“ກອງປະຊຸມແຫ່ງຊາດທຸກໆສີ່ປີ ຄັ້ງທີ່ 45 ຂອງພັກເດໂມແຄຣທ ບັດນີ້ຈະເລິ່ມຂຶ້ນຢ່າງເປັນທາງການແລ້ວ”
ນັ້ນຄືສຽງປະກາດໄຂກອງປະຊຸມຫລວງຄັ້ງທີ 45 ຂອງພັກເດໂມແຄຣທ ເມື່ອປີ 2008.
ທຸກໆສີ່ປີໃດ ທັງສອງພັກການເມືອງຂອງສະຫະລັດຈັດກອງປະຊຸມຫຼວງຂຶ້ນ ແລະປະຕິບັດຂັ້ນຕອນຕ່າງໆ ທີ່ເລືອກເອົາຜູ້ສະໝັກເລືອກຕັ້ງປະທານາທິບໍ ດີຂອງຕົນ ຢ່າງເປັນທາງການ.
ກອງປະຊຸມຫຼວງເລິ່ມຕົ້ນ ດ້ວຍການເຂົ້າປະຈໍາບ່ອນນັ່ງຂອງຄະນະຜູ້ແທນ ພັກຈາກແຕ່ລະລັດ. ພວກຜູ້ແທນເຫຼົ່ານີ້ ແມ່ນຖືກເລືອກຂຶ້ນມາ ຈາກຜົນຂອງການເລືອກຕັ້ງຂັ້ນຕົ້ນຂອງພັກຢູ່ໃນລັດຂອງເຂົາເຈົ້າ ແລະປະຕິຍານວ່າ ຈະລົງມະຕິເອົາຜູ້ສະໝັກທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນນັ້ນ ຊຶ່ງໃນບາງລັດເອີ້ນວ່າ primary elections ແລະບາງລັດເອີ້ນວ່າ caucuses ຊຶ່ງມີຂັ້ນຕອນທີ່ແຕກຕ່າງກັນ. ຢູ່ໃນກອງປະຊຸມຫລວງນັ້ນ ຄະນະຜູ້ແທນຈາກແຕ່ລະລັດ ຈະພາກັນຮ້ອງອອກມາວ່າ “ເອົາ” ເວລາຖືກຖາມວ່າ ຈະເລືອກເອົາຜູ້ສະໝັກຄົນນັ້ນຄົນນີ້ບໍ່?
ຂັ້ນຕອນຕໍ່ໄປ ກໍຄືການປະກາດຮັບຮອງເອົາອັນທີ່ເອີ້ນກັນວ່າ ຄືຫຼັກນະໂຍ ບາຍຂອງພັກ ຊຶ່ງເປັນຫຼັກການແລະທ່າທີຕ່າງໆ ທີ່ພັກຈະຍຶດໝັ້ນແລະເຜີຍແຜ່ເພື່ອຫາສຽງສະໜັບສະໜຸນ ໃນການເລືອກຕັ້ງຈະມາເຖິງນີ້. ບາງເທື່ອກໍອາດມີການຖົກຖຽງກັນຢ່າງໃຫຍ່ກ່ຽວກັບຫຼັກການເຫລົ່ານັ້ນ ຖ້າຫາກເປັນບັນຫາທີ່ຄະນະຜູ້ແທນມີຄວາມເຫັນຂັດແຍ້ງກັນ.
ການຄັດເລືອກຢ່າງເປັນທາງການເອົາຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຂອງແຕ່ລະພັກ ແມ່ນເລິ່ມຕົ້ນດ້ວຍການສະເໜີຊື່ພວກທີ່ສະໝັກຢ່າງເປັທາງການ ຊຶ່ງໂດຍປົກກະຕິແລ້ວ ຈະແມ່ນສອງມື້ກ່ອນວັນສຸດທ້າຍຂອງກອງປະຊຸມຫຼວງ. ຜູ້ປະກາດສະເໜີຊື່ ຈະແມ່ນປະທານກອງປະຊຸມ ເຊ່ນທ່ານນາງ Nancy Pelosi ປະທານກອງປະຊຸມຫລວງຂອງພັກເດໂມແຄຣທ ທີ່ປະກາດສະເໜີຊື່ ທ່ານບາຣັກ ໂອບາມາ ເມື່ອ 4 ປີກ່ອນ.
”ຜູ້ສະໝັກຄົນຕໍ່ໄປທີ່ຖືກສະເໜີຊື່ໃນແລງມື້ນີ້ສໍາລັບເລືອກຕັ້ງເປັນປະທາ ນາທິບໍດີສະຫະລັດ ໄດ້ແກ່ສະມາຊິກສະພາສູງ ບາຣັກ ໂອບາມາ ຈາກລັດ ອິລລິນອຍສ໌”
ຫຼັງຈາກສະເໜີຊື່ຜູ້ສະໝັກແລ້ວ ຂັ້ນຕອນຕໍ່ໄປ ຄືອັນທີ່ເອີ້ນວ່າ Roll Call of the States ຄືການຖາມຄະນະຜູ້ແທນລັດວ່າ ພວກເຂົາເຈົ້າເລືອກເອົາຜູ້ໃດ? ເຖິງແມ່ນເປັນທີ່ຮູ້ກັນດີຢູ່ແລ້ວວ່າ ຜູ້ໃດຈະຖືກແຕ່ງຕັ້ງກໍຕາມ ແຕ່ ຄະນະຜູ້ແທນລັດ ກໍຕ້ອງອອກມາປະກາດໃຫ້ຮູ້ວ່າ ຜູ້ສະໝັກແຕ່ລະຄົນໄດ້ຄະແນນເທົ່າໃດຈາກພວກເຂົາເຈົ້າ ດັ່ງຕົວຢ່າງຂອງລັດຮາວາຍ ໃນປີ 2008.
“ພວກເຮົາພູມໃຈ ລົງຄະແນນສຽງ 26 ສຽງໃຫ້ແກ່ປະທານາທິບໍດີສະຫະ ລັດຄົນຕໍ່ໄປ ຄືສະມາຊິກສະພາສູງ ບາຣັກ ໂອບາມາ ແລະສຽງນຶ່ງໃຫ້ແກ່ສະມາຊິກສະພາສູງ ຮິລແລຣີ ຄລິນຕັນ.”
ການຄັດເລືອກເອົາຜູ້ເຂົ້າແຂ່ງຂັນປະທານາທິບໍດີຂອງແຕ່ລະພັກນັ້ນເປັນຂັ້ນຕອນທີ່ງ່າຍຫຼາຍ ຄືຜູ້ສະໝັກຄົນໃດໄດ້ຮັບຄະແນນສຽງຈາກຄະນະຜູ້ແທນ ລັດ ຫຼາຍກວ່າໝູ່ ກໍແມ່ນຜູ້ນັ້ນ.
ປົກກະຕິແລ້ວ ຜູ້ສະໝັກເຂົ້າຄອງທໍານຽບຂາວທີ່ບໍ່ຖືກຄັດເລືອກ ກໍຈະໃຫ້ຄໍາໝັ້ນສັນຍາຢູ່ທີ່ກອງປະຊຸມຫຼວງວ່າ ຈະໃຫ້ການສະໜັບສະໜຸນແກ່ຜູ້ທີ່ ພັກຄັດເລືອກເອົານັ້ນ ດັ່ງທີ່ທ່ານມິດ ຣອມນີ ຜູ້ສະໜັກເລືອກຕັ້ງປະທານາ ທິບໍດີປີນີ້ ໄດ້ຮັບປາກວ່າຈະສະໜັບສະໜຸນຜູ້ສະໝັກເລືອກຕັ້ງທີ່ພັກຣີພັບບລິການຄັດເລືອກເອົາ ເມື່ອ 4 ປີກ່ອນ.
ທ່ານ ມິດ ຣອມນີ ກ່າວວ່າ: “ພວກເຮົາມີຄໍາແນະນໍາສໍາລັບຊາວອາເມຣິກັນທຸກໆຄົນ ທີ່ຢາກໃຫ້ມີການປ່ຽນແປງໃນວໍຊິງຕັນ ຄືເອົາພວກຫົວເສລີນິຍົມ ທີ່ມັກລັດຖະບານໃຫຍ່ໆນັ້ນ ອອກໄປເສຍ ແລະຈົ່ງເລືອກເອົາ John McCain ແລະ ເຊຣາ ເພຣິນ!”
ເບິ່ງວີດີໂອພາສາອັງກິດ:
ສໍາລັບສອງພັກການເມືອງໃຫຍ່ນັ້ນ ຄໍ່າຄືນສຸດທ້າຍຂອງກອງປະຊຸມຫລວງ ເຂົ້າເຖິງຈຸດສຸດຍອດ ດ້ວຍການກ່າວຄໍາປາໄສຕອບຮັບການແຕ່ງຕັ້ງຂອງຜູ້ທີ່ພັກຄັດເລືອກເອົາ. ນີ້ຄືທ່ານໂອບາມາ ເມື່ອ 4 ປີກ່ອນ:
ທ່ານໂອບາມາກ່າວວ່າ “ຂ້າພະເຈົ້າຂໍນ້ອມຮັບເອົາ ການແຕ່ງຕັ້ງຂອງທ່ານ ໃຫ້ເປັນຜູ້ສະໝັກເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ດ້ວຍຄວາມຂອບໃຈແລະຮູ້ບຸນຄຸນ ຢ່າງສຸດຊື້ງ ແລະຄວາມອ່ອນນ້ອມຖ່ອມໂຕຢ່າງໃຫຍ່.”
ກອງປະຊຸມຫຼວງສິ້ນສຸດລົງດ້ວຍບັນຍາກາດອັນມ່ວນຊື່ນ ໂດຍການຫວ່ານເສດເຈ້ຍທີ່ມີສີສັນ ຈາກເພດານລົງສູ່ພື້ນບໍລິເວນກອງປະຊຸມ ແລະສຽງໂຮ່ຮ້ອງສະໜັບສະໜຸນດັງຟົດສະນັ່ນ. ຕອນເຊົ້າຂອງມື້ຕໍ່ມາ ຜູ້ສະໝັກແຕ່ລະຄົນກໍເລີ່ມເຂົ້າສູ່ການໂຄສະນາຫາສຽງຕັ້ງທີ່ໜັກໜ່ວງໃນໄລຍະສອງເດືອນ ໄປຈົນເຖິງວັນປ່ອນບັດເລືອກຕັ້ງ ຄືວັນອັງຄານທໍາອິດຂອງເດືອນພະຈິກ ແລະຜູ້ນຶ່ງໃນຈໍານວນນັ້ນ ກໍແມ່ນຈະໄດ້ເຂົ້າຄອງທໍານຽບຂາວ.