ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາຕໍ່າ ສຫລ ລົງຄະແນນສຽງ ລົງໂທດ ເກົາຫຼີເໜືອ ໃນການທົດລອງ ລະເບີດໄຮໂດຣເຈັນ


More US Sanctions Against North Korea Loom
please wait

No media source currently available

0:00 0:01:43 0:00

ສະມາຊິກສະພາ​ຕໍ່າສະຫະລັດ ທີ່​ສັງ​ກັດພັກຣີພັບບລິ​ກັນ ​ແລະ
​ເດ​ໂມ​ແຄຣັດ ຮ່ວມກັນ​ໃນ​ວັນ​ອັງຄານ​ວານ​ນີ້ ຮັບຜ່າ​ນຮ່າງ​ກົດ
ໝາຍ ທີ່​ຊອກ​ຫາຊ່ອງ​ທາງ​ເພື່ອ ​ປະຕິ​ເສດ​ບໍ່​ໃຫ້ລັດຖະບານ​ພຽງ
​ຢາງ ​ໄດ້​ຮັບ​ເງິນຕາ ​ທີ່ຕົນ​ຕ້ອງການໃຊ້ ​ໃນ​ໂຄງ ການອາວຸດ​ນິວ
​ເຄລຍ ​ໂດຍ​ທຳ​ການ​ລົງ​ໂທດ​ໜັກ​ຂື້ນ.

ຮ່າງ​ກົດ​ໝາຍ​ທີ່ຮ້ອງ​ວ່າ ຮ່າງຂໍ້​ບັງຄັບ​ໃນ​ການ​ລົງ​ໂທດຕໍ່ເກົາຫລີ
​ເໝືອ ​ແມ່ນ​ເບິ່ງ ກັນ​ວ່າ ​ເປັນ​ການ​ຕອບ​ໂຕ້​ຕໍ່​ເກົາຫລີ​ເໝືອ ທີ່​ໄດ້​
ປະກາດ​ໃນ​ອາທິດ​ແລ້ວ​ນີ້ ກ່ຽວ ກັບການ​ທົດ​ລອງ​ລະ​ເບີດ​ໄຮ​
ໂດຣ​ເຈັນ ຊຶ່ງ​ເປັນ​ອາວຸດ​ນິວ​ເຄລຍທີ່​ໃຊ້ຄວາມ​ຮ້ອນ​ ​ທີ່ສາມ​າດ​
ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໄດ້​ນັ້ນ. ການ​ກ່າວອ້າ​ງ​ດັ່ງ
ກ່າວໄດ້ ​ກໍ່​ໃຫ້​ເກີດ​ມີ​ຄວາມ​ສົງ​ໄສ ​ໃນ​ຂະນະ​ທີ່​ບັນດາ​ຜູ້​ຊ່ຽວຊານຢູ່​ນອກປະ​ເທດ ກ່າວ​ວ່າ ​ເກົາຫລີ​ເໜືອ ​ໄດ້​ທຳ​ການທົດ​ລອງລະ​ເບີດປະລະມານູຢ່າງ​ແທ້​ຈິງ​ເປັນ​ເທຶ່ອທີສີ່ ທີ່ມີ​ຄວາມ
​ແຮງ​ນ້ອຍ​ກວ່າ​ນິວ​ເຄລຍ.

​ແຕ່​ວ່າ ຄວາ​ມສົງ​ໄສເຫລົ່າ​ນັ້ນ​ບໍ່​ໄດ້​ຢຸດ​ຢັ້ງສະພາ​ຕໍ່າສະຫະລັດ ຈາກ​ການຮັບຜ່ານຮ່າງ
​ກົດໝາຍລົງ​ໂທດ ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 418 ຕໍ່ 2.

ທ່ານ Yun Won-tae ນັກພະຍາກອນອາກາດ ລັດຖະບານເກົາຫລີໃຕ້ ຢືນຢູ່ຕໍ່ໜ້າຈໍວັດແທກ ຄວາມແຮງສັ່ນສະເທືອນ ການທົດລອງລະເບີດ ເກົາຫລີເໜຶອ
ທ່ານ Yun Won-tae ນັກພະຍາກອນອາກາດ ລັດຖະບານເກົາຫລີໃຕ້ ຢືນຢູ່ຕໍ່ໜ້າຈໍວັດແທກ ຄວາມແຮງສັ່ນສະເທືອນ ການທົດລອງລະເບີດ ເກົາຫລີເໜຶອ

ໃນ​ການອະພິປາຍ​ກັນ​ກ່ອນການ​ລົງ​ຄະ​ແນນ​ສຽງນັ້ນ ປະທານຄະນະ​ກຳມະການ ກິດຈະ
ການຕ່າງປະເທດຂອງ​ສະພາ​ຕ່ຳ ທີ່ພັກຣີພັບ​ບລິ​ກັນ ທ່ານ Ed Royce ກ່າວ​ວ່າ ​ການ​ທົດ​
ລອງ​ປະ​ລະມານູ ຄັ້ງ​ທີສີ່​ຂອງເກົາ​ຫລິ​ເໜືອ ພຽງ​ຢ່າງ​ດຽວນັ້ນ​ກໍໄດ້​ສ້າງ​ຄວາ​ມ​ເປັນ​ຫ່ວງ
​ພຽງພໍ​ໃຫ້​ແກ່​ສະຫະລັດ​ແລະ​ພັນທະ​ມິດ.​ ທ່ານRoyce ກ່າວ​ວ່າ ​ໄພ​ຂົ່ມຂູ່​ຈາກ​ຄວາມ​
ກ້າວໜ້າ​ໃນ​ດ້ານ​ນິວ​ເຄລຍຂອງ​ເກົາຫລີ​ເໜືອແມ່ນ​ຮັບ​ເອົາ​ບໍ່​ໄດ້ ​ແລະ​ສະພາຄວນ​ເປັນ
​ຜູ້ນຳ​ພາ.

ຄວາມ​ສຳຄັນ​ທີ່​ຮ່າງ​ກົດໝາຍ​ສະບັບ​ນີ້ຈະ​ເຮັດກໍ​ແມ່ນ​ແນ​ໃສ່​ເພື່ອ​ກົດ​ດັນ​ທາງ​ດ້ານ ການ​
ເງິນ​ແລະ​ເສດຖະກິດ ​ເພື່ອ​ໂດດດ່ຽວ​ທ່່ານກິມຈົງ​ອຸນ​ແລະ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ ຂອງ​ທ່ານບໍ່
​ໃຫ້​ສາມາດ​ເຂົ້າ​ເຖິງ​ຊັບ​ສິນ​ທີ່​ເຂົາ​ເຈົ້າມີ​ຢູ່​ໃນ​ທະນາຄານ​ຕ່າງປະ​ເທດ ​ແລະ​ເງິນຕາ​ທີ່​ຊ່ອຍ​
ຄ້ຳ​ຈຸນ​ການ​ປົກຄອງ​ຂອງ​ພວກ​ເຂົາ​ນັ້ນ.

XS
SM
MD
LG