ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອນດູຣາສ ໂຈະການໃຊ້ສິດ ບາງຢ່າງ ຂອງ ປະຊາຊົນ ຂະນະທີ່ ເກີດຄວາມວຸ້ນວາຍ


ຕຳຫຼວດ ຊ່ອຍຄົນທີ່ຍ່າງກາຍໄປຜູ້ນຶ່ງ ໃນຂະນະທີ່ ມີການຍິງ ລະເບີດນ້ຳຕາ ເຂົ້າໃສ່ພວກປະທ້ວງ ທີ່ປະທະກັບຕຳຫຼວດ.
ຕຳຫຼວດ ຊ່ອຍຄົນທີ່ຍ່າງກາຍໄປຜູ້ນຶ່ງ ໃນຂະນະທີ່ ມີການຍິງ ລະເບີດນ້ຳຕາ ເຂົ້າໃສ່ພວກປະທ້ວງ ທີ່ປະທະກັບຕຳຫຼວດ.

ຮອນດູຣາສໄດ້ສັ່ງໃຫ້ໂຈະການໃຊ້ສິດຕາມລັດຖະທຳມະນູນບາງຢ່າງ ແລະຫ້າມອອກ
ນອກເຮືອນແຕ່ 6 ໂມງແລງຫາ 6 ໂມງເຊົ້າເປັນເວລາ 10 ມື້ໃນຄວາມພະຍາຍາມເພື່ອ
ຈະມອບອຳນາດ ໃຫ້ແກ່ກຳລັງຮັກສາຄວາມສະຫງົບ ໃນສິ່ງທີ່ພວກເຂົາເຈົ້າເຫັນວ່າ ມີ
ຄວາມຈຳເປັນ ເພື່ອຄວບຄຸມການປະທ້ວງ ທີ່ໄດ້ລະເບີດຂຶ້ນ ຫຼັງຈາກການເລືອກຕັ້ງປະ ທານາທິບໍດີທີ່ມີການຂັດແຍ້ງ ໃນວັນອາທິດແລ້ວນີ້.

ທ່ານອີບາລ ດີອາຊເຈົ້າໜ້າທີ່ປະຈຳສະພາລັດຖະມົນຕີກ່າວວ່າ “ການໂຈະການຄ້ຳປະ
ກັນ ຕາມລັດຖະທຳມະນູນດັ່ງກ່າວນີ້ ແມ່ນໄດ້ຮັບການອະນຸມັດ ເພື່ອໃຫ້ຕຳຫຼວດ ແລະ ກອງທັບແຫ່ງຊາດສາມາດຄວບຄຸມຄື້ນຟອງຂອງຄວາມຮຸນແຮງທີ່ໄດ້ລະເບີດຂຶ້ນຢູ່ໃນ ປະເທດ.”

ປະທານາທິບໍດີຮວນ ອໍແລນໂດ ເຮີນານເດສ ທີ່ລົງສະໝັກເອົາຕຳແໜ່ງເປັນສະໄໝທີ ສອງຕື່ມອີກ ກ່າວວ່າ “ການຫ້າມອອກນອກບ້ານ ແມ່ນເພື່ອຄຸ້ມຄອງຄວາມປອດໄພຢູ່ ໃນປະເທດ.” ທ່ານເຮີນານເດສ ແມ່ນປະທານາທິບໍດີຮອນດູຣາສຄົນທຳອິດ ທີ່ໄດ້ລົງ
ແຂ່ງຂັນເອົາຕຳແໜ່ງ ເປັນສະໄໝທີສອງ ຫຼັງຈາກການຕັດສິນຂອງສານສູງສຸດ ທີ່ໄດ້
ຍົກເລີກການຫ້າມບໍ່ໃຫ້ລົງສະໝັກແຂ່ງຂັນຕື່ມອີກ.

ການປະທ້ວງເປັນມື້ທີສອງ ຢູ່ໃນຮອນດູຣາສ ໃນວັນສຸກວານນີ້ ມີຂຶ້ນໃນຂະນະທີ່ສານ
ເລືອກຕັ້ງຂອງປະເທດ ເລີ້ມນັບບັດຄະແນນສຽງດ້ວຍມື ທີ່ສະແດງໃຫ້ເຫັນວ່າ ບໍ່ສອດ
ຄ່ອງໃນຜົນການເລືອກຕັ້ງປະທານາທິບໍດີ ໃນມື້ວັນອາທິດຜ່ານມາ.

ພວກປະທ້ວງ ທີ່ປິດໜ້າ ສະໜັບສະໜູນ ຜູ້ສະໝັກປະທານາທິບໍດີ ຊານວາດໍ ນາສຣາລລາ ຈູດໄຟ ຕັນທາງ ທີ່ນະຄອນຫຼວງ ເຕກູຊີກາລປາ.
ພວກປະທ້ວງ ທີ່ປິດໜ້າ ສະໜັບສະໜູນ ຜູ້ສະໝັກປະທານາທິບໍດີ ຊານວາດໍ ນາສຣາລລາ ຈູດໄຟ ຕັນທາງ ທີ່ນະຄອນຫຼວງ ເຕກູຊີກາລປາ.

ພວກສະໜັບສະໜຸນທ່ານຊານວາດໍ ນາສຣາລລາ ທີ່ນິຍົມແນວທາງເປັນກາງອຽງຊ້າຍ ຈາກກຸ່ມພັນທະມິດຝ່າຍຄ້ານ ຕ້ານຜະເດັດການ ໃນວັນສຸກວານນີ້ ໄດ້ຂົນເອົາຕີນລົດ
ແລະຫີນໄປຕັນທາງສາຍຕ່າງໆ ໃນນະຄອນຫຼວງເຕກູຊີກາລປາ ອີງຕາມລາຍງານອົງ
ການຂ່າວຣອຍເຕີ້. ກຳລັງຮັກສາຄວາມສະຫງົບໄດ້ຢືນຍາມຢູ່ທີ່ທຳນຽບປະທານາທິບໍ
ດີ ບ້ານພັກຂອງທ່ານເຮີນານເດສ ຜູ້ນຳພັກແຫ່ງຊາດ ທີ່ນິຍົມແນວທາງເດີມ ຊຶ່ງໄດ້ລົງ
ແຂ່ງຂັນ ສະໝັກເອົາຕຳແໜ່ງປະທານາທິບໍດີຕື່ມອີກ ທີ່ໄດ້ຮັບການໜຸນຫລັງ ຈາກສະ
ຫະລັດ.

ເຈົ້າໜ້າທີ່ລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ໃນຄວາມວຸ້ນວາຍທີ່ເກີດມາ
ຈາກການນັບບັດຄະແນນສຽງ ທີ່ຍັງບໍ່ທັນລຸລ່ວງ ຊຶ່ງໃນເວລານີ້ ໄດ້ກ້າວເຂົ້າສູ່ວັນທີ
6 ແລ້ວ. ອີງຕາມແຫຼ່ງຂ່າວຂອງຕຳຫຼວດ ອົງການຂ່າວຣອຍເຕີ້ ລາຍງານໃນວັນສຸກ
ວານນີ້ວ່າ ຜູ້ຊາຍຄົນນຶ່ງ ໄດ້ຖືກຍິງຕາຍ ໃນການປະທ້ວງຢູ່ເມືອງທ່າ ລາກາຍບາ ທີ່ ຕັ້ງຢູ່ແຄມຝັ່ງທະເລກາຣິບບຽນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG