ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກປະທ້ວງ ຢູ່ຮົງກົງ ຈະປ່ອນບັດ ກ່ຽວກັບ ຂໍ້ສະເໜີ ປະຕິຮູບ ຂອງ ລັດຖະບານ


ຜູ້ຍິງຄົນນຶ່ງ ຢືນວາງທ່າຖ່າຍຮູບກັບຄັນຮົ່ມ ຢູ່ບ່ອນປະທ້ວງ ໃນເຂດອ່າວ Causeway ທີ່ Hong Kong.
ຜູ້ຍິງຄົນນຶ່ງ ຢືນວາງທ່າຖ່າຍຮູບກັບຄັນຮົ່ມ ຢູ່ບ່ອນປະທ້ວງ ໃນເຂດອ່າວ Causeway ທີ່ Hong Kong.

ບັນດາ​ຜູ້ນຳ ນັກ​ສຶກສາ​ປະ​ທ້ວງ ວາງ​ແຜນ​ຈະ​ຈັດໃຫ້ມີການ
ລົງຄະແນນສຽງ ເພື່ອຊັ່ງຊາເບິ່ງວ່າ ພວກປະທ້ວງສະໜັບ
ສະໜູນ​ຂໍ້ສະເໜີ ການ​ປະຕິ​ຮູບ​ຂອງລັດຖະບານ ທີ່ໄດ້ມີຂຶ້ນ
ຢູ່​ໃນການເຈລະຈາ ເມື່ອ​ຕົ້ນ​ອາທິດ​ນີ້ຫຼືບໍ່.

ບັນດາກຸ່ມແນວໂຮມຂອງພວກປະ​ທ້ວງ​ກ່າວ​ວ່າ ຕົນ​ຈະ​ຈັດ
ການ​ລົງ​ປະ​ຊາ​ມະຕິ​ໃນ​ວັນອາທິດຈະມານີ້ຢູ່​ບ່ອນປະ​ທ້ວງ
ໃຫຍ່​ໃນເຂດໃຈ​ເມືອງ ຊຶ່ງ​ການ​ໂຮມຊຸມນຸມ ປະ​ທ້ວງ ປັດຈຸ​
ບັນ​ນີ້ ພວມກ້າວເຂົ້າສູ່ອາທິດ​ທີ່​ຫ້າ​ແລ້ວນັ້ນ.

ຫລັງຈາກ​ການເຈລະຈາ​ຄັ້ງສຳຄັນ ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ
ບັນດາ​ເຈົ້າ​ໜ້າ​ທີ່ ຮົງ​ກົງ ​ໄດ້​ສະ​ເໜີທີ່ຈະ​ສົ່ງ​ໜັງສື​ໄປ​ຍັງຄະນະ​ລັດຖະບານຈີນເພື່ອແຈ້ງ
ໃຫ້ຊາບ ກ່ຽວກັບຄວາມບໍ່ພໍໃຈຂອງ​ພວກ​ປະ​ທ້ວງ ​ຕໍ່​ການ​ຕັດສິນ​ໃຈ​ຂອງປັກ​ກິ່ງ ທີ່ຈະໃຫ້ ການອະນຸມັດ​ລ່ວງ​ໜ້າກ່ຽວກັບບັນດາຜູ້ສະມັກ​ເລືອກ​ຕັ້ງຂອງຮົງກົງໃນ​ປີ 2017.

Hong Kong Protesters Focused on Holding Ground in Volatile Mong Kok
please wait

No media source currently available

0:00 0:02:33 0:00

ລັດຖະບານ ຍັງ​ໄດ້​ສະ​ເໜີ​ທີ່ຈະເປີດການ​ໂອ້​ລົມ​ເປັນ​ປະຈຳ ກັບພວກ​ປະ​ທ້ວງ​ກ່ຽວກັບ
ການ​ປະຕິ​ຮູບ​ປະຊາທິປະ​ໄຕ ​ໂດຍ​ມີ​ເງື່ອນ​ໄຂວ່າ ​ໃຫ້ເຂົາ​ເຈົ້າ​ຍຸດຕິການ​ປະ​ທ້ວງ ທີ່​ໄດ້​
ກີດ​ກັ້ນ​ຖະໜົນ​ຫົນທາງ​ຫລາຍ​ສາຍ ທີ່ມີການສັນຈອນໄປມາຢ່າງ ແອອັດນັ້ນ.

ບັນດາ​ຫົວໜ້າ​ປະ​ທ້ວງ​ຄົນ​ສຳຄັນ ​ໄດ້​ປະຕິ​ເສດ​ຕໍ່ການສະ​ເໜີດັ່ງກ່າວ​ວ່າ ບໍ່ເປັນ​ທີ່​ພຽງພໍ
​ແຕ່​ຫລາຍ​ຄົນ​ໃນເວລາ​ນີ້ກ່າວ​ວ່າ ການລົງປະຊາ​ມະຕິ ​ເປັນ​ສິ່ງ​ສໍາ ຄັນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສະໜັບສະໜຸນຫລາຍ​ຂື້ນ​ຈາກ​ປະຊາຊົນ.

ຫລາຍ​ສິບ​ພັນ​ຄົນ ​ໄດ້​ພາກັນ​ຕັ້ງ​ຄ້າຍ ຢູ່ບ່ອນ​ປະ​ທ້ວງ​ຫລາຍແຫ່ງ ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ
ກັນຍາ​ເປັນ​ຕົ້ນ​ມາ ຮຽ​ກຮ້ອງ​ໃຫ້ຫົວໜ້າ​ບໍລິຫານ ທີ່​ເປັນ​ມິດ​ກັບ​ປັກ​ກິ່ງ ທ່ານ Leung Chun-ying ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ໃຫ້​ປັກ​ກິ່ງອະນຸ ຍາດໃຫ້ມີການໃຊ້​ສິດໃຊ້ສຽງ​
ທີ່ແທ້ຈິງແບບ​ສາກົນ ເກີດຂຶ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຮົງ​ກົງ ແລະ​ຈີນແຜ່ນດິນ​ໃຫຍ່ ກ່າວ​ວ່າ ການ​ປະ​ທ້ວງແມ່ນ​ຜິດ​ກົດໝາຍ
​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ປະ​ທ້ວງ​ ບໍ່​ໄດ້​ສະທ້ອນ​ໃຫ້ເຫັນ ເຖິງຄວາມ​ປາດຖະໜາ
ຂອງຊາວຮົງ​ກົງໂດຍລວມ.

​ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ປະ​ທ້ວງ​ໄດ້​ຮັບການ​ສະໜັບສະໜູນ​ຈາກ ຫ້ອງການ​ຂ້າ​ຫລວງ​ໃຫຍ່ ດ້ານສິດທິ​ມະນຸດສະຫະ​ປະຊາ​ຊາດ ທີ່​ໄດ້​ຮຽກຮ້ອງ​ໃຫ້ຈີນ ຄໍ້າ ປະກັນ ກ່ຽວກັບການ
ອອກສຽງ​ເລືອກ​ຕັ້ງ​ແບບ​ສາກົນ ຮວມທັງ “ສິດທິ​ໃນການ ສະເໜີຊື່ຜູ້ສະມັກ” ນຳດ້ວຍ.

HONG KONG VO
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG