຍົມ​ໃນ​ນາມ​ເປັນ​ນັກ​ຮຽນ​ເກັ່ງ​ໄດ້​ຄະ​ແນນ​ເຕັມ 4.0 ຈາ​ກ​ມະ​ຫາ​ວິ​ທະ​ຍາ​ໄລ Southern New Hampshire University ໃນ​ທ້າຍ​ເດືອນ​ມີ​ນາ 2023
ຄຳ​ແພວ, ນັກ​ຮຽນ​ລາວ​ທີ່​ໄດ້​ຮັບ​ທຶນ​ຟູ​ລ​ໄບ​ຣ​ມາ​ຮຽນ​ປະ​ລິນ​ຍາ​ໂທ​ດ້ານ​ບໍ​ລິ​ຫານ​ທຸ​ລະ​ກິດ ແລະ​ໄດ້​ຮັບ​ກຽດ​ນິ​ຍົມ​ໃນ​ນາມ​ເປັນ​ນັກ​ຮຽນ​ເກັ່ງ​ໄດ້​ຄະ​ແນນ​ເຕັມ 4.0 ຈາ​ກ​ມະ​ຫາ​ວິ​ທະ​ຍາ​ໄລ Southern New Hampshire University ໃນ​ທ້າຍ​ເດືອນ​ມີ​ນາ 2023

​ຄຳ​ແພວ ຈາກ​ບ້ານ​ອີ່​ໄລ, ເມືອງ​ໂພນ​ໂຮງ ຜູ້​ທີ່ຮຽນຈົບ​ປະ​ລິນ​ຍາ​ຕີ​ ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດຂອງ​ລາວ ແລະ​ບໍ່​ເຄີຍ​ໄດ້​ໄປ​ຮຽນ​ໃນ​ຕ່າງ​ປະ​ເທດ​ຈັກ​ເທື່ອນັ້ນ ​ໄດ້ບອກວ່າ ການ​ຍົກ​ໃຫ້​ເຫັນ​ຈຸດ​ເດັ່ນ​ຂອງ​ຕົນ​ເອງເຊັ່ນ​ນີ້ມັນ​ຈະເຮັດ​ໃຫ້​ນັກ​ຮຽນ​ຜູ້​ຂໍ​ທຶນ​ສະ​ແດງ​ໃຫ້​ເຫັນ​ວ່າ​ຕົນ​ເອງ​ມີ​ຄວາມພິ​ເສດ ຫລືແຕກ​ຕ່າງ​ໄປ​ຈາກ​ຄົນ​ອື່ນ ແລະ​ສົມ​ຄວນທີ່ຈະ​ໄດ້​ຮັບ​ທຶນການ​ສຶກ​ສາທີ່ມີ​ຊື່​ສຽງ​ສູງ​ຂອງ​ໂລກທີ່​ວ່າ ນັ້ນ ແຕ່ຜູ້​ກ່ຽວ​ກ່າວ​ຢ້ຳ​ອີກວ່າ ສິ່ງ​ສຳ​ຄັນ​ທີ່​ສຸດກໍ​ຄື ທຸກ​ຄຳ​ເວົ້າ ແລະ​ຄວາມ​ຄິດ​ຈະ​ຕ້ອງ​ເປັນ​ຂອງ​ຕົນ​ເອງ.

ໃນ​ພາກ​ຕໍ່​ໄປ ພວກ​ເຮົາ​ຈະ​ນຳ​ເອົາ ສິ່ງ​ສຳ​ຄັນ ແລະ​ຂາດບໍ່​ໄດ້ທີ່​ຈະ​ພາ​ໃຫ້​ມີ​ຜົນ​ສຳ​ເລັດ​ສູງ​ໃນ​ການ​ຮຽນ​ຂັ້ນ​ປະ​ລິນ​ຍາ​ໂທ ແລະ​ສູງກວ່ານັ້ນ​ຢູ່ໃນ​ສະ​ຫະ​ລັດມາ​ສະ​ເໜີ​ທ່ານ. ໂປດ​ຕິດ​ຕາມ​ຮັບ​ຟັງ​ດ້ວຍ.

XS
SM
MD
LG