ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່າງກົດໝາຍຄວາມໝັ້ນຄົງໃໝ່ຂອງ ຮົງກົງ ລວມມີການມອບອຳນາດເພີ່ມເຕີມ ເພື່ອປາບປາມຜູ້ຄັດຄ້ານລັດຖະບານ


ປະຊາຊົນຫຼາຍສິບພັນຄົນເດີນຂະບວນຜ່ານຖະໜົນແຫ່ງນຶ່ງໃນ ຮົງກົງ, 1 ກໍລະກົດ, 2003.
ປະຊາຊົນຫຼາຍສິບພັນຄົນເດີນຂະບວນຜ່ານຖະໜົນແຫ່ງນຶ່ງໃນ ຮົງກົງ, 1 ກໍລະກົດ, 2003.

ຮົງກົງ ໄດ້ເປີດຕົວກົດໝາຍທີ່ຖືກສະເໜີ ທີ່ຂົ່ມຂູ່ຈະຂັງຄຸກຕະຫຼອດຊີວິດສຳລັບ ປະຊາຊົນຜູ້ທີ່ “ເປັນອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ” ໃນວັນສຸກມື້ນີ້, ເຮັດໃຫ້ມີຄວາມເປັນຫ່ວງຍິ່ງຂຶ້ນ ກ່ຽວກັບ ການຫຼຸດຫາຍໄປຂອງເສລີພາບ ຂອງເມືອງດັ່ງກ່າວໄລຍະ 4 ປີ ຫຼັງຈາກ ປັກກິ່ງ ໄດ້ກຳນົດໃຊ້ກົດໝາຍທີ່ຄ້າຍຄືກັນ ເພື່ອກວາດລ້າງການຄັດຄ້ານຕໍ່ລັດຖະບານ.

ມັນຖືກພິຈາລະນາຢ່າງກວ້າງຂວາງດັ່ງກັບບາດກ້າວຫຼ້າສຸດໃນການປາບປາມ ການຄັດຄ້ານທາງການເມືອງ ທີ່ໄດ້ເລີ່ມຂຶ້ນຫຼັງຈາກເມືອງເຄິ່ງປົກຄອງຕົນເອງ ຂອງຈີນນັ້ນ ໄດ້ຖືກກະທົບໂດຍການປະທ້ວງສະໜັບສະໜູນປະຊາທິປະໄຕທີ່ຮຸນແຮງໃນປີ 2019. ນັບຕັ້ງແຕ່ນັ້ນມາ, ພວກເຈົ້າາໜ້າທີ່ແມ່ນໄດ້ບີບຮັດວັດທະນະທຳການເມືອງທີ່ຄັ້ງນຶ່ງ ເຄີຍມີຊີວິດຊີວາຂອງເມືອງນັ້ນ. ນັກເຄື່ອນໄຫວ ສະໜັບສະໜູນປະຊາທິປະໄຕທີ່ນຳໜ້າຂອງເມືອງດັ່ງກ່າວຫຼາຍຄົນ ໄດ້ຖືກຈັບ ແລະ ຄົນອື່ນໆໄດ້ຫຼົບໜີໄປຕ່າງປະເທດ. ກຸ່ມສັງຄົມພົນລະເຮືອນຫຼາຍສິບກຸ່ມ ແມ່ນໄດ້ແຕກກະຈາຍອອກໄປ, ແລະ ສື່ມວນຊົນທີ່ລາຍງານຂ່າວຢ່າງເປີດເຜີຍ ຄືໜັງສືພິມ Apple Daily ແລະ Stand News ກໍຖືກປິດ.

ຜູ້ນຳ ຮົງກົງ ທ່ານ ຈອນ ລີ ໄດ້ຮຽກຮ້ອງຕໍ່ບັນດາສະມາຊິກສະພານິຕິບັນຍັດໃຫ້ຜັກດັນການອອກຮ່າງກົດໝາຍປ້ອງກັນຄວາມໝັ້ນຄົງແຫ່ງຊາດ “ດ້ວຍຄວາມໄວຢ່າງເຕັມທີ່” ແລະ ບັນດາສະມາຊິກສະພາກໍໄດ້ເລີ່ມອະພິປາຍຫຼາຍຊົ່ວໂມງ ຫຼັງຈາກຮ່າງກົດໝາຍດັ່ງກ່າວ ຖືກເປີດເຜີຍຕໍ່ສາທາລະນະ. ມັນມີການຄາດຄະເນວ່າ ຈະຖືກຮັບຜ່ານຢ່າງງ່າຍດາຍ, ເປັນໄປໄດ້ແມ່ນພາຍໃນບໍ່ເທົ່າໃດອາທິດ, ໃນສະພານິຕິບັນຍັດທີ່ເຕັມໄປດ້ວຍພວກທີ່ຈົງຮັກພັກດີຕໍ່ປັກກິ່ງ ລຸນຫຼັງການປັບປຸງການເລືອກຕັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG