ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ສົ່ງສານອວຍພອນ ວັນຂື້ນປີໃໝ່ລາວ (ເບີ່ງສະໄລດ໌)


ທ່ານນາງ Hillary Rhodham Clinton ລັດຖະມົນຕີການຕ່າງປະ ເທດສະຫະລັດອາເມຣິກາ ສົ່ງສານອວຍພອນປີໃໝ່ລາວຕາງໜ້າປະ
ຊາຊົນອາເມຣິກັນມາສູ່ປະຊົນຊົນຊົນລາວ ວັນທີ 12 ເດືອນເມສາປີ 2012.
ທ່ານນາງ Hillary Rhodham Clinton ລັດຖະມົນຕີການຕ່າງປະ ເທດສະຫະລັດອາເມຣິກາ ສົ່ງສານອວຍພອນປີໃໝ່ລາວຕາງໜ້າປະ ຊາຊົນອາເມຣິກັນມາສູ່ປະຊົນຊົນຊົນລາວ ວັນທີ 12 ເດືອນເມສາປີ 2012.

ເນື່ອ​ງ​ໃນ​ໂອກາດ​ວັນ​ຂື້ນ​ປີ​ໃໝ່ລາວ ປີ​ມະ​ໂລງ ພ ສ 2555 ນີ້ ລັດ ຖະມົນ​ຕີ​ການ​ຕ່າງ
ປະ​ເທດສະຫະລັດອາ​ເມ​ຣິ​ກາ ທ່ານ​ນາງ Hillary Clinton ​ໄດ້​ສົ່ງ​ສານ​ອວຍ​ພອນສະ
ບັບນຶ່ງ​ ຕາງໜ້າ​ປະຊາຊົນ​ອາ​ເມ​ຣິ​ກັນ ເຖິງປະຊາຊົນ​ລາວ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ.

ຕາງໜ້າ​ ປະທານ​າທິບໍດີບາ​ຣັກ ​ໂອ​ບາ​ມາ ​ແລະປະຊາຊົນຊາວ​ອາ​ເມ​ຣິກັນ ຂ້າພະ​ເຈົ້າ
ມີ​ຄວາມປື້​ມປິ​ຕິ​ຍິນ​ດີຂໍສົ່ງສານ​ອວຍ​ພອນ​ອັນ​ປະ​ເສີດ ນີ້ ມາ​ຍັງປະຊາຊົນ​ລາວ ​ໃນ​
ຂະນະ​ທີ່​ພວກ​ທ່ານ ​ກໍາ​ງລັງ​ພາກັນ​ສະ​ເຫລີ​ມສະຫລອງບຸນປີ​ໃໝ່​ ຢ່າງ​ມ່ວນ​ຊື່ນ
ຢູ່​ໃນ​ຂະນະ​ນີ້.

ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ​ໃນ​ຂະນະ​ທີ່ພວກ​ເຮົາ​ກໍາລັງສະຫລອງໂອກາດ​ຄົບຮອບ 57 ປີ​
ໃນ​ການ​ສ້າງຕັ້ງຄວາມ​ສຳພັນ​ສອງ​ຝ່າຍ​ຂອງ​ພວກ​ເຮົາຢູ່​ນີ້ ພວກ​ເຮົາຫວນ​ຄິດ​ເຖິງ​ປະ
ຫວັດສາດ​ການ​ເປັນ​ພາຄີ ​ແລະ​ການ​ປະສານ​ງານກັນ. ມື້​ນີ້ ພວກ​ເຮົາ​ພວມພາກັນສ້າງ
ສາບົນ​ພື້ນຖານ​ແຫ່ງ​ຄວາມ​ເຂົ້າ​ໃຈ​ ແລະ​ເຄົາລົບ​ນັບຖືຊຶ່ງ​ກັນ​ແລະກັນ ​ໂດຍ​ເພີ້​ມພູນ​
ການ​ຄ້າ ​ເສີມ​ຂະຫຍາຍ​ການ​ປະຕິບັດກົດໝາຍ ປັບ​ປຸງດ້ານ​ສາທາລະນະ ສຸກ ​ແລະ
ແກ້ໄຂບັນ​ຫາ​ຕ່າງໆ​ຢູ່ໃນ​ພາກພື້ນ​ທີ່​ມີ​ຄວາມ​ສໍາຄັນ​ແກ່ປະຊາ ຊົນ​ລາວ ​ແລະ
ສະຫະລັດອາ​ເມ​ຣິກາ.

ທ່ານ​ນາງ Clinton ກ່າວ​ມ້ວນ​ທ້າຍ​ວ່າໃນ​ຂະ​ນະ​ທີ່ພວກ​ທ່ານ​ພາກັນ ​ສະຫລອງວັນ
ມຸງ​ຄຸນພິ​ເສດ​ ​ແລະເປັນ​ກຽດ​ໃຫ້​ແກ່​ວັດທະນາ​ທໍາ​ລາວ ມູນ​ມໍລະດົກ​ ແລະ​ຮີດຄອງ
ປະ​ເພນີອັນ​ມັ່ງ​ຄັ່ງ​ສົມ​ບູນຂອງ​ບຸນ​ປີ​ໃໝ່ນີ້ ຈົ່ງ​ເປັນ​ທີ່​ຊາບໄວ້ວ່າ ສະຫະລັດ​ອາ​ເມ​ຣິກາ
ຢືນຄຽງຂ້າງ​ຢູ່​ກັບພວກ​ທ່ານ​ສ​ະ​ເໝີ ແລະຂໍ​ໃຫ້​ພວກ​ທ່ານ​ຈົ່ງ​ໄດ້​ຮັບແຕ່ຄວາມ​ຜາ​ສຸກ
ຕະຫລອດ ​ປອດ​ໄພ ​ແລະໂຊກ​ດີ​ປີ​ໃໝ່.

ເບິ່ງພາບ ການສະເຫຼີມສະຫຼອງປີໃໝ່ ໃນເຂດເອເຊຍ

ສານອວຍພອນຂອງທ່ານນາງລັດຖະມົນຕີ ຄລິນຕັນ:

Secretary Clinton: April 2012 » Lao New Year

Lao New Year


Press Statement
Hillary Rodham Clinton
Secretary of State
Washington, DC
April 12, 2012

On behalf of President Obama and the people of the United States, I am delighted to send best wishes to the people of Laos as you celebrate your New Year.

As we commemorate the 57th anniversary of our bilateral relationship, we reflect on our history of partnership and cooperation. Today, we are building on this foundation of mutual understanding and respect by increasing trade, strengthening law enforcement, improving health, and solving regional issues that are important to the people of Laos and the United States.

As you celebrate this special day and honor Lao culture, heritage, and the rich traditions of the Lao New Year, know that the United States stands with you. Best wishes for a safe and happy New Year.



PRN: 2012/559
XS
SM
MD
LG