ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກໍາມະການ ເລືອກຕັ້ງຂອງລັດ ເປັນຜູ້ເລືອກຕັ້ງເອົາ ປະທານາທິບໍດີ ສະຫະລັດ (ວີດີໂອລາວ/ອັງກິດ)


ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ

ຊາວ​ອະ​ເມ​ຣິກັນ​ພາກັນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ​ຄົນ​ຕໍ່​ໄປ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ວັນ​ທີ 6 ພະ​ຈິກ ​ເດືອນ​ໜ້າ​ນີ້. ​ແຕ່​ວ່າການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີທີ່​ແທ້​ຈິງນັ້ນ ​ແມ່ນ​ຈະມີຂຶ້ນ ​ໃນ​ວັນ​ທີ 17 ​ເດືອນ​ທັນວາ ​ແລະ​ມີ​ບຸກຄົນ​ສໍາຄັນ ພຽງ 538 ເທົ່າ​ນັ້ນ ທີ່​ມີ​ສ່ວນ​ກ່ຽວຂ້ອງໃນ ການ​ລົງ​ຄະ​ແນນ​ສຽງ​. ພວກ​ຄົນ​ກຸ່ມ​ນ້ອຍ​ດັ່ງກ່າວ​ນີ້​ ເອີ້ນ​ວ່າ Electoral College ຫລື ຄະນະ​ກໍ​າມະ​ການ​ເລືອກ​ຕັ້ງຂອງ​ລັດ​.

​ເວລາລັດຖະທໍາ​ມະນູນຂອງ​ສະຫະລັດ​ຖືກຮ່າງ​ຂຶ້ນມາໃນ​ປີ 1787 ນັ້ນ ບໍ່​ມີ​ປະ​ເທດໃດ​ໃນ​ພາກ​ພື້ນ​ຢູ​ໂຣບ ປ່ອຍ​ໃຫ້​ປະຊາຊົນ​ຂອງ​ຕົນ​ເລືອກ​ຕັ້ງ​ເອົາ​ປະມຸກ​ຂອງປະ​ເທດ​ຂອງ​ຕົນ​ໂດຍ​ກົງ. ​ເພາະສະ​ນັ້ນ ບັນດາ​ຜູ້​ຮ່າງ​ລັດຖະທໍາ​ມະນູນຈຶ່ງ​ໄດ້ອອກ​ແບບ​ລະບົບ ​ທີ່​ມີ​ສອງ ຂັ້ນຕອນ ຄືໃຫ້​ປະຊາຊົນ​ຜູ້​ມີ​ສິດ​ເລືອກຕັ້ງ ​ປ່ອນ​ບັດ​ເອົາ​ຜູ້​ສະມັກ​ທີ່​ເຂົາ​ເຈົ້າ​ມັກ ​ແຕ່​ວ່າຄະ​ແນນ​ສຽງ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ຖືກ​ໂອນ​ໄປ​ໃຫ້​ຄົນກຸ່ມນ້ອຍໆ​ກຸ່ມ​ນຶ່ງ ​ເອີ້ນວ່າ Electoral College ຫຼືຄະນະ​ກໍ​າມະ​ການ​ເລືອກ​ຕັ້ງ​ຂອງລັດ ພິຈາລະນາ ຊຶ່ງ​ຄວາມ​ຈິງ​ແລ້ວ ແມ່ນ ຄະນະ​ກໍາມະການດັ່ງ​ກ່າວ ທີ່ຈະ​ປະຊຸມ​ກັນ​ໃນແຕ່​ລະ​ລັດຂອງ​ເຂົາ​ເຈົ້າ ປະມານ​ນຶ່ງ​ເດືອນ ຫຼັງຈາກການ​ລົງຄະ​ແນນ​ສຽງ​ຂອງ ມະຫາຊົນນັ້ນ ເປັນ​ຜູ້​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ.

ທ່ານ Curtis Gans ​ເປັນສາ​ສະ​ດາ​ຈານປະ​ຈໍາ​ມະຫາວິທະຍາ​ໄ​ລ American University ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ.

ສາ​ສະ​ດາ​ຈານ Curtis Gans ກ່າວ​ວ່າ: “ຄະນະ​ກໍາມະການ​ເລືອກ​ຕັ້ງ ດັ່ງກ່າວ​ນັ້ນ ​ໂດຍ​ຈໍານວນ​ແລ້ວ ​ແມ່ນ​ທຽບ​ເທົ່າ​ກັບຈໍານວນຜູ້​ຕ່າງ​ໜ້າ​ຂອງ ແຕ່​ລະ​ລັດຢູ່ລັດ ຖະສະພາ​ ​ ​- ຄື​ລັດ​ນຶ່ງມີ​ສອງ​ຄົນ​ຢູ່ໃນ​ສະພາ​ສູງ ​ແລະ​ຜູ້​ແທນ​ສະພາ​ຕໍ່າ​ແມ່ນ​ອິງຕາມ​ຈໍານວນ​ປະຊາກອນ​ສໍາລັບ​ແຕ່ລະເຂດ​ເລືອກ​ຕັ້ງຢູ່ໃນ​ແຕ່​ລະ​ລັດ ຊຶ່ງ​ລວມທັງໝົດ​ແລ້ວ​ແມ່ນ​ມີ 438 ຄົນ​. ແລະຜູ້ສະມັກ​ເລືອກ​ຕັ້ງ​ຄົນ​ໃດ​ໄດ້​ຄະ​ແນນ​ສຽງຈາກ​ປະຊາຊົນຫຼາຍ ກວ່າ​ໝູ່ ກໍ​ແມ່ນ​ຜູ້​ນັ້ນ​
ໄດ້​ສຽງ​ຈາກ​ຄະນະ​ກໍາ​ມະ​ການ​ເລືອກ​ຕັ້ງ
ທັງ​ໝົດຂອງ​ລັດ.

​ແຕ່ມີ​ຂໍ້​ຍົກ​ເວັ້ນຢູ່​ສອງ​ລັດ ຄື​ລັດ Nebraska ​ແລະ​ລັດ Maine ຊຶ່ງ​ໄດ້​ແຕ່ງຕັ້ງຄະນະ​ກໍາ ມະການ​ເລືອກ​ຕັ້ງ​ ຕາມສັດສ່ວນ​ຂອງ​ຈໍານວນ​ຄະ​ແນນ​ສຽງຂອງ​ມະຫາຊົນ ຢູ່ໃນ​ແຕ່ ລະ​ເຂດ​ເລືອກ​ຕັ້ງ. ນອກ​ນີ້​ແລ້ວ ກໍ​ມີ​ຄະນະ​ກໍາມະການ​ເລືອກ​ຕັ້ງ ​ເພີ່ມ​ອີກ​ສາມ​ຄົນ ທີ່​ເປັນ​ຕົວ​ແທນ​ຂອງ​ເຂດ​ເລືອກ​ຕັ້ງ​ທີ່​ບໍ່​ແມ່ນ​ລັດ ​ເຊັ່ນ District of Columbia ຫຼື Washington, DC ລວມທັງ​ໝົດ​ແລ້ວ ກໍ​ແມ່ນ​ມີຄະນະ​ກໍາມະການ​ເລືອກ​ຕັ້ງຂອງ​ລັດ​ທັງ​ໝົດ 538 ຄົນ.

ຜູ້ສະມັກເລືອກ​ຕັ້ງ​ຕ້ອງໄດ້​ຄະ​ແນນ​ສຽງຈາກ​ຄະນະ​ກໍາມະ​ການ​ເລືອກ​ຕັ້ງ​ຂອງລັດ ຢ່າງ​ນ້ອຍ 270 ຄົນ ຈຶ່ງ​ຈະ​ໄດ້​ເປັນ​ປະທານທິບໍດີ. ​ໃນ​ກໍລະນີທີ່​ຜູ້ສະມັກ​ບໍ່​ໄດ້​ຮັບຄະແນນ​ຄົບ​ ຕາມ​ທີ່​ກໍານົດ​ນັ້ນ​ ລັດຖະທໍາ​ມະນູນ​ບົ່ງ​ໄວ້​ວ່າ ​ໃຫ້ເປັນ​ພາລະ​ຂອງ​ສະພາ​ຕໍ່າ ທີ່​ຈະ​ເລືອກ​ເອົາ​ປະທານາທິບໍດີ​ຄົນ​ຕໍ່​ໄປ ແຕ່ວ່າ​ກໍລະນີ​ນີ້​ຍັງ​ບໍ່​ທັນ​ເກີດ​ຂຶ້ນເທື່ອ​ໃນ​ຮອບດົນ​ກ່ວາ 200 ປີ​ກໍ​ຕາມ.
ເບິ່ງວີດີໂອລາຍງານນີ້ເປັນພາສາອັງກິດ:
US President Chosen by Electors, Not Popular Vote
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ


​ຢ່າງໃດ​ກໍ​ຕາມ ​ເຖິງ​ແມ່ນ​ວ່າ​ໃນການ​ເລືອກຄັ້ງ​ຜ່ານໆ​ມາ​ສ່ວນຫຼາຍ ​ໄດ້ມີ​ຜູ້​ສະມັກພຽງ​ຄົນ​ດຽວ ທີ່ໄດ້ຊະນະຄະ​ແນນ​ສຽງຂອງ​ທັງ​ມະຫາຊົນແລະຂອງ​ ຄະນະ​ກໍາມະການ​ເລືອກ​ຕັ້ງ​ຂອງ​ລັດກໍ​ຕາມ ​ແຕ່​ກໍ​ໄດ້​ມີ​ກໍລະ​ນີ​ຍົກ​ເວັ້ນ​ ​ເກີດ​ຂຶ້ນ​ໃນ​ການ​ເລືອກຕັ້ງ​ຄັ້ງ​ປີ 2000.

ຄື ທ່ານ Al Gore ພັກ​ເດ​ໂມ​ແຄຣັທ ​ໄດ້ຊະນະ​ຄະ​ແນ​ນສຽງ​ມະຫາຊົນ ​ຫລາຍ​ກ່ວາ​ຄູ່​ແຂ່ງ ໃນ​ຈໍານວນບັດຫຼາຍກວ່າ​ເຄິ່ງລ້ານ ​ແລະ​ໄດ້​ຄະ​ແນນ​ສຽງ​ຂອງ​ຄະນະ​ກໍາມະການ​ເລືອກ​ຕັ້ງ​ຂອງ​ລັດ 266 ສຽງ ​ແຕ່​ຄູ່​ແຂ່ງ​ຂອງ​ທ່ານ ຄື ທ່ານ George W. Bush ຈາກພັກຣີພັບ​ບລິ​ກັນ ມີ​ຄະ​ແນ​ນນໍາ​ໜ້າ ທ່ານ Al Gore ​ໜ້ອຍ​ນຶ່ງ ຢູ່ໃນ​ລັດ​ຟລໍຣິດາ.

​ເມື່ອ​ຜົນ​ອອກ​ມາ​ເຊັ່ນ​ນີ້ ທ່ານ ກໍຣ໌ ​ໄດ້​ຂໍ​ໃຫ້​ທາງ​ການ​ນັບ​ບັດ​ເລືອກ​ຕັ້ງ ຂອງລັດຟລໍ​ຣິດາ ຄືນ​ໃໝ່ ຊຶ່ງທ່ານ​ບູສ ກໍ​ໄດ້​ທ້າ​ທາຍ​ໄປ​ຈົນ​ຮອດ​ສານ​ສູງ​ສຸດ. ການ​ເລືອກ​ຕັ້ງຜ່ານ​ພົ້ນ​ໄປ​ເດືອນ​ກວ່າ ສານ​ສູງ​ສຸດຈຶ່ງ​ໄດ້​ຕັດສິນ​ໃຫ້​ທ່ານບູສ ​ເປັນ​ຜູ້ຊະນະ ​ຊຶ່ງ​ເທົ່າ​ກັບມອບ​ສຽງ​ຂອງ​ຄະນະ​ກໍາມະການ​ເລືອກ​ຕັ້ງ​ທັງໝົດ 25 ສຽງ​ ຂອງລັດ​ຟລໍຣິດາ​ໃຫ້​ແກ່​ທ່ານ​ບູສ ​ໄດ້ຂື້ນ​ຄອງ​ທໍານຽບຂາວ.

ທັງ​ສອງ​ພັກ​ໃຫຍ່ ຄື​ພັກ​ເດ​ໂມ​ແຄຣັທ ​ແລະ​ພັກຣີພັບ​ບລິ​ກັນ ​ແມ່ນຍຶດໝັ້ນ​ທີ່ສຸດ​ຕໍ່​ການ​ຫຼິ້ນ​ເກ​ມຂອງ​ລະບົບ​ຄະນະ​ກໍາມະການເລືອກ​ຕັ້ງ​ຂອງລັດ ຈົນ ທ່ານ Dennis Johnson ສາ​ສະ​ດາ​ຈານ​ປະ​ຈໍາ​ມະຫາວິທະຍາ​ໄຍ George Mason ກ່າວ​ວ່າ ທ່ານ​ບໍ່​ຄາດ​ວ່າ ຈະ​ມີ​ການປ່ຽນ​ແປງລະບົບ​ດັ່ງກ່າວ​ນີ້​.

ທ່ານ ​Johnson ກ່າວ​ວ່າ: ທັງ​ສອງ​ພັກ ​ແບບ​ວ່າ​ພາກັນ​ສຶກສາ​ເບິ່ງ​ຍຸດທະສາດ ​ແລະ​ສຶກສາ​ເບິ່ງ​ແຜນ​ທີ່ ​ແລະ​ກ່າວ​ວ່າ ສໍາລັບ​ພວກ​ເຮົາ​ແລ້ວ ບໍ່​ຕ້ອງ​ປ່ຽນ ປ່ອຍ​ມັນໄວ້​ຈັ່ງ​ຊັ້ນ ​ຄື​ເກົ່າຜູ້​ໃດ​ຊະນະ​ກໍ​ລວບໝົດ​ທຸກ​ສຽງ.

​ແລະ ທ່ານ ຈອນ​ສັນ ກ່າວ​ອີກ​ວ່າ ກາ​ນຄອບ​ງໍາ​ຂອງ​ພັກ​ເດ​ໂມ​ແຄຣັທ ຢູ່​ໃນ​ເຂດ​ຫົວ​ເມືອງ​ຕ່າງໆ​ຂອງ​ປະ​ເທດ​ນັ້ນ ໝາຍ​ຄວາມ​ວ່າ ພັບ​ບຣິກັນ ທີ່ ​ເຂັ້ມ​ແຂງ​ກວ່າ​ໃນເຂດຊົນນະບົດ​ທີ່​ມີ​ຄົນ​ໜ້ອຍ ​ແມ່ນ​ບໍ່​ມີ​ທ່າ​ອ່ຽງ​ທີ່​ສະໜັບ​ສະ​ໜຸນໃຫ້​ມີການປ່ຽນ​ແປງ​ໃນ​ການ​ເລືອກ​ຕັ້ງ ​ໃຫ້​ເປັນການ​ເລືອກ​ຕັ້ງ​ທີ່​ອິງຄະ​ແນນ​ສຽງຂອງປະຊາຊົນ​ຜູ້ມີ​ສິດ​ປອ່ນບັດ​ໂດຍ​ກົງ​ໂລດ.
XS
SM
MD
LG