ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄວາມຫວັງ ກໍແມ່ນວ່າ ຢາກໃຫ້ສະຫະລັດ ຖອນກຳລັງອອກຈາກອີຣັກ ແຕ່ບໍ່ມີກຳນົດວັນເວລາ


ໃນພາບຖ່າຍ ເມື່ອວັນທີ 27 ມີນາ 2020, ສະແດງໃຫ້ເຫັນທະຫານສະຫະລັດ ຢືນຍາມ ໃນລະຫວ່າງ ພິທີມອບສົ່ງ ເດີ່ນເຮືອບິນ Qayyarah, ຂອງກຳລັງຮັກສາຄວາມປອດໄພອີຣັກ, ໃນພາກໃຕ້ຂອງນະຄອນໂມຊູລຂອງອີຣັກ.
ໃນພາບຖ່າຍ ເມື່ອວັນທີ 27 ມີນາ 2020, ສະແດງໃຫ້ເຫັນທະຫານສະຫະລັດ ຢືນຍາມ ໃນລະຫວ່າງ ພິທີມອບສົ່ງ ເດີ່ນເຮືອບິນ Qayyarah, ຂອງກຳລັງຮັກສາຄວາມປອດໄພອີຣັກ, ໃນພາກໃຕ້ຂອງນະຄອນໂມຊູລຂອງອີຣັກ.

ການປະຕິບັດງານ ທີ່ໄດ້ຮັບການປັບປຸງ ໂດຍກອງກຳລັງທະຫານອີຣັກ ແມ່ນອຳນວຍໃຫ້ສະຫະລັດແລະອີຣັກ ແນມເຫັນວັນຂ້າງໜ້າເມື່ອກອງກຳລັງສະຫະ ລັດ ຈະບໍ່ມີຄວາມຈຳເປັນອີກຕໍ່ໄປ ທີ່ຈະຊ່ອຍສະກັດກັ້ນໄພຂົ່ມຂູ່ຈກກຸ່ມກໍ່ການຮ້າຍລັດອິສລາມ ແລະສິ່ງທີ່ຫລົງເຫຼືອຂອງພວກມັນນັ້ນ.

ໃນການປະກາດຢ່າງເປັນທາງການທີ່ໄດ້ແຈ້ງອອກໃນວັນພຸດວານນີ້ ພາຍຫຼັງຈາກການເຈລະຈາທາງອອນໄລ ລະຫວ່າງລັດຖະມົນຕີີກະຊວງການຕ່າງປະ ເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ແລະລັດຖະມົນຕີກະຊວງການຕ່າງ ປະເທດອີຣັກ ທ່ານຟູອາດ ຮູສເຊນ ກໍແມ່ນວ່າທັງສອງປະເທດໄດ້ຕົກລົງເຫັນດີທີ່ຈະເຈລະຈາກັນໃນດ້ານເທັກນິກ ທີ່ແນໃສ່ກຳນົດເວລາໃນການຈັດຕັ້ງເພື່ອໃຫ້ກອງກຳລັງຂອງສະຫະລັດ ຖອນອອກຈາກປະເທດດັ່ງກ່າວ.

“ພາລະກິດຂອງກໍາລັງສະຫະລັດແລະພັນທະມິດ ມາບັດນີ້ໄດ້ຫັນປ່ຽນ ໄປເພັ່ງເລັງໃສ່ການຝຶກແອບແລະວຽກງານດ້ານທີ່ປຶກສາ ສະນັ້ນແລ້ວ ຈະອຳນວຍໃຫ້ປັບປ່ຽນການປະຈຳການກຳລັງນັກລົບທີ່ຍັງເຫຼືອຢູ່ນັ້ນອອກຈາກອີຣັກ” ນັ້ນແມ່ນຄຳຖະແຫລງຂອງການປະກາດຢ່າງເປັນທາງການ ໂດຍຊີ້ໃຫ້ເຫັນເຖິງ “ຄວາມອາດສາມາດທີ່ເພີ້ມຂຶ້ນ” ຂອງກຳລັງຮັກສາຄວາມປອດໄພຂອງອີຣັກ.

ໃນຂໍ້ຄວາມທີ່ຂຽນລົງໃນທວິດເຕີ້ເມື່ອຕອນແລງວັນອັງຄານຜ່ານມາ ນາຍົກລັດ ຖະມົນຕີຂອງອີຣັກ ທ່ານມຸສຕາຟາ ອາລ-ຄາດີມີ ໄດ້ອະທິບາຍເຖິງການເຈລະ ຈາກັບວໍຊິງຕັນນັ້ນ ຄືວ່າ “ເປັນຊ່ອງທາງເພື່ອຟື້ນຟູສະພາບການທີ່ເປັນປົກກະຕິຢູ່ໃນອີຣັກ” ແລະທ່ານໄດ້ກ່າວວ່າ ປະຊາຊົນຂອງອີຣັກຄວນທີ່ຈະມີຊີວິດປາສະ ຈາກການຢ້ານກົວ ໃນການສູ້ລົບຕົບຕີກັນ.

https://twitter.com/MAKadhimi/status/1379906458226147329?s=20

ສະຫະລັດ ໃນເວລານີ້ ມີທະຫານປະຈຳການຢູ່ໃນອີຣັກ ປະມານ 2,500 ຄົນ ແລະອີກຈຳນວນບໍ່ເຖິງ 1,000 ຄົນ ຢູ່ໃນຊີເຣຍ. ພາລະກິດຂອງພວກເຂົານັ້ນແມ່ນໃຫ້ການສະໜັບສະໜຸນແກ່ກຳລັງທະຫານຂອງອີຣັກ ແລະກຸ່ມພັນທະມິດ ທີ່ໜຸນຫຼັງໂດຍກຳລັງເພື່ອປະຊາທິປະໄຕຂອງຊີເຣຍ ຫຼື SDF ເພື່ອກົດດັນກຸ່ມລັດອິສລາມຕໍ່ໄປ ໃນຂະນະທີ່ພວກເຂົາຫາທາງທີ່ຈະຟື້ນໂຕຄືນພາຍໃນໄລຍະສອງ ຫຼັງຈາກທີ່ໝັ້ນແຫ່ງສຸດທ້າຍ ທີ່ຫລົງເຫຼືອຊຶ່ງພວກເຂົາໄດ້ປະກາດເປັນ ລັດອິສລາມ ຫຼື ຄາລີເຟດນັ້ນ ໄດ້ຖືກເຂົ້າຍຶດ ໂດຍກອງກຳລັງທີ່ໜຸນຫຼັງຈາກສະຫະລັດ ຢູ່ໃນຊີເຣຍ.

ກອງກຳລັງສະຫະລັດຍັງໄດ້ດຳເນີນພາລະກິດການສອດແນມທາງອາກາດແລະ ທຳການໂຈມຕີທາງກາດ ໃນການສະໜັບສະໜຸນແກ່ກຳລັງຂອງອີຣັກ ແລະ SDF ເຖິງຢ່າງນັ້ນກໍຕາມ ກອງທັບຂອງອີຣັກ ກໍໄດ້ດໍາເນີນການໂຈມຕີທາງອາກາດຫຼາຍຂຶ້ນ ດ້ວຍຕົນເອງ ໃນບໍ່ເທົ່າໃດເດືອນຜ່ານມາ.

ບັນດາເຈົ້າໜ້າທີ່ສະຫະລັດ ໃນການກ່າວຖະແຫລງ ຫຼັງຈາກການເຈລະຈາທາງອອນໄລ ໄດ້ເນັ້ນໜັກວ່າ ສຳລັບຕອນນີ້ ກຸ່ມລັດອິສລາມທີ່ຍັງຮູ້ຈັກກັນໃນຊື່ IS, ISIS ຫຼື ໃນຊື່ຫຍໍທີ່ເປັນພາສາອາຣັບວ່າ ດາແອັຊ ນັ້ນ ຍັງຄົງເປັນໄພຂົ່ມຂູ່ຢູ່ ແລະວ່າ ຍັງບໍ່ມີແຜນການທີ່ຈະເລີ້ມຖອນກອງກຳລັງສະຫະລັດ ອອກຈາກອີຣັກ ໃນໄລຍະອັນໃກ້ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG