ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະ​ນະ​ກຳ​ມະ​ການ ສືບ​ລັບ ສະ​ພາ​ຕ່ຳ ວາງ​ແຜນ ຈະ​ເປີດ​ເຜີຍ ບົດ​ລາຍ​ງານ ໃນ​ວັນ​ອັງ​ຄານ ມື້ນີ້


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ ກ່ອນ​ຈະ​ຂຶ້ນ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ Marine One ຢູ່​ເດີ່ນ​ຫຍ້​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 2 ທັນ​ວາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ ກ່ອນ​ຈະ​ຂຶ້ນ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ Marine One ຢູ່​ເດີ່ນ​ຫຍ້​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 2 ທັນ​ວາ 2019.

ຄາດ​ກັນ​ວ່າ ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ຈະ​ເປີດ​ເຜີຍບົດ​ລາຍ​ງານ ກ່ຽວ​ກັບ​ການ​ພົບ​ເຫັນ​ ແລະ​ການ​ແນະ​ນຳ​ໃດໆຂອງ​ຕົນ ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ​ຕໍ່​ມະ​ຫາ​ຊົນ ໃນ​ວັນ​ອັງ​ຄານມື້ນີ້.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ທ່ານ​ອາ​ດຳ ຊີ​ຟ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ MSNBC ເມື່ອ​ຕອນ​ແລງວັນ​ຈັນ​ວານນີ້ ວ່າ ຄະ​ນະ​ກຳ​ມະ​ການ ໄດ້ “​ປັບ​ປຸງ​ໃນຂັ້ນ​ສຸດ​ທ້າຍເພື່ອ​ໃຫ້​ສົມ​ບູນ" ຕໍ່​ບົດລາຍ​ງານ. ທ່ານ​ຍັງ​ໄດ້​ກ່າວ​ວ່າ ຄະ​ນະ​ກຳ​ມະ​ການ ຈະ​ລົງ​ຄະ​ແນນ​ສຽງ​ໃນຕອນ​ແລງ​ວັນ​ອັງ​ຄານມື້ນີ້ ໃນ​ການຍື່ນ​ສະ​ເໜີຢ່າງ​ເປັນ​ທາງ​ການ ​ໃຫ້ແກ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ ຊຶ່ງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການນີ້ຈະ​ຕັດ​ສິນ​ໃຈ​ວ່າ ຈະກຳ​ນົດ​ບົດຟ້ອງ​ຮ້ອງ​ຕໍ່​ທ່ານ​ທ​ຣຳ ຫຼືບໍ່.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ມີ​ແຜນ​ການ​ຈະ​ເລີ້ມ​ຕົ້ນ​ການ​ພິ​ຈາ​ລະ​ນາ​ຮັບ​ຟັງ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ພຸດມື້​ອື່ນ ແລະ​ຈະ​ດຳ​ເນີນ​ການ​ໄປ​ໂດຍ​ປາດ​ສະ​ຈາກ​ການ​ມີ​ໜ້າ​ຂອງ​ທະ​ນາຍ​ຄວາມ​ຂອງ​ທ່ານທ​ຣຳ.

ທ່ານ​ປະ​ທານ​າ​ທິ​ບໍ​ດີ ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່​ສົ່ງ​ຜູ້​ຕາງ​ໜ້າໄປ​ຮັບ​ຟັງ “ເພາະ​ວ່າ ທຸກ​ສິ່ງ​ທຸກ​ຢ່າງນີ້ ແມ່ນ​ເລື້ອງຫລອກ​ລວງ.”

ທ່ານ​ທ​ຣຳ ຍັງ​ໄດ້​ຕ້ອງ​ຕິ​ພັກ​ເດ​ໂມ​ແຄ​ຣັດ ສຳ​ລັບ​ການ​ຈັດ​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ຮັບ​ຟັງຄຳ​ໃຫ້​ການ ໃນ​ເວ​ລາ ທີ່​ທ່ານ​ໄປ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດ​ຍອດ​ບັນ​ດາ​ຜູ້​ນຳ​ ອົງການສົນທິສັນຍາ ແອັດແລນຕິກເໜືອ ຫຼື ​ເນ​ໂຕ້ ຢູ່ໃນ​ນະ​ຄອນຫຼວງ​ລອນດອນ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ເມື່ອ​ຕອນ​ແລງວັນ​ຈັນ​ວານນີ້ ວ່າ “ຫາ​ກໍ​ມາ​ຮອດ​ອັງ​ກິດ ກຳ​ລັງ​ມຸ້ງ​ໜ້າ​ໄປ​ຍັງ​ລອນດອນ ເພື່ອກອງ​ປະ​ຊຸມອົງ​ການ​ເນ​ໂຕ້ ມື້​ອື່ນນີ້. ກ່ອນທີ່​ຈະ​ມາ​ຮອດ ຂ້າ​ພະ​ເຈົ້າ​ໄດ້​ອ່ານ ບົດ​ລາຍ​ງານ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ກ່ຽວ​ກັບ ເລື້ອງ​ການ​ຟ້ອງ​ຮ້ອງທີ່ຫລອກ​ລວງ. ​ເຮັດ​ໄດ້ດີຫຼາຍ! ພວກ​ຫົວ​ຊ້າຍ​ຈັດ ບໍ່​ມີກໍ​ລະ​ນີ​ໃດ​ເລີຍ. ອ່ານ​ບັນ​ທຶກ​ເບິ່ງ. ບໍ່​ຄວນ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຟ້ອງ​ຮ້ອງ​ເລີຍ. ພວກ​ເຮົາ​ໄປ​ສານ​ສູງ​ສຸດ ເພື່ອ​ຍຸ​ຕິ​ມັນ​ໄດ້​ບໍ່?”

ການ​ພິ​ຈາ​ລະ​ນາ​ຮັບ​ຟັງ​ຂອງວັນ​ພຸດມື້​ອື່ນ ຈະ​ເພັ່ງ​ເລັງ​ໃສ່ ເລື້ອງ​ພື້ນ​ຖານ​ດ້ານ​ລັດ​ຖະ​ທຳ​ມະ​ນູນ ທີ່​ພົວ​ພັນ​ກັບ​ການ​ຟ້ອງ​ຮ້ອງ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ຮ່ວມ​ກັບ​ບັນ​ດານັກ​ວິ​ຊາ​ການ​ດ້ານ​ກົດ​ໝາຍ 4 ທ່ານ ທີ່​ຈະ​ມາ​ປາ​ກົດ​ຕົວ​ໃນ​ຖາ​ນະ​ເປັນພະ​ຍານ. ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ໄດ້​ປະ​ກາດ​ໃນ​ວັນ​ຈັນ​ວານນີ້ ບັນ​ຊີ​ລາຍ​ຊື່​ຂອງ​ບັນ​ດາ​ພະ​ຍານ ທີ່​ເປັນອາ​ຈານ​ສອນກົດ​ໝາຍ​ທັງຫຼາຍ ເຊັ່ນ ທ່ານ​ໂນ​ອາ ແຟ​ລ​ແມນ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຮາວາດ ທ່ານ​ນາງ ແພມ​ເມີ​ລາ ຄາ​ຣ​ແລນ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ສະ​ແຕນ​ຟອດ ທ່ານ​ໄມ​ໂກ​ລ ເຈີ​ຣາດ​ຕ໌ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຄາ​ໂຣ​ໄລ​ນາ​ເໜືອ ແລະ​ທ່ານ​ໂຈ​ນາ​ທັນ ເທີ​ລີ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອ​ຣ​ຈ໌ ວໍ​ຊິງ​ຕັນ.

ທ່ານ​ທ​ຣຳ ຍັງ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ເຫັນ​ທີ່​ອອກ​ມາ​ໃໝ່ໆ ໂດຍທ່ານ​ໂວ​ໂລ​ດີ​ເມຍ ​ເຊເລັນ​ສກີ ​ປະ​ທາ​ນາ​ທິ​ບໍ​ດີຂອງຢູ​ແຄ​ຣນ ​ທີ່​ກ່າວ​ອ້າງວ່າ ທ່ານບໍ່​ເຄີຍ​ລົມ​ກັບ​ປະ​ທານ​າ​ທິ​ບໍ​ດີສ​ະ​ຫະ​ລັດ “ຈາກ​ທ່າ​ທີ​ທີ່​ວ່າ ເຮັດ​ສິ່ງ​ນຶ່ງ ເພື່ອ​ຈະ​ໄດ້​ຮັບ​ສິ່ງ​ນຶ່ງຕອບ ​ແທນ ຫຼື quid pro quo.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG