ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ຊາວເຜົ່າມົ້ງ ໃຊ້ລະບົບ teleconferencing ເຜີຍແຜ່ຂ່າວ ແລະສົ່ງຂ່າວ ເຖິງກັນແລະກັນ


ນາງ Cher Vang ຊາວເຜົ່າມົ້ງ ທີ່ດໍາລົງຊີວິດຢູ່ໃນລັດວໍຊິງຕັນ ເປັນຜູ້ນຶ່ງທີ່ປະກອບສ່ວນໃນລະບົບ teleconference ຜ່ານສະຖານີວິທະຍຸລ່ອງແຈ້ງ ເພື່ອເຊື່ອມໂຍງກັບຊາວມົ້ງຈາກແຫ່ງອື່ນໆ.
ນາງ Cher Vang ຊາວເຜົ່າມົ້ງ ທີ່ດໍາລົງຊີວິດຢູ່ໃນລັດວໍຊິງຕັນ ເປັນຜູ້ນຶ່ງທີ່ປະກອບສ່ວນໃນລະບົບ teleconference ຜ່ານສະຖານີວິທະຍຸລ່ອງແຈ້ງ ເພື່ອເຊື່ອມໂຍງກັບຊາວມົ້ງຈາກແຫ່ງອື່ນໆ.

ທ່ານຈະ​ໂອ້​ລົມ​ກັບ​ສະມາຊິກ​ຂອງ​ປະຊາ​ຄົມ​ຂອງ​ພວກທ່ານໄດ້​ແນວ​ໃດ ​ຖ້າຫາກ​ວ່າ​ພວກທ່ານ​ຢູ່​​ໄກ​ກັນຄົນ​ລະ​ຟາກ​ໂລກ? ຫລາຍໆ​ຄົນ​ກາງ​ຕໍ່​ອາ​ໃສ​ການ​ສື່ສານ​ທາງ​ອິນ​ເທີ​ເນັທ​ຂ້າມ​ເຂດ​ຊາຍ​ແດນ ​ແລະ​ກໍ​​​​ໃຊ້​ອີ​ເມລ ​ແລະ​ twitter ​ແລະສົ່ງ​ຂໍ້ຄວາມ​ໄປທາງໂທລະສັບ. ​ແຕ່​ສໍາລັບ​ຊາວ​ມົ້ງ​ຫລາຍໆ​ຄົນ​ ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ​ ໃນຂົງ​ເຂດ​ເອ​ເຊຍ​ນັ້ນ - ລະບົບສື່ສານ​ທາງ​ໄກຜ່ານ​ທາງວິທະຍຸ ຫລື teleconferencing ​ແມ່ນ​ເປັນວິທີ​ທີ່ພວກ​ເຂົາ​ເຈົ້າ​ນິຍົມ​ໃຊ້ກັນໃນ​ການ​ແບ່ງປັນ​ຂໍ້​ມູນ​ແລະ​ຂ່າວສານຕ່າງໆ. ທອງ​ປານ​ມີເລຶ່ອງນີ້ ມາສະ​ເໜີ​ທ່ານ.

ຢູ່​ໃນ​ທົ່ວ​ໂລກໃນແຕ່​ລະ​ມື້ ຊາວ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຫລາຍພັນ​ຄົນ​ ຈັບ​ໂທລະສັບ
​ຂອງ​ພວກ​ເຂົາ​ເຈົ້າຂຶ້ນ​ມາ​ ເພື່ອ​ຈະ​ຟັງ​ວິທະຍຸ. ພວກ​ເຂົາ​ເຈົ້າຈະເປີດຟັງສະຖານີ​ນຶ່ງໃນຈໍາ
ນວນຢ່າງ​ໜ້ອຍ 20 ສະຖານີ ທີ່​ອອກ​ອາກາດ​ຄື​ກັນກັບ​ສະຖານີ​ວິ​ທະ​ຍຸ​ທໍາ​ມະ​ດາໆ ​ແຕ່
​ແທນ​ທີ່​ຈະ​ໝຸນ​ຫາຄື້ນ​ວິທະຍຸ ​ເຂົາ​ເຈົ້າ​ກັບ​ໝຸນເລກ​ໂທລະ​ສັບໄປຍັງ​ສະຖານີ​ແຫ່ງ​ນຶ່ງ.

//ສຽງ//

ແມ່ຍິງ​ຄົນ​ນຶ່ງ​ຢູ່​ລັດ​ແຄ​ລິ​ຟໍ​ເນຍກໍາລັງ​ຮ້ອງ​ເພງ​ໃຫ້​ຫລາຍ​ຮ້ອຍ​ຄົນ​ຟັງ​ຜ່ານ ລະບົບທີ່​ເອີ້ນ​ວ່າ teleconference ຜ່ານ​ທາງ​ວິທະຍຸ​ນີ້. ​ເພງ​ທີ່​ນາງ​ຮ້ອງ ຊຸກຍູ້​ໃຫ້​ພວກ​ເຍົາວະ​ຊົນ​ ພາກັນ ຮັກສາ​ປະ​ເພນີ​ວັທະນະ​ທໍາ​ຂອງ​ຊາວ​ມົ້ງ​ ໃຫ້​ຄົງຢູ່​ຕະຫລອດ​ໄປ. ນາງ ເຊີ​ວາງ ນັ່ງຟັງ​ເພງ​ຢູ່​ຫ້ອງ​ຮັບ​ແຂກ​ທີ່​ບ້ານ​ຂອງ​ນາງ​ໃນ​ລັດ​ວໍ​ຊິງ​ຕັນ. ນາງ​ມີ​ອາຍຸໃນໄວກາງຄົນ ​ແລະ​ກໍ​ດັ່ງ​ດຽວ​ກັບ​ຊາວ​ເຜົ່າ​ມົ້ງຫລາຍໆ​ຄົນ​ນັ້ນ ສົງຄາມ​ໄດ້​ແຕກແຍກ​ຄອບຄົວ​ຂອງ​ນາງ​ ໄປ​ຢູ່​ທົ່ວ​ໂລກ.

ນາງ​ເວົ້າ​ວ່າ: “ຄອບຄົວ​ຂອງ​ຂ້ອຍແມ່ນ​ໄດ້​ແຍກ​ກັນ​ໄປ​ຢູ່ທົ່ວ​ທຸກ​ຫົນ​ແຫ່ງ​ໃນ​ໂລກ. ຂ້ອຍ​ມີ​ອ້າຍ​ແລະ​ນ້ອງ​ຊາຍສາມ​ຄົນ ພວກ​ເຂົາ​ເຈົ້າອາ​ໃສ​ຢູ່​ອອສ​ເຕຣ​ເລຍ. ຂ້ອຍ​ບໍ່​ໄດ້​ເຫັນພວກເຂົາ​ເຈົ້າ​ມາເປັນ​ເວລາ 30 ປີ​ແລ້ວ. ເອື້​ອຍ ຂອງ​ຂ້ອຍ​ອາ​ໃສ​ຢູ່​ແຄ​ລິ​ຟໍ​ເນຍ ​ແລະ​ນ້ອງ​ສາວ​ຜູ້​ນຶ່ງ ຢູ່​ລາວ ປະ​ເທດ​ຂອງ​ຂ້ອຍ.”

ເວລານາງ ​ເຊີ​ວາງ ມາ​ຕົກ​ອາ​ເມ​ຣິກາ​ໃໝ່​ໆ​ນັ້ນ ນາງ​ຮູ້ສຶກຫງອຍ​ເຫງົາ​ໂດດດ່ຽວ​ ໄດ້​ງ່າຍ​ຫລາຍ.

ນາງ​ເຊີ​ວາງ​ເວົ້າວ່າ: “ຂ້ອຍ​ມາ​ອາ​ເມຣິກາ ​ແລະ​ກໍ​ໄດ້​ແຕ່ງ​ງານ​ກັບ​ຜົວ​ຂອງ​ຂ້ອຍໃນ​ປີ 1986 ​ເວລາ​ນັ້ນ​ ຂ້ອຍ​ຍັງ​ປາກ​ເວົ້າພາສາ​ອັງກິດ​ບໍ່​ໄດ້. ຂ້ອຍ​ບໍ່​ຮູ້ຂັບ​ລົດ. ມັນ​ຍາກ
ຍາກ​ລໍາບາກ​ ສໍາລັບ​ຂ້ອຍ​ຫລາຍ.”

ນັ້ນ​ຫລ່ະຄື​ເຫດຜົນ​ນຶ່ງ​ທີ່​ ລະບົບ​ສື່ສານ​ທາງ​ໄກ ຫລື teleconference ​ຜ່ານ​ທາງ​ວິທະຍຸ ເຂົ້າມາ​ມີ​ບົດບາດ. ​ນຶ່ງ​ໃນ​ຫລາຍໆວັດ​ຖຸປະສົງ​ນັ້ນ​ກໍ​ຄື ​ເພື່ອ​ເຊື່ອມ​ໂຍງພວກ​ຊາວ​ເຜົ່າ​ມົ້ງທີ່​ງ່ວມ​ເຫງົາ​ໂດດດ່ຽວ ​ໂດຍ​ສະ​ເພາະ​ຄົນ​ຄື​ ນາງ ​ເຊີ​ ວາງ ຜູ້​ທີ​ບໍ່​ເຄີຍ​ໄດ້​ເຂົ້າ​ໂຮງຮຽນ ຫລື​ຮຽນ​ໃຊ້​ຄອມ​ພິວ​ເຕີ​ເລີຍ​ນັ້ນ. ລັດ​ວໍ​ຊິງ​ຕັນ ມີ​ປະຊາ​ຄົມ​ຊາວ​ເຜົ່າ​ມົ້ງທີ່ນ້ອຍໆ​ ​ແຕ່​ບາດ​ເວລາ​ນາງ ​ເຊີ ວາງ ໂທລະສັບ​ເຂົ້າໄປ​ຫາ​ສະຖານີ​ນຶ່ງ​ຂອງລະບົບ teleconference ນາງກໍ ສາມາດຕິດ​ຕໍ່​ເຊື່ອມ​ໂຍງ​ເຂົ້າກັບ​ຊາວ​ມົ້ງ​ກຸ່ມ​ໃຫຍ່​ກວ່າຫລາຍ​.

//ສຽງ//

ນາຍ ​ເຊັງ​ຢາງ ​ເປັນ​ຜູ້ນຶ່ງ​ໃນ​ພວກ​ທີ່​ກໍ່​ຕັ້ງລະບົບ​ສື່ສານ teleconference ຜ່ານທາງ​ວິທະຍຸ ສໍາລັບ​ຊາວ​ມົ້ງຂຶ້ນ​ມາ ທີ່​ມີ​ຊື່ວ່າ ສະຖານີວິທະ​ຍຸລ່ອງ ແຈ້ງ.

ນາຍ ​ເຊັງ ຢາງ ອະທິ​ບາຍ​ໃຫ້​ຟັງ​ວ່າ ສະຖານີ​ວິທະຍຸ​ດັ່ງກ່າວ​ນັ້ນ​ເປີດບໍລິການ 24 ​ຊົ່ວ​ໂມງ ຊຶ່ງມີ​ລາຍການຕ່າງໆ​ຫລາຍ​ຢ່າງ ​ເຊັ່ນ ​ເພງ ນິທານ​ເລຶ່ອງຜີ ​ຂ່າວເສດຖະກິດ ​ແລະ​ເລື້ອງ​ອື່ນໆອີກ​. ນາຍເຊັງ ຢາງ ປະ​ເມີນ​ວ່າ ມີ​ຄົນ​ປະມານ 3500 ​ຄົນ ​ໝຸນ​ໂທລະສັບ​ເຂົ້າມາ​ເພື່ອ​ຮັບ​ຟັງ​ ວິທະຍຸ​ລ່ອງ​ແຈ້ງ​ນີ້ ແທບ​ທຸກ​ມື້.

ລາຍການ​ນຶ່ງ​ທີ່​ປາກົດ​ວ່າ ​ເປັນ​ລາຍ​ການ​ທີ່​ຄົນ​ຟັງນິຍົມ​ຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື ລາຍການ​ຂ່າວ​ຕອນ​ແລງ. ນີ້​ຄື​ຂ່າວ​ຕອນ​ແລງ​ມື້​ນຶ່ງ ກ່ຽວ​ກັບ​ຍານ​ອາ​ວະ​ກາດ​ໄປ​ກັບ​ຂອງ​ສະຫະລັດ

//ສຽງ//

ພວກ​ຈັດ​ລາຍ​ການ ​ແປຂ່າວ​ຮອບ​ໂລກ ​ເປັນ​ພາສາ​ມົ້ງ ພາສາຢ້າວ ​ແລະ ລາວ.

ແຕ່ນອກ​ນີ້​ແລ້ວ ລະບົບສື່ສານ teleconference ກໍ​ຍັງ​ເປັນເວທີໂລກ ສໍາ​ລັບໃຫ້ຊາວ​ເຜົ່າ​ມົ້ງຢູ່​ໃນ​ທົ່ວ​ໂລກ​ ​ໄດ້ແລກປ່ຽນ​ຂ່າວໃນທ້ອງ​ຖິ່ນ​ຂອງ​ພວກ​ເຂົາ​ເຈົ້າ ສູ່​ກັນຟັງ. ນາຍ ຢາງ ກ່າວ​ຕໍ່​ໄປ​ວ່າ ຜູ້​ຟັງ​ສາມາດ​ໂທລະ ສັບເຂົ້າມາລາ​ຍງານ​ເຫດການ​ສໍາຄັນໆ ​ເຊັ່ນ​ການ​ຕາຍ ຂອງ​ຜູ້​ນໍາ​ປະຊາ​ຄົມ ຄົນ​ນຶ່ງ ເປັນ​ຕົ້ນ.

ນາຍ ເຊັງ ຢາງ ເວົ້າວ່າ “ຖ້າ​ຫາກ​ວ່າ​ມີ​ເລຶ່ອງຫຍັງສໍາຄັນ​ເກີດ​ຂຶ້ນ​..ເນາະ ຕົວຢ່າງ ມີຜູ້​ເຖົ້າຄົນສໍາ ຄັນຂອງ​ປະຊາ​ຄົມ​ເຜົ່າ​ມົ້ງ ​ເຖິງ​ແກ່ມໍລະນະ​ກໍາ​ໄປ ​ໃນ​ເມືອງ Salt Lake ​ລັດ​ຢູທາ ກໍ​ຄົງບໍ່​ມີ​ໃຜ​ຮູ້ຈັກ ແມ່ນ​ບໍ່? ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ເປີດ​ໃຫ້​ພວກ​ເຂົາ​ເຈົ້າ ​ໂທ​ເຂົ້າ​ມາບອກ​ເລຶ່ອງຕ່າງໆ ​ສູ່​ພວກ​ເຮົາ​ຟັງ​ໄດ້.”

ສະຖານີວິທະຍຸ​ລ່ອງ​ແຈ້ງ ຕັ້ງ​ຢູ່​ລັດ​ມິ​ເນ​ໂຊ​ຕ້າ ​ແຕ່ລາຍ​ການ​ຕ່າງໆ​ທີ່ອອກ​ ອາກາດ​ກໍ​ມີ ​ໂຮມ​ທັງລາຍ​ການຈາກ​ປະຊາ​ຄົມ​ໃນ​ພາກ​ພື້ນຢຸໂຣບ ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ພ້ອມ​ກັບ​ຂ່າວທີ່ຖື​ວ່າ​ ສໍາຄັນ​ຕໍ່​ພວກ​ເຂົາ​ເຈົ້າ.

ນາຍ ເຊັງ ຢາງ ​ເວົ້າວ່າ “ພວກ​ເຂົາ​ເຈົ້າມີ​ເວລາ​ສະ​ເໜີ​ຂ່າວ​ປະມານ​ເຄິ່ງຊົ່ວ​ໂມງ ​ເວົ້າ​ເຖິງ​ຄວາມ​ເປັນ​ໄປ​ຢູ່​ທີ່​ນັ້ນ ​ເຊັ່ນເລຶ່ອງການ​ປູກ​ພືດ​ຜັກ ​ເຂົ້າສາລີ ​ແລະ ຂ່າວ​ອາກາດ ດັ່ງ​ນີ້​ເປັນ​ຕົ້ນ.”

//ສຽງ//

ໃນ​ມື້​ນີ້ ນາງ ​ເຊີ ວາງ ກໍ​ເຂົ້າປະກອບສ່ວນ​ໃນ​ລາຍການ​ຂອງ​ວິທະຍຸ​ teleconference ນີ້ນໍາ ຄື​ນາງ​ຮ້ອງ​ເພງ​ຮັກພື້ນ​ເມືອງ​ຂອງຊາວເຜົ່າ​ມົ້ງ ​ໃຫ້​ເພື່ອນ​ຮ່ວມ​ລາຍການ​ຟັງ.

//ສຽງຮ້ອງເພງ//

ນາງ ເຊີ ວາງ ​ເວົ້າວ່າ ການແບ່ງປັນ​ຫລື​ການ​ໄດ້ໂອ້​ລົມ​ກັບ​ພວກ​ອື່ນ​ທາງ​ໂທລະ​ສັບ​ນັ້ນ ​ແມ່ນ​ຊ່ວຍ​ໃຫ້​ນາງ​ໄດ້​ເຊື່ອມ​ໂຍງ​ຕິດ​ຕໍ່​ກັບ​ພວກ​ຄົນ​ທີ່​ເຄີຍ​ມີ​ປະສົບ​ການ​ແບບ​ດຽວ​ກັບ​ນາງ ​ເຊັ່ນ ການ​ສູນ​ເສຍ​ພວກພີ່ນ້ອງ​ໃນ​ສົງຄາມ ​ແລະ​ການ​ໄປ​ຕັ້ງ​ຊີວິດ​ໃໝ່​ໃນ​ຕ່າງ​ແດນ ​ເປັນ​ຕົ້ນ.

ນາງ ​ເຊີ ວາງ ​ເວົ້າວ່າ “ສໍາລັບ​ຕົວ​ຂ້ອຍ​ແລ້ວ ທໍາອິດໆນັ້ນ ຂ້ອຍ​ຮູ້ສຶກ​ໂມ​ໂຫຫລາຍ ຂ້ອຍ​ຮູ້ສຶກ​ເບື່ອ​ໜ່າຍ​ຂ້ອຍເອງຫລາຍ ບາງ​ຄັ້ງ​ຂ້ອຍ​ກໍ​ຄິດ​ໄປ​ໂລໆ​ເລໆ ຄິດ​ເຖິງ​ທຸກ​ສິ່ງ​ທຸກ​ຢ່າງ​ຫລາຍ​ເກີນ​ໄປ ທີ່​ຈື່​ໄດ້. ຂ້ອຍ​ຄິດ​ ຄິດ ​ຄິດ​ວ່າ ອາດ​ມີ​ແຕ່​ຂ້ອຍ​ຄົນ​ດຽວ​ໃນ​ໂລກ​ນີ້ ທີ່​ມີ​ບັນຫາ​ແບບ​ນີ້ ອາດ​ບໍ່​ມີ​ໃຜ​ຄື​ຂ້ອຍ ບໍ່​ມີ​ໃຜ​ມີ​ຊີວິດ​ຄື​ຂ້ອຍ.”

ແຕ່​ເມື່ອຮູ້ສຶກ​ວ່າ ທຸກໆ​ຄົນ​ທີ່​ໄດ້​ຟັງ​ລາຍ​ກາ​ນວິທະຍຸ​ລ່ອງ​ແຈ້ງທາງ​ໂທລະສັບ​ ພາກັນ​ເຂົ້າ​ໃຈ​ໃນ​ຊີວິດ​ຂອງ​ນາງ ​ນາງ ​ເຊີ ວາງ ກໍກ່າວ​ວ່າ ນາງ​ຮູ້ສຶກ​ດີ​ຫລາຍ​ຂຶ້ນ ​ແລະ​ເຮັດ​ໃຫ້​ລາວ​ມີ​ຄວາມສຸກ​ໃຈ.

………//ສຽງຮ້ອງເພງ//

XS
SM
MD
LG