ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນຮ່ອງກົງ ໄປປ່ອນບັດ ໃນການ​ລົງ ​ປະຊາ​ມະຕິ​ ທີ່​ບໍ່​ເປັນ​ທາງ​ການ (ວີດີໂອ)


Refugees and migrants try to reach the shore on the Greek island of Lesbos, despite a rough sea, after crossing the Aegean Sea from Turkey. At least 17 children drowned when three boats sank en route, the latest tragedy to strike migrants braving wintry seas to seek asylum in Europe.
Refugees and migrants try to reach the shore on the Greek island of Lesbos, despite a rough sea, after crossing the Aegean Sea from Turkey. At least 17 children drowned when three boats sank en route, the latest tragedy to strike migrants braving wintry seas to seek asylum in Europe.
ວັນ​ອາທິດ​ວານ​ນີ້ ພົນລະ​ເມືອງຮ່ອງ​ກົງ​ພາກັນ​ໄປ​ປ່ອນ​ບັດ ​
ໃນ​ການ​ລົງ​ປະຊາ​ມະຕິ​ ທີ່​ບໍ່​ເປັນ​ທາງ​ການ​ ກ່ຽວ​ກັບ​ການ​ປະ​ຕິ​
ຮູບ ປະຊາທິປະ​ໄຕ​ ຢູ່ໃນ​ອະດີດ​ເມືອງ​ຂຶ້ນຂອງອັງກິດ ຊຶ່ງ​ເປັນ​
ການ​ເຄື່ອນ​ໄຫວທີ່ເຮັດ​ໃຫ້ປັກ​ກິ່ງ​ບໍ່ພໍ​ໃຈ.

​ເກືອບ 600,000 ຄົນ​ໄດ້​ອອກສຽງ ​ໃນ​ເວລາ 3 ມື້ ​ດ້ວຍການ​
ອອກ​ສຽງ​ທາງ​ອິນ​ເຕີ​ເນັດ ​ແລະ​ ທາງ​ໂທລະສັບ ທີ່​ໄດ້​ເລີ້ມ​ຂຶ້ນ
ຕັ້ງ​ແຕ່​ວັນ​ສຸກ ອາທິດ​ແລ້ວ​ນີ້. ​ພວກເຈົ້າໜ້າ​ທີ່​ພັກ​ຄອມ​ມຸຍນິດ
​ຈີນ ກໍ​ຄືລັດຖະບານ​ຮ່ອງ​ກົງ ​ໄດ້​ປະກາດວ່າ ​ການ​ລົງ​ປະຊາ​ມະຕິ
​ດັ່ງກ່າວ ​ເປັນ​ການ​ຜິດ​ກົດໝາຍ ​ແລະ ບໍ່​ມີ​ຜົນບັງຄັບ​ໃດໆ.

ຂະ​ບວນການສູນ​ກາງ​ຄອບ​ຄອງ ຫຼື Occupy Central movement ຊຶ່ງ​ເປັນ​ຜູ້ຈັດ
​ການ​ລົງ​ປະຊາ​ມະຕິ​ດັ່ງ​ກ່າວ ​ໄດ້​ຈັດ​ໃຫ້ມີບ່ອນ​ໃຫ້ປະຊາຊົນໄປ​ລົງ​ຄະ​ແນນ​ສຽງກັນ
ຈິງ​ໆ ​ໃນ​ວັນ​ອາທິດ​ວານ​ນີ້ ຫຼັງຈາກ​ໄດ້​ມີ​ການ​ໂຈມ​ຕີ​ຢ່າງ​ໃຫຍ່ທາງ​ອິນ​ເຕີ​ເນັດ ​ຕໍ່ເວັບ
​ໄຊ້ອອກສຽງຂອງ​ເຂົາ​ເຈົ້າ​ເມື່ອ​ອາທິດ​ແລ້ວ​ນີ້. ລະ​ຍະ​ເວລາ​ການ​ອອກສຽງ​ໄດ້​ຖືກ​
ຂະຫຍາຍ​ອອກ​ໄປ ຈົນ​ເຖິງ​ວັນ​ທີ 29 ມິຖຸນາ.

ການ​ລົງປະຊາ​ມະຕິ​ຄັ້ງນີ້ ສະ​ເໜີ 3 ທາງ​ເລືອກ ​ໃຫ້​ພົນລະ​ເມືອງ​ຮ່ອງ​ກົງ ເພື່ອເລືອກ​
ເອົາ​ຜູ້​ທີ່​ສາມາດສະມັກ​ເປັນ ຫົວໜ້າບໍລິຫານ​ຫ້ອງການ ຂອງ​ຮ່ອງ​ກົງ. ເວລາ​ນີ້ ບັນດາ​
ຜູ້​ສະມັກ ​ແມ່ນ​ຖືກ​ເລືອກໂດຍ​ຄະນະ​ກຳມະການ ທີ່​ສະໜັບສະໜຸນ​ປັກ​ກິ່ງ.
Hong Kong Activists Prepare for Election Referendum
please wait

No media source currently available

0:00 0:02:52 0:00
XS
SM
MD
LG