ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ວິ​ທີ ຄູ່​ຮ່ວມ​ງານ​ ຂອງ ທ. ຈູ​ລີ​ອາ​ນີ ຊື້​ຈ້າງ ເພື່ອ​ເຂົ້າ​ຫາ ສະ​ມາ​ຊິກຂັ້ນ​ສູງ ຂອງ ພັກ​ຣີ​ພັບບ​ລີ​ກັນ


ຜູ້​ຖືກ​ສະ​ເໜີ​ຊື່ ໃຫ້​ລົງ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ດໍ​ໂນ​ລ ທ​ຣຳ ​ອ້ອມກອດ ອະ​ດີດ​ຜູ້​ປົກ​ຄອງ​ນະ​ຄອນ​ນິວຢອກ ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ຢູ່​ທີ່​ການ​ໂຮມ​ຊຸມ​ນຸມ ໂຄ​ສະ​ນາ​ຫາ​ສຽງ ໃນ​ເມືອງ ກ​ຣີນ​ວີ​ລ ລັດ​ຄາ​ໂຣ​ໄລ​ນາ​ເໜືອ, ວັນ​ທີ 6 ກັນ​ຍາ 2016.
ຜູ້​ຖືກ​ສະ​ເໜີ​ຊື່ ໃຫ້​ລົງ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ດໍ​ໂນ​ລ ທ​ຣຳ ​ອ້ອມກອດ ອະ​ດີດ​ຜູ້​ປົກ​ຄອງ​ນະ​ຄອນ​ນິວຢອກ ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ຢູ່​ທີ່​ການ​ໂຮມ​ຊຸມ​ນຸມ ໂຄ​ສະ​ນາ​ຫາ​ສຽງ ໃນ​ເມືອງ ກ​ຣີນ​ວີ​ລ ລັດ​ຄາ​ໂຣ​ໄລ​ນາ​ເໜືອ, ວັນ​ທີ 6 ກັນ​ຍາ 2016.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານບໍ່​ຮູ້​ຈັກ ເພື່ອນ​ຮ່ວມ​ງານ​ສອງ​ຄົນ ​ທີ່​ເກີດ​ຢູ່​ໃນສະ​ຫະ​ພາບ​ໂຊ​ຫວຽດ​ ຂອງ​ທ່ານ​ຣູ​ດີ ​ຈູ​ລີ​ອາ​ນີ ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານນັ້ນ ຜູ້​ທີ່​ໄດ້​ຖືກຟ້ອງ​ໃນວັນ​ພະ​ຫັດ​ຜ່ານ​ມານີ້ ​ໃນຂໍ້​ຫາລະ​ເມີດ​ຕໍ່​ກາ​ນ​ໃຊ້​ເງິນໂຄ​ສະ​ນາ​ຫາ​ສຽງ.

“ຂ້າ​ພະ​ເຈົ້າ ບໍ່​ຮູ້​ຈັກ​ພວກສຸ​ພາບ​ບູ​ລຸດນັ້ນ” ທ່ານ​ທ​ຣຳ ໄດ້​ກ່າວ​ໄປ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ​ຊຶ່ງ​ໝາຍ​ເຖິງ​ ​ທ່ານ ເລບ​ວ໌ ປາ​ຣ​ນາ​ສ (Lev Parnas) ຜູ້​ທີ່​ເປັນ​ຊາວ​ຢູ​ເຄ​ຣນ ແລະທ່ານ ອີ​ກໍ ຟ​ຣູ​ແມນ (Igor Fruman) ຊາວ​ເບ​ລາ​ຣຸ​ສ. ທ່ານ​ທ​ຣຳ ກ່າວ​ອີກວ່າ “ດຽວນີ້ ມັນ​ເປັນ​ໄປ​ໄດ້ ທີ່​ຂ້າ​ພະ​ເຈົ້າ ອາດ​ຈະ​ມີ​ຮູບ​ກັບ​ພວກ​ເຂົາ​ເຈົ້າ ເພາະ​ວ່າ ຂ້າ​ພະ​ເຈົ້າ ກໍ​ມີ​ຮູບ​ກັບ​ທຸກໆ​ຄົນ.”

ໃນ​ຄວາມ​ເປັນ​ຈິງ​ແລ້ວ ບັນ​ທຶກ​ຂໍ້ມູນ ໄດ້​ວາດ​ພາບ​ອອກ​ມາ​ໃຫ້​ເຫັນ ເຖິງ​ສາຍ​ສຳ​ພັນ​ອັນ​ໃກ້​ຊິດ ໂດຍສະ​ທ້ອນ​ໃຫ້​ເຫັນ ເຖິງວິ​ທີ​ທີ່​ທັງ​ສອງ​ນັກ​ທຸ​ລະ​ກິດດັ່ງ​ກ່າວ ​ຜູ້​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ລັດ​ຟ​ລໍ​ຣີ​ດາ ໄດ້​ໃຊ້​ເງິນຫຼາຍ​ຮ້ອຍ​ພັນ​ໂດ​ລາ ​ຊື້​ຈ້າງ​ເພື່ອ​ເຂົ້າ​ຫາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ດ້ວຍ​ການ​ໃຫ້​ເງິນ​ບໍ​ລິ​ຈາກ ຕໍ່​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ ໃນ​ການສະ​ໜັບ​ສະ​ໜຸນ ​ທ່ານ​ທ​ຣຳ.

ຕັ້ງ​ແຕ່​ຕົ້ນ​ເດືອນ​ມີ​ນາ ປີ 2018 ​ທ່ານ​ຟ​ຣູ​ແມນ ໄດ້ເຂົ້າ​ຮ່ວມ​ການ​ພົບ​ປະ​ຜູ້​ບໍ​ລິ​ຈາກ ກັບ​ທ່ານທ​ຣຳ ຢູ່​ທີ່​ບ້ານ​ພັກ​ຣີ​ສອດ ມາ​ອາ​ລາ​ໂກ (Mar-a-Lago) ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີເອງ ໃນ​ເມືອງ​ພ​າມ​ບິ​ຈ ລັດ​ຟ​ລໍ​ຣີ​ດາ ຊຶ່ງທ່ານ​ຟ​ຣູ​ແມນ ໄດ້​ກ່າວ​ຕໍ່​ເວັບ​ໄຊ ForumDaily ທີ່​ເປັນ​ເວັບ​ໄຊຂ່າວສານ​ຂອງ​ຣັດ​ເຊຍ. ມີ​ຜູ້​ທີ່​ຄາດ​ຫວັງ​ວ່າ ຈະ​ເປັນ​ຜູ້​ບໍ​ລິ​ຈາກ ປະ​ມານ 200 ຄົນ ໄດ້​ໄປ​ເຂົ້າ​ຮ່​ວມ​ໃນ​ງານ​ດັ່ງ​ກ່າວ ຜູ້​ທີ່​ຈະ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ ການ​ເລືອກ​ຕັ້ງ ທ່ານ​ທ​ຣຳ ຄືນ​ອີກ ໃນ​ປີ 2020.

​ທ່ານຟ​ຣູ​ແມນ ໄດ້​ກ່າວ​ໂອ້ອວດ​ວ່າ “ໃນ​ການ​ເລືອກ​ຕັ້ງ​ປີ 2016 ຂ້າ​ພະ​ເຈົ້າ ໄດ້​ ​ບໍ​ລິ​ຈາກ​ ໃນ​ກອງ​ທຶນຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ແລະ​ບັດ​ນີ້ ນຶ່ງ​ປີ​ຫຼັງ​ຈາກ ໄດ້​ຮັບ​ຕຳ​ແໜ່ງເປັນ​ປະ​ທາ​ນາ​ທິ​ບໍ​ດີ ​ທ່ານ​ທ​ຣຳ ໄດ້​ຕັດ​ສິນ​ໃຈ ຖືກ​ຕ້ອງ​ອີກ​ຄັ້ງ​ນຶ່ງ ທີ່​ຈະ​ເຊື້ອ​ເຊີນ​ພວກ​ເຮົາ ແລະ​ຫັນ​ມາ​ຫາ​ພວກ​ສະ​ໜັບ​ສະ​ໜຸນ​ຂອງ​ທ່ານ.”

ທ່ານ​ຟ​ຣູ​ແມນ ແລະ​ທ່ານ​ປາ​ຣ​ນາ​ສ ບໍ່​ພຽງ​ແຕ່​ໃຫ້​ເງິນ​ແກ່​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ເທົ່າ​ນັ້ນ. ທັງ​ສອງ​ທ່ານນີ້ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂງ​ຂັນ​ຕໍ່​ທ່ານ​ທ​ຣຳ ຊຶ່ງ​ໃນ​ທີ່​ສຸດ ໄດ້​ການ​ເປັນ​ຜູ້​ປະ​ສານ​ງານ​ໃຫ້​ແກ່ ແຜນ​ການຂອງ​ທ່ານ​ຈູ​ລີ​ອາ​ນີ ເພື່ອ​ຊອກ​ຫາ​ເລື້ອງ​ເສຍ​ຫາຍ​ດ້ານ​ການ​ເມືອງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ເປັນ​ຝ່າຍ​ຄ້ານ​ກັບ​ທ່ານ​ທ​ຣຳ. ພາກ​ສ່ວນ​ນຶ່ງ​ຂອງ​ຄວາມພະ​ຍາ​ຍາມ​ດັ່ງ​ກ່າວນັ້ນ ພວກ​ເຂົາ​ເຈົ້າ ຍັງ​ໄດ້​ສະ​ແຫວງ​ຫາ​ທາງລວບ​ລວມ​ເອົາ​ຂໍ້​ມູນ ເພື່ອເປີ​ດ​ເຜີຍ ທິດ​ສະ​ດີ ທີ່​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ຢູ​ເຄ​ຣນ ໄດ້​ພະ​ຍາ​ຍາມ​ທີ່ເຮັດ​ໃຫ້​ການ​ເລືອກ​ຕັ້ງ​ ໃນ​ປີ 2016 ອອກ​ມາ​ໃນ​ທາງ​ຂອງ​ທ່ານ​ນາງ​ຮີ​ເລີ​ຣີ ຄ​ລິນ​ຕັນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຊຶ່ງ​ໃນ​ທາງ​ກົງ​ກັນ​ຂ້າມ ປະ​ຊາ​ຄົມ​ສືບ​ລັບ​ສະ​ຫະ​ລັດ​ໄດ້​ພົບ​ເຫັນ​ວ່າ ຣັດ​ເຊຍ ໄດ້​ຢູ່​ເບື້ອງ​ຫລັງ​ໃນ​ການ​ຊ່ອຍ​ເຮັດ​ໃຫ້​ທ່ານ​ທ​ຣຳ ຊະ​ນະ​ການ​ເລືອກ​ຕັ້ງ.

ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG