ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮ່ອງກົງເປີດ ການແຂ່ງຂັນລອຍນໍ້າ ໄປຍັງຝັ່ງເກົາລູນຄືນ ຫລັງຈາກງົດມາໄດ້ 33 ປີ


ຊາວຮ່ອງກົງ ທີ່ປະກອບສ່ວນ ໃນການລອຍນໍ້າຂ້າມອ່າວ, ວັນທີ 16 ຕຸລາ 2011.
ຊາວຮ່ອງກົງ ທີ່ປະກອບສ່ວນ ໃນການລອຍນໍ້າຂ້າມອ່າວ, ວັນທີ 16 ຕຸລາ 2011.

ຮ່ອງກົງໄດ້ຈັດການແຂ່ງຂັນລອຍນໍ້າຂ້າມອ່າວ ທີ່​ເຄີຍ​ຈັດ​ມາ​ແຕ່ປະ​ວັດ​ສາດ​ຂອງ​ຕົນນັ້ນ
ໃນວັນອາທິດມື້ນີ້ ອັນເປັນການຍຸຕິການງົດການແຂ່ງຂັນດັ່ງກ່າວ ມາ​ເປັນເວລາ 33 ປີ
ຍ້ອນພາວະມົນລະພິດໃນທ່າເຮືອທີ່ມີຊື່ສຽງນັ້ນ.

ມີນັກລອຍນໍ້າ ຈໍານວນປະມານ 1,000 ຄົນ ເຂົ້າປະກອບສ່ວນໃນການແຂ່ງຂັນລອຍ
ນໍ້າ ໄລຍະທາງ 1.8 ກິໂລແມດ ຫລືເກືອບສອງກິໂລແມດ ຈາກເກາະຮ່ອງກົງໄປຍັງ
ຝັ່ງແຫລມເກົາລູນ.

ການແຂ່ງຂັນລອຍນໍ້າປະຈໍາປີ ໄດ້ຈັດຂຶ້ນເປັນເທື່ອທໍາອິດໃນປີ 1906 ເວລາທີ່ເກາະຮ່ອງ
ກົງຍັງເປັນເມືອງຂຶ້ນຂອງອັງກິດ ແລະໄດ້ຖືກງົດໄວ້ຊົ່ວຄາວ ຫລັງຈາກການແຂ່ງຂັນປະຈໍາ
ປີ 1978 ຍ້ອນຄວາມເປັນຫ່ວງກ່ຽວ​ກັບລະດັບເຊື້ອແບກທີເຣຍສູງແລະຂີ້ເຫຍື້ອ ຕະຫລອດ
ທັງ​ສິ່ງ​ໂສໂຄກອື່ນໆ ຢູ່ໃນນໍ້າ​ໃນ​ອ່າວນັ້ນ.

ກຸ່ມສະພາບແວດລ້ອມເຕືອນວ່າ ເວລານີ້ກໍ​ຍັງ​ມີເຊື້ອແບກທີເຣຍໃນລະດັບສູງຢູ່ ແຕ່ພວກ
ຈັດການແຂ່ງຂັນລອຍນໍ້າກ່າວວ່າ ຄຸນນະພາບນໍ້າທີ່ປ່ຽນໄປປ່ຽນມານັ້ນ ແມ່ນດີຂື້ນຫລາຍ
ແລ້ວໃນຫລາຍໆມື້ຜ່ານມາ.

XS
SM
MD
LG