ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕະຫລາດຮຸ້ນ ຊຽງໄຮ້ ເຊື່ອມຕໍ່ກັນກັບ ຕະຫລາດຮຸ້ນ ຮົງກົງ ເລີ້ມເປີດ ການຊື້ຂາຍ ແລ້ວ


ປະທານບໍລິສັດ Hong Kong Exchanges and Clearing Ltd. ທ່ານ Chow Chung-kong (ຊ້າຍ) ແລະ ຫົວໜ້າບໍລິຫານຮົງກົງ ທ່ານ Leung Chun-ying ຕັ້ງທ່າກ່ອນຈະຕີຄ້ອງ ໃນພິທີເປີດ ຕະຫລາດຮຸ້ນ Shanghai-Hong Kong Stock Connect ໃນຮົງກົງ ເມື່ອວັນຈັນ ທີ 17 ພະຈິກ 2014.
ປະທານບໍລິສັດ Hong Kong Exchanges and Clearing Ltd. ທ່ານ Chow Chung-kong (ຊ້າຍ) ແລະ ຫົວໜ້າບໍລິຫານຮົງກົງ ທ່ານ Leung Chun-ying ຕັ້ງທ່າກ່ອນຈະຕີຄ້ອງ ໃນພິທີເປີດ ຕະຫລາດຮຸ້ນ Shanghai-Hong Kong Stock Connect ໃນຮົງກົງ ເມື່ອວັນຈັນ ທີ 17 ພະຈິກ 2014.

ການ​ຊື້​ຂາຍ ​ແມ່ນ​ໄດ້​ເລີ້ມ​ຂຶ້ນ​ແລ້ວ ຢູ່​ທີ່​ເຄືອ​ຂ່າຍ​ການ​ເຊື່ອມ​ຕໍ່​
ອັນ​ເປັນ​ຂີດ​ໝາຍການ​ຄ້າ ລະ​ຫວ່າ​ງ ຮົງກົງ ​ແລະ ຕະຫລາດ​ຮຸ້ນ
​ຊຽງ​ໄຮ້ ຊຶ່ງ​ຈະ​ເຮັດໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ເຂົ້າຫາ​ໄດ້
​ເຖິງ ຕະຫລາດ​ຮຸ້ນ​ ຂອງ​ຈີນ​ທີ່​ມີ​ການ​ຄວບ​ຄຸມ​ ຢ່າງ​ເຄັ່ງ​ຂັດ​ນັ້ນ
ຫຼາຍຂຶ້ນ​.

ຢູ່​ທີ່​ພິທີເປີດ ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ C.K. Chow ປະທານ ຕະຫລາດ
​ຮຸ້ນຮົງ​ກົງ ​ເອີ້ນ ການ​ເຊື່ອມ​ຕໍ່​ນີ້ ວ່າ “​ຄວາມສຳ​ເລັດ ​ໃນ ການ​
ເປີດ​ກວ້າ​ງຕະຫລາດ​ການ​ເງິນ​ຂອງ​ຈີນ.”

​ເປັນຄັ້ງທຳ​ອິດ ສຳ​ຫລັບອັນ​ທີ່​ເອີ້ນ​ວ່າ ການເຊື່​ອມຕໍ່ຮຸ້ນ ຊຽງ​ໄຮ້ ກັບ ຮົງ​ກົງ ຫຼື Shanghai-Hong Kong Stock Connect ນັ້ນ ຈະ​ອະນຸຍາດ​ໃຫ້ ບັນດາ​ນັກ​ລົງທຶນ
ນາໆຊາດ ຊື້​ຂາຍ ຮຸ້ນ​ທີ່​ຖືກຄັດເລືອກບາງສ່ວນ ​ໃນຊຽງ​ໄຮ່ ທີ່​ມີ​ການແລກປ່ຽນທີ່​ຈຳກັດ
ຢ່າງເຂັ້ມງວດ​ ​ແລະ ໃຫ້​ບັນດາ​ນັກ​ລົງ​ທຶນ​ຂອງ​ຈີນ​ຊື້​ຮຸ້ນ ຈາກນອກ​ປະ​ເທດຈີນ ເປັນ​ຄັ້ງທຳ​ອິດ.

ບັນ​ດາ​ນັກວິ​ເຄາະດ້ານ​ການ​ເງິນ ກ່າວວ່າ ​ການ​ຄ້າຂາຍ​ຂ້າມ​ຊາຍ​ແດນ ​ແມ່ນ​ຄາດ​ກັນ​ວ່າ ຈະ​ມີ​ມູນ​ຄ່າ ​ເຖິງ 3​.8 ຕື້​ດອນ​ລາ ຕໍ່​ມື້.

HK CHINA MARKETS VOSOT
please wait

No media source currently available

0:00 0:01:18 0:00

XS
SM
MD
LG