ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮົງ​ກົງ ແກ່​ຍາວ​ການ​ດຳ​ເນີ​ນ​ຄະ​ດີ ກ່ຽວ​ກັບ ການ​ສົມ​ຮູ້​ຮ່ວມ​ຄິດ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ຕໍ່​ບຸກ​ຄົນ​ສຳ​ຄັນ​ໃນ​ສື່ມວ​ນ​ຊົນ


ທ່ານ ຈິມ​ມີ​ ລາຍ ຖືກ​ນຳ​ພາ​ຕົວ​ໂດຍ​ເຈົ້າ​ໜ້າ​ທີ່​ຍາມ​ຄ​ຸກ ເພື່ອ​ຍ່າງ​ຂຶ້ນ​ລົດ​ຕູ້​ຄຸກ​ໄປ​ປາ​ກົດ​ຕົວ​ຕໍ່​ສານ​ໃນ ຮົງ​ກົງ, 12 ທັນ​ວາ 2020.
ທ່ານ ຈິມ​ມີ​ ລາຍ ຖືກ​ນຳ​ພາ​ຕົວ​ໂດຍ​ເຈົ້າ​ໜ້າ​ທີ່​ຍາມ​ຄ​ຸກ ເພື່ອ​ຍ່າງ​ຂຶ້ນ​ລົດ​ຕູ້​ຄຸກ​ໄປ​ປາ​ກົດ​ຕົວ​ຕໍ່​ສານ​ໃນ ຮົງ​ກົງ, 12 ທັນ​ວາ 2020.

ການ​ດຳ​ເນີນ​ຄະ​ດີ​ຂອງ​ບຸກ​ຄົນ​ສຳ​ຄັນ​ດ້ານ​ສື່​ສັງ​ຄົມ​ທ່ານ ຈິມ​ມີ ລາຍ ສຳ​ລັບ “ການ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ລວມ​ຫົວ​ກັບ​ກຳ​ລັງ​ຕ່າງ​ປະ​ເທດ” ແລະ “ການ​ສົມ​ຮູ້​ຮ່ວມ​ຄິດເພື່ອເຜີຍແຜ່​ການ​ຍຸ​ແຍ່” ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ແກ່​ຍາວ​ດົນ​ກວ່າ ​ທີ່​ໄດ້​ວາງ​ແຜນ​ໄວ້ໃນເບື້ອງຕົນ 80 ວັນ. ມາ​ຮອ​ດ​ວັນພ​ະ​ຫັດ​ວານນີ້, ເຊິ່ງ​ເປັນ​ວັນ​ທີ 73 ຂອ​ງ​ການ​ດຳ​ເນີນ​ຄະ​ດີ, ມີ​ພະ​ຍານ​ພຽງ 6 ຈາກ 14 ຄົນ​ໄດ້​ມີ​ແຜນ​ທີ່​ຈະ​ໃຫ້​ປາກ​ຄຳ.

ທ່ານ ລາຍ, ອາ​ຍຸ 76 ປີ, ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ Next Media ຂອງ ຮົງ​ກົງ ແລະ ສາມ​ບໍ​ລິ​ສັດ​ທີ່​ເປັນ​ເຈົ້າ​ຂອງ​ໂດຍ​ໜັງ​ສື​ພິມ Apple Daily, ເຊິ່ງ​ໄດ້​ປິດ​ການ​ປະ​ຕິ​ບັດ​ການ​ເກືອບ​ສາມ​ປີ​ແລ້ວ, ໄດ້​ຖືກ​ຕັ້ງ​ຂໍ້​ຫາ​ພາຍ​ໃຕ້​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ ຈີນ ສະ​ບັບ​ຂອງ ຮົງ​ກົງ.

ທ່ານ ລາຍ ແລະ ໜັງ​ສື​ພິມ​ຂອງ​ທ່ານ​ໄດ້​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊ​າ​ທິ​ປະ​ໄຕ​ໃນ​ປີ 2019, ເຊິ່ງ​ກົດ​ໝາຍ​ທີ່​ເປັນ​ບັນ​ຫາ​ນັ້ນ​ໄດ້​ຖືກ​ໃຊ້​ເພື່ອ​ປາບ​ປາມ.

ຖ້າ​ຖືກ​ພົບ​ວ່າ​ມີ​ຄວາມ​ຜິດ, ທ່ານ​ອາດ​ຖືກ​ຕັດ​ສິນ​ໂທດ​ຂັງ​ຄຸກ​ຕະຫຼາດ​ຊີ​ວິດ. ທ່ານ ລາຍ, ຜູ້​ທີ່​ຍັງ​ມີ​ສັນ​ຊາດ ອັງ​ກິດ, ໄດ້​ສາ​ລະ​ພາບວ່າບໍ່​ມີ​ຄວາມ​ຜິດ​ຕໍ່​ທຸກ​ຂໍ້​ກ່າ​ວ​ຫາ.

ການ​ດຳ​ເນີນ​ຄະ​ດີ, ເຊິ່ງ​ດຳ​ເນີນ​ໂດຍ​ຜູ້​ພິ​ພາກ​ສາ​ສາມ​ຄົນ​ທີ່​ຖືກ​ແຕ່ງ​ຕັ້ງ​ພາຍ​ໃຕ້​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ໄດ້​ເລີ່ມ​ຂຶ້ນ​ເມື່ອ​ວັນ​ທີ 18 ທັນ​ວາ, ຫຼັງ​ຈາກ​ທ່ານ​ ລາຍ ຖືກ​ຈັບ​ກຸມ, ແລະ ໄດ້​ດຳ​ເນີນ​ການ​ຊ້າກວ່າ​ທີ່​ຄາດ​ໄວ້.

ໃນ​ລະ​ຫວ່າງ​ການ​ສອບ​ປາກ​ຄຳ​ໂດຍ​ຝ່າຍ​ຈຳ​ເລີຍ​ໃນ​ອາ​ທິດນີ້, ທ່ານ ແຊນ ຊີ-ວາ (Chan Tsz-Wah) ຜູ້​ທີ່​ຖືກ​ຕັ້ງ​ຂໍ້​ຫາ​ພ້ອມ​ກັບ​ທ່ານ ລາຍ ແຕ່​ຕອນນີ້​ເປັນ​ພະ​ຍານ​ສຳ​ລັບ​ການ​ດຳ​ເນີນ​ຄະ​ດີ, ໄດ້​ຍອມ​ຮັບ​ວ່າ​ລາວ​ໄດ້​ໃຫ້​ການ​ເທັດ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ລະ​ຫວ່າງ​ການ​ສຳ​ພາດ​ກັບ​ຕຳຫຼວດ​ໃນ​ເດືອນ​ຕຸ​ລາ 2020, ໂດຍ​ເວົ້າ​ວ່າ​ລາວ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ແຍກ​ຕົນ​ເອງ​ອອກ​ຈາກ​ທ່ານ ລາຍ ແລະ ຜູ້​ຊ່ວຍ​ສ່ວນ​ຕົວ​ຂອງ​ລາວ.

ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍກວ່າ​ການຍອມ​ຮັບ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ທຸກ​ຝ່າຍ​ພິ​ຈາ​ລະ​ນາ​ການ​ໃຫ້​ປາກ​ຄຳ​ຂອງ​ທ່ານ ແຊນ ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ, ເຊິ່ງ​ອາດ​ແກ່​ຍາວ​ເວ​ລາ​ການ​ຖາມ​ຄຳ​ຖາມ​ທ່ານ.

ທະ​ນາຍ​ຄວາມ​ ຮົງ​ກົງ ທ່ານ ແຟ​ຣັງ​ກີ ຊິວ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ສະ​ນັ້ນ​ເວົ້າ​ໂດ​ຍ​ທົ່ວ​ໄປ​ແລ້ວ, ແມ່ນ​ກະ​ທັ້ງ​ຖ້າ​ສານ​ຟັງ ແລະ ຮັບ​ເອົາ​ການ​ໃຫ້​ການ​ຂອງ​ລາວ, ມັນ​ຈະ​ເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ລາວ​ມີ​ນ້ຳ​ໜັກຫຼາຍ​ປານ​ໃດ​ແມ່ນ​ອີກ​ບັນ​ຫາ​ນຶ່ງ.”

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG