ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮົງກົງ ເລືອກຕັ້ງເອົາ ສະພານິຕິບັນຍັດ ຊຸດໄໝ່


ຫລາຍສິບພັນຄົນໃນຮົງກົງ ໄດ້ພາກັນເດີນຂະບວນປະທ້ວງ
ແຜນການທີ່ຈະບັງຄັບໃຫ້ສອນຫລັກສູດວິຊາຮັກຊາດຈີນ
ຢູ່ໃນໂຮງຮຽນ ເມື່ອວັນທີ 7 ກັນຍາ ທີ່ຜ່ານມານີ້.
ຫລາຍສິບພັນຄົນໃນຮົງກົງ ໄດ້ພາກັນເດີນຂະບວນປະທ້ວງ ແຜນການທີ່ຈະບັງຄັບໃຫ້ສອນຫລັກສູດວິຊາຮັກຊາດຈີນ ຢູ່ໃນໂຮງຮຽນ ເມື່ອວັນທີ 7 ກັນຍາ ທີ່ຜ່ານມານີ້.
ປະຊາຊົນຮົງກົງພາກັນໄປປ່ອນບັດໃນວັນອາທິດມື້ນີ້ ເພື່ອເລືອກ
ຕັ້ງເອົາຜູ້ແທນ ສະພານິຕິບັນຍັດຊຸດໄໝ່ ນຶ່ງມື້ລຸນຫລັງທີ່ລັດ
ຖະບານໄດ້ລົບລ້າງ ແຜນການທີ່ ຈະບັງຄັບໃຫ້ສອນຫລັກສູດ
ວິຊາຮັກຊາດຈີນຢູ່ໃນໂຮງຮຽນ ຊຶ່ງມີຫລາຍສິບພັນຄົນ ໄດ້ພາ ກັນເດີນຂະບວນປະທ້ວງນັ້ນ.

ເກືອບຮອດ 3.5 ລ້ານຄົນແມ່ນມີເງື່ອນໄຂ ທີ່ຈະປ່ອນບັດເລືອກ
ເອົາຜູ້ແທນ ໄປ ປະຈໍາ 40 ບ່ອນນັ່ງໃນຈໍານວນ 70 ບ່ອນ ຢູ່ໃນ
ສະພາຊຸດໃໝ່ ຊຶ່ງອາດເປັນ ການແຜ້ວທາງໃຫ້ປະຊາຊົນທຸກ
ຖ້ວນໜ້າ ມີສິດເລືອກຕັ້ງ ພາຍໃນປີ 2017. ສ່ວນຈໍານວນບ່ອນ
ນັ່ງທີ່ຍັງເຫລືອນັ້ນ ແມ່ນຖືກເລືອກໂດຍພວກຜູ້ແທນກຸ່ມນ້ອຍ
ທີ່ໄດ້ຖືກເລືອກຕັ້ງແລ້ວ.


ໃນວັນເສົາວານນີ້ ທ່ານ Leung Chun-ying ຜູ້ນໍາຂອງຮົງກົງ
ທີ່ໄດ້ຮັບການ ໜູນຫລັງຈາກລັດຖະບານກຸງປັກກິ່ງນັ້ນເວົ້າວ່າ ແຜນການທີ່ຈະມີການບັງຄັບ ໃຫ້ສອນຫລັກສູດດັ່ງກ່າວນັ້ນ ໄດ້
ຖືກຍົກເລີກ ແລະບັນດາໂຮງຮຽນຕ່າງໆ ຈະເປັນຜູ້ຕັດສິນໃຈ
ເອົາເອງວ່າ ຈະມີການສອນເລື້ອງຈີນຫລືບໍ່. ຄວາມບໍ່ພໍໃຈຂອງ ປະຊາຊົນຕໍ່ການທີ່ຈະນໍາເອົາຫລັກສູດແບບນີ້ມາສອນໃນໂຮງ
ຮຽນ ໄດ້ເພີ້ມທະວີຂຶ້ນມາໄດ້ເປັນຫລາຍເດືອນແລ້ວ. ຫລາຍ
ຄົນຢ້ານວ່າ ຫລັກສອນດັ່ງກ່າວ ຈະເປັນວິທີການອັນນຶ່ງ ທີ່ ພວກເຈົ້າໜ້າທີ່ໃນກຸງປັກກິ່ງນໍາໃຊ້ ເພື່ອລ້າງສະໝອງເດັກ
ນ້ອຍຢູ່ໃນເມືອງຮົງກົງ ໃຫ້ສະໜັບສະໜັບສະໜູນພັກຄອມ
ມີວນີສຈີນ ຢ່າງບໍ່ມີບັນຫາຫຍັງ.
XS
SM
MD
LG