ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບ້ານລາວ ໂຮສເທວ ເປັນທຸລະກິດ ທີ່ໄດ້ຮັບຄວາມນິຍົມສູງ ໂດຍນັກທ່ອງທ່ຽວເປ້ຖົງ ແຕ່ເມື່ອເກີດການລະບາດຂອງໄວຣັສໂຄວິດ-19 ຈຶ່ງຕ້ອງໄດ້ປິດ


ຕຽງນອນຢູ່ທີ່ບ້ານລາວ ໂຮສເທວ ໃນເຂດຄຸ້ມສີຫອມ ເມືອງຈັນທະບູລີ ນະຄອນວຽງຈັນ.
ຕຽງນອນຢູ່ທີ່ບ້ານລາວ ໂຮສເທວ ໃນເຂດຄຸ້ມສີຫອມ ເມືອງຈັນທະບູລີ ນະຄອນວຽງຈັນ.

ທຸລະກິດບ້ານພັກທີ່ເປັນແບບຢູ່ບ້ານ ຫຼື ທີ່ເອີ້ນເປັນພາສາອັງກິດວ່າ ໂຮມສະເຕ ຊຶ່ງມີຊື່ພາສາລາວວ່າ ບ້ານລາວ ໂຮສເທວ (Barn Lao Hostel) ເປັນຫົວຄິດແລະກໍ່ຕັ້ງຂຶ້ນມາ ໂດຍນັກທຸລະກິດຍິງລາວ ລຸ້ນໃໝ່ສອງຄົນ ທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງ ຕັ້ງຢູ່ໃນໃຈກາງນະຄອນຫຼວງວຽງຈັນ ໃນເຂດຄຸ້ມສີຫອມ ເມືອງ ຈັນທະບູລີ ທຸລະກິດນີ້ເປັນບ້ານພັກແບບລວມໝູ່ ໂດຍທີ່ຜູ້ມາເຊົ່າຈະຢູ່ຮ່ວມກັນໃນບໍລິເວນບ້ານພັກ ໂດຍແບ່ງອອກເປັນສອງອາຄານ ສຳລັບເພດຍິງແລະເພດຊາຍ ຊຶ່ງແຕ່ລະຫ້ອງນອນຈະມີຕຽງຄູ່ ລາຄາຕຽງນຶ່ງເລີ້ມແຕ່ 70,000 ກີບຂຶ້ນໄປ ຖືວ່າ ບໍ່ແພງຫຼາຍ ຖ້າທຽບໃສ່ກັບໂຮງແຮມທຳມະດາ ໂດຍລາຄາດັ່ງກ່າວ ມີອາຫານເຊົ້າຟຣີນຳດ້ວຍ ພ້ອມກັນນັ້ນ ສະຖານທີ່ຍັງມີເຮືອນຄົວລວມ ເພື່ອໃຫ້ບັນດາຜູ້ທີ່ມາພັກເຊົ່າສາມາດຄົວຢູ່ຄົວກິນໄດ້ຕາມຄວາມຕ້ອງການ.

ເຮືອນຄົວລວມ ຢູ່ໃນບ້ານລາວ ໂຮສເທວ ຊຶ່ງເປັນບ້ານພັກ ສຳລັບນັກທ່ອງທ່ຽວເປ້ຖົງ ຢູ່ໃນເຂດຄຸ້ມສີຫອມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ເຮືອນຄົວລວມ ຢູ່ໃນບ້ານລາວ ໂຮສເທວ ຊຶ່ງເປັນບ້ານພັກ ສຳລັບນັກທ່ອງທ່ຽວເປ້ຖົງ ຢູ່ໃນເຂດຄຸ້ມສີຫອມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ທຸລະກິດດັ່ງກ່າວ ໄດ້ເລີ້ມເປີດໃຫ້ບໍລິການໃນປີ 2019 ຊຶ່ງຜູ້ບໍລິຫານບ້ານລາວໂຮສເທວ ຜູ້ນຶ່ງກ່າວໃຫ້ວີໂອເອລາວ ຟັງວ່າ:

ບ້ານລາວໂຮສເທວ ມີຈຳນວນຕຽງນອນທັງໝົດ 25 ຕຽງ ແລະສ້າງລາຍຮັບໃຫ້ຜູ້ປະກອບການຢ່າງງາມ ແຕ່ເມື່ອເກີດມີການລະບາດຂອງພະຍາດໂຄວິດ-19 ໃນທ້າຍປີດຽວກັນນັ້ນ ທ່ານນາງໄດ້ກ່າວວ່າ ພວກນັກທ່ອງທ່ຽວທີ່ໄດ້ຈອງຕຽງໄວ້ລ່ວງໜ້າ ກໍພາກັນຍົກເລີກທັງໝົດ ຈຶ່ງຕ້ອງໄດ້ປິດກິດຈະການໄວ້ ເປັນເວລາສອງປີ ຍ້ອນມາດຕະການປິດເມືອງ. ມາເຖິງປັດຈຸບັນນີ້ ທ່ານນາງຫວັງວ່າ ທາງການລາວ ຈະເປີດໃຫ້ນັກທ່ອງທ່ຽວເຂົ້າມາລາວ ໄດ້ອີກ ແລະແນ່ນອນຕຽງນອນທັງໝົດ ກໍຈະເຕັມຄືນອີກຄືເກົ່າ.

XS
SM
MD
LG