ສະພາຕ່ຳສະຫະລັດ ທີ່ນຳພາໂດຍພັກເດໂມແຄຣັດ ໄດ້ກ່າວຫາ ປະທານາທິບໍດີດໍໂນລ ທຣຳ ວ່າ ກະທຳຄວາມຜິດ ທີ່ສາມາດຟ້ອງຮ້ອງໄດ້ ດ້ວຍຂໍ້ກ່າວຫາ 2 ຂໍ້ ໃນວັນອັງຄານຜ່ານມາ ຄືການລະເມີດ ຕຳແໜ່ງຂອງທ່ານເພື່ອ ໃຫ້ໄດ້ມາຊຶ່ງຜົນປະໂຫຍດສ່ວນຕົວທາງການເມືອງ ແລະການຂັດຂວາງຕໍ່ການສືບສວນເພື່ອຟ້ອງຮ້ອງທ່ານຂອງລັດຖະສະພາ. ການລົງຄະແນນສຽງຕໍ່ຂໍ້ກ່າວຫາທັງສອງໃນການຟ້ອງຮ້ອງດັ່ງກ່າວຢູ່ສະພາຕ່ຳທີ່ພັກເດໂມແຄຣັດມີສຽງສ່ວນ ຫຼາຍນັ້ນ ແມ່ນຄາດກັນວ່າ ຈະມີການຮັບຜ່ານ ໃນສັບປະດາໜ້າ. ແຄດເຕີຣິນ ກິບສັນ ນັກຂ່າວຂ່າວວີໂອເອປະຈຳລັດຖະສະພາ ມີລາຍລະອຽດກ່ຽວກັບການລົງຄະແນນສຽງທີ່ຈະຈັດຕັ້ງ ການພິຈາລະນາຄະດີທ່ານທຣຳ ໃນສະພາສູງສະຫະລັດ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຊ່ວງເວລານີ້ ເປັນເຫດການປະຫວັດສາດ ຊຶ່ງສະພາຕ່ຳນຳພາໂດຍພັກເດໂມແຄຣັດ ຈະນຳເອົາຂໍ້ກ່າວຫາທີ່ເປັນທາງການ ຂຶ້ນມາຟ້ອງຮ້ອງຕໍ່ ປະທານາທິບໍດີ ສະຫະລັດ.
ປະທານຄະນະກຳມະການຕຸລາການຂອງສະພາຕ່ຳ ທ່ານເຈີຣອລດ໌ ເນດເລີ ໄດ້ກ່າວ ໃນກອງປະຊຸມຖະແຫລງຂ່າວ ວ່າ “ມື້ນີ້ ໃນການປະຕິບັດໜ້າທີ່ຂອງພວກເຮົາ ຕາມລັດຖະທຳມະນູນ ແລະຕໍ່ປະເທດຊາດ ຄະນະກຳມະການຕຸລາການຂອງສະພາຕ່ຳ ນຳສະເໜີ 2 ຂໍ້ກ່າວຫາເພື່ອຟ້ອງຮ້ອງຕໍ່ ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ເຈ ທຣຳ ໂດຍການກະທຳຄວາມຜິດຮ້າຍແຮງແລະການປະພຶດທີ່ບໍ່ດີ.”
ຫຼັງຈາກທີ່ໄດ້ສືບສວນສອບສວນ ມາໄດ້ເກືອບຮອດ 3 ເດືອນ ແລະໄດ້ພິຈາລະນາຮັບຟັງຄຳໃຫ້ການ ອີກຫຼາຍສັບປະດາ ພັກເດໂມແຄຣັດ ກ່າວວ່າ ຫຼັກຖານ ສະແດງໃຫ້ເຫັນວ່າ ທ່ານທຣຳ ໄດ້ໃຊ້ການຊ່ອຍເຫຼືອດ້ານຄວາມໝັ້ນຄົງ ຂອງສະຫະລັດ ແກ່ຢູເຄຣນ ເປັນເຄື່ອງຕໍ່ລອງ ເພື່ອຜົນປະໂຫຍດສ່ວນຕົວທາງດ້ານການເມືອງຂອງທ່ານເອງ.
ດັ່ງທີ່ທ່ານອາດຳ ຊີຟ ປະທານຄະນະກຳມະການສືບລັບຂອງສະພາຕ່ຳ ໄດ້ກ່າວຖະແຫລງວ່າ “ຫຼັກຖານການກະທຳທີ່ບໍ່ຖືກຕ້ອງຂອງທ່ານປະທານາທິບໍດີ ນັ້ນ ແມ່ນໃຫຍ່ຫຼວງ ແລະໂຕ້ແຍ້ງບໍ່ໄດ້ເລີຍ. ແລະມັນບໍ່ເປັນຈັ່ງຊັ້ນໄດ້ແນວໃດ ໃນເມື່ອຖ້ອຍຄຳຂອງທ່ານປະທານາທິບໍດີເອງ ທີ່ໄດ້ກ່າວໄປ ໃນວັນທີ 25 ກໍລະກົດ ວ່າ ‘ຂ້າພະເຈົ້າຢາກໃຫ້ທ່ານເຮັດບາງສິ່ງໃຫ້ແກ່ພວກເຮົາ ເພື່ອຕອບແທນ ສະ’ ລະບຸຢ່າງເປີດແປນເຈດຕະນາຂອງທ່ານ ຄວາມເຕັມໃຈທີ່ຈະຍອມສະຫລະຄວາມໝັ້ນຄົງແຫ່ງຊາດ ເພື່ອຜົນປະໂຫຍດສ່ວນຕົວຂອງທ່ານເອງ. ແລະໃນເມື່ອທ່ານປະທານາທິບໍດີຖືກຈັບໄດ້ ເພິ່ນກໍໄດ້ທຳຄວາມຜິດເປັນເທື່ອທີສອງ ທີ່ສາມາດຟ້ອງຮ້ອງໄດ້ ຄືການຂັດຂວາງຕໍ່ລັດຖະສະພາ ຊຶ່ງເປັນຄວາມສາມາດອັນແທ້ຈິງເພື່ອຈະຮັບປະກັນວ່າ ບໍ່ມີຜູ້ໃດຢູ່ເໜືອກົດໝາຍ ແມ່ນກະທັງປະທານາທິບໍດີຂອງສະຫະລັດ.”
ແຕ່ລະຂໍ້ກ່າວຫາຂອງການຟ້ອງຮ້ອງ ລຽບລຽງລາຍລະອຽດຂອງເຫດຜົນ ທີ່ພັກເດໂມແຄຣັດ ກ່າວວ່າ ທ່ານທຣຳ ຄວນຖືກປົດອອກຈາກຕຳແໜ່ງ ຍ້ອນການລະເມີດອຳນາດຂອງຕຳແໜ່ງປະທານາທິບໍດີ ເພື່ອຜົນປະໂຫຍດສ່ວນຕົວຂອງທ່ານເອງ ແລະຂັດຂວາງລັດຖະສະພາເພື່ອບໍ່ໃຫ້ສືບສວນການກະທຳຂອງທ່ານ.
ທ່ານທຣຳ ໄດ້ຂຽນລົງໃນທວີດເຕີ້ວ່າ ພັກເດໂມແຄຣັດ ບໍ່ຫົວຊານຳຄວາມຈິງ. ສ່ວນບັນດາພັນທະມິດຂອງທ່ານ ຈາກພັກຣີພັບບລີກັນ ຢູ່ລັດຖະສະພາ ກໍໄດ້ກ່າວວ່າ ການຟ້ອງຮ້ອງປະທານາທິບໍດີນັ້ນ ແມ່ນການພະຍາຍາມທີ່ຈະຕ່າວປີ້ນການເລືອກຕັ້ງປີ 2016.
ຕາມທີ່ຜູ້ນຳສຽງສ່ວນນ້ອຍຂອງສະພາຕ່ຳ ທ່ານແຄວິນ ແມັກຄາທີ ກ່າວໄປວ່າ “ພັກເດໂມແຄຣັດ ຍັງບໍ່ຍອມຮັບຄວາມຈິງ ທີ່ວ່າ ທ່ານປະທານາທິບໍດີ ໄດ້ຊະນະການເລືອກຕັ້ງ ແລະພວກເຂົາເຈົ້າພ່າຍແພ້.”
ແຕ່ການປົກປ້ອງການເລືອກຕັ້ງປີ 2020 ທີ່ກຳລັງຈະມາເຖິງນີ້ ເປັນຈຸດສູນກາງຂອງການຟ້ອງຮ້ອງ ອີງຕາມບັນດາສະມາຊິກພັກເດໂມແຄຣັດຂອງສະພາຕ່ຳ ທີ່ໄດ້ກ່າວໄປ.
ທ່ານເດວິດ ຊີຊີລລີນ ຈາກພັກເດໂມແຄຣັດ ກ່າວວ່າ “ພວກເຮົາໄດ້ເຫັນຮ່ອງຮອຍຮູບແບບຂອງປະທານາທິບໍດີທ່ານນີ້ ທີ່ເຊື້ອເຊີນໃຫ້ຕ່າງປະເທດເຂົ້າມາແຊກແຊງ ແລະເພິ່ນກໍເລີຍຖືກຈັບໄດ້ ເມື່ອເພິ່ນໄດ້ພະຍາຍາມທີ່ຈະດຶງເອົາ ຢູເຄຣນ ເຂົ້າມາແຊກແຊງໃນນາມຂອງເພິ່ນ ແລະສໍ້ໂກງການເລືອກຕັ້ງ.”
ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ປະມານ 48 ເປີເຊັນ ຂອງມະຫາຊົນຊາວອາເມຣິກັນ ສະໜັບສະໜຸນ ການຟ້ອງຮ້ອງປະທານາທິບໍດີ ຊຶ່ງເປັນເຫດການທີ່ບໍ່ຄ່ອຍເກີດຂຶ້ນ ໃນດ້ານການເມືອງແລ້ວ ຈະສ້າງຄວາມແຕກແຍກໃນປະເທດ.
ຊຶ່ງທ່ານລູອິສ ໄມເກີລ ຊີດແມນ ຈາກມະຫາວິທະຍາໄລ ຈອຣ໌ຈທາວນ໌ ກ່າວວ່າ “ມີພຽງປະທານາທິບໍດີ ສອງທ່ານ ໃນປະຫວັດສາດຂອງອາເມຣິກາ ຜູ້ທີ່ໄດ້ຖືກຟ້ອງຮ້ອງ. ການຟ້ອງຮ້ອງເປັນພຽງການກ່າວຫາເທົ່ານັ້ນ. ຄົນຜູ້ນັ້ນ ໃນຂັ້ນຕໍ່ໄປ ກໍຈະຕ້ອງໄດ້ຖືກຕັດສິນວ່າ ມີຄວາມຜິດ ແລະກໍຈະຖືກປົດອອກຈາກຕຳແໜ່ງ. ສະນັ້ນແລ້ວ ອັນນີ້ ເປັນເລື້ອງທີ່ບໍ່ປົກກະຕິເລີຍ ແລະເປັນເຫດການທີ່ໃຫຍ່ຫຼວງຍິ່ງ ທີ່ເກີດຂຶ້ນໃນເວລານີ້.”
ຖ້າສະພາຕ່ຳ ຮັບຜ່ານທັງສອງຂໍ້ກ່າວຫາຂອງການຟ້ອງຮ້ອງປະທານາທິບໍດີ ກ່ອນທີ່ບັນດາສະມາຊິກສະພາຈະໄປພັກຜ່ອນ ໃນວັນພັກຄຣິສມັສ ຊຶ່ງການພິຈາລະນາຂອງສະພາຄົບຄະນະ ເພື່ອລົງຄວາມເຫັນໃນການປົດທ່ານທຣຳອອກຈາກຕຳແໜ່ງ ກໍຈະເລີ້ມຕົ້ນຂຶ້ນ ຢູ່ໃນສະພາສູງສະຫະລັດ ໃນຕົ້ນປີໜ້ານີ້.
U.S. House Democrats accused President Trump of two impeachable offenses Tuesday, introducing Articles of Impeachment accusing him of abusing his office for personal political gain and obstructing the congressional impeachment inquiry. A vote on the articles of impeachment in the Democratic-majority U.S. House is expected to pass next week. VOA's Congressional Correspondent Katherine Gypson has more on the vote that will set up a trial of Trump in the US Senate.
An historic moment.House Democrats bring formal charges against the president of the United States.
Rep. Jerrold Nadler, Chairman, House Judiciary Committee
"Today, in service to our duty to the Constitution and to our country, the House Committee on the Judiciary is introducing two articles of impeachment charging the president of the United States, Donald J. Trump, with committing high crimes and misdemeanors."
((NARRATOR))
After almost three months of investigation and weeks of hearings, Democrats say the evidence shows Trump leveraged U.S. security aid to Ukraine to benefit his own personal political interests.
Rep. Adam Schiff, Chairman, House Intelligence Committee
"The evidence of the president's misconduct is overwhelming and uncontested. And how could it not be when the president's own words on July, 25th, I would like you to do us a favor, though,' lay so bear his intentions, his willingness to sacrifice the national security for his own personal interest. And when the president got caught, he committed his second impeachable act obstruction of Congress, of the very ability to make sure that no one is above the law, not even the president of the United States."
Each Article of Impeachment lays out a reason Democrats say Trump should be removed from office for abusing the power of his presidency for his own personal gain and preventing Congress from investigating his actions.
Trump Tweeted Democrats were ignoring the facts. His Republican allies on Capitol Hill said impeachment was an attempt to reverse the 2016 election.
Rep. Kevin McCarthy, House Minority Leader
"Democrats still cannot get over the fact that the president won the election and they lost."
But protecting the upcoming 2020 election is the focus of the impeachment, House Democrats said.
Rep. David Cicilline, Democrat
"We've seen a pattern of this president inviting foreign interferencehe was then caught when he tried to get the Ukrainians to interfere on his behalf and corrupt our elections."
Polls show about 48% of the American public supports impeaching the presidenta rare event in a politically divided country.
Louis Michael Seidman, Georgetown University
"There have only been two presidents in American history who were actually impeached. The impeachment is just charges. The person then also has to be convicted and no American president has ever been convicted and removed from office. So this is a very unusual and momentous event that's occurring right now."
If the House passes both Articles of Impeachment before lawmakers' holiday break, the full trial considering Trump's removal from office will begin in the U.S. Senate early next year.