ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ລອດຊີວິດ ຈາກການທຳລາຍລ້າງ ເຖິງແກ່ມໍລະນະກຳ ລວມອາຍຸໄດ້ 87 ປີ


ທ່ານ Elie Wiesel, ຮູບຖ່າຍໃນລະຫວ່າງການສຳພາດໃນເດືອນ ທັນວາ, 2009.
ທ່ານ Elie Wiesel, ຮູບຖ່າຍໃນລະຫວ່າງການສຳພາດໃນເດືອນ ທັນວາ, 2009.

ທ່ານ Elie Wiesel ຜູ້ລອດຊີວິດຈາກໝໍ້ນາຮົກ ຂອງຄ້າຍມໍລະນະຂອງພວກ ນາຊີ ໄດ້ ກາຍມາເປັນນັກຂຽນຜູ້ມີຊື່ສຽງ ແລະ ຜູ້ໄດ້ຊະ ນະລາງວັນ Nobel ຂະແໜງສັນຕິພາບ, ຊຶ່ງໄດ້ເຖິງແກ່ມໍລະນະກຳແລ້ວ ເມື່ອອາຍຸໄດ້ 87 ປີ.

ທ່ານ Yad Vashem ປະຈຳຫໍພິພິທະພັນການທຳລາຍລ້າງຂອງ ອິສຣາແອລ ໄດ້ແຈ້ງ ຂ່າວມໍລະນະກຳຂອງທ່ານ Wiesel ໃນວັນ ເສົາວານນີ້, ແຕ່ບໍ່ໄດ້ ໃຫ້ລາຍລະອຽດເພີ່ມ ເຕີມ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໄດ້ສະແດງ ການໄວ້ອາ ໄລຕໍ່ທ່ານ Wiesel ໂດຍກ່າວວ່າ ທ່ານ “ໄດ້ໃຫ້ຄວາມພາກ ພູມໃຈຕໍ່ໄຊຊະນະຂອງນ້ຳ ໃຈມະນຸດ ກ່ຽວກັບ ຄວາມໂຫດຫ້ຽມ ແລະ ຄວາມຊົ່ວຮ້າຍ.”

ທ່ານກ່າວວ່າ “ໃນຄວາມມືດຂອງການທຳລາຍລ້າງຜານ, ເຊິ່ງບັນດາ ອ້າຍ, ເອື້ອຍ, ນ້ອງ ຂອງພວກເຮົາໄດ້ຖືກຂ້າຕາຍເປັນຈຳນວນ 6 ລ້ານຄົນ, ທ່ານ Elie Wiesel ໄດ້ ເປັນດັ່ງກັບປະກາຍຂອງແສງ ແລະ ຕົວຢ່າງຂອງມວນ ມະນຸດຜູ້ທີ່ເຊື່ອໃນຄວາມດີຂອງ ຄົນເຮົາ.”

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ເອີ້ນທ່ານ Wiesel ວ່າ ທ່ານເປັນເພື່ອນສະໜິດຄົນໜຶ່ງຜູ້ທີ່ເຄີຍເປັນ “ໜຶ່ງໃນກະບອກສຽງແຫ່ງ ສິນທຳຂອງຊ່ວງໄລຍະ ເວລາ ຂອງພວກເຮົາ.”

ທ່ານກ່າວວ່າ “ເພິ່ນໄດ້ຕໍ່ສູ້ບໍ່ພຽງແຕ່ກັບລັດທິຕໍ່ຕ້ານຊາວຢິວເທົ່ານັ້ນ, ແຕ່ໄດ້ ຕໍ່ສູ້ກັບ ຄວາມຄຽດຊັງ, ຄວາມບ້າສາສະໜາ ແລະ ທຸກໆຮູບ ແບບຂອງການ ບໍ່ຍອມຮັບຄວາມ ຄິດຂອງຜູ້ອື່ນ. ເພິ່ນໄດ້ຮ້ອງໃຫ້ຂໍພວກເຮົາແຕ່ລະຄົນ, ພ້ອມປະເທດຕ່າງໆ ແລະ ຄວາມເປັນມະນຸດທັງຫຼາຍ ໃຫ້ເຮັດຄືກັນ, ເພື່ອໃຫ້ ພວກເຮົາໄດ້ຢູ່ນຳກັນ ແລະ ໃຫ້ ຄຳສັນຍາອັນແທ້ຈິງ “ທີ່ຈະບໍ່ໃຫ້ການທຳລາຍ ລ້າງຜານເກີດຂຶ້ນອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG