ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕ່ຳ ສຫລ ຮັບຜ່ານ ງົບປະມານ ເພື່ອຍຸຕິ ການປິດ ລັດຖະບານ


ພະອາທິດກຳລັງຂຶ້ນ ແລະທີ່ເຫັນຢູ່ຂ້າງຫລັງນັ້ນ ແມ່ນຕຶກ ລັດຖະສະພາສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ. (8 ກຸມພາ 2018)
ພະອາທິດກຳລັງຂຶ້ນ ແລະທີ່ເຫັນຢູ່ຂ້າງຫລັງນັ້ນ ແມ່ນຕຶກ ລັດຖະສະພາສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ. (8 ກຸມພາ 2018)

ສະພາຕ່ຳສະຫະລັດ ໄດ້ຮັບຜ່ານຂໍ້ຕົກລົງງົບປະມານມູນຄ່າມະຫາສານ 400 ຕື້ໂດລາ ໃນຕອນເຊົ້າວັນສຸກມື້ນີ້ ໂດຍມີຈຸດປະສົງທີ່ຈະຍຸຕິ ການປິດລັດຖະບານກາງເປັນບາງ
ສ່ວນ.

ສະມາຊິກສະພາຕ່ຳໄດ້ລົງຄະແນນສຽງ 240 ຕໍ່ 186 ໃຫ້ການອະນຸມັດຕໍ່ຂໍ້ຕົກລົງ ຊຶ່ງ
ໃນເວລານີ້ ໄດ້ສົ່ງໄປໃຫ້ປະທານາທິບໍດີ ດໍໂນລ ທຣຳ ເຊັນແລ້ວ. ແຕ່ແນວໃດກໍຕາມ ການອະນຸມັດດັ່ງກ່າວຈະໃຫ້ທຶນລັດຖະບານ ໄປຈົນຮອດວັນທີ 23 ມີນາເທົ່ານັ້ນ. ບັນ
ດາສະມາຊິກສະພາ ມີເວລາຈົນຮອດກຳນົດດັ່ງກ່າງ ຮ່າງແຜນການການໃຊ້ຈ່າຍ ສຳ
ລັບເວລາທີ່ຫຍັງເຫລືອຢູ່ຂອງສົກງົບປະມານ ໄປຈົນຮອດວັນທີ 30 ກັນຍາ.

ງົບປະມານດັ່ງກ່າວ ໄດ້ມີການຮັບຮອງເອົາ ທັງໆທີ່ມີການຄັດຄ້ານຂອງພວກນັກການ
ເມືອງບາງຄົນ ບໍ່ເຫັນພ້ອມກັບການໃຊ້ຈ່າຍເພີ້ມຂຶ້ນເປັນຈຳນວນຫຼວງຫຼາຍແລະໂດຍ ປາສະຈາກແຜນການກ່ຽວກັບການເຄື່ອນໄຫວເພື່ອປົກປ້ອງພວກຊາວໜຸ່ມເຂົ້າເມືອງ
ແບບຜິດກົດໝາຍ ຈຳນວນຫຼາຍກວ່ານຶ່ງລ້ານຄົນທີ່ຮູ້ກັນໃນນາມ “ພວກທີ່ມີຄວາມໄຝ່
ຝັນ” ນັ້ນ.

ທ່ານແຣນດ໌ ພອລ ສະມາຊິກສະພາສູງ ຈາກລັດເຄນທັກກີ
ທ່ານແຣນດ໌ ພອລ ສະມາຊິກສະພາສູງ ຈາກລັດເຄນທັກກີ

ລັດຖະບານສະຫະລັດ ໄດ້ຖືກອັດລົງ ຫລັງຈາກທ່ຽງຄືນ ວັນພະຫັດ ເວລາລັດຖະສະ
ພາໄດ້ພາດເສັ້ນຕາຍ ໃນການອະນຸມັດທຶນແກ່ລັດຖະບານຕື່ມ. ການອັດລັດຖະບານ ໃນຕອນເຊົ້າວັນສຸກມື້ນີ້ ແມ່ນເປັນເທື່ອທີສອງ ໃນໄລຍະເວລາບໍ່ຮອດນຶ່ງເດືອນ.

ຕໍ່ມາ ສະພາສູງສະຫະລັດໄດ້ລົງຄະແນນສຽງ 71 ຕໍ່ 28​ ເພື່ອໃຫ້ເປີດລັດຖະບານຄືນ.

ສະມາຊິກພັກຣີພັບບລີກັນພຽງຄົນດຽວ ໃນຕອນແລງວັນພະຫັດ ໄດ້ຂັດຂວາງຕໍ່ຮ່າງ
ກົດໝາຍທີ່ໄດ້ຮັບການສະໜັບສະໜຸນຈາກທັງສອງພັກເພື່ອໃຫ້ລັດຖະບານເຮັດວຽກ
ຕໍ່ໄປ ບໍ່ເທົ່າໃດຊົ່ວໂມງກ່ອນທີ່ເງິນຈະໝົດລົງ.

US Gov't Funding
please wait
Embed

No media source currently available

0:00 0:01:08 0:00

ສະມາຊິກສະພາສູງແຣນດ໌ ພອລ ຈາກລັດເຄນທັກກີ ໄດ້ຄັດຄ້ານຕໍ່ລະບຽບການ ໃນ
ການລົງຄະແນນສຽງຂອງສະພາສູງ ກ່ຽວກັບຂໍ້ຕົກລົງໃນດ້ານງົບປະມານເປັນເວລາ
ສອງປີ ທີ່ຈະເພີ້ມການໃຊ້ຈ່າຍທັງທາງດ້ານທະຫານ ແລະດ້ານສັງຄົມຫຼາຍຮ້ອຍພັນ
ລ້ານໂດລາ ໂດຍເວົ້າວ່າ ຈະເຮັດໃຫ້ ການຂາດດຸນງົບປະມານ ທີ່ເພີ້ມຂຶ້ນຢ່າງໄວວາ
ຂອງລັດຖະບານກາງສະຫະລັດລະເບີດ ແລະສົມທົບໃສ່ກັບໜີ້ສິນຂອງປະເທດ ທີ່ມີ
ຢູ່ແລ້ວຫຼາຍກວ່າ 20 ພັນຕື້ໂດລານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ​

XS
SM
MD
LG