ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້​ປະ​ທ້ວງ ຮົງ​ກົງ ນຳ​ຂໍ້​ຄວາມ​ໄປ​ຍັງ ສະ​ຖານ​ກົງ​ສຸນ ສະ​ຫະ​ລັດ


ຜູ້​ປະ​ທ້ວງ​ຖື​ປ້າຍ ແລະ ໄກວ່​ທຸ​ງ​ຊາດ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເທີນ​ຂະ​ບວນຈາກ ສວນ​ສາ​ທາ​ລະ​ນະ ຊາ​ເຕີ ໄປ​ຫະ​ສະ​ຖານ​ກົງ​ສຸນ ສະ​ຫະ​ລັດ ໃນ​ ຮົງ​ກົງ. 8 ກັນ​ຍາ, 2019
ຜູ້​ປະ​ທ້ວງ​ຖື​ປ້າຍ ແລະ ໄກວ່​ທຸ​ງ​ຊາດ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເທີນ​ຂະ​ບວນຈາກ ສວນ​ສາ​ທາ​ລະ​ນະ ຊາ​ເຕີ ໄປ​ຫະ​ສະ​ຖານ​ກົງ​ສຸນ ສະ​ຫະ​ລັດ ໃນ​ ຮົງ​ກົງ. 8 ກັນ​ຍາ, 2019

ພວກ​ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ໄດ້​ຊຸມ​ນຸມ​ກັນ​ຢູ່​ນອກສະ​ຖານ​ກົງ​
ສຸນຂອງ ສະຫະລັດ ຢູ່ ຮົງກົງ ໃນວັນອາທິດມື້ນີ້, ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່
ຈະເພີ່ມຄວາມກົດດັນຕໍ່ສາກົນ ກ່ຽວກັບ ປັກກິ່ງ ລຸນຫຼັງການປະທ້ວງຂະໜາດໃຫຍ່ທີ່
ບາງຄັ້ງເກີດຄວາມຮຸນແຮງນັ້ນ.

ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ໄດ້​ອອກ​ມາ​ຖະ​ໜົນ​ຕ່າງໆ​ຂອງ ຮົງ​ກົງ ດົນ​ກວ່າ 14 ອາ​ທິດ​ທີ່​
ຜ່ານມາ ໃນການຄັດຄ້ານທີ່ໃຫຍ່ທີ່ສຸດຕໍ່ການປົກຄອງຂອງ ຈີນ ນັບຕັ້ງແຕ່ການສົ່ງ
ມອບເມືອງດັ່ງກ່າວຈາກ ອັງກິດ ໃນປີ 1997.

ການ​ປະ​ທ້ວງ​ທັງຫຼາຍ​ໄດ້​ເກີດ​ຂຶ້ນ ​ຍ້ອນ​ແຜນ​ການ​ທີ່​ຕອນນີ້​ໄດ້​ຍົກ​ເລີກ​ໄປ​ແລ້ວ ເພື່ອ
ອະນຸຍາດໃຫ້ສົ່ງຜູ້ຮ້າຍໄປໃຫ້ແຜ່ນດິນໃຫຍ່ທີ່ມີອຳນາດຜະເດັດການ, ເຊິ່ງຖືກພິຈາ
ລະນາໂດຍຜູ້ຄັດຄ້ານທັງຫຼາຍວ່າ ເປັນການເຄື່ອນໄຫວຄັ້ງຫຼ້າສຸດໂດຍ ປັກກິ່ງ ເພື່ອ
ຖອນເສລີພາບທີ່ພິເສດຂອງສູນກາງດ້ານການເງິນສາກົນນັ້ນ.

ແຕ່ຫຼັງ​ຈາກ ປັກ​ກິ່ງ ແລະ ບັນ​ດາ​ຜູ້​ນຳ​ຂອງ​ເມືອງ​ດັ່ງ​ກ່າວ​ໄດ້​ເອົາ​ມາດ​ຕະ​ການ​ຢືນ​ຢັດ​
ທີ່ບໍ່ມີການປະນີປະນອມນັ້ນ ການເຄື່ອນໄຫວດັ່ງກ່າວໄດ້ຂະຫຍາຍເປັນການໂຄສະ
ນາເພື່ອຮຽກຮ້ອງປະຊາທິປະໄຕຫຼາຍຂຶ້ນກວ່າເກົ່າ, ເອົາຕຳຫຼວດມາລົງໂທດ ແລະ
ໃຫ້ປະພະຍະໂທດສຳລັບຜູ້ທີ່ຖືກຈັບກຸມ.

ຝູງ​ຄົນ​ຂະ​ໜາ​ດ​ໃຫຍ່, ເຊິ່ງ​ບາງ​ຄົນ​ໄດ້​ໄກວ​ທຸງ​ທີ່​ມີ​ດາວ ແລະ ລາຍ​ຕ່າງໆ​ນັ້ນ, ໄດ້​ຊຸມ
ນຸມກັນຢູ່ສວນສາທາລະນະໃນເມືອງການຄ້າຂອງ ຮົງກົງ ແລະ ໄດ້ເດີນຂະບວນໄປ
ໃກ້ກັບສະຖານກົງສຸນຂອງລັດຖະບານ ວໍຊິງຕັນ.

ນາງ ເຈັນ​ນີ ແຈນ, ຜູ້​ປະ​ທ້ວງ​ອາ​ຍຸ 30 ປີ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ຜູ້​ປະ​ທ້ວງ
ຫຼາຍກວ່າ 1,000 ຄົນໄດ້ຖືກຈັບ. ພວກເຮົາເຮັດຫຍັງບໍ່ໄດ້ ນອກຈາກອອກມາປະ
ທ້ວງຢູ່ຖະໜົນ, ຂ້າພະເຈົ້າບໍ່ມີຄວາມຫວັງ.”

ລາວ​ໄດ້​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ນອກ​ຈາກ​ຕ່າ​ງ​ປະ​ເທດ​ແລ້ວ, ບໍ່​ມີ​ໃຜ​ສາ​ມາດ​
ຊ່ອຍເຮົາໄດ້ແທ້ໆ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG