ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮ່ອງກົງ ຈັບກຸມ ພວກປະທ້ວງ ນິຍົມປະຊາທິປະໄຕ ຫຼາຍກວ່າ 500 ຄົນ (ສະໄລດ໌/ວີດີໂອ)


ຕຳຫຼວດ ແກ່ລາກຜູ້ປະທ້ວງຄົນນຶ່ງ ຫຼັງຈາກຜູ້ກ່ຽວ ນັ່ງປະທ້ວງ
ໝົດຄືນ ທີ່ເຂດການເງິນ ຢູ່ຮ່ອງກົງ ວັນທີ 2 ກໍລະກົດ 2014.
ຕຳຫຼວດ ແກ່ລາກຜູ້ປະທ້ວງຄົນນຶ່ງ ຫຼັງຈາກຜູ້ກ່ຽວ ນັ່ງປະທ້ວງ ໝົດຄືນ ທີ່ເຂດການເງິນ ຢູ່ຮ່ອງກົງ ວັນທີ 2 ກໍລະກົດ 2014.

ຕຳຫຼວດ​ໃນ​ຮ່ອງ​ກົງ ຈັບ​ກຸມພວກ​ປະ​ທ້ວງ​ ຈຳນວນ​ຫຼາຍ​ກວ່າ
500 ຄົນທີ່​ພາກັນ​ນັ່ງ​ປະ​ທ້ວງ​ໃນ​ຄືນ​ຜ່ານ​ມາ​ຈົນ​ຮອດ​ເຊົ້າ​ວັນ​
ພຸດ​ມື້​ນີ້ ທີ່​ມີ​ຂຶ້ນ​ຫຼັງຈາກ​ການ​ໂຮມ​ຊຸມນຸມ ​ເພື່ອ​ປະຊາທິປະ​ໄຕ​
ຄັ້ງ​ໃຫຍ່.

ພວກ​ປະ​ທ້ວງ​ໄດ້​ຖືກ​ກ່າວ​ຫາ ຖານ​ທຳ​ການ​ໂຮມ​ຊຸມນຸມ​ທີ່​ຜິດ
​ກົດໝາຍ ​ແລະ​ຂັດຂວາງ​ຕຳຫຼວດ ຫຼັງ​ຈາກ​ທຳ​ການ​ປະຕິຍານ
​ວ່າຈະ​ພາກັນ​ນັ່ງ​ປະ​ທ້ວງ​ໃນເຂດ​ການ​ເງິນ​ຂອງ​ຮ່ອງ​ກົງ ຈົນ​ຮອດ
8:00 ​ໂມງ​ເຊົ້າ​ວັນ​ພຸດ​ມື້​ນີ້.

ພວກ​ປະ​ທ້ວງ​ສ່ວນ​ຫຼາຍບໍ່​ໄດ້​ທຳ​ການ​ຕໍ້​ສູ້​ໃດໆ​ກັບ​ຕຳຫຼວດ ​ແຕ່​ມີ​ພວກ​ອື່ນໆ​ຕ້ອງ​ຖືກ​ລາກ​ໂຕ​ໜີ ​ໂດຍ​ພາກັນ​ເຕະ​ຖີບ ​ແລະຮ້ອງ​ໂຮ​ຕ່າງໆຈາກ​ສະຖານ​ທີ່​ປະ​ທ້ວງ ​ທີ່​ຖະໜົນ Chater
ນັ້ນ.

ທ່ານນາງ Mabel Au ຈາກ​ອົງການ​ນິລະ​ໂທດ​ກຳ​ສາກົນ ​ເອີ້ນ​ການ​ຈັບ​ກຸມຜູ້​ຄົນ​ຢ່າງ​ຂະ
ໜານ​ໃຫຍ່​ນີ້​ວ່າ “ລົບ​ກວນ” ໂດຍກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ປະ​ທ້ວງ​ບໍ່​ໄດ້​ກະທຳ​ສິ່ງ​ໃດ​
ຜິດ​ກົດໝາຍ.

ທ່ານນາງ Mabel Au ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ເຫັນ​ຄວາມ​ຮຸນ​ແຮງ​ໃດໆຫຼື​ການ​
ກໍ່​ການ​ຈະລາຈົນ​ໃດໆ ຫຼື​ສິ່ງ​ໃດໆເກີດຂຶ້ນ. ມັນ​ເປັນການ​ໂຮມ
ຊຸມນຸມ​ທີ່​ດຳ​ເນີນ​ໄປຢ່າງ​ສັນຕິຫຼາຍ. ພວກ​ເຮົາ​ບໍ່​ເຫັນ​ດີ​ນຳ​ຕຳຫຼວດ​ທີ່​ວ່າມັນ​ເປັນ​ການ​ໂຮມ​ຊຸມ
ນຸມ​ທີ່​ຜິດ​ກົດໝາຍ​ນັ້ນ​
.”

ນອກນັ້ນທ່ານນາງ Mabel Au ຍັງກ່າວ​ເຊັ່ນ​ກັນ​ວ່າ “ມັນ​ທີ່​ຮັບ​ເອົາ​ບໍ່​ໄດ້” ທີ່​ວ່າ​ຫຼາຍ
​ຄົນ​ທີ່​ຖືກ​ຈັບ​ກຸມ ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້ພົບກັບທະນາຍຄວາມ​ຂອງ​ເຂົາເຈົ້າ.

ບັນດາ​ຜູ້​ຈັດການ​ຊຸມ​ນຸມປະ​ທ້ວງ ກ່າວ​ວ່າ ມີ​ປະຊາຊົນ​ຈຳນວນ 510 ພັນ​ຄົນ​ເຂົ້າ​ປະ
ກອບສ່ວນ​ໃນ​ການ​ປະ​ທ້ວງ ​ໃນ​ວັນ​ຄົບຮອບ 17 ປີ​ ທີ່ອະດີດ​ອະ​ນາ​ນິຄົມ​ອັງກິດ​ແຫ່ງ​ນີ້ ໄດ້ຖືກໂອນກັບ​ຄືນ​ໄປ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຈີນ.

ຕຳຫຼວດ​ເວົ້າ​ວ່າ ຈຳນວນ​ປະຊາຊົນ​ໄປ​ຮ່ວມ​ການ​ຊຸມນຸມ​ນັ້ນ ມີ​ບໍ່​ຮອດ 1 ​ແສນ​ຄົນ.

ການ​ປະ​ທ້ວງ​ປະຈຳ​ປີ ແມ່ນເພີ້ມ​ຄວາມ​ໝາຍ​ຫຼາຍ​ຂຶ້ນ​ໃນ​ປີ​ນີ້ ທ່າມກາງ​ການ​ປຸກລະ
ດົມ​ເພື່ອ​ກົດ​ດັນ​ລັດຖະບານ​ປັກ​ກິ່ງ ອະນຸມັດ​ໃຫ້​ປະຊາຊົນ​ໃນ​ຮ່ອງ​ກົງ ​ເລືອກ​ເອົາ​ຜູ້ນຳ​
ຂອງ​ເຂົາ​ເຈົ້າ​ເອງ.

ພວກ​ປະ​ທ້ວງ​ຫຼາຍ​ຄົນ ພາກັນ​ຮ້ອງ​ໂຮ​ຄຳ​ຂວັນ​ຕໍ່ຕ້ານ​ຈີນ ​ແລະ​ຖື​ປ້າຍຕ່າງໆຮຽກຮ້ອງ
​ເອົາ “ປະຊາທິປະ​ໄຕ​ແທ້” ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ເດີນຂະບວນ​ຈາກສວນສາທາລະ
ນະ Victoria ​ໄປ​ຫາ​ເຂດ​ການ​ເງິນ​ນັ້ນ.

hongkongprotest2july14
please wait

No media source currently available

0:00 0:01:15 0:00



XS
SM
MD
LG