ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມະຫາເສດຖີ ສື່ມວນຊົນຮົງກົງ ນຳ​ເອົາ​ຄະ​ດີ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ​ ຂຶ້ນ​ໄປ​ຫາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ


ທ່ານ Jimmy Lai, ມະຫາເສດຖີສື່ມວນຊົນຮົງກົງ ແລະ ນັກເຄື່ອນໄຫວເພື່ອປະຊາທິປະໄຕຖືກ​ນຳ​ຕົວ​ໂດຍເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄປ​ຫາລົດຂອງ​ຄຸກ​ເພື່ອ​ຈະ​ເອົາ​ໄປ​ປາ​ກົດ​ຕົວ​ທີ່​ສານ​ໃນ​ຮົງ​ກົງ, ວັນ​ທີ 12 ທັນ​ວາ, 2020
ທ່ານ Jimmy Lai, ມະຫາເສດຖີສື່ມວນຊົນຮົງກົງ ແລະ ນັກເຄື່ອນໄຫວເພື່ອປະຊາທິປະໄຕຖືກ​ນຳ​ຕົວ​ໂດຍເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄປ​ຫາລົດຂອງ​ຄຸກ​ເພື່ອ​ຈະ​ເອົາ​ໄປ​ປາ​ກົດ​ຕົວ​ທີ່​ສານ​ໃນ​ຮົງ​ກົງ, ວັນ​ທີ 12 ທັນ​ວາ, 2020

ທະນາຍຄວາມຂອງມະຫາເສດຖີສື່ມວນຊົນຮົງກົງ ແລະນັກເຄື່ອນໄຫວເພື່ອປະຊາທິປະໄຕ ຈີມມີ ລາຍ ຮ້ອງຂໍໃຫ້ອົງການສະຫະປະຊາຊາດ ສືບສວນ ການກ່າວຫາທາງອາຍາຕໍ່ທ່ານທີ່ຍັງ ຄ້າງຄາຢູ່ ໂດຍໃຫ້ ເຫດຜົນວ່າ ຂໍ້ກ່າວຫາທີ່​ວ່ານີ້ ແມ່ນບໍ່ມີຫຍັງ ນອກເໜືອໄປຈາກ “ການຮາ​ວີ ທາງກົດໝາຍ” ແລະກາຍ​ເປັນ “ການໃຊ້ກົດໝາຍເປັນອາວຸດ”.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດສາ​ມາດຕອບສະ ໜອງແນວໃດ ຕໍ່ການຮ້ອງຂໍດັ່ງກ່າວ.

ທ່ານລາຍ ອາຍຸ 74 ປີ ໄດ້ຖືກກ່າວຫາ ພາຍໃຕ້ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງ ຮົງກົງ ແລະໄດ້ຖືກຈໍາຄຸກ 20 ເດືອນ. ທ່ານປະເຊີນກັບການ ດໍາເນີນຄະດີອາຍາ 4 ກະ​ທົງ ທີ່ ກ່ຽວຂ້ອງກັບການ ເຂົ້າຮ່ວມການປະທ້ວງເພື່ອ ປະຊາທິປະໄຕໃນຮົງກົງ ລະຫວ່າງປີ 2019 ແລະ 2020. ຂໍ້ກ່າວຫາລວມມີ ການເຂົ້າຮ່ວມໃນການໂຮມຊຸມນຸມທີ່ຜິດກົດໝາຍ ແລະການລະເມີດ ກົດໝາຍວ່າດ້ວຍຄວາມປອດໄພ ແຫ່ງຊາດທີ່ມີ​ລັກ​ສະ​ນະກົດຂີ່ຂົ່ມເຫັງຂອງດິນແດນດັ່ງກ່າວ ທີ່ ເຈົ້າໜ້າທີ່ໄດ້ໃຊ້ເພື່ອແນເປົ້າໃສ່ບັນດານັກ ເຄື່ອນໄຫວປະຊາທິປະໄຕຄົນອື່ນໆ.

ທ່ານ​ຄາ​ວ​ອິ​ລ​ເຟິນ ກາ​ລ​ລາ​ເຟີ (Caoilfhionn Gallagher), ທະນາຍຄວາມຈາກ​ບໍ​ລິ​ສັດໂດ​ທີ ​ສ​ທ​ຣີດ ​ເຊມ​ເບີ​ສ໌ (Doughty Street Chambers), ນໍາພາທີມງານກົດຫມາຍສາກົນສໍາລັບ ທ່ານ ລາຍ ແລະກ່າວວ່າ ການ​ຮ້ອງ​ຂໍອັນຮີບດ່ວນ ໄດ້ຖືກຍື່ນໄປໃນວັນທີ 8 ເມສາຜ່ານ​ມາ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ທີ່ເຜີຍ​ແຜ່​ອອກ​ມາ​ໂດຍ​ທີມ​ງານກົດໝາຍ, ທ່ານກາ​ລ​ລາ​ເຟີ (Gallagher) ກ່າວ​ວ່າ ການ​ຮ້ອງ​ຂໍ​ດັ່ງກ່າວໄດ້ “ໃຫ້​ລາຍ​ລະອຽດກ່ຽວ​ກັບ​ວ່າອຳນາດ​ການ​ປົກຄອງ​ ຮົງ​ກົງ ​ແລະ ຈີນໃຊ້​ກົດໝາຍ ໃຫ້​ກາຍ​ເປັນ​ອາ​ວຸດ​ຕໍ່”​ ທ່ານລາຍຄື​ແນວ​ໃດ.

ອີງຕາມຄຳ​ຖະ​ແຫລງ​ການແລ້ວ, "ທ່ານ​ລາຍປະ​ເຊີນກັບ​ຄວາມ​ສ່ຽງ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ໃນ​ຄຸກຈົນ​ຮອດມື້​ຕາຍ ຍ້ອນ​ພຽງ​ແຕ່ໄດ້​ອອ​ກ​ປາກ​ອອກສຽງ​ຂອງ​ທ່ານ​, ​ແລະ ຫາທາງປົກ​ປ້ອງ​ເສລີພາບ​ດ້ານການ​ອອກ​ຂ່າວ, ປະຊາທິປະ​ໄຕ ​ແລະການ​ປົກ​ຄອງ​ດ້ວຍ​ລະບຽບ​ກົດໝາຍ​ຂອງ​ຮົງ​ກົງເທົ່າ​ນັ້ນ."

ຂໍ້​ກ່າວ​ຫາຕໍ່ທ່ານລາຍ “ປະ​ກອບ​ເປັນ​ການ​ຮາ​ວີທາງ​ດ້ານດຳ​ເນີນ​ຄະ​ດີ, ການ​ພິ​ພາກ​ສາ ແລະ​ທາງດ້ານ​ກົດ​ໝາຍ​ຕໍ່​ທ່ານລາຍ, ຍ້ອນ​ການ​ສະ​ແຫວງ​ຫາ​ການສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ແລະສິດ​ທິ​ໃນ​ການ​ປະ​ທ້ວງ ແລະ​ສິດ​ເສລີພາບ​ໃນ​ການ​ສະ​ແດງ​ອອກ​ໃນ​ຮົງ​ກົງທີ່​ເປັນ​ເຂດ​ປົກ​ຄອງ​ແບບ​ພິ​ເສດ ຫລື Hong Kong SAR ແລະ​ວຽກ​ງານ​ຂອງ​ທ່ານ ​ໃນ​ຖາ​ນະ​ເປັນ​ຜູ້​ກໍ່​ຕັ້ງ ແລະ​ບັນ​ນາ​ທິ​ການໜັງ​ສື​ພິມ Apply Daily, ຊຶ່ງ​ເປັນໜັງ ສືພິມ​ປະຊາທິປະ​ໄຕ ອີງ​ຕາມ​ຖະ​ແຫລງ​ການ​ດັ່ງກ່າວ. ໜັງ​ສື​ພິມ​ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ​ນັ້ນ ​ເປັນ​ຂອງ​ທ່ານ ລາຍ ​ແຕ່​ໄດ້ປິດ​ລົງ​ໃນ​ປີ​ກາຍ​ນີ້​ພາຍຫຼັງ 26 ປີ​ ແຫ່ງ​ການ​ທຳ​ໜ້າ​ທີ່​ດ້ານ​ຂ່າວ​ສານມາ.

ທ່ານ​ຊັບ​ບັ​ສ​ຈຽນ ລາຍ (Sebastien Lai), ລູກຊາຍຂອງຈີມ​ມີ ລາຍ, ໄດ້ຍິນ​ດີ​ນຳການເຄື່ອນໄຫວດັ່ງ​ກ່າວ ຂອງທະນາຍຄວາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG