ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ສ້າງເຮືອນ ແລະ ການຈັດສັນທີ່ດິນທຳກິນໃຫ້ປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຍັງຈະຊັກຊ້າຕໍ່ໄປຈົນເຖິງທ້າຍປີ 2022


ສະຖານທີ່ຢູ່ອາໄສໃໝ່ສຳລັບຜູ້ຖືກກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.
ສະຖານທີ່ຢູ່ອາໄສໃໝ່ສຳລັບຜູ້ຖືກກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.

ການກໍ່ສ້າງເຮືອນ ແລະ ການຈັດສັນທີ່ດິນທຳກິນໃຫ້ປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນປີ 2018 ຍັງຈະຊັກຊ້າຕໍ່ໄປຈົນເຖິງທ້າຍປີ 2022 ຈຶ່ງຈະດຳເນີນການສຳເລັດ.

ເຈົ້າໜ້າທີ່ຂັ້ນສູງແຂວງອັດຕະປືເປີດເຜີຍວ່າປະຊາຊົນ ລາວ ທີ່ຢູ່ໃນເຂດເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກກໍລະນີເຂື່ອນເຊປຽນ-ຊານໍ້ານ້ອຍແຕກນັບແຕ່ວັນທີ 23​ ກໍລະກົດ 2018 ເປັນຕົ້ນມາ ຍັງຈະຕ້ອງຄອຍຖ້າຕໍ່ໄປຈົນເຖິງທ້າຍປີ 2022 ນີ້ຈຶ່ງຈະມີເຮືອນຢູ່ອາໄສທີ່ຖາວອນ ເພາະວ່າກຸ່ມຜູ້ລົງທຶນໃນໂຄງການຈາກ ເກົາຫຼີໃຕ້ ບໍ່ສາມາດດຳເນີນການໄດ້ຕາມແຜນການນັບແຕ່ເດືອນມິຖຸນາ 2020 ເປັນຕົ້ນມາ ເພາະການລະບາດໄວຣັສໂຄວິດ-19 ໄດ້ເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການຂົນສົ່ງວັດສະດຸອຸປະກອນຕ່າງໆເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

“ການກໍ່ສ້າງເຮືອນ 700 ຫຼັງໃຫ້ແກ່ຜູ້ປະສົບໄພນີ້ ທາງການບໍລິສັດວັນແສງກໍ່ສ້າງໄດ້ຮັບສັນຍາຮັບເໝົາກໍ່ສ້າງຈາກລັດຖະບານ ໃນເດືອນສາມ 2020 ຫັ້ນ ໄລຍະເວລາໃນການສັນຍາກໍແມ່ນ 20 ເດືອນຈາກເດືອນສາມມາຮອດເດືອນຫົກ ຖືວ່າທາງບໍລິສັດໄດ້ລົງມືເພື່ອເປັນການກະກຽມ ພໍຕົກຮອດເດືອນຫົກປີ 2020 ກໍໄດ້ເລີ່ມລົງມືປັກຜັງຫັ້ນແຫຼະ ແລະ ໄລຍະນັ້ນມັນກໍຖືກໃນຊ່ວງໃນໄລຍະເຂົ້າພັນສາ ສະນັ້ນກະການປັກຜັງເບື້ອງຕົ້ນໃນປີ 2020 ຫັ້ນບໍ່ໄດ້ຫຼາຍ ບວກກັບການຂົນສົ່ງອຸປະກອນໃນການກໍ່ສ້າງກະຖືວ່າເສັ້ນທາງກະຫຍຸ້ງຍາກ.”

ໃນປັດຈຸບັນທາງການ ລາວ ແລະ ກຸ່ມຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ຈາກ ເກົາຫຼີໃຕ້ ໄດ້ສົ່ງມອບເຮືອນຢູ່ອາໄສໃຫ້ກັບຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກແລ້ວ 401 ຫຼັງຈຶ່ງຍັງເຫຼືອ 299 ຫຼັງທີ່ຄາດ ວ່າຈະກໍ່ສ້າງແລ້ວສຳເລັດ ແລະ ສົ່ງມອບໃຫ້ກັບປະຊາຊົນ ລາວ ໄດ້ຢ່າງຄົບຖ້ວນພາຍໃນປີ 2022 ນີ້ ຊຶ່ງກໍເຊັ່ນດຽວກັນກັບການຈັດສັນທີ່ດິນທຳກິນໃຫ້ແກ່ປະຊາຊົນດັ່ງກ່າວ.

ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດ 2018 ໄດ້ເຮັດໃຫ້ນາເຂົ້າເສຍຫາຍກວ່າ 8,050 ເຮັກຕາໂດຍທີ່ກະທົບຢ່າງໜັກໜ່ວງທີ່ສຸດຄືບ້ານ ຫີນລາດ, ບ້ານສະໜອງໃຕ້, ບ້ານທ່າຫີນ,​ ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີປະຊາກອນລວມກັນ 7,095 ຄົນໃນ 1,611 ຄອບຄົວໂດຍທີ່ຜ່ານມາກຸ່ມຜູ້ລົງທຶນກໍໄດ້ຈ່າຍເງິນຊົດເຊີຍໃຫ້ກັບປະຊາຊົນໃນ 13 ບ້ານທີ່ຖືກກະທົບໃນມູນຄ່າລວມ 28 ຕື້ກີບສຳລັບການເສຍຫາຍທີ່ເກີດກັບພາຫະນະ, ທຸລະກິດໃນຄົວເຮືອນ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມືກະສິກຳ, ສັດ ລ້ຽງ ແລະ ສະບຽງອາຫານ ໂດຍຍັງເຫຼືອຄ່າເສຍຫາຍທີ່ເກີດກັບສິ່ງປູກສ້າງ ແລະ ສິ່ງຂອງມີຄ່າຕ່າງໆທີ່ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດ ສ່ວນຢູ່ເຂດ 6 ບ້ານກັບ 1 ຄຸ້ມທີ່ຖືກກະທົບໜັກນັ້ນກໍໄດ້ຮັບການຊົດເຊີຍແບບດຽວກັນນີ້ໃນມູນຄ່າກວ່າ 95 ຕື້ກີບໂດຍຍັງບໍ່ລວມການຊົດເຊີຍຄ່າເສຍຫາຍທີ່ເກີດກັບສິ່ງປູກສ້າງ ແລະ ຂອງມີຄ່າແຕ່ຢ່າງໃດ.

ທັງ​ນີ້ ອົງ​ການ​ຮ່ວມ​ມື​ສາ​ກົນ​ແຫ່ງ​ ເກົາຫຼີ​ໃຕ້ (KOICA) ໄດ້​ສົ່ງ​ມອບ​ການ​ຊ່ວຍ​ເຫຼືອ​ໃນມູນ​ຄ່ານຶ່ງ ລ້ານສອງແສນໂດລາ ໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ເມື່ອເດືອນ​ສິງ​ຫາ 2019 ເພື່ອນຳໃຊ້ໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກໂດຍຖືເປັນສ່ວນນຶ່ງຂອງການຊ່ວຍເຫຼືອທີ່ລັດຖະບານ ເກົາ ຫຼີໃຕ້ ໃຫ້ແກ່ລັດຖະບານລາວໃນໄລຍະປີ 2019-2023 ທີ່ມີມູນຄ່າລວມ 11 ລ້ານ 5 ແສນໂດລາ ສຳລັບ ການພັດທະນາໃນດ້ານສາທາລະນະສຸກ, ການສຶກສາ, ກະສິກຳ, ການຝຶກອົບຮົມ ວິຊາຊີບ, ການພັດທະນາສະຫວັດດີການຂອງແມ່ແລະເດັກ, ການປ້ອງກັນໄພພິບັດ, ການພັດທະນາພື້ນຖານໂຄງລ່າງ ແລະ ກໍ່ສ້າງທີ່ຢູ່ອາໄສຖາວອນໃຫ້ກັບຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກດັ່ງກ່າວ.

ສ່ວນ​ທ່ານເລັດ ໄຊ​ຍະ​ພອນ ເຈົ້າ​ແຂວງ​ອັດ​ຕະ​ປືໄດ້​ຢືນ​ຢັນ​ວ່າ​ການ​ຈັດ​ສັນແລະສ້າງ​ເຮືອນຢູ່ອາໄສ ຊົ່ວ​ຄາວໃຫ້​ກັບປະຊາຊົນທີ່ຖືກກະທົບຈາກກໍລະນີ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນປັດຈຸບັນເປັນການບຸກເບີກທີ່ດິນເພື່ອຮອງຮັບການສ້າງເຮືອນ ຢູ່ຖາວອນໃນເນື້ອທີ່ຂະໜາດ 800 ຕາແມັດຕໍ່ຄອບຄົວໂດຍໄດ້ດຳເນີນການຈັດສັນໃຫ້ປະຊາຊົນທີ່ຖືກກະທົບຈາກເຂື່ອນແຕກດັ່ງກ່າວຢ່າງຄົບຖ້ວນແລ້ວ.

ໂດຍ​ຄຽງ​ຄູ່​ກັບ​ການ​ຈັດ​ສັນ​ທີ່​ດິນ​ສຳ​ລັບ​ສ້າງ​ເຮືອນ​ຢູ່​ຖາ​ວອນ​ດັ່ງ​ກ່າວນີ້ທາງ​ການ​ແຂວງ​ ອັດຕະປື ກໍໄດ້ບຸກເບີກທີ່ດິນ 2,140 ເຮັກຕາ ໃນເຂດບ້ານດົງບາກ, ບ້ານປີນດົງ ແລະ ບ້ານຕໍມໍຍອດ ເພື່ອຈັດສັນໃຫ້ປະຊາຊົນ 1,611 ຄອບຄົວທີ່ຖືກກະທົບຈາກເຂື່ອນແຕກຢູ່ໃນເຂດເມືອງສະໜາມໄຊ, ນອກຈາກນັ້ນ ສຳລັບຄອບຄົວທີ່ມີຜູ້ເສຍຊີວິດ ແລະ ສູນຫາຍທັງ 71 ລາຍກໍໄດ້ຮັບການຊົດເຊີຍລາຍລະ 85 ລ້ານກວ່າກີບນັບແຕ່ເດືອນມັງກອນ 2019 ທີ່ຜ່ານມາ.

XS
SM
MD
LG