ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປົ້າໝາຍຂອງ ໝວກກັນກະທົບຮາຍເທັກ ແມ່ນເພື່ອປັບປຸງ ຄວາມປອດໄພ ໃນທ້ອງຖະໜົນ


Hi-tech Motorbike Helmet's Goal: Improve Road Safety
please wait

No media source currently available

0:00 0:02:57 0:00

ເບິ່ງວີດີໂອ ລາຍງານນີ້

ຢູ່ໃນເມືອງຕ່າງໆ ທີ່ມີລົດຕິດຢ່າງແໜ້ນໜາ ຊຶ່ງພວກຄົນສາມາດ
ໄປມາໄດ້ໄວດ້ວຍລົດຈັກ ຫຼາຍກວ່າລົດຍົນ. ແຕ່ຫາກວ່າ ຖ້າຜູ້
ຂັບຂີ່ບໍ່ແນ່ໃຈ ກັບເສັ້ນທາງຂອງຕົນແລ້ວ ຜູ້ກ່ຽວອາດຕ້ອງໄດ້ຢຸດ
ເພື່ອເບິ່ງແຜນທີ່ ຫຼື ໃຊ້ເຄື່ອງນຳທາງ GPS. ບໍລິສັດຣັດເຊຍ ທີ່
ຫາກໍຈັດຕັ້ງຂຶ້ນມາ ແມ່ນກຳລັງທຳງານ ເພື່ອເຮັດໃຫ້ການເດີນ
ທາງງ່າຍຂຶ້ນ ສຳຫລັບພວກທີ່ຂັບຂີ່ລົດຈັກ. ບັນດານັກອອກແບບ
ຢູ່ທີ່ບໍລິສັດ LiveMap ທີ່ມີຫ້ອງການ ຕັ້ງຢູ່ນະຄອນຫຼວງມົສກູ
ພວມຜະລິດໝວກກັນກະທົບສະຫລາດ ທີ່ປະກອບດ້ວຍຈໍພາບ
ຂອງລະບົບນຳທາງທີ່ຕິດຕັ້ງຢູ່ໃນດ້ານໜ້າ ຂອງໝວກ ແລະ
ລະບົບຮັບຄຳສັ່ງດ້ວຍສຽງເວົ້າ. ຜູ້​ຊື່​ຂ່າວ​ວີ​ໂອ​ເອ Zlatica Hoke
ລາຍ​ງານ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ເອົາ​ລາຍ​ລະອຽດ​ມາ​ສະ​ເໜີ
​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ການແຊງເຂົ້າແຊງອອກ ໃນລະຫວ່າງສັນຈອນ​ ສາມາດທົດສອບ ຄວາມອົດທົນ ຂອງນັກຂັບຂີ່ລົດຈັກທີ່ດີເດັ່ນທັງຫຼາຍ ໂດຍສະເພາະ ຖ້າພວກເຂົາຕ້ອງໄດ້ຢຸດລົດ ຢູ່ຕາມແຄມທາງເພື່ອເບິ່ງ ແຜນທີ່ ຫຼື ໃຊ້ເຄື່ອງນຳທາງ GPS ເພື່ອຊອກຫາທິດທາງ.

ທ່ານ Andrei Artishchev ປະທານບໍລິສັດ LiveMap ເວົ້າວ່າ “ຖ້າພວກເຮົາເວົ້າເຖິງ
ເລື້ອງຄວາມປອດໄພ ມັນຖືກຕ້ອງແລ້ວ ທີ່ຈະເຮັດຫມວກອັນນີ້ ເພາະວ່າຜູ້ຂັບຂີ່
ລົດຈັກ ສາມາດສັນຈອນ ໂດຍບໍ່ຕ້ອງຢຸດລົດ ຢູ່ຕາມແຄມທາງ ແລະ ຕ້ອງໄດ້ຕີ
ທີ່ຢູ່ໃໝ່ ໃສ່ໂທລະສັບມືຖື ແຕ່ຈະເຮັດເຊັ່ນນັ້ນໄດ້ ດ້ວຍການເວົ້າເອົາ ຍົກຕົວຢ່າງ
ພຽງເວົ້າວ່າ “Madison Avenue” ແລະ ລະບົບຄອມພິວເຕີ້ ຈະຕອບວ່າ “ເສັ້ນທາງ ໄດ້ຖືກກຳນົດແລ້ວ.”’


ອຸປະກອນຕ່າງໆ ທີ່ຕິດຕັ້ງໃສ່ແວ່ນບັງໜ້າ ທີ່ມີຢູ່ແລ້ວ ຊຶ່ງເຮັດໃຫ້ ການເດີນທາງງ່າຍຂຶ້ນ.
ແຕ່ບໍລິສັດ LiveMap ແມ່ນພວມສ້າງ ຫມວກສະຫລາດ ທີ່ຕິດຕັ້ງດ້ວຍລະບົບ ການເດີນ
ທາງ ແລະ ຮັບຄຳສັ່ງດ້ວຍສຽງເວົ້າ ໃສ່ໃນຫມວກນັ້ນ.

ຕົ້ນແບບຂອງຫມວກ ປະກອບດ້ວຍ ຈໍພາບສີໃສ ທີ່ສາຍໃສ່ ແວ່ນບັງໜ້າ ທີ່ເປັນຈຸດສູນ
ກາງຂອງສາຍຕາ ແລະ ມີລະບົບ ການຄວບຄຸມດ້ວຍສຽງເວົ້າ. ຈໍພາບຂອງຫມວກນັ້ນ
ປະກອບດ້ວຍ ​ເຄື່ອງ​ວັດແສງ ຫຼື sensor ທີ່ປັບຄວາມແຈ້ງຂອງພາບ ແລະ ອຸປະກອນຕິດ
ຕາມ ການ​ເຄື່ອນຍ້າຍຂອງຫົວ. ປະທານຂອງບໍລິສັດ LiveMap ທ່ານ Andrei Artishchev ກ່າວວ່າ ທ່ານມີແຮງບັນດານໃຈ ເພື່ອສ້າງຫມວກດັ່ງກ່າວ ເມື່ອ 7 ປີກ່ອນ ໃນເວລາ ທ່ານ ໄດ້ເຫັນຫມວກຂອງນັກບິນ ທີ່ຕິດຕັ້ງ ດ້ວຍລະບົບເດີນທາງ. ທ່ານເລີຍຕັດສິນໃຈ ທີ່ຈະສ້າງ ຫມວກແບບດຽວກັນນັ້ນ ແຕ່ໃນລາຄາທີ່ຖືກກວ່າ.

ທ່ານ Artishchev ເວົ້າວ່າ “ຫມວກນັກບິນ ໜ່ວຍນຶ່ງ ມີລາຄາ ລະຫວ່າງ 10,000
ຫາ 15,000 ດອນລາ ເພາະວ່າ ມັນບໍ່ແມ່ນ ສິນຄ້າຂອງຕະຫລາດມວນຊົນ.
ຂ້າພະເຈົ້າ ຢາກຂາຍຫມວກດັ່ງກ່າວ ໃນລາຄາ 2,000 ດອນລາ.”

ທ່ານ Artishchev ໄດ້ປຶກສາຫາລື ກັບບັນດານັກຊ່ຽວຊານຣັດເຊຍ ດ້ານສາຍຕາ ຫຼາຍໆ
ທ່ານ ກ່ອນທີ່ຈະເລີ່ມດຳເນີນໂຄງການ. ທ່ານໄດ້ນຳໃຊ້ເທັກໂນໂລຈີ ຂອງ Android ແລະ
ແວ່ນຕາ Google ເຂົ້າໃນການຜະລິດ ອຸປະກອນຫມວກ ທີ່ສະດວກສະບາຍນີ້.

ທ່ານ Artishchev ເວົ້າວ່າ “ບາງເທື່ອ ສຳຫລັບພວກນັກບິນທະຫານ ແລະ ພາລະກິດ ໜ້າທີ່ຂອງພວກເຂົາເຈົ້າແລ້ວ ມັນເປັນທີ່ພຽງພໍ ທີ່ພາບທັງໝົດນັ້ນ ເປັນສີຂຽວ ເທົ່ານັ້ນ. ແຕ່ໃນເວລາ ຂ້າພະເຈົ້າ ຫາກໍເລີ້ມຕົ້ນ ທຳງານໃນໂຄງການນີ້ ຂ້າພະເຈົ້າຄິດວ່າ ມັນຈະເປັນ ການຫຍຸ້ງຍາກ ທີ່ຈະອະທິບາຍ ໃຫ້ແກ່ຜູ້ຊົມໃຊ້ ມວນຊົນ ຜູ້ທີ່ໄດ້ນຳໃຊ້ ໂທລະສັບມືຖື ທີ່ມີຈໍຫຼາກຫຼາຍສີ ມາເປັນເວລາຫຼາຍປີແລ້ວ ວ່າເປັນຫຍັງ ຫມວກຂອງຂ້າພະເຈົ້າ ທີ່ມີລາຄາ 2,000 ດອນລາ ມີພຽງແຕ່ສີຂຽວ ເທົ່ານັ້ນ ໃນຂະນະທີ່ ໂທລະສັບມືຖືຂອງເຂົາ ມີ 16 ລ້ານສີ.”

ຕົ້ນແບບຂອງຫມວກ ທີ່ຕິດຕັ້ງດ້ວຍລະບົບເດີນທາງທີ່ເອີ້ນວ່າ Skully ໄດ້ຖືກນຳອອກສູ່
ຕະຫລາດ ໂດຍບໍລິສັດ ອາເມຣິກັນ. ນັກຊ່ຽວຊານ ຣັດເຊຍຄົນນຶ່ງ ກ່າວວ່າ ມັນບໍ່ຄືກັນເລີຍ.

ທ່ານ Anatoly Sukhov ຫົວໜ້າບັນນາທິການ ວາລະສານ Moto ຣັດເຊຍ ເວົ້າວ່າ “ມັນມີຄວາມແຕກຕ່າງກັນ ໃນດ້ານຂໍ້ກຳນົດຕ່າງໆ ຂອງພວກມັນ. ຫມວກຂອງ
ອາເມຣິກາ ແມ່ນໜັກຫຼາຍກວ່າ. ຂ້າພະເຈົ້າຄິດວ່າ ນ້ຳໜັກຂອງມັນ ແມ່ນເກືອບ
ສອງກິໂລ ແລະ ຫມວກຂອງຣັດເຊຍ ມີນ້ຳໜັກ 1.4 ກິໂລ. ດັ່ງນັ້ນ ອັນນີ້ແມ່ນ
ຄວາມແຕກຕ່າງ ທີ່ໃຫຍ່ທີ່ສຸດ. ສິ່ງໃດກໍຕາມ ທີ່ມີນ້ຳໜັກ ຫຼາຍກວ່າ 1.5 ກິໂລແລ້ວ
ກໍແມ່ນວ່າ ບໍ່ແມ່ນຫມວກ.”


ຜູ້ດຳເນີນທຸລະກິດຊາວຣັດເຊຍ ຫວັງທີ່ຈະເປີດໂຕ ຫມວກສະຫລາດ ຂອງຕົນ ພາຍໃນປີ
ຫຼືສອງປີຂ້າງໜ້ານີ້ ຢູ່ໃນບັນດາຕະຫລາດ ທີ່ໃຊ້ພາສາອັງກິດ. ຫມວກດັ່ງກ່າວ ຈະມີລາຄາ
2,000 ດອນລາ ແຕ່ ພວກທີ່ຕ້ອງການຫມວກກ່ອນໝູ່ ສາມາດສັ່ງຈອງໄດ້ລ່ວງໜ້າ ຊຶ່ງ
ດຽວນີ້ ມັນມີລາຄາ 1,500 ດອນລາ.

XS
SM
MD
LG