ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາຕ່ຳ ສະຫະລັດ ທ່ານ​ແມັກຄາຣທີ ມີຄວາມຫວັງໃນແງ່ບວກ ກ່ຽວກັບຂໍ້ຕົກລົງ ໃນໜີ້ສິນຂອງສະຫະລັດ


ປ້າຍໂຄສະນາ ສະແດງໃຫ້ເຫັນເຖິງ ໜີ້ສິນແຫ່ງຊາດຂອງສະຫະລັດ ແມ່ນເຫັນໄດ້ ໃນນະຄອນຫຼວງວໍຊິງຕັນ ດີ.ຊີ., ວັນທີ 19 ມັງກອນ 2023.
ປ້າຍໂຄສະນາ ສະແດງໃຫ້ເຫັນເຖິງ ໜີ້ສິນແຫ່ງຊາດຂອງສະຫະລັດ ແມ່ນເຫັນໄດ້ ໃນນະຄອນຫຼວງວໍຊິງຕັນ ດີ.ຊີ., ວັນທີ 19 ມັງກອນ 2023.

ປະທານສະພາຕ່ຳສະຫະລັດ ທ່ານແຄວິນ ​ແມັກຄາຣທີ ໄດ້ໃຫ້ຄຳໝັ້ນ ໃນວັນອາທິດວານນີ້ວ່າ ສະຫະລັດ ຈະບໍ່ຜິດໜັດໃນການຊຳຫຼະໜີ້ຂອງປະເທດ ໃນຂະນະທີ່ຕົນໃກ້ຈະເຖິງຂີດຈຳກັດຂອງວົງເງິນໃຊ້ຈ່າຍຈຳນວນ 31 ພັນ 4 ຮ້ອຍຕື້ໂດລາ ໃນເດືອນມິຖຸນາ ແຕ່ໄດ້ກ່າວວ່າ ລັດຖະບານບໍ່ສາມາດສືບຕໍ່ໃຊ້ຈ່າຍຫຼາຍກວ່າທີ່ຕົນເກັບເງິນມາໄດ້ຈາກພາສີ ໃນແຕ່ລະປີ.

ທ່ານແມັກຄາຣທີ ຜູ້ນຳຂອງສະພາຕ່ຳທີ່ຄວບຄຸມໂດຍພັກຣີພັບບລີກັນ ໄດ້ກ່າວຕໍ່ລາຍການ “Face the Nation” ຂອງອົງການຂ່າວ CBS ວ່າ ທ່ານຈະພົບປະກັບປະທານາທິບໍດີ ໂຈ ໄບເດັນ ທີ່ສັງກັດພັກເດໂມແຄຣັດ ໃນວັນພຸດຈະມາເຖິງນີ້ ຊຶ່ງຈະເປັນການປຶກສາຫາລື ໃນອັນທີ່ອາດເປັນການເຈລະຈາ ເລື້ອງເພ ດານໜີ້ ທີ່ໄດ້ຍືດເຍື້ອຕະຫຼອດໄລຍະຫຼາຍເດືອນຜານມາ.

ສະຫະລັດ ຈະຕ້ອງເພີ້ມເພດານໜີ້ຂອງຕົນຂຶ້ນ ກ່ອນທີ່ຕົນຈະບໍ່ມີເງິນເຫຼືອທີ່ຈະຊຳ​ລະຄ່າໃຊ້ຈ່າຍຂອງຕົນ ທີ່ໄດ້ສະສົມມາແລ້ວນັ້ນ. ທ່ານໄບເດັນ ແລະບັນດາສະມາຊິກພັກເດໂມແຄຣັດ ຢາກໃຫ້ຮັບຮອງການເພີ້​ໃເພດານໜີ້ຊຸດ “ໃໝ່” ທີ່ບໍ່ຜູກ​ມັດກັບການໃຊ້ຈ່າຍໃນອະນາຄົດ ໃນຂະນະດຽວກັນ ບັນດາສະມາຊິກພັກຣີພັບບລີກັນ ໄດ້ຮຽກຮ້ອງໃຫ້ຈຳກັດການໃຊ້ຈ່າຍໃໝ່ ເພື່ອຕັດການຂາດດຸນໃນແຕ່ລະປີ ຊຶ່ງເປັນບັນຫາການໃຊ້ຈ່າຍເກີນກວ່າລາຍຮັບມາດົນນານ ທີ່ມັກຈະມີມູນຄ່າລວມທັງໝົດຫຼາຍກວ່າ 1 ພັນຕື້ໂດລາຕໍ່ປີ.

ທ່ານ​ແມັກຄາຣທີ ໄດ້ກ່າວວ່າ “ພວກເຮົາຈະບໍ່ຜິດນັດຈ່າຍໜີ.”

ສະຫະລັດບໍ່ເຄີຍຜິດນັດຈ່າຍໜີ້ຂອງຕົນເລີຍ ເຊັ່ນວ່າ ພັນທະບັດຂອງກະຊວງການເງິນ ທີ່ໄດ້ຂາຍໃຫ້ຈີນ ຍີ່ປຸ່ນ ແລະພວກຊາວອາເມຣິກັນແຕ່ລະຄົນ ແຕ່ການຈັດອັນດັບຂອງຄວາມເຊື່ອຖືຂອງຕົນ ໄດ້ຖືກຫລຸດລົງ ໃນປີ 2011 ເມື່ອປະ ທານາທິບໍດີ ບາຣັກ ໂອບາມາ ສັງກັດພັກເດໂມແຄຣັດ ແລະບັນດາສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ໄດ້ໂຕ້ແຍ້ງກັນກ່ອນນັ້ນ ກ່ຽວກັບງົບປະມານໃຊ້ຈ່າຍຂອງປະເທດ ແລະໃນທີ່ສຸດກໍໄດ້ບັນລຸຂໍ້ຕົກລົງ ໄລຍະ 10 ປີ.

ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ, ຂວາ, ກ່າວຢູ່ໃນກອງປະຊຸມ ກັບບັນດາຜູ້ນຳສະມາຊິກສະພາຕ່ຳ ໃນຫ້ອງການ Roosevelt ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ພະຈິກ 2022. ທ່ານແຄບວິນ ແມັກຄາຣທີ, ດຽວນີ້ ເປັນຜູ້ນຳສຽງສ່ວນຫຼາຍຂອງສະພາຕ່ຳ, ແມ່ນນັ່ງຢູ່ເບື້ອງຊ້າຍ.
ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ, ຂວາ, ກ່າວຢູ່ໃນກອງປະຊຸມ ກັບບັນດາຜູ້ນຳສະມາຊິກສະພາຕ່ຳ ໃນຫ້ອງການ Roosevelt ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ພະຈິກ 2022. ທ່ານແຄບວິນ ແມັກຄາຣທີ, ດຽວນີ້ ເປັນຜູ້ນຳສຽງສ່ວນຫຼາຍຂອງສະພາຕ່ຳ, ແມ່ນນັ່ງຢູ່ເບື້ອງຊ້າຍ.

ດຽວນີ້ ທ່ານແມັກຄາຣທີ ໄດ້ກ່າວວ່າ ໜີ້ສິນຂອງປະເທດລວມທັງໝົດ 120 ເປີເຊັນຂອງຜົນຜະລິດທາງເສດຖະກິດຂອງປະເທດ, ໂດຍມີໜີ້ສິນບວກເຂົ້າຕື່ມອີກຫຼວງຫຼາຍ ໃນໄລຍະຫຼາຍປີຜານມານີ້ ກໍເນື່ອງຈາກສອງເຫດ​ຜົນຫຼັກ ຄື ການຕັດພາສີທີ່ພັກຣີພັບບລີກັນ ໄດ້ອະນຸມັດພາຍໃຕ້ ອະດີດປະທານາທິບໍດີ ດໍໂນລ ທຣຳ ແລະ ການຊ່ອຍເຫຼືອບັນເທົາທຸກຍ້ອນໄວຣັສໂຄໂຣນາ ທີ່ບໍ່ມີເງິນທຶນ ພາຍໃຕ້ລັດຖະບານຂອງທ່ານທຣຳ ແລະທ່ານໄບເດັນ.

“ພວກເຮົາບໍ່ໄດ້ຢູ່ໃນຈຸດນີ້ ກ່ຽວກັບໜີ້ສິນ ນັບຕັ້ງແຕ່ສົງຄາມໂລກ ຄັ້ງທີສອງ” ທ່ານແມັກຄາຣທີ ໄດ້ກ່າວ. ທ່ານກ່າວຕໍ່ໄປວ່າ “ສະນັ້ນ ພວກເຮົາສາມາດກ້າວໄປໜ້າ ເພື່ອເຮັດໃຫ້ພວກເຮົາໄປໃນເສັ້ນທາງທີ່ສົມດຸນ ໃນເວລາດຽວກັນ ບໍ່ເຮັດໃຫ້ໜີ້ສິນໃດໆຂອງພວກເຮົາ ຕົກຢູ່ໃນການສ່ຽງໄພ ໃນເວລາດຽວກັນ ພວກເຮົາບໍ່ຄວນພິມເງິນຕື່ມອີກ ພວກເຮົາຄວນຈັດສັນງົບປະມານຂອງພວກເຮົາ ໃຫ້ສົມດຸນ. ສະນັ້ນ ຂ້າພະເຈົ້າຢາກຈະເບິ່ງແຕ່ລະກະຊວງທັງໝົດ. ບ່ອນໃດທີ່ພວກເຮົາສາມາດເຮັດໃຫ້ມີປະສິດທິພາບຫຼາຍຂຶ້ນ ມີປະສິດທິຜົນຫຼາຍຂຶ້ນ ແລະມີຄວາມຮັບຜິດຊອບຫຼາຍຂຶ້ນ?”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG