ຮ່ອງກົງ ຊຶ່ງເຄີຍເປັນເມືອງຂຶ້ນຂອງອັງກິດ ໄດ້ 156 ປີ ກ່ອນທີ່
ຈະປ່ຽນໄປຢູ່ ພາຍໃຕ້ການປົກຄອງຂອງຈີນແຜ່ນດິນໃຫຍ່ ໃນປີ
1997. ທີ່ເກາະຮ່ອງກົງນີ້ ພາສາອັງກິດ ຍັງຄົງເປັນພາສາທີ່ໃຊ້
ປາກເວົ້າ ແລະສອນກັນຢ່າງກວ້າງຂວາງຕະຫຼອດມາ ຊຶ່ງບັດນີ້
ຊາວຮ່ອງກົງຫຼາຍໆຄົນກໍພາກັນຫັນມາເລືອກຮຽນພາສາອັງກິດ
ແບບອະເມຣິກັນ. Zlatica Hoke ສຶກສາຄົ້ນຄວ້າເບິ່ງບາງເຫດ
ຜົນຂອງທາງເລືອກນີ້ ຊຶ່ງທອງປານ ຈະນໍາມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.
ພວກເດັກເຫຼົ່ານີ້ ມາຮຽນພາສາອັງກິດໃນວັນສຸດສັບປະດາ. ຄືພວກເຂົາເຈົ້າຮຽນອອກ ສຽງພາສາອັງກິດແບບອາເມຣິກັນ ລູກໆຂອງ ນາຍ Victor Chan ກໍຮຽນຢູ່ໃນຫ້ອງຮຽນນີ້ ລາວໃຫ້ຄວາມເຫັນວ່າ:
ນາຍ ຈານ ເວົ້າວ່າ:“ຂ້ອຍຕັ້ງໃຈຈະສົ່ງພວກລູກຊາຍຂ້ອຍໄປຮຽນຕໍ່ທີ່ອາເມຣິ ກາ ສະນັ້ນຂ້ອຍເລີຍເລືອກເອົາສໍານຽງອາເມຣິກັນ. ການປາກເວົ້າພາສາອັງ ກິດເປັນສໍານຽງອາເມຣິກັນນັ້ນ ແມ່ນດີວ່າກວ່າສໍາລັບຊອກວຽກງານຢູ່ໃນບັນ ດາປະເທດຕາເວັນຕົກ.”
ໂຮງຮຽນ Nature EQ ເປັນນຶ່ງໃນຫຼາຍໆໂຮງຮຽນໃນຮ່ອງກົງ ທີ່ກໍາລັງເຕີບໂຕຂຶ້ນນັບມື້ນັ້ນ ສອນຫຼັກສູດພາສາອັງກິດແບບອາເມຣິກັນ. ເວລາ ທ່ານ Frankie Ng ເປີດໂຮງຮຽນນີ້ເມື່ອ 17 ປີຜ່ານມາ ທ່ານມີນັກຮຽນພຽງ 40 ຄົນໃນເວລານັ້ນ. ຕົກມາປັດ ຈຸບັນນີ້ ທາງໂຮງຮຽນສາມາດຮັບ ນັກຮຽນຈໍານວນສູງສຸດ 350 ຄົນ ມາຮຽນຢູ່ທີ່ໂຮງ ຮຽນແຫ່ງນີ້.
ທ່ານ Frankie Ng ຊຶ່ງເປັນເຈົ້າຂອງໂຮງຮຽນ Nature EQ ເວົ້າວ່າ:“ສໍານຽງສຽງ ພາສາອັງກິດແບບອາເມຣິກັນ ຈະເຂົ້າໃຈດີ ແລະແຈ່ມແຈ້ງດີ ກວ່າ ແລະສອນກໍງ່າຍ ນັກຮຽນກໍເຂົ້າໃຈໄວ.“
ແຕ່ນັ້ນ ບໍ່ແມ່ນເລຶ່ອງທີ່ພວກເດັກນັກຮຽນເຫຼົ່ານີ້ ເປັນຫ່ວງກັນ.
ນັກຮຽນ Sam Yu ເວົ້າວ່າ: “ຂ້ອຍຄິດວ່າ ພາສາອັງກິດແບບອາເມຣິກັນ ນີ້ ແມ່ນມີຄວາມສໍາຄັນຫຼາຍຂຶ້ນໄປນັບມື້ ແລະມັນອາດມາແທນພາສາອັງ ກິດແບບຊາວອັງກິດ ທີ່ຄອບງໍາຮ່ອງກົງຢູ່ໃນຂະນະນີ້ໄດ້ ຂ້ອຍເຕັມໃຈທີ່ຈະຮຽນ ພາສາອັງກິດແບບອາເມຣິກັນ.”
ຢູ່ໃນເຂດປົກຄອງເມືອງ Tseung Kwan O ຂອງຮ່ອງກົງ ຫ້ອງຮຽນພາສາອັງກິດ
ແບບ ອາເມຣິກັນ ໄດ້ເລີ່ມເຕີບໂຕຈາກມີນັກຮຽນ 20 ຄົນຕໍ່ອາທິດ ເວລາໂຮງຮຽນນີ້ເປີດສອນ ເມື່ອນຶ່ງປີຜ່ານມາ ແຕ່ດຽວນີ້ ມີຫຼາຍກວ່າ 180 ຄົນ.
ໂຮງຮຽນສອນພາສາຂອງເອກກະຊົນ ທີ່ສອນພາສາອັງກິດແບບອາເມຣິກັນ ກໍາລັງເຕີບໂຕຂຶ້ນໄປນັບມື້ ຢູ່ໃນອະດີດຫົວເມືອງຂຶ້ນຂອງອັງກິດ ບ່ອນທີ່ໂຮງຮຽນຫຼວງສ່ວນໃຫຍ່ ຍັງສອນພາສາອັງກິດ ແບບຊາວອັງກິດກັນຢູ່.
ພວກນັກສັງເກດການ ເວົ້າວ່າພາສາອັງກິດແບບອາເມຣິກັນ ກໍາລັງແທນລະບົບພາສາ ອື່ນໆໃນທົ່ວໂລກ ໃນຖານະເປັນພາສາທຸລະກິດລະຫວ່າງຊາດ. ສັບສໍານວນ ແລະສໍາ ນຽງ ພາສາອັງກິດແບບອາເມຣິກັນ ຢູ່ໃນຂົງເຂດອື່ນໆ ມັກຈະຖືກສັນນິຖານກັນວ່າເປັນ ການນິຍົມວັດທະນະທໍາອາເມ ຣິກັນ ທີ່ເພີ່ມຂຶ້ນຂອງໂລກ ໂດຍສະເພາະດ້ານຮູບເງົາ ວີດີໂອເກມ ຄອມພິວເຕີ ແລະອິນເທີເນັດ ເປັນຕົ້ນ.
ພວກນາຍຄູສອນພາສາ ຢູ່ໃນຮ່ອງກົງ ເວົ້າວ່າ ພວກຊາວຈີນທີ່ຮັ່ງມີຢູ່ຈີນແຜ່ນດິນໃຫຍ່ ຊ່ວຍເປັນຜູ້ຂັບດັນຄວາມຮຽກຮ້ອງຕ້ອງການດັ່ງກ່າວ ໂດຍຂ້າມເຂົ້າໄປຍັງຮ່ອງກົງເພື່ອ ຊອກຫາທາງເລືອກທີ່ກວ້າງຂອງໂອກາດແຫ່ງການສຶກສາຕ່າງໆ.
ແຕ່ຢູ່ຕາມຖະໜົນຫົນທາງຕ່າງໆໃນຮ່ອງກົງ ພາສາອັງກິດແບບຊາວອັງກິດ ດັ້ງເດີມຍັງໃຊ້ປາກເວົ້າກັນຢ່າງແຜ່ຫຼາຍຢູ່.
ຍິງຄົນນຶ່ງເວົ້າວ່າ “ພວກເຮົາເຂົ້າໃຈດີທັງສອງສໍານຽງ ແຕ່ເວລາພວກເຮົາ ປາກເວົ້າ ເຮົາຈະເວົ້າເປັນສໍານຽງຊາວອັງກິດ.”
ຊາຍຄົນນຶ່ງ ໃຫ້ຄວາມເຫັນວ່າ: “ຂ້ອຍວ່າ ພາສາອັງກິດແບບຊາວອັງ ກິດນັ້ນ ດີກວ່າ”.
ແຕ່ພ້ອມດຽວກັນນີ້ ກໍປະກົດວ່າ ມີຈໍານວນຊາວໜຸ່ມໃນຮ່ອງກົງຫຼາຍຂຶ້ນນັບມື້ ທີ່ຢາກຮຽນພາສາອັງກີດແບບອາເມຣິກັນ.