ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໂຄງການ Struggle and Hope ມີຈຸດປະສົງ ​ທີ່​ຈະ​ກະຕຸ້ນ ​ໃຫ້​ຮູ້​ທີ່​ມາ​ ຂອງ​ປະຫວັດ​ຊາວ​ຜິວ​ດຳ ​ໃນ​ລັດ Oklahoma


Historic Oklahoma All-Black Towns Fight to Survive
please wait

No media source currently available

0:00 0:02:32 0:00

ເມື່ອເວົ້າ​ເຖິງລັດ Oklahoma ​ເຮົາຈະນຶກ​ເຖິງຮູບເງົາຕາເວັນຕົກເກົ່າແກ່​ຂອງ
Hollywood ຊຶ່ງຄົນສ່ວນຫຼາຍ ຈະມີ​ຈິນຕະນາການ​ວ່າ ມີແຕ່ຄົນຜິວ​ຂາວ ຍົກ​ເວັ້ນ​ແຕ່
​ບາງເລື່ອງ ຊຶ່ງຈະເຫັນ ຊາວພື້ນເມືອງອາເມຣິກັນ.​ ​ແຕ່​ວ່າ ປະຫວັດ​ສາດ​ຂອງລັດ
Oklahoma ​ແລະຂອງ​ຫຼາຍໆ​ລັດ​ທາງ​ພາກ​ຕາ​ເວັນ​ຕົກ​ ຈະເປັນ​ເລື່ອງ​ສັບສົນຫຼາຍ​
ກວ່ານັ້ນ. ຢ່າງ​ໜ້ອຍ ແມ່ນມີ 50 ຫົວເມືອງ ໃນ​ລັດ Oklahoma ທີ່​ໄດ້​ຖືກຄົ້ນ​ພົບ​
ໂດຍ​ຊາວ​ອາ​ເມຣິກັນ ​ເຊື້ອສາຍ​ອາ​ຟຣິກາ ແລະ​ໃນຄັ້ງ​ນຶ່ງ ລັດ​ດັ່ງກ່າວ ກໍ​ຫວັງ​ວ່າ​
ຈະ​ໄດ້ກາຍເປັນ​ລັດ​ ທີ່​ມີ​ແຕ່ຄົນ​ຜີວ​ດຳ. ຜູ້​ສ້າງ​ຮູບເງົາ​ທີ່​ເກີດຢູ່ລັດ Oklahoma,
ທ່ານ​ນາງ Kari Barber ​ໄດ້​ສ້າງ​ພາບພະຍົນສາລະ​ຄະດີຂຶ້ນມາຫຼາຍເລື່ອງຕໍ່​ເນື່ອງກັນ
ກ່ຽວຫົວ​ເມືອງດັ່ງກ່າວ ​ແລະ​ຄວາມ​ພະຍາຍາມ ທີ່​ຢາກ​ຮັກສາ​ໄວ້ ຊຶ່ງຮູບພາບຂອງ​ມັນ​
ດັ່ງ​ Zlatica Hoke ​ນັກ​ຂ່າວ​ VOA​ ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ທີ່​ວັນນະ​ສອນ ຈະ​ນຳ​
ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເມືອງ Rentiesville ໃນລັດ Oklahoma ທີ່​ມີ​ແຕ່ຄົນຜີວ​ດຳໝົດ ​ໄດ້ຖືກ​ຄົ້ນ​ພົບ ​ໃນ​ປີ
1903 ​ແລະ​ເກືອບ​ວ່າ​ຈະເພພັງ​ໄປແລ້ວ ໃນ​ຊ່ວງ​ເສດຖະກິດ​ຕົກ​ຕ່ຳຖອຍຫຼັງ ຕອນ​ທີ່
​ຫຼາຍໆ​ຄອບຄົວ ໄດ້​ພາກັນ​ຍ້າຍໜີ ​ແລະພວກ​ຫ້າງ​ຮ້ານ​ທັງຫຼາຍໃນ​ເຂດ​ທ້ອງ​ຖິ່ນ ກໍ​ບໍ່​
ສາມາດ​ຢູ່ລອດ ​ແຕ່​ແລ້ວ ປະຊາ​ຄົມ​ນ້ອຍໆແຫ່ງນີ້ ກໍຢູ່ມາໄດ້ ​ຈົນຮອດ​ທຸກມື້​ນີ້.

ທ່ານ​ນາງ Shalon Youngblood ຈາກລັດ Oklahoma ກ່າວ​ວ່າ “ຂ້າພະ​ເຈົ້າ​
ບໍ່​ຢາກເວົ້າ​ຊ້ຳ​ວ່າ ຂ້າ​ພະ​ເຈົ້າ​ເກີດ ​ແລະ​ເຕີບ​ໂຕ​ຢູ່ໃນເມືອງແຫ່ງນຶ່ງ ຊຶ່ງດຽວນີ້​ຮອດບໍ່ມີຕົວຕົນນນນັ້ນ.ມັນເປັນ​ເລື່ອງ​ທີ່ໂສກ​ເສົ້າ​ທີ່​ສຸດ ທີ່​ຂ້າພະ​ເຈົ້າຈະເລົ່າ​
ສູ່ຜູ້ໃດຟັງ​.”

​ຊາວ​ໜຸ່ມ​ບາງ​ຄົນ ​ໄດ້ພາກັນ​ກັບ​ຄືນ​ມາ​. ທ້າວ Spencer Nero ​ໄດ້​ຊື້​ເອົາ​ທີ່​ດິນ​
ຕິດກັບດິນສວນພໍ່​ລາວ ຫຼັງ​ຈາກ​ຈົບ​ການ​ສຶກສາ​ມະຫາວິທະຍາໄລ.

ທ່ານ Spencer Nero ເຈົ້າຂອງສວນ ​ທີ່​ເມືອງ Rentiesville ກ່າວ​ວ່າ “ພໍ່​ຂອງ
​ຂ້າພະ​ເຈົ້າ ​ເກີດ​ແລະ​ໃຫຍ່​ຢູ່ນີ້ ​ແລະ​ພໍ່ຂອງ​ເພິ່ນ...ກໍ​ຄື​ກັນ.”

ເມືອງ Rentiesville ​ແມ່ນ​ນຶ່ງ​ໃນຈຳນວນ​ 13 ເມືອງ ຊຶ່ງ​ເປັນ​ເມືອງຜີວ​ດຳ​ລ້ວນ ​
ໃນລັດ Oklahoma. ລຸນຫຼັງສົງຄາມກາງເມືອງ ​ແລະ​ການ​ລົບລ້າງລະບອບຂ້າ​ທາດ
​ຊາວ​ອາ​ເມຣິກັນ ​ເຊື້ອສາຍ​ອາ​ຟຣິກາ ​ກໍໄດ້​ພາກັນ​ຍ້າຍ​ອອກ​ໄປ​ສູ່ເຂດ​ບຸກ​ເບີກ​ໃໝ່
​ໃນ​ພາກ​ຕາ​ເວັນ​ຕົກບ່ອນ​ທີ່ ພວກ​ເຂົາ​ເຈົ້າ​ຈະສາມາດ​ມີ​ທີ່​ດິນເປັນຂອງຕົນເອງ ​ແລະ
​ສ້າງ​ປະຊາ​ຄົມ​ຂອງ​ພວກ​ຕົນເອງຂຶ້ນມາ. ​ໃນ​ທ້າຍ​ສັດຕະ​ວັດ ທີ 19 ລັດ Oklahoma ​ໄດ້ເປັນລັດທີ່ມີເມືອງ​ຜີວ​ດຳລ້ວນ ຫຼາຍ​ກວ່າ​ລັດ​ໃດ​ໆ ​ທັງເຄີຍມີ​ການ​ເຄື່ອນ​ໄຫວຄັ້ງນຶ່ງ
ທີ່​ຢາກ​ເຮັດ​ໃຫ້ລັດດັ່ງກ່າວກາຍເປັນລັດຜິວດຳລ້ວນ.​

ທ່ານນາງ Kari Barber ນັກ​ໜັງສືພິມ ທີ່​ເກີດ​ໃນ​ລັດ Oklahoma ກ່າວ​ວ່າ “ທີ່ຈິງແລ້ວ
ແມ່ນ​ນັກ​ການ​ເມືອງ​ຈາກ​ລັດ Kansas ທີ່ເລີ່​ມແນວ​ຄິດ​ ​ຢາກ​ເກນເອົາ​ຊາວ​ອາ​ເມຣິກັນ
​ເຊື້ອສາຍ​ອາ​ຟຣິກາ ​ໃຫ້​ຍ້າຍເຂົ້າ​ໄປຢູ່ Oklahoma ​ໃນ​ຄວາມ​ຫວັງຢາກ​ສ້າງ​ໃຫ້​ເປັນ​
ລັດ​ທີ່​ມີ​ແຕ່ຊາວ​ຜີວ​ດຳ​ທັງ​ໝົດ ບ່ອນ​ທີ່ ຈະບໍ່​ມີ​ການ​ແບ່ງ​ແຍກ ​ແລະ​ບ່ອນ​ທີ່ຈະມີຊາວ​
ອາ​ເມຣິກັນ ​ເຊື້ອສາຍ​ອາ​ຟຣິກາ​ປົກຄອງ​ກັນ​ເອງ.”

ນັກໜັງສືພິມ​ທັງເປັນ​ຜູ້​ສ້າງຮູບເງົາ ທ່ານນາງ Kari Barber ​ໄດ້​ເລີ່​ມ​ໂຄງການທີ່ມີຊື່ວ່າ
“Struggle and Hope” ທີ່​ແປໄດ້​ຄວາມ​ໝາຍວ່າ “ສູ້ຊົນ​ແລະຄວາມ​ຫວັງ,” ຊຶ່ງ​ເປັນ
​ສາລະ​ຄະດີ ບັນທຶກ​ເລື່ອງ​ລາວ ​ແບບ​ຕໍ່ເນື່ອງກັນ ທີ່​ຈັດ​ທຳ​ເປັນຊຸດໆ​ທາງ​ວີດິໂອ ທາງ​ອິນ​
ເຕີ​ແນັຕ ​ແລະ​ສາລະດີ​ເລື່ອງ​ຍາວ ກ່ຽວກັບປະຫວັດ​ຄວາມ​ເປັນ​ມາ​ຂອງ​ເມືອງ​ທີ່​ມີ​ຜູ້​ຄົນ
​ເປັນ​ຊາວ​ຜີວ​ດຳລ້ວນໆ ​ໃນ​ລັດບ້ານ​ເກີດ​ຂອງທ່ານນາງ​ເອງ ຊຶ່ງທ່ານນາງ ​ໄດ້​ໂອ້​ລົມ​ກັບ
​ພວກ​ເຮົາ​ຜ່ານ​ທາງ Skype ວ່າ “ຂ້າພະ​ເຈົ້າ​ເຕີບ​ໂຕ​ມາ​ໃນ​ລັດ Oklahoma ​ແລະ​ຂ້າ​
ພະ​ເຈົ້າ​ບໍ່​ໄດ້​ຍິນ​ເລື່ອງ​ລາວ ​ຄວາມ​ເປັນ​ມາຂອງ​ເມືອງ​ນີ້​ມາ​ກ່ອນ ​ ​ຂ້າພະ​ເຈົ້າເກີດ
ຄວາມຕື່ນເຕັ້ນ ເພາະສະ​ນັ້ນ​ຂ້າພະ​ເຈົ້າຈຶ່ງ​ເລີ່​ມສຶກສາຄົ້ນຄວ້າ​ເບິ່ງ.”

ສາລະ​ຄະດີ​ທີ່​ວ່າ​ນີ້ ​ແມ່ນ​ເພັ່ງ​ເລັ່ງ​ໃສ່ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຮັກສາ​ໄວ້ ຊຶ່ງ​ເມືອງ​ທີ່​
ມີ​ແຕ່ຊາວ​ຜີວ​ດຳ​ລ້ວນ ຊຶ່ງ​ບາງ​ເມືອງ​ນັ້ນ ​ກໍ​ມີ​ປະຊາຊົນ ບໍ່ເກີນ​ 25 ຄົນຊໍ້າ. ທ່ານນາງ
Barberກ່າວ​ວ່າ ຈຸດປະສົງ​ຂອງ​ທ່ານ​ນາງ​ກໍ​ແມ່ນ ​ເພື່ອ​ສ້າງ​ຄວາມ​ຮູ້ສຶກ ກ່ຽວ​ກັບ​ເລື່ອງ
​ລາວ​ທີ່​ສຳຄັນອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ປະຫວັດສາດ​ອາ​ເມຣິກາ ທີ່​ບໍ່​ໄດ້ຖືກ​ສິດສອນ​
ຢູ່ໃນ​ໂຮງຮຽນ.

ທ່ານນາງ Barber ​ກ່າວ​ວ່າ “ມັນ​ມີ​ເລື່ອງ​ລາວ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ບໍ່​ໄດ້​ບອກ​ກ່າວ​
ມາ​ເລີຍ. ມັນ​ມີ​ຫຼາຍ​ເລື່ອງ​ລາວ​ແທ້ໆ ທີ່​ໄດ້​ຖືກ​ປ່ອຍປະ​ໄປ. ​ແລະ​ແນ່ນອນ ຕອນ​ທີ່
​ພວກ​ເຮົາ​ບອກ​ເລົ່າ​ເລື່ອງ​ລາວ​ພວກ​ນີ້ໃຫ້ກັນຟັງ ​ມັນຈະ​ເຮັດ​ໃຫ້​ພວກ​ເຮົາຮູ້ວ່າ
ມັນ​ເປັນ​ປະເທດ​ທີ່​ອຸດົມສົມບູນຮັ່ງມີ​ຫຼາຍຂຶ້ນ ​ແລະ​ເຮັດ​ໃຫ້​ພວກ​ເຮົາພໍໃຈ​ແລະ​
ເຂົ້າ​ໃຈ ຊຶ່ງ​ກັນ​ແລະ​ກັນ​ດີກ​ວ່າ​ເກົ່າ.”

ທ່ານ Nero ກ່າວ​ວ່າ “ມັນ​ມີ​ເລື່ອງ​ລາວ​ມາກ​ມາຍ​ຢູ່ໃນໜີ້ ​ແລະ​ວ່າ ຖ້າ​ມັນສູນເສຍໄປ​
ມັນ​ກໍ​ຈະ​ເສຍໄປ​ເລີຍ. ຖ້າວ່າ ຖ້າທ່ານອັດປື້​ມນັ້ນໄວ້ ປຶ້ມກໍຈະອັດຢູ່ຫັ້ນລະ ​ແລະສຳ​ລັບ​
​ຂ້າພະ​ເຈົ້າ​ແລ້ວ ປຶ້ມຄວນເປີດໄວ້ ​ເພື່ອ​ຄົນ​ອື່ນຈະ​ໄດ້​ຮູ້ໄດ້​ເຫັນ​.”

ຈຸດປະສົງ​ຂອງ​ໂຄງການ “Struggle and Hope” ນັ້ນ ​ແມ່ນ​ເພື່ອ​ກະ​ຕຸ້ນ ສົ່ງ​ເສີມ
ໃຫ້​ຜູ້​ຄົນຂຽນປື້​ມ​ແລະ​ສ້າງ​ຮູບເງົາຂຶ້ນມາ ເພື່ອ​ຄົ້ນ​ຫາ ຄວາມ​ອຸດົມຮັ່ງມີ ແລະຄວາມ
ຫຼາ​ກຫຼາຍຂອງພາກສ່ວນຕ່າງໆ​ຂອງ​ປະຫວັດສາດຂອງ​ສະຫະລັດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG