ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຮົງກົງສືບຕໍ່ ເດີນຂະບວນ ປະທ້ວງ ຕໍ່ຕ້ານການສອນ ວິຊາລັດທິຮັກຊາດຈີນ


ພໍ່ແມ່ແລະນັກຮຽນຫລາຍພັນຄົນ ພາກັນຮົງກົງມີການເດີນຂະບວນປະທ້ວງ ເພື່ອຕໍ່ຕ້ານການສອນວິຊາລັດທິຮັກຊາດ ຢູ່ສໍານັກງານໃຫຍ່ຕ່າງໆ ຂອງລັດຖະບານ ໃນວັນທີ 3 ກັນຍາ 2012. (Ivan Broadhead/VOA)
ພໍ່ແມ່ແລະນັກຮຽນຫລາຍພັນຄົນ ພາກັນຮົງກົງມີການເດີນຂະບວນປະທ້ວງ ເພື່ອຕໍ່ຕ້ານການສອນວິຊາລັດທິຮັກຊາດ ຢູ່ສໍານັກງານໃຫຍ່ຕ່າງໆ ຂອງລັດຖະບານ ໃນວັນທີ 3 ກັນຍາ 2012. (Ivan Broadhead/VOA)
ທີ່ຮົງກົງ ພວມມີການເດີນຂະບວນປະທ້ວງເພີ່ມທະວີຂຶ້ນ ເພື່ອຕໍ່ ຕ້ານການສອນວິຊາລັດທິຮັກຊາດ ທີ່ແນເປົ້າໝາຍໃສ່ການສອນ ເດັກນ້ອຍນັກຮຽນເລື້ອງປະຫວັດສາດ ແລະອຸດົມການຂອງພັກ
ຄອມມີວນີສຈີນ. ຊາວຮົງກົງ ຊຶ່ງເປັນອະດີດເມືອງຂຶ້ນຂອງອັງກິດ
ພາກັນຢ້ານກົວວ່າ ການຈັດຕັ້ງປະຕິບັດຕາມຫລັກສູດດັ່ງກ່າວ ເປັນສັນຍານເຕືອນໃຫ້ຮູ້ເຖິງເຈດຕະນາຂອງລັດຖະບານຈີນທີ່
ຈະຂະຫຍາຍການຄວບຄຸມຂອງຕົນຕໍ່ຮົງກົງ ທີ່ເປັນເມືອງມີສິດ ປົກຄອງຕົນເອງແບບເຄິ່ງນຶ່ງນັ້ນ.

ມື້ທໍາອິດຂອງການເປີດສົກຮຽນໃນໂຮງຮຽນຢູ່ຮົງກົງ ໃນວັນຈັນ
ຜ່ານມານັ້ນ ໄດ້ຈົບລົງດ້ວຍການທີ່ມີພໍ່ແມ່ແລະນັກຮຽນ 8 ພັນ
ຄົນພາກັນເດີນຂະບວນປະທ້ວງຢູ່ນອກບໍລິເວນຕຶກສໍາໜັກງານ
ໃຫຍ່ຂອງລັດຖະບານ. ໂດຍການນຸ່ງເຄຶ່ອງສີດໍາໝົດແຕ່ຫົວຮອດ
ຕີນ ພວກເຂົາເຈົ້າ ໄດ້ປະທ້ວງຕໍ່ຕ້ານລັດຖະບານ ທີ່ຈະນໍາເອົາໂຄງການ "ສຶກສາແຫ່ງ
ຊາດ" ມາສອນຢູ່ຕາມໂຮງຮຽນຕ່າງໆໃນຮົງກົງນັ້ນ.

ວັດຖຸປະສົງຂອງຫລັກສູດຊາດນິຍົມດັ່ງກ່າວ ໄດ້ຊີ້ແຈງໂດຍສັງເຂບຢູ່ໃນໜັງສືນ້ອຍທີ່
ໄດ້ຮັບທຶນຈາກລັດຖະບານສະບັບນຶ່ງເມື່ອບໍ່ດົນມານີ້ ທີ່ມີຫົວຂໍ້ວ່າ "ແບບສະບັບຂອງ
ຈີນ" ຊຶ່ງໄດ້ຍົກ ຍ້ອງພັກຄອມມີວນິສຈີນຢ່າງໃຫຍ່, ປະນາມເຫດການຕ່າງໆ ຊຶ່ງລວມ
ມີ ການສັງຫານໝູ່ທີ່ຈະຕຸລັດທຽນອັນເໝິນ ແລະພັນລະນາວ່າ ປະຊາທິປະໄຕແບບມີ
ຫລາຍພັກນັ້ນ "ເປັນສິ່ງບໍ່ດີ"

ເຖິງແມ່ນວ່າຈະບໍ່ມີການບັງຄັບໃຫ້ໃຊ້ ຈົນກວ່າຈະຮອດປີ 2015 ກໍຕາມ ແຕ່ໂຮງ ຮຽນມັດ
ທະຍົມ 6 ແຫ່ງໄດ້ເລີ້ມສອນວິຊາຮັກຊາດ ໃນອາທິດນີ້ແລ້ວ. ນາຍຄູ ທີ່ອອກ ກິນເບ້ຍ ບໍາ ນານແລ້ວ ທ່ານ James Hon ແມ່ນສະມາຊິກຜູ້ນຶ່ງ ໃນຈໍານວນ 10 ຄົນ ຂອງພັນທະມິດ
ຕ້ານ ການສຶກສາແຫ່ງຊາດ ໄດ້ສັນຍາວ່າຈະສືບຕໍ່ອົດເຂົ້າ ເພື່ອປະທ້ວງຈົນກວ່າວ່າ ລັດ
ຖະບານ ທີ່ນິຍົມກຸງປັກກິ່ງນັ້ນ ຍົກເລີກ ເຮັດສິ່ງທີ່ພວກເຂົາເຈົ້າ ເອີ້ນວ່າ "ລ້າງສະໝອງ" ເດັກນັກຮຽນນັ້ນ.
XS
SM
MD
LG