ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ສະຫະລັດ ລະລຶກເຖິງ ການວາງລະເບີດ ທີ່ເມືອງ Oklahoma City ເມື່ອ 20 ປີ ກ່ອນ


ຕຶກອາຄານ Alfred P. Murrah ໃນໃຈກາງເມືອງ Oklahoma City ລັດ Oklahoma, ວັນທີ 21 ເມສາ 1995.

ເປັນ​ເວລາ 20 ປີຜ່ານມາ​ແລ້ວ ນັບ​ແຕ່ມີ​ການວາງ​ລະ​ເບີດ​ໂຈມ
​ຕີ ​ທີ່​ນະຄອນ Oklahoma City ລັດ Oklahoma ​ໃນ​ພາກ​ກາງ
ຕອນໃຕ້​ຂອງ​ສະຫະລັດ.

ລະ​ເບີດ​ໃນ​ລົດ​ຄັນ​ໜຶ່ງ ​ທີ່ແຕກ​ຂຶ້ນ​ໃນ​ວັນ​ທີ 19 ​ເມສາ ປີ 1995
ທີ່ຕຶກໂຮງການລັດຖະບານ​ກາງ Alfred P. Murray ​ໃນ​ນະຄອນ
Oklahoma City ​ໄດ້​ສັງຫານ​ປະຊາຊົນ 168 ຄົນ ​ແລະ​ຍັງ​ຄົງ​
ເປັນການ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ ຢູ່ໃນ​
ສະຫະລັດ​.

ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ​ສະຫະລັດ ກ່າວ​ວ່າ “​ເມື່ອ 20 ປີຜ່ານມາ ພວກ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ​ໄດ້​ໂຈມ​ຕີ​ຈຸດ​ໃຈກາງ ຂອງທຸກ​ຢ່າງໝົດ​ ທີ່​ເປັນ​ສັນ
ຍາ​ລັກ​ຂອງ​ປະ​ເທດ​ນີ້​ ນັ້ນ​ກໍ​ຄື ​ອິດ​ສະລະ​ພາບ ປະຊາທິປະ​ໄຕ ແລະ​ການ​ປົກຄອງ​
ດ້ວຍ​ຕົວ​ບົດ​ກົດໝາຍ.”

​ແຕ່​ທ່ານ Eric Holder ກ່າວ​ວ່າ “ຜ່ານ​ຄວາມ​ສາມາດ​ຟື້ນ​ໂຕ​ຄືນ​ສູ່​ປົກກະຕິ​ຂອງ​ປະ
ຊາຊົນ ​ອະ​ເມຣິກັນນັ້ນ ປະ​ເທດ​ຊາດ​ໄດ້ໝາຍ​ໝັ້ນ​ແລະ​ຜູກ​ມັດ​ຕົນ​ເອງຄືນ​ອີກ ຕໍ່​ຄ່າ​ນິຍົມທີ່​ເປັນ​ພື້ນຖານ​ຂອງ​ຕົນ “ທີ່​ເຮັດ​ໃຫ້​ປະ​ເທດ​ນີ້ ​ເປັນແສງໄຟແຫ່ງ​ເສລີ
ພາບ.”

ມື້​ລາງ​ນາຍ Timothy McVeigh ຊຶ່ງ​ເປັນ​ຜູ້​ຫົວ​ຮຸນ​ແຮງ​ຕໍ່​ຕ້ານ​ລັດຖະບານ ​ໄດ້​ຈູດກະ
ນວນ​ວັດຖຸ​ລະ​ເບີດ​ທີ່​ບັນຈຸ​ໄວ້​ໃນ​ລົດ​ບັນທຸກ​ເຕັມ​ຄັນ​ທີ່​ເຊົ່າ​ມາ​ ​ແລະ​ຈອດ​ໄວ້​ຢູ່​ຕໍ່ໜ້າ​ຕຶກ​ອາຄານ​ລັດຖະບານ​ກາງ​ຫລັງ​ນັ້ນ.

​ແຮງລະ​ເບີດໄດ້​ສ້າງ​ຄວາມ​ເສຍ​ຢ່າງ​ໜັກ ​ເຮັດ​ໃຫ້​ດ້ານ​ໜ້າ​ຂອງ​ອາຄານ ​ແຕກ​ຂາດ​ແລະ​ພັງ​ລົງ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ພວກ​ອາຄານ​ອື່ນໆ​ອີກ​ທີ່ຢູ່ພາຍ​ໃນ​ວົງ​ລັດສະໝີ 16 ຊ່ວງ​ຖະໜົນ.

ນາຍ McVeigh ທີ່​ອອອກ​ຫົວຄິດ ​ແລະເປັນ​ຄົນວາງ​ລະ​ເບີດ​ຄັ້ງນັ້ນ ​ໄດ້​ຖືກ​ປະຫານ​ຊີວິດ​ໃນ​ປີ 2001 ​ສ່ວນ​ຜູ້​ສົມຮູ້​ຮ່ວມ​ຄິດຄົນ​ໜຶ່ງ ​ຄື ນາຍ Terry Lynn Nichols ຍັງ​ຕິດ​ຄຸກ​ຢູ່​ຕະຫຼອດ​ຊີວິດ.

Oklahoma Bombing Anniversary
please wait

No media source currently available

0:00 0:00:23 0:00

XS
SM
MD
LG